ຍອດຄົນລົງທະບຽນແລ່ນໃນງານ RUN FOR HER 2019 ຢຽບຫຼັກ 1.000 ໃນເປົ້າໝາຍ 1.500 ກ່ອນມື້ງານຖະແຫຼງຂ່າວ… ກິດຈະກໍາແລ່ນຊຸບເປີມິນິມາຣາທອນ Run for Her ຄັ້ງທໍາອິດ ໄດ້ເປີດພິທີຖະແຫຼງຂ່າວຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 2 ຕູລາ 2019 ຢູ່ທີ່ໂຮງແຮມ ຄຣາວພຣາຊ່າ ໂດຍ ທ່ານ ນາງ ເກດສະຫວັນ ປັນຍາທິບ ຮອງຜູ້ອໍານວຍການສ້າງ ວາລະສານຂວັນໃຈ ໃນນາມຜູ້ຈັດ ເປັນປະທານ ຮ່ວມກັບທ່ານ ນາງ ຈັນທະຈອນ ວົງໄຊ ປະທານ ສະມາຄົມນັກທຸລະກິດແມ່ຍິງລາວ ແລະ ທ່ານ ຈັນດີ ພົມມະບຸດ ປະທານສະຫະພັນແລ່ນ-ລານແຫ່ງຊາດລາວ ພ້ອມດ້ວຍຜູ້ສະໜັບສະໜູນ, ນັກກິລາແລ່ນ-ລານທີມຊາດ ພ້ອມດ້ວຍແຂກທີ່ມີກຽດ ແລະ ສື່ມວນຊົນເຂົ້າຮ່ວມ… ງານແລ່ນ Run …
Read More »News
ຊວນສາວແທ້ສາວທຽມມາຟີນ!!! ກັບພາບບັນຍາກາດການເກັບຕົວຂອງໜຸ່ມໆ Mister International Laos 2019…
ຊວນສາວແທ້ສາວທຽມມາຟີນ!!! ກັບພາບບັນຍາກາດການເກັບຕົວຂອງໜຸ່ມໆ Mister International Laos 2019… ກ່ອນຈະອ່ານບົດຄວາມຕໍ່ໄປນີ້ ແອັດຂໍໄວ້ຢ່າງໜຶ່ງວ່າ “ຢ່າຄອມເມັ້ນວ່າແອັດຫື່ນເດີ່ 555” ເພາະຄວາມຈິງແອັດບໍ່ໄດ້ຢາກໄປສອດສ່ອງຫຍັງດອກເລື່ອງຂອງຜູ້ຊາຍເຂົາ (ຄ້ອນຂ້າງສຽງສູງ) ແຕ່ກໍເພື່ອແຟນໆຂວັນໃຈ ບໍ່ວ່າຈະເປັນສາວແທ້ສາວທຽມທີ່ຮຽກຮ້ອງມາວ່າ ໂຄງການປະກວດ Mister International Laos 2019 ໄປຮອດໃນແລ້ວ ເຊິ່ງກໍຂໍຕອບໄວ້ບ່ອນນີ້ເລີຍວ່າ ຕອນນີ້ໜູ່ມທັງ 20 ຄົນຂອງເຮົາແມ່ນຢູ່ໃນຂັ້ນຕອນການເກັບຕົວຢູ່ ສ່ວນສະຖານທີ່ເກັບຕົວນັ້ນກໍຄື ວັງວຽງແດນງາມນັ້ນເອງ ແລະ ມື້ນີ້ແອັດກໍໄດ້ເສຍສະຫຼະຕົວເອງໄປສ່ອງພາບບັນຍາກາດການເກັບຕົວ ຂອງໜຸ່ມໆ Mister International Laos 2019 ມາໃຫ້ສາວໆໄດ້ຟີນກັນກ່ອນມື້ຕັດສິນ ເຊິ່ງຂໍບອກກ່ອນວ່າ ສາວໆຈະບໍ່ເສຍດາຕ່າຟຣີຖ້າເລື່ອນເບິ່ງຮູບຈົນຈົບ 555+ ມາເບິ່ງພາບບັນຍາກາດກັນເລີຍ!!!
Read More »ສຸດຍອດ!!! ໜຸ່ມລາວຍອດກະຕັນຍູໄປໂຊຄວາມສາມາດ “ກາຍຍະສິນ” ໃນລາຍການດັງ (ປະເທດໄທ) ເພື່ອຂໍຄວາມຝັນໃຫ້ແມ່…
ສຸດຍອດ!!! ໜຸ່ມລາວຍອດກະຕັນຍູໄປໂຊຄວາມສາມາດ “ກາຍຍະສິນ” ໃນລາຍການດັງ ປະເທດໄທ ເພື່ອຂໍຄວາມຝັນໃຫ້ແມ່… ເບິ່ງແລ້ວນໍ້າຕາໄຫຼ… ໜູ່ມລາວໃຈສູ້ ໃຈສະຫວັນ ອາຍຸ 26 ປີ ຜູ້ທີ່ມີຄວາມຝັນຢາກເຫັນແມ່ມີຄວາມສຸກ ຍ້ອນຊີວິດຜ່ານມາພົບແຕ່ຄວາມທຸກ ແລະ ຍ້ອນຄວາມມຸ່ງມານະບໍ່ຍອມແພ້ຕໍ່ໂຊກຊະຕາ ຈຶ່ງໄດ້ຫອບເອົາຄວາມສາມາດໄປແລກຄວາມຝັນເພື່ອແມ່ ໃນລາຍການດັງ (ປະເທດໄທ) ລາຍການ Super 100 ເຊິ່ງເປັນລາຍການແຂ່ງຂັນໂຊຄວາມສາມາດ ແລະ ໜຸ່ມລາວໃຈສູ້ຄົນນີ້ກໍໄດ້ໄປໂຊຄວາມສາມາດ ການສະແດງ ກາຍຍະສິນ ຈົນສາມາດເອົາຊະນະໃຈກໍາມະການ ແລ້ວໄດ້ຄວາມຝັນກັບມາໃຫ້ແມ່ຄື ພາແມ່ໄປທ່ອງທ່ຽວວັດລ່ອງຂຸນ ເຊິ່ງເປັນວັດທີ່ສວຍງາມທີ່ສຸດໃນປະເທດໄທ!!! ແອັດຂໍສະແດງຄວາມຍິນດີນໍາໜຸ່ມໃຈຫຼາຍໆ ແລະ ເປັນກໍາລັງໃຈໃຫ້ສູ້ຕໍ່ໄປເພື່ອແມ່ເດີ່… ເຮົາມາເບິ່ງ VDO ການສະແດງ ກາຍຍະສິນ ຂອງໜຸ່ມໃຈຂອງເຮົາກັນເລີຍ!!!
Read More »ຕົວຈິງໜ້າຮັກຫຼາຍ “ແຕ້ວ ນັດທະພອນ” ເຈົ້າແມ່ນາຄີ ເດີນທາງມາລາວ ແລະ ຝາກເຖິງແຟນໆຊາວລາວແບບນີ້!!!
ເປັນດາຣາສາວຈາກປະເທດເພື່ອນບ້ານ ທີ່ມີແຟນຄຣັບເປັນຄົນລາວຫຼາຍພໍສົມຄວນສໍາລັບ ແຕ້ວ ນັດທະພອນ ເຕມີຣັກ ຍ້ອນຄວາມໜ້າຮັກ, ສົດໄສ ແລະ ຝີມືການສະແດງລະຄອນທີ່ເກັ່ງແບບບໍ່ໃຫ້ໃຜແຊງ ໂດຍສະເພາະ ລະຄອນແນວອີສານ “ນາຄີ” ຈົນໄດ້ຊື່ຈາກແຟນໆວ່າ ຄໍາແກ້ວ ຈົນເຖິງຂັ້ນວ່າເວົ້າຊື່ນີ້ອອກມາແລ້ວບໍ່ມີໃຜທີ່ບໍ່ຮູ້ຈັກກັນເລີຍແຫຼະ!!! ແລະ ໃນວັນທີ 28 ກັນຍາ ທີ່ຜ່ານມາ ສາວແຕ້ວ ຫຼືຄໍາແກ້ວ ກໍໄດ້ເດີນທາງມາຮ່ວມງານເປີດສາຂາໃໝ່ຂອງ Shiseido Beauty Center ໃນລາວພ້ອມທັງຮ່ວມພົບປະແຟນໆຊາວລາວຢ່າງໃກ້ຊິດ ແລະ ເປັນກັນເອງທີ່ສຸດ… ຫຼັງຈາກແລ້ວງານທາງການແລ້ວ ກໍໄດ້ມີໂອກາດເຂົ້າສໍາພາດສາວແຕ້ວກ່ຽວກັບຄວາມຮຸ້ສຶກທີ່ມີຕໍ່ແຟນຄຣັບຊາວລາວ ກັບຊື່ຄໍາແກ້ວ ເຊິ່ງສາວແຕ້ວກໍໄດ້ຕອບດ້ວຍສີໜ້າຍິ້ມແຍ້ມວ່າ ກ່ອນທີ່ຈະມີຊື່ ຄໍາແກ້ວ ກໍມັກໃນຄວາມໜ້າຮັກຂອງຄົນລາວຢູ່ແລ້ວ ຍິ່ງມີແຟນຄຣັບຊາວລາວເອີ້ນ ຄໍາແກ້ວ ກໍຮູ້ສຶກດີໃຈຫຼາຍ ຢາກໃຫ້ຕິດຕາ່ມຜົນງານໄປເລື້ອຍໆ ເພາະຍັງຈະມີຜົນງານໃໝ່ອອກມາໃຫ້ແຟນໆໄດ້ຮັບຊົມຕະຫຼອດ (ຍິ້ມປະທັບໃຈແຮງ) ແລະ ສາວ ແຕ້ວ ຍັງບອກອີກວ່າ ຕົວເອງເດີນທາງມາປະເທດລາວ ເປັນຄັ້ງທີ 3 ແລ້ວ …
Read More »ຊົມເຊີຍ! ແມ່ຍິງລາວເກັ່ງບໍ່ແພ້ຊາດໃດໃນໂລກ! ກັນຍາ ແກ້ວມະນີ ຢືນ 1 ໃນຕໍາແໜ່ງ ຮອງປະທານ ພັດທະນາບານເຕະຂອງ AFC….
“ບໍ່ມີສິ່ງໃດທີ່ແມ່ຍິງລາວເຮັດບໍ່ໄດ້” ແລະ ” ແມ່ຍິງລາວເກັ່ງບໍ່ແພ້ຊາດໃດໃນໂລກ” ເປັນຄໍາຍ້ອງຍໍຊົມເຊີຍສໍາລັບຜົນສໍາເລັດທີ່ຫຼາກຫຼາຍຂອງແມ່ຍິງລາວ ທີ່ຜ່ານມາມີແມ່ຍິງລາວຫຼາຍໆຄົນຈາກຫຼາກຫຼາຍສາຂາອາຊີບ ທີ່ມີຄວາມສາມາດໄປໂຊຄວາມສາມາດໃນເວທີ ແລະ ວົງການໃນລະດັບໂລກ. ຄືກັນກັບແມ່ຍິງລາວຄົນນີ້ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການສະຫະພັນບານເຕະແຫ່ງຊາດລາວ ທັງເປັນ ຄະນະບໍລິຫານງານ ສະຫະພັນບານເຕະອາຊີ ໄດ້ຖືກແຕ່ງຕັ້ງເປັນຮອງປະທານ ຄະນະກໍາມະການ ພັດທະນາບານເຕະ AFC Development Committee ໃນລະຫວ່າງປີ 2019-2023. ຈາກກອງປະຊຸມ ປຶກສາຫາລືກະກຽມເປີດສົກການແຂ່ງຂັນກິລາບານເຕະ ຢູ່ທີ່ ກົວລາ ລໍາເປີ, ປະເທດມາເລເຊຍ ວັນທີ 25 ກັນຍາ 2019 ນັ້ນ ເຫັນໄດ້ຊັດເຈນເລີຍວ່າ ແມ່ຍິງລາວຄົນນີ້ບໍທໍາມະດາ ແລະ ເປັນແມ່ຍິງພຽງຄົນດຽວໃນຄະນະປະທານ ແລະ ກໍາມະການທັງໝົດ 19 ທ່ານ. ໂດຍມີລາຍຊື່ດັ່ງນີ້: 1. ທ່ານ Salem Said Salem Al …
Read More »