ສີໄຄ ການຄ້າ ຮ່ວມກັບ ເຄື່ອງດື່ມອິຊິຕັນ ເປີດຕົວ ບົວໄລ ເນັດໄອດໍ ຊື່ດັງຂອງລາວ ທີ່ມີຜູ້ຄົນຕິດຕາມທາງເຟສບຸກເຖິງ 1 ລ້ານກວ່າຄົນ ແລະ ມີຍອດຕິດຕາມ youtube ເຖິງ 5 ແສນກວ່າຄົນ ໄດ້ມາເປັນພຣີເຊັນເຕີ້ຄົນທຳອິດໃນລາວ ໃຫ້ກັບເຄື່ອງດື່ມ ອິຊິຕັນ ຢ່າງເປັນທາງການ ໃນວັນທີ 19 ກັນຍາ 2019 ທີ່ໂຮງແຮງລັດສະໝີ. ຍອດຂາຍອິຊິຕັນໃນລາວເຕີບໂຕຂຶ້ນທຸກປີ ໂດຍໃນປີ 2019 ຄາດວ່າຈະມີຍອດຈຳໜ່າຍທັງໝົດ 3. 000. 000 ຕຸກ ຖືວ່າເປັນການຕອບຮັບທີ່ດີຫຼາຍສໍາລັບຕະຫຼາດໃນປະເທດລາວ ແລະ ປີໜ້າ 2020 ອິຊິຕັນຄາດວ່າຈະມີຍອດຈຳໜ່າຍເພີ່ມຂຶ້ນ 50% ຫຼື ປະມານ 4,500,000 ຕຸກນັ້ນເອງ, ໂດຍສະເພາະເຄື່ອງດື່ມ “ເຢັນ ເຢັນ” ເຊິ່ງເປັນນໍ້າສະໝຸນໄພ ມີປະໂຫຍດຕໍ່ຮ່າງກາຍ. ເປັນຫຍັງ …
Read More »News
ຄົນມັນງາມໃສ່ຊຸດໃດກະເກີດ!!! ເມ ວິຈິດຕາ ໂດດເດັ່ນໃນງານ Lao Fashion Week 2019…
ບໍ່ວ່າຈະເຮັດຫຍັງກໍເປັນທີ່ຈັບຕາເບິ່ງຫຼາຍສໍາລັບສາວງາມຄົນນີ້ ເມ ວິຈິດຕາ ພອນວິໄລ Miss Universe Laos 2019 ທີ່ຫາກໍຮັບຕໍາແໜ່ງໄປເມື່ອເດືອນທີ່ຜ່ານມານີ້!!! ຫຼັງຈາກໄດ້ຮັບຕໍາແໜ່ງແລ້ວກໍສັງເກດເຫັນວ່າ ສາວເມ ຄ້ອນຂ້າງຈະມີວຽກເຂົ້າມາຕະຫຼອດ ທັງຖ່າຍແບບ, ເດີນແບບ, ເຂົ້າຮ່ວມງານການກຸສົນຕ່າງໆ ແລະ ຫຼ້າສຸດ ກໍໄດ້ເຫັນສາວເມໄປຮ່ວມງານເດີນແບບເທິງເວທີ Lao Fashion Week 2019 ທີ່ຈັດຂຶ້ນໃນວັນທີ 10-13 ກັນຍາ 2019 ທີ່ຜ່ານມານີ້. ເຊິ່ງແຕ່ລະຊຸດທີ່ນາງໃສ່ຂໍບອກໄດ້ເລີຍວ່າເລີດແຮງ, ເກີດທຸກຊຸດ ມື້ນີ້ແອັດກໍເລີຍຢາກເອົາມາໃຫ້ແຟນໆຂວັນໃຈເຮົາໄດ້ເບິ່ງນໍາກັນ ຈະເລີ໋ດສົມກັບແອັດເວົ້າບໍ່ນັ້ນເຮົາມາເບິ່ງ ແລະ ຕັດສິນໄປນໍາກັນເລີຍ…. ມື້ຮັບຕໍາແໜ່ງ Miss Universe Laos #ກຽມຕົວ #ສີແດງສົດງາມແຮງເດີ່! #ໂດດເດັ່ນໃນຊຸດຟ້າຕັດດໍາ #ຊຸດນີ້ເລີ໋ດແຮງເດີ່!
Read More »ມາຫາຄຳຕອບ ຕໍ່ຈາກ EP1 ວ່າເປັນຫຍັງ? Nissan TERRA SUV ຈຶ່ງໄດ້ຮັບຄວາມນິຍົມ
Nissan TERRA ແບບ (SUV), ອອບຊັ່ນເຕັມທີ່ມາພອ້ມ 7 ບອ່ນນັ່ງໂດຍບໍລິສັດຕັນຈົງມໍເຕີລາວຈຳກັດພຽງຜູດຽວ, ເຊິ່ງເປັນບໍລິສັດໃນເຄືອຂອງ ບໍລິສັດ ຕັນຈົງ ມໍເຕີ ຈຳກັດຂອງປະເທດມາເລເຊຍ ແລະ ເປັນຜູ້ຈຳໜ່າຍລົດ ຍີ່ຫໍ້ ນິສສັນ ພຽງຜູ້ດຽວໃນ ສປປ ລາວ. ເຊິ່ງໃນ Ep1 ເຮົາໄດ້ຮູ້ໄປກຽ່ວກັບຄວາມສວຍງາມທາງດ້ານໜ້າຂອງ Terra, ອອບຊັ່ນດ້ານໃນທີ່ຫຼູຫຼາ ແລະ ເບາະໜັງທີ່ມາແບບສະຕາຍໂຮງໜັງເຮັດໃຫ້ຫຼຸດອາການເມົາໄດ້, ມີຄວາມກວ້າງຂວາງສະດວກສະບາຍ ແລະ ໃນ Ep2 ນີ້ເຮົາຈະມາຮູ້ກັນເລີຍວ່າມີຫຍັງແດ່?… Ep2: ເຮົາຈະມາຮູ້ຈັກກັນກຽ່ວກັບຈັກ, ລະບົບການຂັບເຂື່ອນ ແລະ ເລື່ອງຄວາມປອດໄພຂອງລົດນິສສັນເທີລາທີ່ເປັນຈຸດຂາຍຫຼັກ. ຈັກ ແລະ ລະບົບເກຍ 5 D Inter-Cooler Turbo Engine Power 190Ps & Torque 450Nm ລົດ Terra …
Read More »“ດອກຈໍາປາບານ” ບານແລ້ວທຸກໂຮງຮູບເງົາທົ່ວປະເທດ!!! ໃຜທີ່ໄປເບິ່ງຢ່າລືມຊວນຄົນໄປນັ່ງຂ້າງເຊັດນໍ້າຕາຊ່ວຍແດ່ເດີ່!
ສິ້ນສຸດການລໍຄອຍແລ້ວ ສໍາລັບຮູບເງົາທີ່ໄດ້ຮັບຄວາມສົນໃຈແຫ່ງປີ “ດອກຈໍາປາບານ” ທີ່ບານແລ້ວທຸກໂຮງຮູບເງົາທົ່ວປະເທດລາວ. ໂດຍໄດ້ເລີ່ມເປີດສາຍໃນຮອບປະຖົມມະເລີກ ເປັນຮອບສື່ມວນຊົນໄປແລ້ວ ໃນວັນທີ 18/9 ທີ່ຜ່ານມານີ້ ພ້ອມທັງຈະເປີດສາຍໃນທຸກໂຮງຮູບເງົາທົ່ວປະເທດ ໃນວັນທີ 19/9/2019 ກໍຄືມື້ນີ້ນັ້ນເອງ… ໃຜທີ່ຕິດຕາມຢູ່ກໍຢ່າລືມໄປຊົມ, ໄປໃຫ້ກໍາລັງໃຈຜົນງານການສ້າງ ແລະ ການສະແດງຂອງຄົນລາວເຮົາແດ່ເດີ່!! ສໍາລັບແອັດມິ້ນເອງທີ່ໄດ້ໄປເບິ່ງມາແລ້ວ ຈະມາຣີວິວຄ່າວໆໄປຟັງຈັກໜ້ອຍໜຶ່ງເນາະ ສ່ວນທີ່ເຫຼືອກໍໃຫ້ໄປເບິ່ງກັນເອງເດີ່!!! ຮູບເງົາ “ດອກຈໍາປາບານ” ເປັນຮູບເງົາເລື່ອງທໍາອິດທີ່ຮ່ວມມືກັນສ້າງລະຫວ່າງ 2 ປະເທດຄື: ສປປ ລາວ ແລະ ສປ ຈີນ ໂດຍມີຈຸດປະສົງຄື ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຖານທຸກຈີນປະຈໍາລາວຄົບຮອບ 55 ປີ. ເລື່ອງລາວໄດ້ພັນລະນາເຖິງຄວາມຮັກ ແລະ ຄວາມຜູກພັນຂອງປະຊາຊົນລາວຈີນຕັ້ງແຕ່ສະໄໝທີ່ປະເທດລາວຖືກຮຸກຮານ, ການລໍຄອຍຄົນຮັກທີ່ພັດພາກຈາກກັນຕັ້ງແຕ່ສະໄໝສົງຄາມ, ພ້ອມທັງສະແດງໃຫ້ເຫັນເຖິງວັດທະນະທໍາ, ຮີດຄອງປະເພນີ ແລະ ທໍາມະຊາດອັນງົດງາມຂອງປະເທດລາວເຮົາ… ຮ່ວມຖ່າຍທອດເລື່ອງລາວຂອງຮູບເງົາປະຫວັດສາດຄັ້ງນີ້ໂດຍ ໝໍແນ່ງ ຈັນດາລີ (ນາງເອກ) ຮ່ວມກັບນັກຈະແດງຊື່ດັງຈາກປະເທດຈີນຫຼາກຫຼາຍທ່ານ ເຮັດໃຫ້ຮູບເງົາເລື່ອງນີ້ ອອກມາໄດ້ຢ່າງສົມບູນພໍສົມຄວນ ໂດຍມີທັງສາກທີ່ເຮັດໃຫ້ຍິ້ມຕາມ, …
Read More »ດີໃຈນໍາ!!! ນ້ອງ ເປເລ່ ສີວິໄລ ແລະ ທຸກຄົນທີ່ໄດ້ຮັບລາງວັນ Cover ເພງປະກອບຮູບເງົາ “ດອກຈໍາປາບານ”
ໃນທີ່ສຸດກໍໄດ້ແລ້ວສໍາລັບຜູ້ໄດ້ຮັບລາງວັນຊະນະເລີດ ໃນການແຂ່ງຂັນ ໂຄເວີ ( Cover) ເພງຮູບເງົາ “ດອກຈຳປາບານ” ເພງປະກອບຮູບເງົາແຫ່ງປີຄື ຮູບເງົາ “ດອກຈຳປາບານ” ທີ່ໄດ້ນັກສະແດງນໍາຄື ໝໍແໜ່ງ ຈັນດາລີ ສິດພະໄຊ ຮ່ວມກັບນັກສະແດງຊື່ດັງຂອງຈີນຫຼາຍທ່ານ, ເຊິ່ງຕົ້ນສະບັບຂອງເພງນີ້ ແມ່ນຂັບຮ້ອງໂດຍ: ອຈ ສົມໃຈ ລາວລີ (JackBrown) ສໍາລັບໂຄງການຈັດການປະກວດນີ້, ແມ່ນໄດ້ເລີ່ມເປີດການແຂ່ງຂັນຕັ້ງແຕ່ ວັນທີ 15 ສິງຫາ 2019 ແລະ ປິດຮັບວັນທີ 6 ກັນຍາ 2019 ເຊິ່ງໄດ້ມີຜູ້ເຂົ້າປະກວດທັງໝົດ 13 ຄົນແລະ ໄດ້ມີການປະກາດຜົນລາງວັນໃນວັນທີ 12 ກັນຍາ ລາງວັນຊະນະເລີດ ໄດ້ແກ່ ໝາຍເລກ M 2 ທ້າວ ສີວິໄຊ (ເປເລ່) ໄດ້ຮັບເງິນລາງວັນມູນຄ່າ 1,000,000 ກີບ, ສະໜັບສະໜູນໂດຍ …
Read More »