Breaking News

News

ຄົນລາວບໍ່ຖີ້ມກັນ!!! ຄົນດັງຮ່ວມສົ່ງກໍາລັງໃຈ, ຮັບບໍລິຈາກ ແລະ ລົງພື້ນທີ່ຊ່ວຍເຫຼືອພີ່ນ້ອງລາວ 4 ແຂວງພາກໃຕ້…

ຈາກເຫດການນໍ້າຖ້ວມ “ອັດຕະປື” ທີ່ໄດ້ຮັບຜົນກະທົບຢ່າງຮຸນແຮງຈົນກາຍເປັນປະຫວັດສາດຂອງລາວໄປໃນປີກາຍນີ້ ແລະ ມັນຍັງເປັນທີ່ຈົດຈໍາຂອງຄົນລາວຈົນມາຮອດທຸກມື້ນີ້ໂດຍບໍ່ມີວັນລືມ. ແຕ່ກໍດັ່ງທີ່ຮູ້ກັນວ່າ “ນໍ້າຖ້ວມ” ເປັນໄພພິບັດທາງທໍາມະຊາດທີ່ບໍ່ໃຜຢາກໃຫ້ເກີດຂຶ້ນ ເພາະເມື່ອເກີດຂຶ້ນແລ້ວມັນໄດ້ສ້າງຄວາມເສຍຫາຍຢ່າງມະຫາສານແກ່ສະພາບແວດລ້ອມ, ຊັບສິນຂອງຊາດກໍຄືຂອງປະຊາຊົນ ລວມໄປເຖິງ ຊີວິດຂອງປະຊາຊົນເອງ, ແຕ່ທໍາມະຊາດກໍຄືທໍາມະຊາດເຮົາບໍ່ສາມາດຫ້າມມັນໄດ້ ເມື່ອເກີດຂຶ້ນມາແລ້ວ ຜູ້ທີ່ໄດ້ຮັບຄວາມເສຍຫາຍກໍຕ້ອງສູ້ຕໍ່ໄປ ສ່ວນຜູ້ທີ່ບໍ່ໄດ້ຮັບຜົນກະທົບ ກໍບໍ່ໄດ້ປະຖີ້ມກັນຊ່ວຍໄດ້ທາງໃດກໍຊ່ວຍກັນໄປ… ຄືດັ່ງໄລຍະນີ້ທີ່ເກີດມີເຫດການນໍ້າຖ້ວມ 4 ແຂວງ ພາກໃຕ້ຂຶ້ນອີກຄື: ຈໍາປາສັກ, ເຊກອງ, ອັດຕະປື ແລະ ສາລະວັນ. ເຊິ່ງຕອນນີ້ຫຼາຍພາກສ່ວນກໍໄດ້ຍື່ນມືເຂົ້າໄປຊ່ວຍເຫືອທັງແຮງຊັບ ແລະ ແຮງກາຍ… ລວມໄປເຖິງບັນດາຄົນດັງຂອງລາວເຮົາຫຼາຍໆຄົນກໍໄດ້ຍື່ນມືເຂົ້າໄປຊ່ວຍເຫຼືອບໍ່ວ່າຈະເປັນການເປີດຮັບບໍລິຈາກເຄື່ອງນຸ່ງຫົ່ມ, ອຸປະກອນເຄື່ອງໃຊ້ ຫຼືເປັນປັດໃຈຈາກທີ່ຢາກຊ່ວຍເຫຼືອ… ພ້ອມທັງສົ່ງກໍາລັງໃຈໃຫ້ປະຊາຊົນທຸກຄົນຜ່ານພົ້ນອຸປະສັກນີ້ໄປໃຫໄດ້ ເຊິ່ງວ່າຈະມີໃຜແດ່ນັ້ນເຮົາລອງມາເບິ່ງນໍາກັນ!!! #ເລີ່ມຈາກນາງງາມໃຈບຸນຄົນນີ້ ເຈນນີ່ ຕົ້ນຄໍາ Miss World Laos 2017 ທີ່ທຸກງານການກຸສົນນາງຕ້ອງພາດບໍ່ໄດ້!!!   #ໂຄງການນີ້ນໍາທີມໂດຍສາວ ມີ່ມີ່ ສຸດທິດາ ພອນລະສິນ Miss Laos 2018 …

Read More »

ທຽບກັນເລີຍ! MISS UNIVERSE 8 ປະເທດອາຊຽນ… ໃຜເລີດກວ່າໃຜ???

ທຽບກັນເລີຍ! MISS UNIVERSE 8 ປະເທດອາຊຽນ… ໃຜເລີດກວ່າໃຜ??? ຜ່ານໄປແລ້ວສໍາລັບການປະກວດ Miss Universe ຂອງແຕ່ລະປະເທດ ເພື່ອຄັດເລືອກເອົາຕົວແທນຂອງປະເທດໃຜລາວໄປແຂ່ງຂັນໃນເວທີລະດັບສາກົນ… ສໍາລັບປະເທດລາວເຮົາກະໄດ້ສາວງາມຄື ນ້ອງ ເມ ວິຈິດຕາ ພອນວິໄລ ສາວແຂວງບໍລິຄໍາໄຊ ໄປເປັນຕົວແທນໃນການແຂ່ງຂັນລະດັບຊາດ ເພື່ອໄປເຜີຍແຜ່ ແລະ ເອກອ້າງຄວາມເປັນລາວໃຫ້ກັບຕ່າງຊາດ ກໍຄືສາກົນໄດ້ຮັບຮູ້!!! ຈັ່ງໃດແອັດ ແລະ ຄົນລາວທຸກຄົນກໍເຊຍ ນ້ອງ ເມ ວິຈິດຕາ ຢ່າງສຸດໃຈຢູ່ເດີ່, ແຕ່ງານນີ້ກະຄືທີ່ຮູ້ກັນດີວ່າເວທີ Miss Universe ນັ້ນເປັນການແຂ່ງຂັນລະດັບສາກົນ ສະນັ້ນ ແນ່ນອນວ່າ ຕ້ອງມີຫຼາຍປະເທດເຂົ້າຮ່ວມແຂ່ງຂັນ ແລະ ແຕ່ລະປະເທດກໍເລືອກເອົາຄົນທີ່ທັງງາມ, ເກັ່ງ ແລະ ມີຄວາມສາມາດໄປເປັນຕົວແທນເພື່ອເປັນໜ້າຕາໃຫ້ກັບປະເທດຢູ່ແລ້ວ. ມື້ນີ້ແອັດເລີຍນໍາເອົາສາວງາມຈາກ 8 ປະເທດໃນອາຊຽນມາໃຫ້ທຸກຄົນໄດ້ເບິ່ງນໍາກັນວ່າ ງານນີ້ ນ້ອງເມ ຂອງເຮົາຈະທຽບເຂົາໄດ້ ຫຼືບໍ່? ມາເບິ່ງເລີຍ!!! Miss …

Read More »

ຄວາມໝາຍທີ່ແທ້ຈິງຂອງ ມຸງກຸດ MISS TEEN LAOS 2019… “ດວງດາວແຫ່ງຍຸກສະໄໝ”

ຄວາມໝາຍທີ່ແທ້ຈິງຂອງ ມຸງກຸດ MISS TEEN LAOS 2019… ເຊື່ອວ່າຫຼາຍຄົນຄົງຈະຕິດຕາມ ລຸ້ນຢ່າງໃຈຈົດຈໍ່ ສໍາລັບການປະກວດ MISS TEEN LAOS 2019 ວ່າສາວງາມຄົນໃດຈະໄດ້ຮັບຕໍາແໜ່ງໄປໃນປີນີ້!!! ແຕ່ກ່ອນທີ່ຈະຮູ້ຜົນວ່າສາວງາມຄົນນັ້ນຈະແມ່ນໃຜນັ້ນ ຂວັນໃຈ ຢາກຈະນໍາສະເໜີໄຮໄລ້ຈັກເລັກໜ້ອຍໃຫ້ທຸກຄົນໄດ້ຮູ້ຈັກເຖິງ ຄວາມໝາຍຂອງມຸງກຸດອັນຊົງກຽດ ທີ່ສາວງາມຜູ້ໄດ້ຮັບຕໍາແໜ່ງ MISS TEEN LAOS ຈະໄດ້ຮັບໄປໃນປີນີ້ ວ່າຄວາມໝາຍທີ່ແທ້ຈິງແລ້ວມັນແມ່ນຫຍັງ? ເຊິ່ງກໍໄດ້ມີງານເປີດຕົວໄປເປັນທີ່ຮຽບຮ້ອຍແລ້ວສໍາລັບມຸງກຸດດັ່ງກ່າວ ພ້ອມກັບຄວາມໝາຍຂອງມຸງກຸດອັນຊົງກຽດໃນປີນີ້ແມ່ນ ມີຄວາມໝາຍວ່າ  “ດວງດາວແຫ່ງຍຸກສະໄໝ” ໂດຍມີມີຄວາມໝາຍລະອຽດດັ່ງນີ້: 1. ດວງດາວ ໝາຍເຖິງ: ທຸກຄົນທີ່ມີພາລະໜ້າທີ່ ແລະ ຕຳແໜ່ງ ຈະຕ້ອງມີການຕິດດາວ ຄືກັບພັກ-ລັດ ຂອງພວກເຮົາກໍມີການຕິດດາວ ປຽບດັ່ງຜູ້ຄອບຄອງມຸງກຸດທີ່ມີໜ້າທີ່ ທີ່ຕ້ອງປະຕິບັດ ນັ້ນກໍຄື “ດວງດາວແຫ່ງຍຸກສະໄໝ” ເຊິ່ງ Miss Teen Laos ມີໜ້າທີ່ກ່ຽວກັບການສຶກສາ, ກ່ຽວກັບເລື່ອງຂອງການຕໍ່ຕ້ານຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ເມື່ອໃດທີ່ສາວງາມໄດ້ສວມໃສ່ …

Read More »

ຊາຣ່າ ພິທີກອນສາຍຮາຊື່ດັງ ຈາກປະເທດເພື່ອນບ້ານ ເຊັກອິນທີ່ປະເທດລາວ!!!

ເມື່ອເວົ້າເຖິງພິທີກອນສາຍຮາຈາກປະເທດເພື່ອນບ້ານ (ໄທ) ຄົນນີ້!!! ຊາຣ່າ ນະລິນ ໂຮເລີ ຫຼາຍຄົນຄົງຈະຮູ້ຈັກກັນດີ ເພາະຊາຣ່ານັ້ນຖືວ່າເປັນຄົນດັງອີກຄົນໜຶ່ງຢູ່ທີ່ປະເທດເພື່ອນຂອງເຮົາ ດ້ວຍຫຼາກຫຼາຍບົດບາດເຊັ່ນ: ນັກຮ້ອງ, ນັກສະແດງ, ພິທີກອນ… ເຊິ່ງແຕ່ລະບົດບາດທີ່ນາງໄດ້ສະແດງອອກມານັ້ນ ກໍສາມາດສ້າງຄວາມບັນເທີງໃຫ້ແກ່ຜູ້ຊົມໄດ້ທຸກບົດບາດເລີຍ!! ດ້ວຍບຸກຄະລິກທີ່ມີຄວາມເຮຮາ, ມັກມ່ວນ ແລະ ມີມຸກຕະລົກຢູ່ຕະຫຼອດເວລາ ຊາຣ່າຈຶ່ງໄດ້ສາຍາເປັນ “ພິທີກອນສາຍຮາ” ທີ່ທຸກຄົນຮູ້ຈັກກັນດີທັງໃນ ແລະ ຕ່າງປະເທດ… ຜົນງານຂອງສາວຊາຣ່າທີ່ເຮົາໄດ້ເຫັນໃນປັດຈຸບັນສ່ວນຫຼາຍຈະເປັນພິທີກອນຫຼາກຫຼາຍລາຍການບໍ່ວ່າຈະເປັນ: ລາຍການ Davinci kind ເດັກຖອດລະຫັດ, ຫອມເລັກເປັກໂຊ… ນອກນັ້ຍັງເປັນກໍາມະການໃນລາຍການ The Mast Single ໜ້າກາກນັກຮ້ອງ, I can see you Vice… ເຊິ່ງແຕ່ລະລາຍການທີ່ນາງໄດ້ເຂົ້າຮ່ວມ ນາງກໍຈະສ້າງສີສັນໃຫ້ກັບລາຍໄດ້ເປັນຢ່າງດີ…   ນອກຈາກບຸກຄະລິກເປັນສາວສາຍຮາແລ້ວ ຊາຣ່າ ຍັງເປັນດາຣາຄົນໜຶ່ງທີ່ມັກຮັກໃນການທ່ອງທ່ຽວເປັນພິເສດ ເພາະຖ້າໃຜເປັນ FC ນາງຢູ່ກໍຈະເຫັນວ່າ ຖ້າວ່າງຈາກວຽກ ນາງກໍຈະຫາໂອກາດໄປທ່ອງທ່ຽວເພື່ອພັກຜ່ອນຢ່ອນໃຈຢູ່ສະເໝີ …

Read More »

ຮັກໃຜ? ມັກໃຜ? ໂຫວດເລີຍ 20 ນາງສາວຈຳປາລາວ 2019

VOTE NOW! ຮັກໃຜເຊຍໃຜ ໂຫວດເລີຍຈະ!✨ ?1 ສາວງາມເທົ່ານັ້ນ ທີ່ຈະໄດ້ເປັນ “ນາງງາມຂວັນໃຈມະຫາຊົນ” ໂດຍ ນ້ຳຫອມ MK & Darling Perfume Laos Miss Popular Vote ແລະ ຈະໄດ້ຜ່ານເຂົ້າຮອບ 11 ຄົນສຸດທ້າຍ ແບບອັດຕະໂນມັດ, ປິດໂຫວດ 10 ນາທີ ກ່ອນການປະກາດຜົນ 11 ຄົນສຸດທ້າຍໃນມື້ຕັດສິນ ໃນວັນອາທິດທີ 8 ກັນຍາ 2019 ເວລາ 15 ໂມງ ທີ່ສູນການຄ້າລາວໄອເຕັກ ຕຶກເກົ່າ? ໂດຍການກົດໄລ້ ແລະ ແຊ! ຕາມລິ້ງລຸ່ມນີ້ເລີຍ, ✨VOTE NOW! ຮັກໃຜເຊຍໃຜ ໂຫວດເລີຍຈະ!✨…….?1ສາວງາມເທົ່ານັ້ນ ທີ່ຈະໄດ້ເປັນ "ນາງງາມຂວັນໃຈມະຫາຊົນ" ໂດຍ ນ້ຳຫອມ MK & Darling… …

Read More »