Breaking News

News

ໜຸ່ມໆ Mister Global 2019 ຫຼາຍກວ່າ 20 ປະເທດເດີນທາງຮອດປະເທດໄທແລ້ວ!!!

ຖືວ່າເປັນອີກເວທີການປະກວດໜຶ່ງ ທີ່ຕື່ນຕາຕື່ນໃຈ ໃຫ້ກັບພີ່ນ້ອງຊາວລາວເຮົາ  Mister Global ແມ່ນເວທີການປະກວດຄວາມງາມຂອງຜູ້ຊາຍ ທີ່ມີ 40 ປະເທດທົ່ວໂລກ ເຂົ້າຮ່ວມປະກວດ ເຊິ່ງໄດ້ຈັດມາແລ້ວ 5 ປີ ແລະ ປີນີ້ ເປັນປີທີ 6 ແລະ ເປັນປີທຳອິດທີ່ ປະເທດລາວ ເຮົາໄດ້ຖືກເຊີນ ໃຫ້ສົ່ງຊາຍໜູ່ມທີ່ມີຄວາມພ້ອມທັງຄວາມງາມ ແລະ ຄວາມສາມາດ ສົ່ງເຂົ້າປະກວດ. ປັດຈຸບັນ, ມີຫຼາຍກວ່າ 20 ປະເທດແລ້ວ ທີ່ໄດ້ເດີນທາງຮອດ ກຸງເທບ ປະເທດໄທ ແລ້ວ  ລວມທັງປະເທດລາວ ແລະ ຈະທະຍ່ອຍກັນເດີນທາງມາຄົບຮອດ 40 ປະເທດ ໃນຄໍ່າຄືນຂອງມື້ນີ້ ເພື່ອເກັບຕົວ, ເຝິກຊ້ອມ ແລະ ເຮັດກິດຈະກຳຕ່າງໆ ຈົນຮອດມື້ ປະກວດຮອບສຸດທ້າຍແມ່ນຈະຈັດຂື້ນ ໃນວັນທີ 26 ກັນຍາ 2019 ນີ້ ທີ່ປະເທດໄທ. ຮ່ວມເຊຍຕົວປະເທດລາວ …

Read More »

ທີມງານວາລະສານ ຂວັນໃຈ-ທາເກັດ ແລະ ບັນດາບໍລິສັດໃນເຄືອ ເຄແອນຊີ ຮ່ວມສົ່ງນໍ້າໃຈ, ບໍລິຈາກອາຫານ ແລະ ເຄື່ອງໃຊ້ທີ່ຈໍາເປັນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ!!!

ເນື່ອງຈາກເຫດການໄພນໍ້າຖ້ວມທາງ 4 ແຂວງພາກໃຕ້ ຈໍາປາສັກ, ເຊກອງ, ສາລະວັນ ແລະ ອັດຕະປື ເຮັດໃຫ້ປະຊາຊົນໄດ້ຮັບຜົນກະທົບຫຼວງຫຼາຍ ແຕ່ຄົນລາວກໍບໍ່ເຄີຍຖີ້ມກັນ ຍາມເມື່ອມີເຫດການອັນເຮັດໃຫ້ປະຊາຊົນຄົນລາວໄດ້ຮັບຄວາມເດືອດຮ້ອນ ຄົນທີ່ບໍ່ໄດ້ຮັບຜົນກະທົບກໍຈະລະດົມກັນຊ່ວຍເຫຼືອຢູ່ສະເໝີ ແລະ ໃນເຫດການຄັ້ງນີ້ກໍໄດ້ມີຫຼາຍໆໜ່ວຍງານເຂົ້າໄປຊ່ວຍເຫຼືອ ທັງພາກລັດ, ເອກະຊົນ ແລະ ໃນນາມສ່ວນຕົວຂອງຜູ້ໃຈບຸນ ຫຼືຄົນດັງ ຄືດັ່ງທີ່ຂວັນໃຈໄດ້ນໍາສະເໜີໄປເມື່ອບໍ່ດົນມານີ້… ແລະ ໃນນາມສື່ອອນລາຍຂວັນໃຈເຮົາເອງ ທີ່ເປັນສື່ກາງນໍາສະເໜີເລື່ອງລາວຕ່າງໆ ແລະ ສະໜັບສະໜູນສັງຄົມຢູ່ຕະຫຼອດເວລາ ກໍບໍ່ໄດ້ປະຖີ້ມພໍ່ແມ່ພີ່ນ້ອງທີ່ໄດ້ຮັບຄວາມເດືອດຮ້ອນໃນຄັ້ງນີ້ ຈຶ່ງໄດ້ລະດົມທີມງານຮ່ວມບໍລິຈາກ ໃນນາມກຸ່ມບໍລິສັດ ເຄແອນຊີ ແລະ ບັນດາບໍລິສັດໃນເຄືອ ເຊິ່ງປະກອບມີ: ວາລະສານ ທາເກັດ-ຂວັນໃຈ, ໂຄງການ ຣັນຟໍເຮີ, ບໍລິສັດປັນຍາທິບໂຄສະນາ (PPB)… ຮ່ວມກັບທີມໜ່ວຍກູ້ໄພ ພັດທະນາຜາສຸກ ຜູ້ທີ່ລົງພາກສະໜາມສົ່ງຕໍ່ເຄື່ອງບໍລິຈາກໃຫ້ກັບຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນຄັ້ງນີ້ອີກດ້ວຍ!!! ໃນນາມຂວັນໃຈເອງກໍຮູ້ສຶກພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການຊ່ວຍເຫຼືອຄັ້ງນີ້ ແລະ ຕາງໜ້າໃຫ້ກູ່ມບໍລິສັດ ເຄແອນຊີ ແລະ ບັນດາບໍລິສັດໃນເຄືອ ຮ່ວມສົ່ງກໍາລັງໃຈເຖິງຜູ້ປະສົບໄພທຸກຄົນຈົ່ງພ່ານຜ່າອຸປະສັກໃນຄັ້ງນີ້ໃຫ້ໄດ້ດ້ວຍດີເດີ່!!! ສູ້ໆ ທຸກຄົນ… …

Read More »

ທັງງາມ ທັງເກັ່ງ!!! ໝໍແນ່ງ ຈັນດາລາ ສິດພະໄຊ ນາງເອກຮູບເງົາແຫ່ງປີ “ດອກຈໍາປາບານ”

ເອີ້ນໄດ້ວ່າເກີດທຸກບົດບາດອີ່ຫຼີສໍາລັບສາວງາມຄົນນີ້!!! ໝໍແນ່ງ ຈັນດາລີ ສິດພະໄຊ ທີ່ເປັນທັງ Net Idol, ພຣີເຊັນເຕີ່ໂຄນາ ແລະ ນັກສະແດງ ເຊິ່ງຜົນງານແຕ່ລະຢ່າງຂອງ ໝໍແນ່ງ ນັ້ນຖືວ່າປັງທຸກງານເລີຍຈ່າ ແລະ ຫຼ້າສຸດກໍໄດ້ມີຜົນງານການສະແດງເປັນນາງເອກໃນຮູບເງົາເລື່ອງ “ດອກຈໍາປາບານ” ກໍຕິດອັນດັບຮູບເງົາທີ່ໄດ້ຮັບຄວາມສົນໃຈແຫ່ງປີທີ່ກໍາລັງຈະເຂົ້າສາຍໃນໄວໆນີ້!!! ສໍາລັບຮູບເງົາເລື່ອງ “ດອກຈຳປາບານ” ຖືກຍົກໃຫ້ເປັນຮູບເງົາທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດໃນປີ 2019 ເພາະໄດ້ນັກສະແດງນໍາຄື ໝໍແຫນ່ງ (ຈັນດາລີ ສິດພະໄຊ ) ມາເປັນນາງເອກ, ພະເອກຄື Mr.Ma ziluo (ຈາກປະເທດຈີນ) ແລະ ນັກສະແດງນຳອີກຫຼາກຫຼາຍທ່ານທີ່ມີຄວາມສາມາດ ມາຮ່ວມຖ່າຍທອດບົດເລື່ອງລາວໃນຮູບເງົາດັ່ງກ່າວ!!! ນາງ ຈັນດາລີ ສິດພະໄຊ ຮັບບົດເປັນ ຈໍາປາ (ນາງເອກ) Mr.Ma ziluo ຮັບບົດເປັນ Shenxiang (ພະເອກ) “ດອກຈຳປາບານ” ເປັນຮູບເລື່ອງທຳອິດ ທີ່ຖ່າຍທອດເຖິງຄວາມຮັກຂອງຄົນສອງລຸ້ນ ເປັນຮູບເງົາ ຕ້ອນຮັບພະນະທ່ານ ສີຈິ້ນຜິງ …

Read More »

ໂສລະຍາ ຄອນດີ Miss Teen Laos 2019 ຄົນທຳອິດຂອງປະເທດລາວ

ຜ່ານພົ້ນໄປກັບການປະກວດສາວງາມ Miss Teen Laos 2019 ປີທຳອິດທີ່ມີເວທີການປະກວດນີ້ໃນລາວ. ເຊິ່ງໃນຮອບມື້ຕັດສິນໃນຄໍ່າຄືນຂອງວັນທີ 8 ກັນຍາ 2019 ທີ່ຜ່ານມາຢູ່ທີ່ສູນການຄ້າໄອເຕັກຕຶກເກົ່າ  ແລະ ກໍສະແດງ ຄວາມຍີນດີກັບ #ມີສທີນລາວ2019  ຄົນທຳອິດຂອງປະເທດລາວ ໄດ້ແກ່ສາວງາມ ໝາຍເລກ MTL02 ນ້ອງ ໂສລະຍາ ຄອນດີ (ລິນ) ອາຍຸ 16 ປີ ທີ່ສາມາດເອົາຊະນະໃຈກຳມະການໄປໄດ້ ແລະ ຄວ້າມຸງກຸດ ມູນຄ່າ 80 ລ້ານກີບໄປຄອງ.  ນອກນີ້ ສາວງາມຄົນເກັ່ງຍັງຄວບອີກສອງລາງວັນພິເສດໄປຕື່ມອີກຄື ລາງວັນຂວັນໃຈຊ່າງພາບ ແລະ ລາງວັນ Miss HealThy.  ທ່ານ ສາມາດເຂົ້າໄປສ່ອງ ແລະ ຕິດຕາມການເຄື່ອນໄຫວ ນ້ອງລິນ ທາງເຟສບຸກສ່ວນຕົວໄດ້ ຕາມນີ້ເລີຍຈະ:  Soraya’s Conde ຂໍ້ມູນ ແລະ ຮູບພາບຈາກເພສ Miss TEEN LAOS

Read More »

ສະແດງຄວາມຍິນດີ!!! ວົງ LAO JAZZANOVA ຕົວແທນປະເທດລາວວົງທໍາອິດ ໄປສະແດງໃນງານເທສະການດົນຕຣີແຈ໊ສນານາຊາດ ທີ່ປະເທດ ມົງໂກລ…

ສະແດງຄວາມຍິນດີ!!! ວົງ LAO JAZZANOVA ຕົວແທນປະເທດລາວວົງທໍາອິດ ໄປສະແດງໃນງານເທສະການດົນຕຣີແຈ໊ສນານາຊາດ ທີ່ປະເທດ ມົງໂກລ… ເຖິງວ່າປະເທດລາວຈະເປັນປະເທດນ້ອຍໆໃນອາຊີຕາເວັນອອກສຽງໃຕ້ ທີ່ຖືວ່າເປັນປະເທດທີ່ກໍາລັງພັດທະນາ ແຕ່ຍັງຄົງເຊື່ອສະເໝີວ່າ ຄົນລາວເຮົາເກັ່ງບໍ່ແພ້ຊາດໃດໃນໂລກ ເພາະສັງເກດໄດ້ຈາກວ່າ ງານເທສະການ, ການແຂ່ງຂັນທີ່ຖືກຈັດຂຶ້ນໃນລະດັບຊາດ ຫຼືລະດັບສາກົນຫຼາຍໆງານ ເຮົາກໍຈະເຫັນໄວໜຸ່ມລາວເຮົາເຂົ້າຮ່ວມຢ່າງບໍ່ຂາດສາຍ!!! ແລະ ເມື່ອບໍ່ດົນມານີ້ ໃນເທສະການດົນຕຣີແຈ໊ສນານາຊາດ ທີ່ຈັດຂຶ້ນຢູ່ທີ່ປະເທດມົງໂກລ ໃນວັນທີ 23-31 ສິງຫາທີ່ຜ່ານມາ ກໍເຫັນມີວົງດົນຕຣີ Lao Jazzanova ເຊິ່ງເປັນວົງຂອງຄົນລາວຂຶ້ນຮ່ວມສະແດງເທິງເວທີນໍາ ແລະ ຖືເປັນຄັ້ງທໍາອິດທີ່ນັກຮ້ອງລາວ, ວົງດົນຕຣີລາວໄດ້ເຂົ້າຮ່ວມສະແດງໃນງານເທສະການດົນຕຣີແຈ໊ສນີ້!!! ວົງດົນຕຣີ Lao Jazzanova ຖືເປັນອີກວົງໜຶ່ງທີ່ມີຄວາມສາມາດໃນການຫຼິ້ນດົນຕຣີແນວແຈ໊ສ ໂດຍລວມມີ 1 ສາວ ແລະ 3 ໜຸ່ມ ເຊິ່ງມີຜົນງານເພງທີ່ຫຼາກຫຼາຍຢູ່ໃນ You Tube, ຕາມງານເທສະການດົນຕຣີແຈ໊ສຕ່າງໆ…  ສໍາລັບດົນຕຣີແຈ໊ສນັ້ນຈະມີຄວາມພິເສດຈາກດົນຕຣີແນວອື່ນໆຈັກເລັກໜ້ອຍ ດ້ວຍທ່ວງທ່າ ແລະ ທໍານອງທີ່ມີເອກະລັກຄື ຄວາມຄລາສສິກ ແຕ່ສາມາດເຮັດຜູ້ຊົມທີ່ມັກຮັກນັ້ນອິນ …

Read More »