Breaking News

News

ມີຄວາມຫວັງ! ລາວ ສົ່ງ 2 ນັກກິລາເພາະກາຍ ເຂົ້າຮ່ວມຊິງແຊ້ມອາຊີຕາເວັນອອກສ່ຽງໃຕ້ ທີ່ມຽນມ້າ (ເຊຍລາວສຸດໃຈ)

ຂໍກຳລັງໃຈຈາກຄົນລາວແດ່ໄວໆ… ຫຼ້າສຸດ ສະຫະພັນກີລາເພາະກາຍແຫ່ງຊາດລາວ ໄດ້ມີການ ສົ່ງນັກກີລາລົງແຂ່ງຂັນ “ຊິງແຊ້ມເພາະກາຍອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 16 ທີ່ ປະເທດ ມຽນມ້າ” ນັ້ນກໍຄື ທ້າວ ນັນທະລັກ ສຸນາເຄນ ລົງແຂ່ງຂັນໃນລຸ້ນ “Men Sport Physique” ລຸ້ນຄວາມສູງບໍ່ເກີນ 165 cm ແລະ ນາງ ກອງແພງ ຂຸນວິໄນ ລົງແຂ່ງຂັນໃນລຸ້ນ “Model Physique” ລຸ້ນຄວາມສູງບໍ່ເກີນ 160 cm.   ເຊິ່ງບອກເລີຍວ່າ ຕົວແທນນັກກິລາລາວ ມີການກະກຽມຄວາມພ້ອມ ແລະ ມີຄວາມພ້ອມເຖິງ 100% ເອີ້ນໄດ້ວ່າມີຄວາມຫວັງທີ່ຈະສາມາດຍາດເອົາຫຼຽນມາສູ່ປະເທດຊາດ. (ຝາກເປັນກຳລັງໃຈໃຫ້ທີມນັກກິລາຈາກລາວກັນຫຼາຍໆໂລດເດີ້ແຟນໆ) #ແຊຣເພື່ອເປັນກຳລັງໃຈໃຫ້ນັກກິລາທີີມຊາດລາວ #ເຊຍລາວສູ້ໆ #ແຊຣໄປໃຫ້ໂລກຮູ້  #ເຊຍທີມນັກກິລາເພາະກາຍລາວ (ຂໍຂອບໃຈຮູບພາບ)

Read More »

ໜຸ່ມສຸດເຈົ້າຊູ້ ຈາກແຂວງຈຳປາສັກ ໄດ້ເປັນຕົວແທນປະເທດໄປແຂ່ງຂັນໃນເວທີ “MISTER UNITED WORLD 2019” (ກຽມລຸ້ນ ກຽມເຊຍ)

ຂໍສຽງຄົນລາວແດ່… ຫຼ້າສຸດເປີດເຜີຍມາແລ້ວເດີ້ ສຳລັບ Mister United World Laos 2019 ເຊິ່ງປີນີ້ໄດ້ແກ່ ອາໂກ້ຍ ວັນນະກອນ  ຈາກແຂວງ ຈຳປາສັກ ເຊິ່ງຈະເປັນໂຕແທນປະເທດລາວໄປຮ່ວມປະກວດໃນເວທີ “Mister United World 2019” ຢູ່ພັດທະຍາ ປະເທດໄທ. ສຳລັບມື້ຕັດສິນແມ່ນ ວັນທີ 26 ພຶດສະພາ 2019 ນີ້ແລ້ວເດີ້, ຝາກເປັນກຳລັງໃຈໃຫ້ Mister United World Laos 2019 ກັນຫຼາຍໆໂລດເດີ້ແຟນໆ. #ເຊຍລາວສຸດໃຈ ?????? ຮູບພາບ: Mister United World

Read More »

ຂໍສະແດງຄວາມຍິນດີ! ນັກເຕະຍິງທີມຊາດລາວ ຜ່ານເຂົ້າສູ່ຮອບຮອງຊະນະເລີດໄດ້ສຳເລັດ (ຟອມດີຫຼາຍ ແຊຣເປັນກຳລັງໃຈໃຫ້ເດັກລາວ)

ເກັ່ງຫຼາຍໆ ທີມຊາດຍິງ ລາວ ຮຸ່ນອາຍຸບໍ່ເກີນ 15 ປີ ຍັງຜົນງານດີຕໍ່ເນື່ອງ ຊະນະ ທີມຊາດ ກຳປູເຈຍ ຮຸ່ນອາຍຸບໍ່ເກີນ 15 ປີ 2-0 ຜ່ານເຂົ້າສູ່ຮອບຮອງຊະນະເລີດໄດ້ສຳເລັດ ວັນທີ 15 ພຶດສະພາ 2019 ຢູ່ທີ່ສະຫນາມ Institute of Physical Education Chonburi Campus Stadium 1 ແຂວງຊົນບູຣີ ປະເທດໄທ ໄດ້ມີການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ຫລື “AFF U15 GIRLS’ CHAMPIONSHIP 2019” ຜ່ານການແຂ່ງຂັນຜົນປາກົດວ່າ ທີມຊາດລາວ ສາມາດເອົາຊະນະ ທີມຊາດກຳປູເຈຍ 2-0 ໂດຍ ທີມຊາດລາວ ໄດ້ປະຕູ ຈາກ ເບີ …

Read More »

ໜ້າຮັກໄປອີກ! ທັນວາ ນັກສະແດງຊື່ດັງບອກແບບນີ້…ຫຼັງພົບພໍ້ແຟນຄລັບໃນລາວ!!!

ເປັນອີກໜຶ່ງໜຸ່ມຫຼໍ່ຫຼາກຫຼາຍຄວາມສາມາດ ທັນວາ ສຸລິຍະຈັກ ຈາກນະຄອນປາກເຊ ແຂວງ ຈຳປາສັກ ປະເທດລາວ ທີ່ແຟນໆຈະຄຸ້ນໜ້າຄຸ້ນຕາດີ ເພາະໄປໂດ່ງດັງໄກ ໄດ້ເປັນພະເອກລະຄອນ ແລະ ຮູບເງົາ ທີ່ປະເທດໄທ. ເຊິ່ງເມື່ອບໍ່ດົນມານີ້ ທັນວາ ສຸລິຍະຈັກ ກໍໄດ້ເດີນທາງມາພົບພໍ້ກັບແຟນໆຊາວລາວ ແລະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈົນເຮັດໃຫ້ ໜຸ່ມ ທັນວາ  ເກີດອາການດີໃຈ ຈົນອົດໃຈບໍ່ໄດ້ທີ່ຈະໂພສຮູບພາບ ແລະ ແຄັບຊັ່ນໃນອິນສະຕຣາແກຣມສ່ວນຕົວ ເພື່ອຂອບໃຈແຟນໆຊາວລາວ… (ມີພາບບັນຍາກາດທີ່ ທັນວາ ສຸລິຍະຈັກ ໄດ້ໂພສລົງໃນອິນສະຕາແກຣມ ພ້ອມທັງຂອບໃຈແຟນໆຊາວລາວທີິ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ) ສຳລັບ ທັນວາ ສຸລິຍະຈັກ ອາຍຸ 27 ປີ ເປັນຄົນ ນະຄອນປາກເຊ ແຂວງ ຈຳປາສັກ, ຈົບການສຶກສາລະດັບປະລິນຍາຕີ ຈາກຄະນະນິເທດສາດມະຫາວິທະຍາໄລຣັງສິດ (ປະເທດໄທ), ມີຜົນງານການສະແດງລະຄອນ ແລະ ຮູບເງົາຫຼາຍຕໍ່ຫຼາຍເລື່ອງຂອງປະເທດເພື່ອນບ້ານເຊັ່ນ: ມົນຮັກແມ່ນໍ້າມູນ, ອະສູນນ້ອຍໃນຕະກຽງແກ້ວ, ລູກຜູ້ຊາຍໄມ້ຕະພົດ, ລີລາວະດີເພິງ, ແຫວນສະຫວາດ, ຄູ່ປັບສະລັບຫົວໃຈ, …

Read More »

ເຄີຍຮູ້ກ່ຽວກັບປະຫວັດຄວາມເປັນມາຂອງ “ທົ່ງໄຫຫີນ” ມໍລະດົກໂລກແຫ່ງທີ 3 ຂອງ ສປປ ລາວ ຫຼືບໍ່? (ຖ້າຍັງ…ມາຮູ້ໄປພ້ອມໆກັນ!!!)

ຄວາມພູມໃຈ! “ທົ່ງໄຫຫີນ” ຈາກແຂວງຊຽງຂວາງປະເທດລາວສູ່ມໍລະດົກໂລກ ມາຮູ້ຈັກປະຫວັດຄວາມເປັນມາໄປພ້ອມໆກັນ ເພາະຫຼ້າສຸດໄດ້ມີການເປີດເຜີຍວ່າ: ທົ່ງໄຫຫີນ ແຂວງຊຽງຂວາງ ໄດ້ຖືກຮັບຮອງເຂົ້າເປັນມໍລະດົກໂລກ ແຫ່ງທີ 3 ຂອງ ສປປ ລາວ ແລ້ວ ເຊິ່ງຂ່າວດີດັ່ງກ່າວ ສ້າງຄວາມປິຕິຍິນດີໃຫ້ຄົນລາວທົ່ວປະເທດ, ແຕ່ບາງຄົນທີ່ເປັນຄົນລາວ ໂດຍສະເພາະຄົນຮຸ່ນໃໝ່ ກໍຍັງບໍ່ຮູ້ເຖິງປະຫວັດຄວາມເປັນມາຂອງ ທົ່ງໄຫຫີນ ແຂວງຊຽງຂວາງ, ດັ່ງນັ້ນ! ໃນມື້ນີ້ ຂວັນໃຈ ຈະພາແຟນໆໄປຊອກຄວາມຮູ້ຕົ້ນກຳເນີດ ຊອກຮູ້ເຖິງປະຫວັດຄວາມເປັນມາຂອງ “ທົ່ງໄຫຫີນ” ມໍລະດົກໂລກ ແຫ່ງທີ 3 ຂອງ ສປປ ລາວ. “ທົ່ງໄຫຫີນ” ເປັນແຫລ່ງທ່ອງທ່ຽວທີ່ສຳຄັນຂອງ ຊຽງຂວາງ ປະເທດລາວ ຊາວບ້ານໄປພົບພໍ້ລະຫວ່າງໄປຫາເຄື່ອງປ່າ ແລະ ລ່າສັດ. ຊຶ່ງມີຮູບຊົງຄ້າຍໄຫ ເຮັດດ້ວຍຫີນຊາຍທີ່ມີຂະໜາດນ້ອຍຈົນເຖິງຂະໜາດໃຫຍ່ ມີຂະໜາດເສັ້ນຜ່າສູນກາງ ແລະ ຄວາມສູງໂດຍສະເລ່ຍ 1.5 ແມັດ ນ້ຳໜັກຫລາຍທີ່ສຸດເຖິງ 15 ໂຕນ ແລະ ໜ່ວຍທີ່ນ້ອຍທີ່ສຸດໜັກປະມານ 40-50 …

Read More »