Breaking News

News

ມາຮູ້ຈັກກັບ! Liu Wen ນາງແບບຈາກ Victoria secret  ຄົນທຳອິດຂອງອາຊີກັບ Life style ທີ່ສຸດແສນຈະ…

ຫລິວ ເຫວິ່ນ (Liu Wen) ນາງແບບຈາກ Victoria secret ນາງໃຫ່ຍມາຈາກຄອບຄົວຊົນຊັ້ນກາງຈາກຄອບຄົວຊາວຈີນ ແຕ່ໂຊກດີທີ່ພໍ່ແມ່ຂອງນາງສະໜັບສະໜຸນໃຫ້ລູກໄດ້ປະກວດໃນເວທີເດີນແບບຕ່າງໆ ໄດ້ຮັບລາງວັນຫຼາຍເວທີ ເຊິ່ງການເຂົ້າສູ່ແວດວົງນາງແບບ ປ່ຽນຊີວິດຂອງສາວຄົນນີ້ໄປທັນທີ ເພາະກ່ອນທີ່ຈະມາເປັນນາງແບບ ຫລິວ ເຫວິ່ນ ຕ້ອງເຮັດວຽກ Part Times ເປັນໄກ້ນຳທ່ຽວ ເນື່ອງຈາກຈົບການສຶກສາດ້ານທ່ອງທ່ຽວ. Liu Wen  ມີລວງສູງເຖິງ 180 ຊັງຕີແມັດ ກ້າວເຂົ້າສູ່ວົງການແຟຊັ່ນລະດັບໂລກໃນປີ 2007 ກ່ອນທີ່ຈະໄດ້ເດີນແບບໃນງານແຟຊັ່ນວີກ ທັງທີ່ ລອນດອນ ມິລານ ປາຣີສ ແລະ ນິວຍອກ ໃຫ້ກັບແບຣນດັງລະດັບໂລກເຊັ່ນ Burberry, Chanel, Jean Paul Gaultier, Hermes, Benetton และ Diane von Furstenberg  ລວມເຖິງການຂຶ້ນປົກຕ່າງໆອີກຢ່າງຫຼວງຫຼາຍ ພໍມາຮອດປີ 2009 ຊື່ຂອງ Liu Wen ຖືກເວົ້າຫາຫຼາຍທີ່ສຸດ ເພາະເປັນນາງແບບຊາວອາຊີຄົນທຳອິດທີ່ເດີນແບບໃຫ້ກັບ Victoria”s Secret  …

Read More »

ສ່ອງ! ສາວລູກຊອດ ໄພລິນ ລັດທິປັນຍາ ກັບລຸກແບບສາວລາວ ງາມລໍ້າໄປອີກ…

Hello ທັກທາຍແຟນໆແບບອິນເຕີຈັກໜ້ອຍ ເພາະມື້ນີ້ຈະພາແຟນໆໄປສ່ອງ ສາວ ໄພລິນ ລັດທິປັນຍາ ອາຍຸ 18 ປີ ລູກຊອດລາວ-ອອສເຕຣເລຍ ມາໃນລຸກແບບ ແມ່ຍິງລາວ ຂໍບອກວ່ານາງງາມ ນາງເລີດ ງາມລໍ້າໄປອີກ… ເຫັນເປັນເດັກນອກແບບນີ້ ນາງກໍ່ຮູ້ຈັກທີ່ຈະຮຽນຮູ້ໃນຮີດຄອງປະເພນີລາວເຮົາຢູ່ເດີ້. ຫັນແນ່! ງາມຖືກໃຈແຟນໆກັນແດ່ບໍ່? ເອົາເປັນວ່າຝາກເປັນກຳລັງໃຈໃຫ້ສາວ ໄພລິນ ກັນຫຼາຍໆເດີ້ແຟນໆ!!! ຮູບພາບຈາກ: IG/ph4ylin

Read More »

ຮູ້ແລ້ວຈະ…ອຶ້ງ! ມາຮູ້ຈັກກັບຄຸນປະໂຫຍດດີໆຈາກການດື່ມກາເຟ.

ບາງຄົນກໍເປີດໃຈໃຫ້ກັບກາເຟ ມັກດື່ມເປັນຊີວິດຈິດໃຈ ແຕ່ບາງຄົນກໍຍັງບໍ່ອິນ ແລະ ບໍ່ຮູ້ວ່າຈະດື່ມກາເຟໄປເພື່ອຫຍັງ? ແຕ່ຮູ້ຫຼືບໍວ່າການດື່ມໃນປະລິມານທີ່ເໝາະສົມກໍຈະບໍ່ມີອັນຕະລາຍຕໍ່ຮ່າງກາຍ ເຊິ່ງຄົນເຮົາຄວນຮັບປະລິມານຄາເຟອີນໃນແຕ່ລະມື້ບໍ່ຄວນເກີນ 200-600 ມິລິກຼາມ ຄາເຟອີນໃນກາເຟຈະຊ່ວຍກະຕຸ້ນໃຫ້ສະໝອງຕື່ນຕົວ ຈຶ່ງເຮັດໃຫ້ຮ່າງກາຍຮູ້ສຶກມີພະລັງ ແລະຍັງບໍ່ໝົດພຽງແຕ່ເທົ່ານັ້ນ ເພາະກາເຟຍັງຊ່ວຍຫຼຸດຄວາມສ່ຽງທີ່ຈະເປັນພະຍາດຕ່າງໆເຊັ່ນ: ໂຣກອັນໄຊເມີ ໂຣກຫົວໃຈ ໂຣກຕັບແຂງ ປະດົງຂໍ້ ແລະ ນີ່ຄື  8 ຄູນປະໂຫຍດຂອງກາເຟ ທີ່ຄວນຮູ້… 1. ຊ່ວຍຫຼຸດຄວາມຄຽດ ແລະ ອາການຊຶມເສົ້າ ການດື່ມກາເຟໃນປະລິມານທີ່ເໝາະສົມສາມາດຊ່ວຍຫຼຸດອາການຫງຸດຫງິດ ອາລົມຊຶມເສົ້າ ລວມເຖິງຊ່ວຍຄາຍຄຽດໄດ້ ເພາະການດື່ມກາເຟຈະເຮັດໃຫ້ຮູ້ສຶກມີຄວາມສຸກຈຶ່ງຊ່ວຍຫຼຸດຄວາມຄຽດໄດ້ດີນັ່ນເອງ 2. ຫຼຸດຄວາມສ່ຽງຈາກອັນໄຊເມີ ຄົນທີ່ດື່ມກາເຟໃນປະລິມານທີ່ເໝາະສົມ ຈະຊ່ວຍຫຼຸດຄວາມສ່ຽງທີ່ຈະເປັນໂຣກອັນໄຊເມີ ແລະ ສະໝອງເຊື່ອມໄດ້ໃນໄວກາງຄົນ 3. ຊ່ວຍກະຕຸ້ນດານເຮັດວຽກຂອງລະບົບເຜົາຜານ ການດື່ມກາເຟຈະສາມາດຊ່ວຍລະລາຍໄຂມັນ ເຮັດໃຫ້ເກີດການແຕກໂຕ ຄາເຟອີນຈະຊ່ວຍກະຕຸ້ນການເຮັດວຽກຂອງລະບົບ ຈຶ່ງເຮັດໃຫ້ໄຂມັນເຜົາຜານໄດ້ດີຂຶ້ນ 4. ຊ່ວຍປ້ອງກັນໝາກໄຂ່ຫຼັງ ແລະ ຖົງນໍ້າດີ ກາເຟຊ່ວຍຢັບຍັ້ງການເກີດ ໂດຍຈະຊ່ວຍປ້ອງກັນການຕົກຕະກອນຂອງຄໍເລດເຕີຣໍ ຫຼຸດການດູດຊຶມຂອງເຫຼວ ແລະ …

Read More »

ແຟນໆກຣີດໆໆ! ນັກຮ້ອງ ວົງ ມາຍ  (Mild) ເຊັກອິນປະເທດລາວ 

ກຣີດໆໆໆ! ຂໍບອກວ່າງານນີ້ແຟນຄລັບຊາວລາວເຮົາມີກຣີດໆ ໃນວັນທີ 23 ມີນາ 2019 ທີ່ຜ່ານມາ ວົງ ມາຍ  (Mild) ນັກຮ້ອງຈາກປະເທດໄທ ໄດ້ເດີນທາງມາ ປະເທດລາວ  ເພື່ອໂຊພະລັງສຽງ ມ່ວນໆ  ໃຫ້ແຟນຄລັບຊາວລາວໄດ້ຟັງກັນແບບໃກ້ຊິດ ພ້ອມເຊັກອິນສະຖານທີ່ທ່ອງທ່ຽວດັງ ໃນນະຄອນຫຼວງວຽງຈັນ. ສຳລັບ ວົງ ມາຍ  (Mild) ເຊື່ອວ່າແຟນໆຊາວລາວເຮົາບໍ່ໜ້ອຍທີ່ເປັນແຟນຄລັບ ພວກເຂົາມີຜົນງານເພງທີ່ມ່ວນ ເພງທີ່ເຮັດໃຫ້ແຟນໆຮູ້ຈັກພວກເຂົາກໍຄື “Unloveable” ແລະ ຍັງມີເພງຮິດຕິດຫູຫຼາຍເພງເຊັ່ນ: ຊາໂຢນາລະ, ລັກເຣົາໄມ່ເທົ່າກັນ, ຫາກສັນຕາຍ, ຄວາມຣັກໄມ່ຜິດ ແລະ ອີກຫຼາກຫຼາຍບົດເພງທີ່ເຮັດໃຫ້ມີແຟນໆຕິດຕາມ ແລະ ເປັນ FC ຂອງພວກເຂົົາ. ຮູບພາບຈາກ: IG/mildvocalist

Read More »

#ແຊຣບອກຕໍ່ໆກັນ ຮູ້ຫຼືບໍ່! ວ່າວັນພັກຊົດເຊີຍ ປີໃໝ່ລາວ 2019 ມີຈັກມື້?

ຫ້ອງການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການ ສະບັບເລກທີ 506/ຫສນຍ ເລື່ອງການຈັດຕັ້ງສະເຫຼີມສະຫຼອງວັນບຸນປີໃໝ່ລາວ ປະຈຳປີ ພສ 2562, ເນື່ອງຈາກວັນປີໃໝ່ລາວປີນີ້ ແມ່ນວັນທີ 14, 15 ແລະ 16 ເມສາ 2019 (ກົງກັບວັນອາທິດ, ວັນຈັັນ ແລະ ວັນອັງຄານ) ແລະ ດ້ວຍຍ້ອນວ່າວັນທີ 14 ເມສາ ເປັນວັນອາທິດ ເຊິ່ງກົງກັບວັນພັກລັດຖະການ, ດັ່ງນັ້ນຈຶ່ງກຳນົດເອົາ 17 ເມສາ 2019 (ວັນພຸດ) ເປັນວັນພັກຊົດເຊີຍ. (ຂໍຂອບໃຈຮູບພາບປະກອບ)

Read More »