Breaking News

News

ທົດສອບການຂັບຂີ່ທີ່ດີທີ່ສຸດຂອງນິສສັນ Nissan (ດີ ທົນທານ ຊໍ່າໃດມາເບິ່ງ!)

ທົດສອບການຂັບຂີ່ທີ່ດີທີ່ສຸດຂອງນິສສັນ Nissan ດ້ວຍຮູບລັກການຂັບເຄື່ອນອັນຊານສະຫຼາດຂອງລົດຍົນນິສສັນ Nissan ເພື່ອຄວາມປວດໄພສຳລັບຕົວທ່ານ ແລະຄວບຄົວຂອງທ່ານ ໃນເດືອນມີນາ, ປີ 2019, ທີ່ນະຄອນຫຼວງວຽງຈັນ. ບໍລິສັດ ຕັນຈົງມໍເຕີ (ລາວ) ຈຳກັດ  (Lao) Sole Co., Ltd. (“TCML”), ໄດ້ເປັນຕົວແທ່ນຈຳໜ່າຍລົດຍົນນິສສັນ Nissan ໃນລາວ ແລະ ເປັນບໍລິສັດທີ່ຢູ່ໃນເຄື່ອຂ່າຍຂອງບໍລິສັດຕັນຈົງມໍເຕີໂຫດດີງສ໌ ເບີຫັດຂອງປະເທດມາເລເຊຍ Tan Chong Motor Holdings Bhd ບໍລິສັດໄດ້ດຳເນີນການກິດຈະການໃນລາວມາໄດ້ຫຼາຍປີ ແລະ ໄດ້ຈັດກິດຈະກຳຕ່າງໆ ເຊັ່ນການທົດລອງການຂັບທີ່ດີທີ່ສຸດເພື່ອລູກຄ້າຂອງນິສສັນ Nissan ແລະ ຜູ້ສົນໃຈທົ່ວໄປ. ເມື່ອວັນທີ 16 -17 ເດືອນມີນາ ປີ 2019 ທີ່ຜ່ານມາເວລາ 9:00 – 6:00 ໂມງ. ທາງບໍລິສັດໄດ້ຈັດງານທີ່ລານຈອດລົດທີ່ຫໍວັດທະນະທຳແຫ່ງຊາດລາວ ຈຸດປະສົງຂອງການຈັດງານກໍ່ຄືການໃຫ້ລູກຄ້າ ແລະ ຜູ້ສົນໃຈໄດ້ເຂົ້າມາທົດລອງຂັບ ຊື່ງງານໄດ້ຈັດຂື້ນເປັນເວລາສອງວັນ. …

Read More »

ຊົມເຊີຍ! ລັດຖະບານລາວ ຮັບຮອງ ທ່ານ ນາງ ຈັນທະຈອນ ວົງໄຊ ເປັນກົງສຸນກິດຕິມະສັກ ແຫ່ງປອກຕຸຍການ

ໃນຕອນແລງວັນທີ 18 ມີນາ 2019  ໄດ້ມີິພິທີເປີດໂຕ ແລະ ຫ້ອງການກົງສຸນກິດຕິມະສັກປະເທດ ໂປຕູເກດ ທີ່ນະຄອນຫຼວງວຽງຈັນ, ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຢ່າງເປັນທາງການ ຢູ່ທີ່ຕຶກ ເຄແອນຊີ, ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່່ວມຂອງ ເອກອັກຄະລັກສະທູດ ໂປຕຸເກດ ທ່ານ  Francisco Vazpatto  ປະຈຳບາງກອກ, ແຂກການນຳຈາກກະຊວງການຕ່າງປະເທດ, ສະຖານທູດຕ່າງໆປະຈຳລາວ, ຄອບຄົວວົງໄຊ ແລະ ແຂກຈາກພາກສ່ວນທຸລະກິດເຂົ້າຮ່ວມງານ. ໃນການປະຕິບັດໜ້າທີ່ກົງສຸນກິດຕິມະສັກຢູ່ໃນຂອບເຂດການເຄື່ອນໄຫວກວມເອົາທັງໝົດສາທາລະນະລັດປະຊາທິປະໄຕປະຊາຊົນລາວ. ລັດຖະບານໄດ້ຮັບຮອງ  ທ່ານ ນາງ ຈັນທະຈອນ ວົງໄຊ ຈະໄດ້ຮັບຄວາມສະດວກ, ອະພິສິດ ແລະ ສິດຄຸ້ມຄອງ ເປັນທາງກົງສຸນທີ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມອບໃຫ້ໃນຖານະເປັນກົງສຸນກິດຕິມະສັກຂອງຕ່າງປະເທດ ໂດຍການຮັບຮອງຂອງລັດຖະບານ ສປປ ລາວ ແລະ ປະເທດ ໂປຕຸເກດ. ທ່ານ ນາງ ຈັນທະຈອນ …

Read More »

ຟັງແລ້ວບໍ່? “ເຮົາຄວນຢູ່ຈຸດໃດ” ເພງໃໝ່ຈາກ ຕ່າຍ ອາກາດ 

ຖ້າເຈົ້າຍັງມີເຂົາຢູ່ ຂ້ອຍກໍຍັງຈະມີເຂົາຢູ່ ” ເພງນີ້ແຕ່ງໃຫ້ໃຜຫລືບໍ່??? “ເຮົາຄວນຢູ່ຈຸດໃດ” ເພງໃຫມ່ຫລ້າສຸດຂອງ ຕ່າຍ ອາກາດ ຈາກສັງກັດ Indee Records ສິລະປິນຫລາກຫລາຍຄວາມສາມາດ ທັງແຕ່ງເອງ-ຮ້ອງເອງ ແລະ ຍັງແຕ່ງເພງດັງໆອີກຫລາຍບົດເພງໃຫ້ແກ່ກັບສິລະປິນດັງໆຫລາຍໆຄົນໃນວົງການ… (ມີຄລິບເພງ “ເຮົາຄວນຢູ່ຈຸດໃດ”  ມາຝາກແຟນ) Taiy Akard ຕ່າຍອາກາດ – ເຮົາຄວນຢູ່ຈຸດໃດ /Hao Khuan U Joud Dai Official Lyric ເຂົ້າກັບຊີວິດຫລາຍໆຄົນຕ່າຍອາກາດ – ເຮົາຄວນຢູ່ຈຸດໃດ Taiy Akard – Hao Khuan U Joud Dai (Official Lyric) -ແທກຄົນທີ່ກຳລັງຢູ່ໃນສະຖານະການແບບນີ້ -ແຊໃຫ້ຕຳໃຈຄົນທີ່ເປັນແນວນີ້ກັບເຈົ້າ ?#TaiyAkard#ເຮົາຄວນຢູ່ຈຸດໃດ ເບິ່ງHDhttps://youtu.be/r2UaYGyK3Ds Posted by Indeerecords …

Read More »

ແຟນໆແຫ່ຄອມເມັ້ນ! ສະແດງຄວາມຍິນດີ ແອບເປີ້ນ-ຟຣຸກ ໄດ້ຮັບຂ່າວດີເລື່ອງລູກ

ຫຼັງຈາກທີ່ລຸ້ນກັນມາດົນເຕີບ ຜິດຫວັງກັນໄປຫຼາຍຮອບ ຫຼ້າສຸດ ແອບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ຄູູ່ຮັກສາວລາວ-ບ່າວໄທ ກໍໄດ້ອອກມາເປີດເຜີຍຂ່າວດີວ່າ ແອັບເປີ້ນຖືພາແລ້ວ ພ້ອມໂຊຜົນກວດໃຫ້ແຟນໆໄດ້ອັບເດດ ແລະ ຍັງເປັນຂອງຂວັນອັນສຸດພິເສດໃຫັແກ່ ຟຣຸກ ຈິຣະ ເພາະເປັນວັນເກີດຂອງເພິ່ນອີກດ້ວຍ. ແລະ ຍັງບໍ່ໝົດແຕ່ພຽງເທົ່ານັ້ນ ເພາະຫຼັງຈາກທັງສອງໄດ້ເປີດເຜີຍຂ່າວດີ ເຮັດໃຫ້ມີບັນດາແຟນຄລັບຈາກສອງປະເທດເຂົ້າໄປກົດໄລ້ ກົດແຊຣ ແລະ ສະແດງຄວາມຍິນດີກັນຢ່າງຫຼວງຫຼາຍ (ຢ່າງໃດ! ກໍຂໍສະແດງຄວາມຍິນດີກັບ ແອບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ  ນຳຫຼາຍໆເລີຍເດີ້) ຮູບພາບ: Appleminiberry

Read More »

ຄັ້ງທຳອິດ! ເປີດບ້ານ ທັນວາ ສຸລິຍະຈັກ ນັກສະແດງຊື່ດັງ ທີ່ນະຄອນປາກເຊ ປະເທດລາວ

ທັນວາ ສຸລິຍະຈັກ ນັກສະແດງຊື່ດັງ ຫຼ້າສຸດໄດ້ເປີດບ້ານທີ່ ນະຄອນປາກເຊ ແຂວງ ຈຳປາສັກ ປະເທດລາວ ໃຫ້ແຟນໆທັງສອງປະເທດໄດ້ເຫັນກັນຄັ້ງທຳອິດ, ເຊິ່ງການເປີດບ້ານໃນຄັ້ງນີ້ ທັນວາ ກໍໄດ້ອາສາພາທ່ຽວ ແລະ ກິນອາຫານພື້ນບ້ານຂອງລາວເຮົົາ… ສຳລັບ ທັນວາ ສຸລິຍະຈັກ ອາຍຸ 27 ປີ ເປັນຄົນ ນະຄອນປາກເຊ ແຂວງ ຈຳປາສັກ, ຈົບການສຶກສາລະດັບປະລິນຍາຕີ ຈາກຄະນະນິເທດສາດມະຫາວິທະຍາໄລຣັງສິດ (ປະເທດໄທ), ມີຜົນງານການສະແດງລະຄອນ ແລະ ຮູບເງົາຫຼາຍຕໍ່ຫຼາຍເລື່ອງຂອງປະເທດເພື່ອນບ້ານເຊັ່ນ: ມົນຮັກແມ່ນໍ້າມູນ, ອະສູນນ້ອຍໃນຕະກຽງແກ້ວ, ລູກຜູ້ຊາຍໄມ້ຕະພົດ, ລີລາວະດີເພິງ, ແຫວນສະຫວາດ, ຄູ່ປັບສະລັບຫົວໃຈ, ໄຟຮັກເກມຮ້ອນ, ທະເລໃຈ, ຮັກນະສາລະຄາມ, ເລີບຊໍເມີ ຮັກຕະລອນ ອອນເດິບຣີດ ແລະ ອີກຫຼາຍໆເລື່ອງທີ່ໝຸ່ມຄົນນີ້ທີ່ໄດ້ສະແດງ ແລະ ໄດ້ຮັບຄວາມນິຍົມ ຈົນມີແຟນຄລັບຕິດຕາມເປັນຈຳນວນຫຼວງຫຼາຍ. (ມີຄລິບລາຍການ)   (ຂໍຂອບໃຈຄລິບ ແລະ ຮູບພາບ)

Read More »