ຍັງເປັນກະແສຮ້ອນແຮງ ສຳລັບເລື່ອງລາວທີ່ແຟນໆຍັງໃຫ້ຄວາມສົນໃຈ ກ່ຽວກັບ ລູກນໍ້າ ທິດາລັດ ວົງສິລິ, ຕູມຕາມ ຍຸດທະນາ ແລະ ຫຍິງຫຍິງ ສະລຸຊາ ແຕ່ເລື່ອງຍັງບໍ່ຈົບແຕ່ພຽງເທົ່ານັ້ນ ເພາະຫຼ້າສຸດ ແພັດ ນະປະພາ (ພິທີກອນ/ນັກສະແດງປະເທດເພື່ອນບ້ານ) ໄດ້ອອກມາເວົ້າເຖິງເລື່ອງລາວຂອງທັງ 3 ຄົນ ຜ່ານລາຍການ “ຕົກມັນບັນເທີງ” ແບບນີ້… “ຄົນທີ່ຄົບຊ້ອນ ຢາກໃຫ້ອອກມາຍອມຮັບແບບແມນໆເລີຍ ເພາະຖ້າເວົ້າແບບເຄິ່ງໆກາງໆ ຄົນທີ່ຢາກແສເຂົາຄັນມືຢູ່ແລ້ວ ເລື່ອງຄວາມຮັກ ກໍຄືໝົດຮັກກັນແລ້ວ ຄົນທີ່ສອງ ຢ່າໄປຫາວ່າໃຜຖືກໃຜຜິດ ບໍ່ຕ້ອງໄປດ່າກັນໄປມາຜ່ານໂຊຊ່ຽວ ເຈັບແປັບດຽວກໍເຊົາ ດີກວ່າຍື້ກັນໄປມາແບບນີ້” ແພັດກ່າວ… (ມີຄລິບລາຍການ) ເບິ່ງທ່າວ່າເລື່ອງລາວວຸ້ນໆໃນເທື່ອນີ້ຍັງບໍ່ຈົບລົງງ່າຍໆ, ເອົາເປັນວ່າກໍຂໍເປັນກຳລັງໃຈໃຫ້ທຸກໆຝ່າຍໃຫ້ຜ່ານເລື່ອງລາວໃນເທື່ອນີ້ໄປໄດ້ໄວໆ ແລະ ກໍຂໍຝາກໃຫ້ແຟນໆເສບຂ່າວຢ່າງມີສະຕິກັນແດ່ເດີ້ແຟນໆ!!! (ຂໍຂອບໃຈຄລິບ)
Read More »News
ນາງຟ້າສາຍປັ່ນ! ນັກສະແດງຈາກໄທ ຄວ້າລາງວັນ…ໃນການປັ່ນລົດຖີບ “BIKE FOR HER 2019” ໃນປະເທດລາວ
ແຟນໆຫຼາຍທ່ານທີ່ໄດ້ໄປຮ່ວມໃນງານ ປັ່ນລົດຖີບເພື່ອການກຸສົນ “Bike for her 2019” ໃນວັນທີ 10 ມີນາ 2019 ທີ່ຜ່ານມາ ແລະ ທັງຍັງແຟນໆທາງບ້ານ ຕ່າງກໍສົງໃສ ແລະ ງົງວ່າ ສາວຄົນງາມນັກປັ່ນລົດຖີບທີ່ມາຄວ້າຮອງລາງວັນຊະນະເລີດ ໃນການແຂ່ງຂັນລົດຖີບ “Bike for her 2019” ນັ້ນແມ່ນໃຜ? ໃນເມື່ອແຟນໆຖາມມາແບບນີ້ທາງ ຂວັນໃຈ ເຮົາກໍຈັດໃຫ້ ແລະ ໄດ້ໄປຊອກຊ໋ອກແຊກ ສືບຫາມາແລ້ວວ່າ ສາວນັກປັ່ນຄົນນີ້ຊື່ ລັດຕະນະພອນ ກິ່ນກຸຫຼາບຫິລັນ (ມິ້ມ) ເປັນນັກສະແດງຊື່ດັງຂອງປະເທດໄທນັ້ນເອງ… ເຊິ່ງສາວ ມິ້ມ ຄົນນີ້ໄດ້ເດີນທາງມາພ້ອມກັບ ລຸ້ນເອື້ອຍຂອງເພິ່ນນາມວ່າ ຊະເອມ ວັນນະຊາ ເຊິ່ງງານນີ້ພວກເຂົາມາແບບແພັກຄູ່ ແລະ ຍັງຄວ້າລາງວັນກັບປະເທດໄປທັງສອງສາວ ມິ້ມ ລາງວັນຮອງອັນດັບ 1 ແລະ ຊະເອມ ລາງວັນຮອງອັນດັບ 2 ໃນສາຍ Road Bike ໄລຍະທາງ 85 …
Read More »ກິດຈະກຳປັ່ນລົດຖີບການກຸສົນ “BIKE FOR HER 2019” ເພື່ອຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ.
ໃນຕອນເຊົ້າຂອງວັນທີ 10 ມີນາ 2019 ຢູ່ທີ່ສວນເຈົ້າຟ້າງຸ່ມ ນະຄອນຫຼວງວຽງຈັນ, ກິດຈະກຳປັ່ນລົດຖີບເພື່ອການກຸສົນ ພາຍໃຕ້ຊື່ໂຄງການ “Bike for her 2019” ໄດ້ເລີ່ມຂຶ້ນໃນເວລາ 5 ໂມງເຊົ້າ. ເປັນກຽດຮ່ວມເປັນປະທານໃນງານໂດຍ ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານ ສູນກາງສະຫະພັນແມ່ຍິງລາວ, ທ່ານ ບົວລານ ສິລິປັນຍາ ຮອງລັດທະມົນຕີ ກະຊວງສຶກສາ ແລະ ກິລາ, ທ່ານນາງ ເຈນ ຊາດເລີ (Ms. Jane Chadler) ຕົວແທນຈາກສະຖານທູດອົດສະຕຣາລີ. ແລະ ທ່ານ ນາງ ອຳພອນ ຈັນມະນີວົງ ຜູ້ຈັດການທົ່ວໄປ ວາລະສານ ຂວັນໃຈ ພ້ອມດ້ວຍນັກກິລາແຂ່ງຂັນລົດຖີບ, ປະຊາຊົນທັງພາຍໃນ ແລະ ຕ່າງປະເທດ ແລະ ສື່ມວນຊົນຈຳນວນ …
Read More »ມັນກໍ່ຈະຫວານໆແດ່! ນູ່ນີ່-ອອຟ ຄວງຄູ່ສະຫວີດຫວານ ປັ່ນລົດຖີບໃນງານ “Bike For Her2019”
ມັນກໍ່ຈະຫວານໆແດ່…ຮິ້ວໆໆໆໆ ບໍ່ເວົ້າເຖິງຄູ່ຮັກຄູ່ນີ້ແມ່ນບໍ່ໄດ້ເລີຍ ມີພາບຫວານໆມາໃຫ້ແຟນໆໄດ້ອັບເດດກັນເລື້ອຍໆ ຫຼ້າສຸດ ນູ່ນີ່ ກຸມພົນພັກດີ ແລະ ອອຟ ລາຍພາງ ກໍຄວງຄູ່ເພື່ອມາປັ່ນລົດຖີບການກຸສົນໃນງານ “Bike For Her2019” ເພື່ອຮ່ວມຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ (Stop violence against women and children). (ມີພາບໜ້າຮັກໆ ຫວານໆຂອງທັງສອງມາຝາກ…) ສຳລັບ “Bike For Her2019” ນູ່ນີ່ ແລະ ອອຟ ກໍບໍ່ພາດທີ່ຈະມາຮ່ວມປະກາດຈຸດຢືນ ເພື່ອຮ່ວມຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ (Stop violence against women and children) ໂດຍຜ່ານກິດຈະກຳການປັ່ນລົດຖີບເພື່ອລົນນະລົງ ໃນວັນທີ 10 ມີນາ 2019 ທີ່ຜ່ານມາ… ຖືເປັນແບບຢ່າງທີ່ດີຫຼາຍ ເພາະໃຊ້ຊື່ສຽງທີ່ມີໃນທາງທີ່ດີ ແລະ ເປັນແບບຢ່າງໃຫ້ແກ່ທຸກໆຄົນໃນສັງຄົມ …
Read More »ຊາວເນັດຖະຫຼົ່ມ IG ລູກນໍ້າ ທິດາລັດ ຫຼັງມີຂ່າວ ຕູມຕາມ ແລະ ຫຍິງຫຍິງ ເລີກລາກັນ!!!
ເປັນກະແສດຣ່າມ່າ Talk of the town ກັນຂ້າມປະເທດ ກັບຂ່າວເລື່ອງມືທີ 3 ຂອງຄູ່ຮັກ ຕູມຕາມ ຍຸດທະນາ ແລະ ຫຍິງຫຍິງ ສະລຸຊາ ທີ່ຫຼ້າສຸດແຟນສາວຂອງຕູມຕາມກໍໄດ້ອອກມາສຳພາດທັງນໍ້າຕາ ບອກເລົ່າເຖິງສາເຫດທີ່ຝ່າຍຊາຍຂໍຫ່າງຕົນ ເພາະຈັບໄດ້ວ່າແອບແຊດ LINE ແລະ ໄປຮັບ-ໄປສົ່ງສາວຄົນໃໝ່… ຈົນເຮັດໃຫ້ແຟນໆເກີດຄວາມສົງໃສ ວ່າສາວຄົນໃໝ່ຂອງ ຕູມຕາມ ແມ່ນໃຜ ແລະ ແມ່ນເລື່ອງຈິງແທ້ບໍ່ທີ່ວ່າເປັນສາເຫດໃຫ້ທັງສອງເລີກກັນ? ແຖມຍັງມີຄົນດຶງເອົາ ສາວ ລູກນໍ້າ ທິດາລັດ ນັກສະແດງສາວຈາກປະເທດລາວ ເຂົ້າໄປກ່ຽວຂ້ອງ ເພາະສາວລູກນໍ້າໄດ້ໄປຮ່ວມສະແດງລະຄອນເລື່ອງ “ດອກຄູນສຽງແຄນ” ກັບພະເອກຄົນດັ່ງກ່າວ ແລະ ເຈົ້າໂຕກໍຍັງບໍ່ອອກມາຖະແຫຼງການ ຊີ້ແຈງ ຫຼື ເຄື່ອນໄຫວໃດໆ ແຕ່ກັບມີຄອມເມັ້ນຈາກຊາວເນັດກັນໄປຕ່າງໆນາໆ ຈົນເຮັດໃຫ້ໃນເວລານີ້ບໍ່ວ່າຈະເປັນ ອິນສະຕາແກຣມ ແລະ ເຟສບຸກ ຂອງ ສາວ ລູກນໍ້າ ມີແຟນໆທັງສອງປະເທດເຂົ້າໄປຄອມເມັ້ນຕອບໂຕ້ກັນໄປມາຢ່າງດຸເດືອດ. ເອົາເປັນວ່າຂໍໃຫ້ເປັນເລື່ອງຂອງເວລາທີ່ຈະພິສູດວ່າເລື່ອງນີ້ຈະຈົບລົງໃນຮູບແບບໃດ …
Read More »