Hello!! ທັກທາຍແຟນໆທຸກຄົນມາແບບລຸກອິນເຕີກັນແດ່ຈັກໜ້ອຍ ເພາະຫຼ້າສຸດທາງ ຂວັນໃຈ ເຮົາໄດ້ໄປຮ່ວມງານ “Media First Look – SAMSUNG Galaxy S10|S10+” ເຊິ່ງເປັນງານທີ່ເປີດໂຕ “SAMSUNG Galaxy S10|S10+” ຢ່າງເປັນທາງການ ຖືໄດ້ວ່າເປັນການເປີດງານໃຫ້ບັນດາສື່ມວນຊົນ, Blogger, Youtuber ແລະ ແຟນໆໄດ້ໄປຮ່ວມຊົມ ສຳຜັດ ແລະ ສັ່ງຈອງ SAMSUNG Galaxy S10|S10+ ຢ່າງເປັນທາງການໃນ ປະເທດລາວ. ເຊິ່ງ SAMSUNG Galaxy S10|S10+ ມາພ້ອມກັບການອອກແບບໄດ້ໂດດເດັນບໍ່ຄືໃຜ ຈໍສະແດງຜົນໂຮງຮູບເງົາ ລະບົບຄວາມປອດໄພທີ່ລໍ້າໜ້າ ພ້ອມກ້ອງຖ່າຍຮູບລະດັບມືອາຊີບ ມີລໍ້ານຳສະໄໝທີ່ບອກເລີຍວ່າຫ້າມພາດ… SAMSUNG Galaxy S10|S10+ ກັບ Ultrasonic Fingerprint ລະບົບສະແກນນິ້ວມືອັດສະລິຍະ ທີ່ມີຄວາມແນ່ນອນສູງທີ່ສຸດ SAMSUNG Galaxy S10|S10+ ກັບ ໜ້າຈໍທີ່ບໍ່ມີຂອບ …
Read More »News
ລາວເຮົາສູ້ໄດ້ບໍ່? ເປີດເຜີຍຊຸດປະຈຳຊາດທີ່ຈະໃຊ້ເຂົ້າຊິງ “ຊຸດປະຈຳຊາດດີເດັ່ນ” ໃນເວທີ Miss International Queen 2019 ທີ່ປະເທດໄທ.
ຫຼ້າສຸດໄດ້ມີການເປີດເຜີຍຊຸດປະຈຳຊາດຂອງ ກັນລະຍານີ ໂພທິມາດ (ຫຼື ປໍ້ ຕະການ) Miss Queen Laos 2019 ສາວປະເພດສອງຈາກປະເທດລາວ ທີ່ເດີນທາງໄປເປັນຕົວແທນສາວງາມເພື່ອປະກວດໃນ Miss International Queen 2019 ຈັດຂຶ້ນທີ່ປະເທດໄທ. (ລອງມາເບິ່ງ…) (ເບິ່ງແລ້ວກໍງົດງາມ ອະລັງການງານສ້າງແທ້ໆ!!!) ແຟນໆຄິດວ່າຊຸດປະຈຳຊາດລາວເຮົາສູ້ໄດ້ບໍ່?, ຢ່າງໃດແຟນໆຊາວລາວກໍຢ່າລືມກຽມລຸ້ນ ກຽມເຊຍ ເປັນກຳລັງໃຈໃຫ້ສາວປະເພດສອງຕົວແທນປະເທດລາວຄົນນີ້ໃນເວທີ Miss International Queen 2019 ທີ່ປະເທດໄທ ເຊິ່ງຈະມີຮອບຕັດສິນໃນວັນທີ 8 ມີນາ 2019 ນີ້… #ຮັກລາວເຊຍລາວ ?????? #ແຊຣໄປໃຫ້ໂລກຮູ້ນີ້ຄືສາວປະເພດສອງຈາກປະເທດລາວ ?????? ຮູບພາບ: fb/Por Takarn , คำภีร์ อลังการ (ຂ່າວທີ່ກ່ຽວຂ້ອງກ່ອນໜ້າ) ອະລັງການອີກແລ້ວ! ເຜີຍຊຸດປະຈຳຊາດຂອງ Miss Queen Laos ແລະ ຄົນອອກແບບໃຫ້ກໍຄື… (ກຽມລຸ້ນລາງວັນແນ່ນອນ!!!)
Read More »ເບິ່ງໄວ້! 15 ນິດໃສຂອງແມ່ຍິງທີ່ປະສົບຄວາມສຳເລັດ…
ໃນທຸກໆປີ Edie Berg ຜູ້ກໍ່ຕັ້ງເວັບໄຊ້ The Strong Women’s Club ຈະສຳພາດແມ່ຍິງທີ່ປະສົບຄວາມສຳເລັດໃນທຸກສາຂາອາຊີບ ທັງນັກວິທະຍາສາດ ນັກກິລາ ຜູ້ນຳສາດສະໜາ ນັກກິດຈະກຳ ນັກບິນອາວະກາດ ນັກຂຽນ ຫຼື ນັກທຸລະກິດ ຊຶ່ງແຕ່ລະຄົນລ້ວນມີເລື່ອງລາວທີ່ແຕກຕ່າງກັນໄປ ແຕ່ບໍ່ໜ້າເຊື່ອວ່າມີສິ່ງໜຶ່ງທີ່ຄ້າຍຄືກັນກໍຄືນິດໃສ “ມັນເປັນເລື່ອງມະຫັດສະຈັນທີ່ໄດ້ຮຽນຮູ້ວິທີຈາກພວກເຂົາ ແລະ ຕອນນີ້ຂ້ອຍກໍຍາກແບ່ງປັນບົດຮຽນນັ້ນກັບທຸກໆຄົນ” Edie ໄດ້ກ່າວໄວ້. ເລືອກພັດທະນາຈຸດແຂງທີ່ມີຢູ່ ແມ່ຍິງທີ່ປະສົບຄວາມສຳເລັດມັກຈະເລືອກເສັ້ນທາງການເຮັດວຽກໂດຍຄິດຫາສິ່ງທີ່ເຮັດໄດ້ດີກ່ອນເປັນອັນດັບທຳອິດ ແລະ ຮອງລົງມາກໍແມ່ນຈະເລີ່ມເຮັດໃນສິ່ງທີ່ຮັກ 2. ມີຄວາມທະເຍີທະຍານສູງ ແມ່ຍິງທີ່ປະສົບຄວາມສຳເລັດບໍ່ໄດ້ຝັນພຽງແຕ່ຈະເປັນທີ່ສຸດຂອງພະແນກ ຫຼື ໜ່ວຍງານ ແຕ່ພວກເຂົາຕັ້ງເປົ້າໝາຍຈະເປັນທີ່ສຸດຂອງອົງການຫຼືລະດັບປະເທດ 3. ເບິ່ງໂລກໃນແງ່ບວກ ແມ່ຍິງທີ່ປະສົບຄວາມສຳເລັດຮູ້ວິທີທີ່ຈະຮັບມືກັບຄວາມຜິດຫວັງ ເພື່ອບໍ່ໃຫ້ພວກເຂົາຮູ້ສຶກບໍ່ດີ ຫຼື ທໍ້ຖອຍ ພວກເຂົາມັກຈະເຊື່ອວ່າອານາຄົດຂ້າງໜ້າມັກຈະດີກວ່າສະເໝີ 4. ເປັນນັກຈັດການ “ຄົນສ່ວນຫຼາຍທີ່ຂ້ອຍໄດ້ສຳພາດມານັ້ນ ມັກຕອບຕົກລົງຢ່າງວ່ອງໄວ ພວກເຂົາຈະກວດເບິ່ງປະຕິທິນຂອງຕົວເອງ ຈອງວັນເວລາ ແລະ ເຂົ້າສຳພາດ ໂດຍສິ່ງທີ່ພວກເຂົາຕັດສິນໃຈເຮັດນັ້ນພວກເຂົາຈະເຮັດຢ່າງເປັນລຳດັບແລະຂັ້ນຕອນ” Edie ກ່າວ 5. …
Read More »ອະລັງການອີກແລ້ວ! ເຜີຍຊຸດປະຈຳຊາດຂອງ Miss Queen Laos ແລະ ຄົນອອກແບບໃຫ້ກໍຄື… (ກຽມລຸ້ນລາງວັນແນ່ນອນ!!!)
ເປັນກະແສກັນອີກແລ້ວແຟນໆ ຫຼ້າສຸດໄດ້ມີການເປີດເຜີຍຊຸດປະຈຳຊາດຂອງ ກັນລະຍານີ ໂພທິມາດ (ຫຼື ປໍ້ ຕະການ) Miss Queen Laos 2019 ສາວປະເພດສອງຈາກປະເທດລາວ ທີ່ເດີນທາງໄປເປັນຕົວແທນສາວງາມເພື່ອປະກວດໃນ Miss International Queen 2019 ຈັດຂຶ້ນທີ່ປະເທດໄທ. ເຊິ່ງແນ່ນອນເລີຍວ່າແຟນໆຊາວລາວທຸກໆຄົນຕາງກໍພາກັນກຽມລຸ້ນວ່າ ຊຸດປະຈຳຊາດຂອງ Miss Queen Laos 2019 ຈະມີຄວາມອະລັງການ ແລະ ງົດງາມພຽງໃດ ແລະ ຮູ້ບໍ່ວ່າຄົນທີ່ອອກແບບຊຸດໃຫ້ ປໍ້ ຕະການ ໄດ້ສວມໃສ່ເພື່ອເສີດສາຍໃນເວທີໂລກໃນປີນີ້ກໍຄື ຄຳພີ ອະລັງການ ນັກອອກແບບຊື່ດັງ ທີ່ອອກແບບຊຸດປະຈຳຊາດໃຫ້ນາງງາມລາວ ແລະ ສາມາດຄວ້າລາງວັນຊຸດປະຈຳຊາດດີເດັ່ນລະດັບໂລກມາແລ້ວຫຼາຍເວທີ… ເອົາເປັນວ່າງານນີ້ອະລັງການງານສ້າງແນ່ນອນ, ແຟນໆຊາວລາວກໍຢ່າລືມກຽມລຸ້ນ ກຽມເຊຍ ເປັນກຳລັງໃຈໃຫ້ສາວປະເພດສອງຕົວແທນປະເທດລາວຄົນນີ້ໃນເວທີ Miss International Queen 2019 ທີ່ປະເທດໄທ ເຊິ່ງຈະມີຮອບຕັດສິນໃນວັນທີ 8 ມີນາ 2019 ນີ້… #ຮັກລາວເຊຍລາວ ?????? …
Read More »ປະເທດລາວສົ່ງ “ຊຸດຫຸ່ນເຊີດງານບຸນບັ້ງໄຟລາວ” ເພື່ອເຂົ້າຊິງຊຸດປະຈຳຊາດດີເດັ່ນໃນເວທີ Miss Planet International ທີ່ກຳປູເຈຍ.
ເປັນປີທຳອິດທີ່ປະເທດລາວເຮົາໄດ້ສົ່ງຕົວແທນສາວງາມເຂົ້າປະກວດໃນເວທີລະດັບໂລກອີກໜຶ່ງເວທີນັ້ນກໍຄື Miss Planet International ປີນີ້ຈັດຂຶ້ນທີ່ ປະເທດ ກຳປູເຈຍ, ເຊິ່ງກ່ອນໜ້ານີ້ແຟນໆກໍໄດ້ຮູ້ກັນໄປແລ້ວວ່າ ມີ່ມີ່ ວິລະພອນ ຂັນແກ້ວ Miss Planet Laos ໄດ້ຖືກແຕ່ງຕັ້ງໃຫ້ເປັນສາວງາມເພື່ອໄປປະກວດໃນເວທີໂລກໃນຄັ້ງນີ້ ແລະ ນາງກໍໄດ້ມີການກຽມຄວາມພ້ອມຢ່າງເຕັມທີ່ ເພື່ອເດີນໜ້າກຽມໄປສ້າງຊື່ສຽງໃຫ້ປະເທດລາວໃນຖານະສາວງາມຕົວແທນປະເທດລາວໃນເວທີ Miss Planet International ທີ່ປະເທດ ກຳປູເຈຍ. ແລະ ສິ່ງທີ່ແຟນໆຊາວລາວເຮົາລໍຖ້າ ແລະ ກຽມລຸ້ນ ກຽມເຊຍ ແລະ ມັກເວົ້າເຖິງກັນຫຼາຍທີ່ສຸດກໍຄືຊຸດປະຈຳຊາດ ທີ່ຫຼ້າສຸດກໍໄດ້ມີການເປີດເຜີຍໃຫ້ໄດ້ເຫັນກັນແລ້ວເດີ້ ສຳລັບຊຸດປະຈຳຊາດລາວທີ່ ມີ່ມີ່ ວິລະພອນ ຈະໄດ້ສວມໃສ່ເພື່ອສົ່ງເອກະລັກລາວກ້າວສູ່ສາຍຕາຊາວໂລກໃນເວທີ Miss Planet International ຂໍບອກເດີ້ວ່າເທື່ອນີ້ມາແປກໄປຈາກເວທີອື່ນໆກ່ອນໜ້າ ເອີ້ນໄດ້ວ່າເປັນຊຸດທີ່ງົດງາມອີກໜຶ່ງຊຸດ ມີເອກະລັກ ບົ່ງບອກເຖີງຮີດຄອງປະເພນີລາວໄດ້ດີ ມາໃນຄອນເຊັບ “ຊຸດຫຸ່ນເຊີດງານບຸນບັ້ງໄຟລາວ” (ລອງມາເບິ່ງ!!!) “ເຊິ່ງແນວຄວາມຄິດ ແລະ ແຮງບັນດານໃຈໃນການອອກແບບຊຸດໃນຄັ້ງນີ້ ມາຈາກຫຸ່ນເຊີດ ຫລື ຫຸ່ນຕຸກກະຕາ ງານບຸນປະເພນີ ບັ້ງໄຟລາວ …
Read More »