ໃຊ້ເວລາກັບຄອບຄົວຢ່າງມີຄຸນຄ່າ, ໃນລະດັບພຣີມຽມPremium1) ຮູບລັກສະນະພາຍນອກທີ່ທັນສະໄໝ ນິສສັນ ເອັກຊ໌ ເທຣັລNissan X-Trail ໄດ້ຖືກນຳເຂົ້າມາຢ່າງເຕັມຮູບແບບຈາກປະເທດຍີ່ປຸ່ນ ທີ່ມີຮູບລັກທີ່ທັນສະໄໝ ດ້ວຍໄຟສະຫວ່າງຕອນກາງເວັນໃນຮູບແບບຂອງ Daytime Running Lightທີ່ເຮັດໃຫ້ລົດຂອງທ່ານສາມາດເບິ່ງເຫັນໄດ້ຊັດເຈນຫຼາຍຂຶ້ນໃນເວລາກາງເວັນ, ເວລາທີ່ມີໝອກ, ເວລາລົດຄົນອື່ນແຊງມາ ຫຼື ຄົນທີ່ຢ່າງຕາມຖະໜົນ. ນອກຈາກນີ້ຍັງມີໄຟLED ດ້ານໜ້າ, ໄຟLEDທ້າຍຄູ່ແບບເຕັມຮູບແບບ, ໄຟຕັດໝອກໜ້າຮູບສີ່ຫຼ່ຽມ ແລະ ເສົາອາກາດຮູບຊົງຫູສະຫຼາມ. 2)ຫ້ອງໂດຍສານທີ່ກວ້າງ ແລະ ສະດວກສະບາຍ ທ້າຍປະຕູລົດເປີດໃຊ້ງານດ້ວຍການຈັບເຊັນເຊີຈາກຕີນ ພຽງແຕ່ທ່ານແກ່ວງຕີນທາງດ້ານລຸ່ມຂອງກັ້ນຊົນ ປະຕູທ້າຍລົດກໍ່ຈະເປີດ. ນີ້ຄືຄວາມສະດວກທີ່ເຮັດໃຫ້ທ່ານເປີດທ້າຍລົດໄດ້ງ່າຍຂື້ນໂດຍສະເພາະເວລາທີ່ທ່ານກຳລັງຖືເຄື່ອງຢູ່ໃນມື. ສໍາລັບຄອບຄົວໃຫຍ່,ນິສສັນ ເອັກຊ໌ ເທຣັລໄດ້ອອກແບບລະບົບບ່ອນນັ່ງທີ່ສາມາດປັບປ່ຽນໄດ້ຫຼາຍຮູບແບບດ້ວຍລະບົບ EZ Flex Seating System™ (5+2ທີ່ນັ່ງ)ທີ່ເປັນນະວັດຕະກຳຂອງນິສສັນ ເອັກຊ໌ ເທຣັລຊຶ່ງຊ່ວຍໃຫ້ທ່ານເລື່ອນເບາະຫຼັງໄປຂ້າງໜ້າຫຼືຖອຍຫຼັງ ປະຕູດ້ານຫຼັງສາມາດເປີດກວ້າງໃນລະດັບ 77 ອົງສາ ຊຶ່ງເຮັດໃຫ້ທ່ານເຂົ້າອອກຫ້ອງຜູ່ໂດຍສານໄດ້ງ່າຍຂຶ້ນ. ດ້ວຍເນື້ອທີ່ນັ່ງທີ່ເພີ່ມຫຼາຍຂຶ້ນເຮັດໃຫ້ທ່ານພັບທີ່ນັ່ງນະວັດຕະກຳໄດ້ຢ່າງງ່າຍດາຍ ແລະ ຮອງຮັບພື້ນທີ່ເກັບຂອງໄດ້ສູງສຸດ 1,520 ລິດເຕີ 3)ການຕົບແຕ່ງພາຍໃນທີ່ສວຍງາມ ດ້ວຍຕົວຊ່ວຍໃນການຂັບຂີ່ດ້ວຍລະບົບAdvanced …
Read More »News
ຢາກເບິ່ງແລ້ວ! ຮູບເງົາ “Laos Simply Beautiful the Movie” ຜົນງານສ້າງຂອງ ອາເລັກຊານດຼາ ບຸນຊ່ວຍ.
ເຫັນແຟນໆຫຼາຍໆຄົນຖາມກັນເຂົ້າມາຫຼາຍກ່ຽວກັບ ຮູບເງົາສັ້ນເລື່ອງ “Laos Simply Beautiful the Movie” ແຖມຍັງສົງໃສກັນອີກວ່າເປັນຜົນງານຂອງໃຜ ເລີຍອົດບໍ່ໄດ້ທີ່ຈະມາອັບເດດໃຫ້ແຟນໆໄດ້ຮູ້… ສຳລັບ ຮູບເງົາສັ້ນເລື່ອງ “Laos Simply Beautiful the Movie” ແມ່ນສາວ ອາເລັກຊານດຼາ ບຸນຊ່ວຍ (ນັກຮ້ອງ/ນັກສະແດງ) ມາເປັນຜູ້ສ້າງເທື່ອທຳອິດຂອງນາງ ໃນຮູບເງົາທຸກສາກແມ່ນມີການໄຕ່ຕອງກະກຽມທີມງານເປັນ 100 ກ່ວາຊີວິດ ແລະ ໄດ້ພະເອກນ້ອງໃໝ່ນາມວ່າ ຊານົນ ມາປະຊັນບົດບາດກັບ ສາວ ອາເລັກຊານດຼາ ອີກດ້ວຍ… ຢ່າງໃດກໍຂໍຝາກຮູບເງົາ “Laos Simply Beautiful the Movie” ເປັນຮູບເງົາທີ່ຊ່ວຍສົ່ງເສີມການທ່ອງທ່ຽວຂອງປະເທດລາວເຮົາເລື່ອງນີ້ແດ່ເດີ້ແຟນໆ ຢ່າລືມຕິດຕາມ ຖ້າເບິ່ງ ແລະ ເປັນກຳລັງໃຈໄດ້ໄວໆນີ້!!! (ຂໍຂອບໃຈສຳລັບຮູບພາບ)
Read More »ຂ່າວຮ້ອນ! ແຟນສາວ ຕູມຕາມ ອອກມາສຳພາດທັງນໍ້າຕາ ຈັບໄດ້ແຟນແຊດ LINE ກັບນັກສະແດງສາວຈາກປະເທດລາວ!!!
ເປັນຂ່າວດັງຂ້າມປະເທດ ຫຼັງຈາກທີ່ໄດ້ມີການສຳພາດຜ່ານສື່ດັງ ເຊິ່ງສື່ດັ່ງກ່າວໄດ້ສຳພາດ ຫຍິງຫຍິງ ສະລຸຊາ ແຟນສາວຂອງ ຕູມຕາມ ຍຸດທະນາ (ພະເອກຊື່ດັງປະເທດເພື່ອນບ້ານ) ແຕ່ເລື່ອງຂອງເລື່ອງກໍບໍ່ແມ່ນທຳມະດາເປັນທີ່ຕິດຕາມ ແລະ ໃຫ້ຄວາມສົນໃຈຂອງແຟນໆທັງສອງປະເທດໃນເວລານີ້ ເພາະໃນການໃຫ້ສຳພາດໃນເທື່ອນີ້ແມ່ນມີ ນັກສະແດງສາວຊື່ດັງຂອງລາວ ໄປກ່ຽວຂ້ອງ… (ມີຄລິບ) ພໍແຕ່ຄລິບສຳພາດນີ້ຖືກເຜີຍແຜ່ອອກໄປເຮັດໃຫ້ ເປັນກະແສຮ້ອນຂ້າມປະເທດໄປແລ້ວໃນເວລານີ້… ສ່ວນເລື່ອງລາວຈະເປັນຢ່າງໃດນັ້ນ ກໍຄົງຕ້ອງໄດ້ຕິດຕາມຕອນຕໍ່ໄປ, ຢ່າງໃດກໍຂໍເປັນກຳລັງໃຈໃຫ້ທຸກໆຝ່າຍເລີຍເດີ້!!! (ຂໍຂອບໃຈຮູບພາບ ແລະ ຄລິບ)
Read More »ຂ່າວດີ! “ຮັກມີແຜນ” ເວັບໄຊລວມແຫຼ່ງຂໍ້ມູນດ້ານສຸຂະພາບຈະເລີນພັນຂອງໄວໜຸ່ມລາວ
ໄວໜຸ່ມລາວຟັງທາງນີ້… ຫຼ້າສຸດມີຂ່າວສານຄວາມຮູ້ສາລະດີໆມາຝາກແຟນໆທຸກໆຄົນ ໃນວັນທີ 5 ມີນາ 2019 ໄດ້ມີການເປີດຕົວການນຳໃຊ້ ເວັບໄຊ (Website) ແລະ ສື່ສັງຄົມອອນລາຍກ່ຽວກັບສຸຂະພາບຈະເລີນພັນ, ການວາງແຜນຄອບຄົວ “ຮັກມີແຜນ” ຢ່າງເປັນທາງການ ຈັດຂຶ້ນທີ່ສູນສຸຂະພາບແມ່ ແລະ ເດັກ ກະຊວງສາທາລະນະສຸກ. ສູນແມ່ ແລະ ເດັກ ກະຊວງສາທາລະນາສຸກ ຮ່ວມກັບ ອົງການ PSI/Lao ໄດ້ມີການປຶກສາຫາລື ວາງແຜນພັດທະນາ ແລະ ການປັບປຸງ ເຄື່ອງມືທີ່ແທດເໝາະກັບໄວໜຸ່ມ ແລະ ເຂົ້າເຖິງຂໍ້ມູນຂ່າວສານຂອງໄວໜຸ່ມໃນປັດຈຸບັນ ຈຶ່ງເຫັນດີໃນການສ້າງສື່ເອເລັກໂຕຣນິກ ເປັນຕົ້ນແມ່ນ, ວິດີໂອ ແລະ ສື່ສັງຄົມອອນລາຍໃນຊື່ “ຮັກມີແຜນ” ເຊິ່ງໄດ້ມີການຮ່ວມກັນຈັດຕັ້ງປະຕິບັດໂດຍແມ່ນ ອົງການ PSI/Lao ເປັນຜູ້ອອກແບບຄົ້ນຄວ້າ ແລະ ຮ່າງເນື້ອໃນໂດຍການກວດກາ ແລະ ແນະນຳຈາກສູນແມ່ ແລະ ເດັກ ແລະ ສູນຂ່າວສານການແພດ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ໄລຍະເດືອນ 5 …
Read More »ມີ່ມີ່ Miss Planet Laos ໂພສຂໍໂທດ ບອກພະຍາຍາມເຮັດດີທີ່ສຸດແລ້ວ…
ໄດ້ຮູ້ຂ່າວດີທີ່ ມີ່ມີ່ ວິລະພອນ ຂັນແກ້ວ Miss Planet Laos ສາມາດຄວ້າລາງວັນ “Best national local wisdom design costume award”ໃນເວທີMiss Planet International ທີ່ປີນີ້ຈັດຂຶ້ນທີ່ ປະເທດ ກຳປູເຈຍ ໄປແບບໜ້າຍິນດີໃນເມື່ອບໍ່ດົນມານີ້ ແລະ ຫຼ້າສຸດນາງກໍໄດ້ເດີນທາງກັບປະເທດມາພ້ອມລາງວັນ “Best national local wisdom design costume award” ມາຝາກຄົນລາວຢ່າງໜ້າຍິນດີ ພ້ອມທັງໂພດຂໍໂທດ ພ້ອມບອກວ່າເຮັດດີທີ່ສຸດແລ້ວ ແຕ່ຍັງດີທີ່ໄດ້ລາງວັນຕິດມືມາຝາກຄົນລາວສຳເລັດ… ເຫັນແລ້ວກໍມີຄວາມດີໃຈ ດັ່ງນັ້ນຈຶ່ງຂໍຊົມເຊີຍສາວງາມຕົວແທນປະເທດລາວເຮົາທຸກໆຄົນ ທີ່ໄປເຮັດໜ້າທີ່ເປັນຕົວແທນແມ່ຍິງລາວໃນເວທີສາກົນ ແລະ ຍັງສາມາດນໍາເອົາລາງວັນມາຝາກຄົນລາວເຮົາຫຼາຍເວທີ ຈົນເປັນທີ່ຮືຮາ ແລະ ສ້າງຊື່ສຽງໃຫ້ແກ່ປະເທດລາວເຮົາມາແລ້ວ. (ຂໍຊົມເຊີຍ! ເກັ່ງຫຼາຍໆ) #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? ຮູບພາບ: Mimie Vilaphone
Read More »