ໂຕ່ໂນ່ ພາຄິນ ນັກຮ້ອງ-ນັກສະແດງຊື່ດັງຈາກປະເທດເພື່ອນບ້ານ ກຽມລົງພື້ນທີ່ ພ້ອມທີມງານ ເພື່ອເຂົ້າຊ່ວຍເຫຼືອ ພໍ່ແມ່ພີ່ນ້ອງຊາວອັດຕະປືທີ່ປະສົບໄພນໍ້າຖ້ວມ ແລະ ຈະເດີນທາງລົງພື້ນທີ່ໃນວັນທີ 28 ກໍລະກົດ 2018 ນີ້, ເຊິ່ງ ໂຕ່ໂນ່ ໄດ້ໂພສຜ່ານ ອິນສະຕາແກຣມ ເພື່ອຂໍຮັບບໍລິຈາກເຄື່ອງຂອງດັ່ງນີ້ ເສື້ອຜ້າ ເຄື່ອງນຸ່ງຫົ່ມ, ຜ້າອານາໄມ-ແພມເພີດເດັກ, ຜ້າຫໍ່ສົບ, ນໍ້າດື່ມ ອາຫານແຫ້ງ ແລະ ໃນເທື່ອນີ້ແມ່ນບໍ່ຮັບເງິນສົດ ຮັບພຽງສິ່ງຂອງເທົ່ານັ້ນ. กลับกทม.ด่วน!!!!! เพื่อ บ้านพี่เมืองน้องของเรานะครับ ?? ผมกับทีมจะลงพื้นที่ช่วยผู้ประสบภัยในวันที่28นี้นะครับ เรามีเวลาเตรียมตัวแค่2วัน มันเป็นเรื่องเร่งด่วน สิ่งที่เราต้องการ คือ 1.เสื้อผ้า เครื่องนุ่งห่ม 2.ผ้าอนามัย + แพมเพิทเด็ก 3.ผ้าห่อศพ 4.น้ำดื่ม อาหารแห้ง นำสิ่งของมาบริจาคได้ตั้งแต่วันนี้นะครับ ที่จุดรับบริจาค”ห้างยงสงวน จ.อุบลราชธานี” ขอบคุณมากนะครับทุกคน #สปปลาว #เขื่อนแตก #laos ???? #ครั้งนี้ขอไม่รับเงินบริจาคนะครับ …
Read More »News
ຄົນລາວບໍ່ຖິ້ມກັນ! ກຸ່ມແມ່ຄ້າຊ່ວຍກັນເຮັດ ຊີ້ນຫຼອດໄປມອບໃຫ້ພີ່ນ້ອງຊາວອັດຕະປື!!!
ຄົນລາວເຮົາຍາມສຸກກໍ່ສຸກດ້ວຍກັນ ເຖິງຄາວທຸກມີຫວ໋າ…ທີ່ເຮົາຈະຖິ້ມກັນ ເປັນພາບທີ່ສຸດປະທັບໃຈເມື່ອມີກຸ່ມແມ່ຄ້າຈາກຕະຫຼາດ ໜອງໜ້ຽວ ທີ່ຊ່ວຍກັນອອກເຫື່ອເທແຮງ ເຮັດຊີ້ນຫຼອດ ພ້ອມທັງລະດົມທຶນ ໄປມອບໃຫ້ແກ່ພີ່ນ້ອງ ຊາວແຂວງອັດຕະປື ທີ່ກຳລັງເດຶອດຮ້ອນຈາກນໍ້າຖ້ວມ. ເຫັນນໍ້າໃຈຂອງຄົນລາວ ແລະ ຄົນທົ່ວໂລກທີ່ຫຼັ່ງໄຫຼ ເຂົ້າໄປຊ່ວຍເຫຼືອ ພໍ່ແມ່ພີ່ນ້ອງຊາວ ມ.ສະໜາມໄຊ ແຂວງ ອັດຕະປື ແລ້ວກໍ່ດີໃຈແທນ, ຢ່າງໃດກໍ່ຂໍເປັນກຳລັງໃຈແກ່ຜູ້ປະສົບໄພ ເຮົາຈະຜ່ານວິກິດຮ້າຍແຮງເທື່ອນີ້ໄປນຳກັນ #Prayforattapue #Prayforlaos . ຮູບພາບ: FB/ເມກຂະຫຼາ ສະບາພອນ , Support Prime Minister Thongloun Sisoulith
Read More »ອ້າຍ ຈ່ອຍ ອະນັນດາ ນັກສະແດງຊື່ດັງເຊື້ອສາຍລາວ ອອກມາໂພສໃຫ້ກຳລັງໃຈພໍ່ແມ່ພີ່ນ້ອງທີ່ປະສົບໄພ!!!
ກຳລັງໃຈທະຍອຍມາເລື້ອຍໆ ຫຼ້າສຸດ ອະນັນດາ ເອເວີຣິງແຮມ ຫຼື (ຈ່ອຍ) ນັກສະແດງໜຸ່ມສຸດຫຼໍ່ເຊື້ອສາຍລາວ ໄດ້ອອກມາໂພສຄລິບໃຫ້ກຳລັງໃຈ ພໍ່ແມ່ພີ່ນ້ອງຊາວ ມ.ສະໜາມໄຊ ແຂວງ ອັດຕະປື ແບບນີ້… To my brothers and sisters in Laos ? ? #prayforlaos A post shared by ananda everingham (@ananda_everingham) on Jul 25, 2018 at 6:07am PDT ອະນັນດາ ເອເວີຣິງແຮມ ຍັງໄດ້ຂຽນແຄັບຊັ່ນ “To my brothers and sisters in Laos ? ? #prayforlaos” ເຮັດໃຫ້ມີຄົນເຂົ້າໄປຊ່ວຍໃຫ້ກຳລັງໃຈ ພໍ່ແມ່ພີ່ນ້ອງທີ່ກຳລັງຖືກປະສົບໄພກັນຢ່າງຫຼວງຫຼາຍ. …
Read More »ເບວລ່າ ນາງເອກດັງອອກມາໂພສຮູບ ພ້ອມຕິດແຮສແທັກ (#Prayforlaos) ແລະ ໃຫ້ກຳລັງໃຈພີ່ນ້ອງຊາວລາວແບບນີ້…
ນອກຈາກນໍ້າໃຈຈາກຄົນລາວແລ້ວ ຍັງມີນໍ້າໃຈຈາກຫຼາຍປະເທດ ຫຼ້າສຸດ ເບວລ່າ ເຄມເປນ ນາງເອກດັງຈາກປະເທດເພື່ອນບ້ານ (ປະເທດໄທ) ໄດ້ອອກມາໂພສຮູບພາບສື່ຄວາມໝາຍ ພ້ອມຂຽນແຄັບຊັ່ນໃຫ້ກຳລັງໃຈ ຝາກເຖິງພີ່ນ້ອງຊາວລາວວ່າ: “ເປັນກຳລັງໃຈໃຫ້ພີ່ນ້ອງຊາວລາວທຸກທ່ານ ຂໍໃຫ້ເຫດການຜ່ານໄປໂດຍໄວ #Prayforlaos” เป็นกำลังใจให้พี่น้องชาวลาวทุกท่าน ขอให้เหตุการณ์ผ่านพ้นไปโดยเร็วนะคะ ??❤️ #prayforlaos A post shared by Bella Ranee Campen (@bellacampen) on Jul 25, 2018 at 2:07am PDT ຈາກໂພດດັ່ງກ່າວເຮັດໃຫ້ມີແຟນຄລັບຈາກທັງສອງຝັ່ງ ລາວ ແລະ ໄທ ເຂົ້າໄປໃຫ້ກຳລັງໃຈພໍ່ແມ່ພີ່ນ້ອງຊາວລາວຜູ້ປະສົບໄພ ພ້ອມພາວະນາໃຫ້ທຸກໆຄົນປອດໄພ. ຢ່າງໃດກໍ່ຂໍເປັນກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງທີ່ກຳລັງປະສົບກັບເຫດ ໄພພິບັດສຸກເສີນລະດັບຊາດໃນຄັ້ງນີ້ດ້ວຍ ເຮົາຈະຜ່ານວິກິດນີ້ໄປພ້ອມໆກັນ #PrayforAttapue ?????? ຂໍພາວະນາໃຫ້ທຸກຄົນປອດໄພ) via: IG/bellacampen
Read More »ເຜີຍແລ້ວ! ຮູບພາບພໍ່ແມ່ພີ່ນ້ອງຜູ້ປະສົບໄພພິບັດນໍ້າຖ້ວມ ເມືອງສະໜາມໄຊ ແຂວງອັດຕະປື (ຄົນແຫ່ໃຫ້ກຳລັງໃຈລົ້ນຫຼາມ)
ເປີດເຜີຍຮູບພາບປະຊາຊົນຜູ້ປະສົບໄພພິບັດນໍ້າຖ້ວມເມືອງສະໜາມໄຊ ແຂວງອັດຕະປື ຈາກເຫດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ໄດ້ເຕົ້າໂຮມກັນທີ່ສະໂມສອນເມືອງ . ເຊິ່ງຮູບພາບເຫຼົ່ານີ້ຖືກເປີດເຜີຍໃນຄໍ່າຄືນຂອງ ວັນທີ 25 ກໍລະກົດ 2018 ຈົນເຮັດໃຫ້ມີຄົນແຫ່ເຂົ້າໄປໃຫ້ກຳລັງໃຈ ພໍ່ແມ່ພີ່ນ້ອງຜູ້ປະສົບໄພ ເປັນຈຳນວນຫຼວງຫຼາຍ. ຢ່າງໃດກໍ່ຂໍເປັນກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງທີ່ກຳລັງປະສົບກັບເຫດ ໄພພິບັດສຸກເສີນລະດັບຊາດໃນຄັ້ງນີ້ດ້ວຍ ເຮົາຈະຜ່ານວິກິດນີ້ໄປພ້ອມໆກັນ #PrayforAttapue ?????? ຂໍພາວະນາໃຫ້ທຸກຄົນປອດໄພ) ຂໍຂອບໃຈຮູບພາບຈາກ Support Prime Minister Thongloun Sisoulith
Read More »