Breaking News

News

ແອບເປີ້ນ-ຟຣຸກ ໄລ້ສົດຫາທຶນຊ່ວຍເຫຼືອພີ່ນ້ອງຊາວ ອັດຕະປື ທະລຸຫຼາຍຮ້ອຍລ້ານ (#Prayforattapue)

ຍາມທຸກແບບນີ້ເຮົາຕ້ອງຊ່ວຍກັນຄົນລະໄມ້ລະມື ຫຼ້າສຸດ ແອບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ໄດ້ລະດົມທຶນເພື່ອຊ່ວຍເຫຼືອ ພໍ່ແມ່ພີ່ນ້ອງຊາວ ອັດຕະປື ຜ່ານການໄລ້ສົດ ລະດົມທຶນຈາກທັງສອງຝັ່ງ ລາວ ແລະ ໄທ ປັດຈຸບັນນີ້ ທະລຸຫຼາຍຮ້ອຍລ້ານ ແລະ ເງິນສ່ວນທຳອິດ 100 ລ້ານກີບແມ່ນນຳໄປຊື້ເຄື່ອງໃຊ້ທີ່ຈຳເປັນເຊັ່ນ: ໄຟສາຍ ຜ້າອານາໄມ ໂສ້ງ ຍາໄຕ້ຍຸງ ເກີບ ມຸ້ງ ສິ້ນແຕ້ມ ແລະ ອີກຈຳນວນຫຼວງຫຼາຍ ເຊິ່ງເຄື່ອງແລະເງິນຈະນຳໄປມອບໃຫ້ຜູ້ປະສົບໄພໃນມື້ອື່ນ. ປັດຈຸບັນຍອດບໍລິຈາກຂອງ ແອບເປີ້ນ ແລະ ຟຣຸກ ກໍ່ຍັງຈະມີຍອດເພີ່ມຂຶ້ນເລື້ອຍໆ… (ສາທຸ ສາທຸ)  ຢ່າງໃດກໍ່ຂໍເປັນກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງທີ່ກຳລັງປະສົບກັບເຫດ ໄພພິບັດສຸກເສີນລະດັບຊາດໃນຄັ້ງນີ້ດ້ວຍ ເຮົາຈະຜ່ານວິກິດນີ້ໄປພ້ອມໆກັນ  #PrayforAttapue ?????? ຂໍພາວະນາໃຫ້ທຸກຄົນປອດໄພ)  

Read More »

ກ້ອງ ຫ້ວຍໄລ່ ແລະ ເບີ້ນ ປະທຸມລາດ ນັກຮ້ອງດັງຈາກປະເທດເພື່ອນບ້ານ ອອກມາປະກາດຊ່ວຍເຫຼືອພີ່ນ້ອງຊາວລາວ!!!

ຮັບຮູ້ກັນໄປທົ່ວໂລກແລ້ວ ເນື່ອງຈາກເຫດເຄື່ອນແຕກ ທີ່ ມ.ສະໝາມໄຊ ແຂວງ ອັດຕະປື ໃນວັນທີ 24 ກໍລະກົດ 2018 ເຮັດໃຫ້ປະຊາຊົນຄົນໃນພື້ນທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນເທື່ອນີ້ຫຼາຍພັນຄົນ, ຫຼ້າສຸດ ກ້ອງ ຫ້ວຍໄລ່ ແລະ ເບີ້ນ ປະທຸມລາດ ນັກຮ້ອງດັງຈາກປະເທດເພື່ອນບ້ານ ກໍ່ໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວເພື່ອຕ້ອງການຮ່ວມຊ່ວຍເຫຼືອຜູ້ປະສົບໄພໃນເທື່ອນີ້… ເຊິ່ງ ເບີ້ນ ປະທຸມລາດ ແລະ ກ້ອງ ຫ້ວຍໄລ່ ຈະໄລ້ສົດຮ້ອງເພງຄູ່ກັນເພື່ອຮັບບໍລິຈາກ ຕາມສັດທາຈາກແຟນເພງ ເພື່ອຊ່ວຍພີ່ນ້ອງຊາວລາວທີ່ຖືກປະສົບໄພ ແລະ ເບີ້ນ ຍັງໄດ້ກ່າວອີກວ່າ ໃຈແທ້ຢາກເຮັດຄອນເສີດ ແຕ່ຄົງຈະຫຼ້າຊ້າໃນການກະກຽມງານ (ໃນວິກິດທີ່ເກີດຂຶ້ນໃນເທື່ອນີ້ ຈະຊ່ວຍໃຫ້ເຕັມທີ່ ແລະ ຊ່ວຍຢ່າງມີຄຸນນະທຳທີ່ສຸດ) ນັບວ່າເປັນນໍ້າໃຈອັນປະເສີດ ລະຫວ່າງ ປະເທດບ້ານໃກ້ເຮືອນຄຽງ (ລາວ-ໄທ) ທີ່ມີນໍ້າໃຈໃນຍາມທີ່ອີກຝ່າຍກຳລັງຕົກທຸກໄດ້ຍາກ. (ຢ່າງໃດກໍ່ຂໍເປັນກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງທີ່ກຳລັງປະສົບກັບເຫດ ໄພພິບັດສຸກເສີນລະດັບຊາດໃນຄັ້ງນີ້ດ້ວຍ ເຮົາຈະຜ່ານວິກິດນີ້ໄປພ້ອມໆກັນ  #PrayforAttapue ??????)

Read More »

ບົດເພງຊຶ້ງກິນໃຈ “ຝາກນໍ້າໃຈໄປທີ່ອັດຕະປື” (ພວກເຮົາຂໍເປັນກຳລັງໃຈໃຫ້ ສູ້ໆເດີ້…#PrayforAttapue)

ຕາມແຈ້ງການຂອງຫ້ອງວ່າການປົກຄອງແຂວງອັດຕະປື ຮູ້ວ່າ: ເຂື່ອນເຊປ່ຽນ-ເຊນໍ້ານ້ອຍແຕກໃນເວລາປະມານ 18:00 ໂມງຂອງວັນທີ 23 ກໍລະກົດ, ພາຍຫລັງບໍ່ສາມາດຮອງຮັບກັບປະລິມານນໍ້າທີ່ຫລວງຫລາຍ ຍ້ອນມີຝົນຕົກຕິດຕໍ່ກັນຫລາຍວັນ ແລະ ເກີດອຸປະຕິເຫດແຕກຄືດັ່ງກ່າວ. ດັ່ງນັ້ນພວກເຮົາຂໍເປັນກຳລັງໃຈໃຫ້ ສູ້ໆເດີ້…ຝາກກຳລັງໃຈດ້ວຍບົດເພງນີ້ “ຝາກນໍ້າໃຈໄປທີ່ອັດຕະປື” ເຖີງພີ່ນ້ອງ ແຂວງອັດຕະປື ພິເສດແມ່ນເຂດ ເມືອງ ສະໜາມໄຊ….ຂໍເປັນແຮງໃຈໃຫ້ພີ່ນ້ອງຜ່ານໄປດ້ວຍດີ ແລະ ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ເຄາະຮ້າຍໃນເຫດການຄັ້ງນີ້ດ້ວຍ… (#PrayforAttapue) โพสต์โดย JO Kky เมื่อ วันอังคารที่ 24 กรกฎาคม 2018 ສຳລັບ ເຂື່ອນ​ເຊ​ປຽນ-​ເຊ​ນ້ຳນ້ອຍ ​ແມ່ນ​ລະບົບ​ເຂື່ອນ​ທີ່​ອ່າງ​ເກັບ​ນ້ຳ​ໄດ້​ເຊື່ອມ​ຕໍ່​ໃສ່​​ຫ້ວຍໝາກຈັນລົງ​ສູ່​ເຂື່ອນ​ເຊ​ປຽນ, ຈາກ​ເຂື່ອນ​ເຊ​ປຽນລົງ​ສູ່​ເຂື່ອນ​ເຊ​ນ້ຳນ້ອຍ ​ແລະ ອ່າງ​ເກັບ​ນ້ຳ​ເຂື່ອນ​ເປັນ​ອ່າງ​ເກັບ​ນ້ຳທີ່​ໃຫຍ່​ທີ່​ສຸດ​ໃນ​ລະບົບ​ເຂື່ອນ​ດັ່ງກ່າວ ດ້ວຍ​ເນື້ອທີ່ 522 ກິ​ໂລ​ແມັດຕາແມັດ, ​ໂດຍ​ໄດ້​ເລີ່​ມລົງມື​ກໍ່ສ້າງ​ມາ​ແຕ່​ທ້າຍ​ປີ 2013 ​ແລະ ຄາດ​ວ່າ​ຈະ​ສຳ​ເລັດ​ໃນປີ 2019 ມີ​ກຳລັງ​ການ​ຜະລິດ 410 ​ເມ​ກາ​ວັດ, ​ໂດຍ​ມີ​ເຈົ້າຂອງ​ໂຄງການ​ແມ່ນ​ບໍລິສັດ​ໄຟຟ້າ​ເຊ​ປຽນ-​ເຊ​ນ້ຳນ້ອຍ ພາຍ​ໃຕ້​ການ​ຮ່ວມ​ຮຸ້ນ​ຂອງບໍລິສັດ sk …

Read More »

ສັກ (Cells) ປະກາດຂໍເອົາໂຕເຂົ້າແລກ ເພື່ອຊ່ວຍເຫຼືອ ນ້ຳຖ້ວມໃຫຍ່ ທີ່ອັດຕະປື!!!

ດັ່ງທີ່ທຸກໆຄົນໄດ້ຮູ້ກັນແລ້ວວ່າ ໄດ້ເກີດໄພພິບັດສຸກເສີນລະດັບຊາດ ເນື່ອງຈາກເຫດເຄື່ອນແຕກ ທີ່ ມ.ສະໝາມໄຊ ແຂວງ ອັດຕະປື ໃນວັນທີ 24 ກໍລະກົດ 2018 ເຮັດໃຫ້ປະຊາຊົນຄົນໃນພື້ນທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນເທື່ອນີ້ຫຼາຍພັນຄົນ , ດັ່ງນັ້ນຄົນລາວເຮົາຈຶ່ງລວມເປັນຈິດໜຶ່ງໃຈດຽວກັນເພື່ອຊ່ວຍເຫຼືອຜູ້ປະສົບໄພໃຫ້ໄວທີ່ສຸດ ໜຶ່ງໃນນັ້ນ ອາທິສັກ ຣັຕະນະວົງ ຫຼື ອ້າຍ ສັກ ແຫ່ງວົງ (Cells) ກໍ່ບໍ່ນິ່ງນອນໃຈ ອອກມາໂພສປະກາດຂໍເອົາໂຕເຂົ້າແລກ ໂດຍການສະເໜີໃຫ້ ຈອງໂຊວ໌ ສັກ ເຊວສ໌ ແບບເຕັມວົງ ໃນລາຄາ 1 ຊົ່ວໂມງ ລາຄາ 5,000,000 ກີບ ຈາກປົກກະຕິ 8,000,000 ຈຳນວນ 3 ງານ. ໃຜສົນໃຈກະລຸນາຕິດຕໍ່ຫາ ອ້າຍ ສັກ ເພິ່ນໄດ້ເລີຍເດີ້ ເງິນທຸກກີບທີ່ໄດ້ຈາກຄ່າໂຕຂອງເພິ່ນ ຈະມອບເພື່ອຊ່ວຍເຫຼືອຜູ້ປະສົບໄພໃນເທື່ອນີ້. ນໍ້າໃຈຄົນລາວບໍ່ເຄີຍຖິ້ມກັນ ເຮົາຕ້ອງຮ່ວມເປັນຈິດໜຶ່ງໃຈດຽວກັນ ເພື່ອຜ່ານໄພພິບັດສຸກເສີນລະດັບຊາດເທື່ອນີ້ໄປໃຫ້ໄດ້ #PrayforAttapue ?????? ທີ່ມາ: fb/Sack Cells Intha …

Read More »

ດ່ວນນນ! ລັດຖະບານປະກາດ ນໍ້າຖ້ວມເມືອງສະໜາມໄຊ ເປັນເຂດໄພພິບັດສຸກເສີນລະດັບຊາດແລ້ວ

ໃນວັນທີ 24 ກໍລະກົດນີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການກ່ຽວກັບການຊ່ວຍເຫລືອຜູ້ປະສົບໄພຈາກເຫດການອຸປະຕິເຫດໂຄງການກໍ່ສ້າງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍຢູ່ແຂວງອັດຕະປື, ໂດຍລັດຖະບານໄດ້ປະກາດເອົາເຂດທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມຄັ້ງນີ້ ເປັນເຂດປະສົບໄພພິບັດສຸກເສີນລະດັບຊາດ,​ ພ້ອມທັງມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມສົມທົບກັບກະຊວງປ້ອງກັນປະເທດ, ແຂວງອັດຕະປື ແລະ ພາກສ່ວນກ່ຽວຂ້ອງຮີບຮ້ອນແຕ່ງຕັ້ງຄະນະຮັບພິຊອບ ເພື່ອເປັນໃຈກາງໃນການປະສານງານ, ການລະດົມທຶນ, ທ້ອນໂຮມທຶນຮອນ ແລະ ວັດຖຸປັດໃຈຕ່າງໆ ຈາກທຸກພາກສ່ວນ ນັບທັງພາກລັດ ແລະ ທ້ອງຖິ່ນ, ພາກເອກະຊົນ, ຜູ້ປະກອບການ, ອົງການຈັດຕັ້ງສາກົນ ແລະ ປະຊາຊົນຜູ້ມີນໍ້າໃຈສັດທາ. ສໍາລັບທຶນ ແລະ ວັດຖຸທີ່ລະດົມມາໄດ້ ສໍາລັບຢູ່ສູນກາງໃຫ້ໄປມອບລວມສູນຢູ່ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ສໍາລັບທ້ອງຖິ່ນແມ່ນໃຫ້ໄປມອບຢູ່ຫ້ອງການປົກຄອງແຂວງ. ຕາມແຈ້ງການຂອງຫ້ອງວ່າການປົກຄອງແຂວງອັດຕະປື ຮູ້ວ່າ: ເຂື່ອນເຊປ່ຽນ-ເຊນໍ້ານ້ອຍແຕກໃນເວລາປະມານ 18:00 ໂມງຂອງວັນທີ 23 ກໍລະກົດ, ພາຍຫລັງບໍ່ສາມາດຮອງຮັບກັບປະລິມານນໍ້າທີ່ຫລວງຫລາຍ ຍ້ອນມີຝົນຕົກຕິດຕໍ່ກັນຫລາຍວັນ ແລະ ເກີດອຸປະຕິເຫດແຕກຄືດັ່ງກ່າວ. ເຂື່ອນ​ເຊ​ປຽນ-​ເຊ​ນ້ຳນ້ອຍ …

Read More »