Breaking News

News

ຮູ້ໄວ້ກ່ອນໄປທ່ຽວ “ທິເບດ” ດິນແດນຫຼັງຄາໂລກ!!!

“ທິເບດ” ຫຼື ທີ່ມັກເອີ້ນກັນວ່າ “ດິນແດນຫຼັງຄາໂລກ” ມີເມືອງເອກຊື່ວ່າ: ລາຊາ (Lhasa) ແລະ ໄດ້ຂຶ້ນລາຍຊື່ 50 ເມືອງ ທີ່ໜ້າໄປຢ້ຽມຊົມທີ່ໃນສຸດໂລກ ເວົ້າໄດ້ວ່າເປັນສູນກາງຂອງສາດສະໜາຂອງທິເບດ ແລະ ສໍາຜັດກັບສະຖາປັດຕະຍະກໍາທີ່ງົດງາມ. ທິເບດມີເນື້ອທີ່ 1.228.400 ກມ2, ປະຊາກອນກວ່າ 6 ລ້ານຄົນ. ສະນັ້ນ, ຖ້າຄິດໄປຢ້ຽມຊົມ ສາມາດໄປໄດ້ຫຼາຍເສັ້ນທາງ ເຊັ່ນ: ທາງອາກາດ ເພາະມີສາຍການບິນ Lao Airlines ວຽງຈັນ-ຄຸນໜິງ ແລ້ວຕໍ່ເຄື່ອງຈາກຄຸນໝິງໄປເມືອງລາຊາ ເມືອງຫຼວງຂອງທິເບດເລີຍ ຫຼື ຈະໄປດ້ວຍລົດເມ ວຽງຈັນ-ຄຸນໝິງກໍໄດ້ ແຕ່ທາງນີ້ຈະໃຊ້ເວລາເດີນທາງຫຼາຍມື້ສົມຄວນ. ເວັບໄຊ Tripdeedee.com ບອກວ່າ: ການຂໍວີຊາ ເຂົ້າທິເບດຕ້ອງຂໍຜ່ານຈີນເທົ່ານັ້ນ ແລ້ວສົ່ງ Visa ແລະ ໜ້າ Passport ໃຫ້ຕົວແທນເຮັດ Visa ໃນທິເບດ ອາດໃຊ້ເວລາປະມານ …

Read More »

ຮູ້ຫຼືບໍ່? ວ່າວັນທີ 20 ກໍລະກົດ (ວັນສ້າງຕັ້ງສະຫະພັນແມ່ຍິງລາວ) ຂອງທຸກໆປີເພິ່ນກຳນົດໃຫ້ເປັນວັນພັກທາງລັດຖະການ!!!

ອີງຕາມໜັງສືແຈ້ງການ ສະບັບເລກທີ 1038/ຫສນຍ.ກລຂ ເລື່ອງ: ການກຳນົດເອົາ ວັນທີ 20 ກໍລະກົດ ຂອງທຸກໆປີ ເຊິ່ງເປັນວັນສ້າງຕັ້ງສະຫະພັນແມ່ຍິງລາວ ເປັນວັນພັກລັດຖະການ. “ເຫັນດີໃຫ້ກຳນົດເອົາ ວັນທີ 20 ກໍລະກົດ ຂອງທຸກໆປີ ເຊິ່ງເປັນວັນສ້າງຕັ້ງສະຫະພັນແມ່ຍິງລາວ ເປັນວັນພັກລັດຖະການ ໃຫ້ແກ່ການຈັດຕັ້ງພັກລັດ ແລະ ພາກເອກະຊົນທຸກພາກສ່ວນ ໄດ້ອະນຸຍາດໃຫ້ພະນັກງານ-ລັດຖະກອນ, ກຳມະກອນເພດຍິງ ໄດ້ພັກວຽກຕາມກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ” ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມແຈ້ງການນີ້ດ້ວຍ.

Read More »

ແຟນຄລັບກຣີດໆໆ! ຊາລີວ ຊັບປຸຍ ນັກເຕະສະໂມສອນດັງເຊັກອິນປະເທດລາວ!!!

ເຮັດເອົາແຟນຄລັບກຣີດໆໆ ເມື່ອ ຊາລີວ ຊັບປຸຍ ໜຸ່ມຫຼໍ່ຂວັນໃຈສາວໆ ນັກເຕະບານຈາກສະໂມສອນ ເມືອງທອງຍູໄນເຕັດ ໄດ້ມາເຊັກອິນທີ່ ປະເທດລາວ, ເຊິ່ງໃນວັນທີ 16 ກໍລະກົດ 2018 ຊັບປຸຍ ກໍ່ໄດ້ເດີນທາງໄປຮ່ວມງານທີ່ນະຄອນຫຼວງວຽງຈັນ ພ້ອມທັງເຊັກອິນຜ່ານ ອິນສະຕາແກຼມ ໃຫ້ແຟນຄລັບໄດ້ຕິດຕາມກັນອີກດ້ວຍ. ສຳລັບ ຊາລີວ ຊັບປຸຍ ອາຍຸ 26 ປີ ເປັນອີກໜຸ່ມຫຼໍ່ຂວັນໃຈສາວໆ ເປັນນັກເຕະບານລູກເຄິ່ງ ໄທ-ສະວິດເຊີແລນ ປັດຈຸບັນຫຼິ້ນເປັນກອງກາງໃຫ້ກັບສະໂມສອນ ເອສຊີຈີ ເມືອງທອງ ຍູໄນເຕັດ ໃນໄທຫຼີກ ແລະ ໃນໄວໆນີ້ກຽມພົບກັບການແຂ່ງຂັນເຕະບານນັດພິເສດ ລະຫວ່າງ ທີມຊາດລາວ ແລະ ເອັດສຊີຈີ ເມືອງທອງ ຍູໄນເຕັດ ທີ່ນະຄອນຫຼວງວຽງຈັນ ໃນວັນທີ 31 ສິງຫາ 2018, ທີ່ສະໜາມກິລາແຫ່ງຊາດຫຼັກ 16 ເວລາ 18:30  ໃຜທີ່ຢາກເຊຍ …

Read More »

ງົດງາມ! ເໝາະສົມກັບຕຳແໜ່ງ Miss Grand Thailand 2018

ບໍ່ເວົ້າເຖິງເວທີນີ້ຄືຈະບໍ່ໄດ້ເດີ້ແຟນໆ ຫຼ້າສຸດປະກາດຜົນກັນໄປເປັນທີ່ຮຽບຮ້ອຍ ສຳລັບເວທີປະກວດນາງງາມ Miss Grand Thailand 2018 ແລະ ສາວງາມທີ່ຄວ້າມົງກຸດອັນຊົງກຽດຂອງເວທີນີ້ກໍ່ຄື ນໍ້າອ້ອຍ ຊະນະພານ (ມອສ) ອາຍຸ 25 ປີ ລວງສູງ 180 ຊັງຕີແມັດ ແລະ ຈະເປັນຕົວແທນສາວງາມໄປປະກວດໃນເວທີ Miss Grand International 2018 ທີ່ປະເທດ ມຽນມ້າ. ເບິ່ງໄປແລ້ວ Miss Grand Thailand 2018  ກໍ່ງາມເໝາະສົມກັບຕຳແໜ່ງເປັນທີ່ສຸດ!!! ຮູບພາບຈາກ: Miss Grand Thailand  

Read More »

ສະແດງຄວາມຍິນດີ! ທີມຊາດ ຝຣັ່ງ ຄວ້າແຊ້ມບານໂລກ 2018

ລຸ້ນລະທຶກເຊຍໃຈຈົດໃຈຈໍ່ກັນທົ່ວໂລກ ເມື່ອແມັດການແຂ່ງຂັນ ບານໂລກຮອບຊິງຊະນະເລີດລະຫວ່າງ ຝຣັ່ງ VS ໂຄເອເຊຍ ໃນຄໍ່າຄືນຂອງວັນທີ 15 ກໍລະກົດ 2018 ທີ່ຜ່ານມາ ເຊື່ອວ່າແຟນໆກໍ່ຕ້ອງມີທີມທີ່ລຸ້ນ ແລະ ຢູ່ໃນໃຈແນ່ນອນ ແລະ ວິນາທີຕື່ນເຕັ້ນກໍ່ມາເຖິງເມື່ອການແຂ່ງຂັນດຳເນີນໄປຢ່າງດຸເດືອດ ແລະ ໃນທີ່ສຸດ ຝຣັ່ງ ກໍ່ສາມາດເອົາຊະນະ ໂຄເອເຊຍ ເຖິງ (4-2) ຂໍສະແດງຄວາມຍິນດີກັບ ທີມຊາດ ຝຣັ່ງ ທີ່ຄວ້າແຊ້ມ ບານໂລກ 2018 ທີ່ຈັດຂຶ້ນຢູ່ປະເທດ ລັດເຊຍ ໃນຄັ້ງນີ້. ສຳລັບ ປະເທດ ຝຣັ່ງ ບໍ່ແມ່ນເທື່ອທຳອິດທີ່ ຄວ້າແຊ້ມບານໂລກ ເພາະຍ້ອນໄປໃນປີ 1998 ຝຣັ່ງກໍ່ຄວ້າແຊ້ມບານໂລກ (ຂໍສະແດງຄວາມຍິນດີນຳຫຼາຍໆ) via: FB/FIFA World Cup

Read More »