Breaking News

News

5 Idea !!! ການເຮັດວຽກເກັບເງິນຂອງສາວຍີ່ປຸ່ນ

ຍີ່ປຸ່ນຖືໄດ້ວ່າເປັນປະເທດທີ່ມີຄວາມກ້າວໜ້າທາງດ້ານເຕັກໂນໂລຊີທີ່ທັນສະໄໝ ແລະ ຄົນຍີ່ປຸນກໍເປັນຄົນທີ່ມີການວາງແຜນການເຮັດວຽກ ຫຼືແບບແຜນໃນການໃຊ້ຊີວິດ ໂດຍສະເພາະແມ່ນການວາງແຜນເລື່ອງການເກັບອອມເງິນ!!! ໂດຍສະເພາະແມ່ນສາວໂສດທັງຫຼາຍ ເຮົາມາເບິ່ງນໍາກັນວ່າ Working Women ຂອງຍີ່ປຸ່ນນັ້ນເກັບເງິນເພື່ອເປົ້າໝາຍຫຍັງແດ່!!! ເຮົາໄປເບິ່ງນໍາກັນເລີຍ… ເພື່ອເປັນທຶນໃນການແຕ່ງງານ!! ງານແຕ່ງດອງບໍ່ແມ່ນພຽນແຕ່ເປັນງານຂອງຝ່າຍໃດຝ່າຍໜຶ່ງພຽງຜູ້ດຽວ ດັ່ງນັ້ນ ການ Share ຄ່າໃຊ້ຈ່າຍຕ່າງກໍບໍ່ແມ່ນສິ່ງທີ່ໜ້າລັງກຽດສໍາຫລັບສາວໆ ຫາກຍັງເປັນອີກໜຶ່ງຄວາມພູມໃຈຂອງຜູ້ຍິງທີ່ສາມາດຊ່ວຍເຫລືອຄົນທີ່ຄົນທີ່ຕົນເອງຮັກໄດ້ ດັ່ງຄໍາເວົ້າທີ່ວ່າ “ອ້າຍອອກສອງນ້ອງອອກໜຶ່ງ” ເພື່ອງານອາດິເລກ ສາວໂສດຽວນີ້ມີກິດຈະກໍາຍາມຫວ່າງທີ່ໜ້າສົນໃຈຫຼາກຫຼາຍແບບ ບໍ່ວ່າຈະເປັນການທ່ອງທ່ຽວ, ການຊອກຮຽນເພີ່ມເສີມທັກສະຄວາມຮູ້, ການອອກກໍາລັງກາຍ ,ການເຂົ້າສະປາເສີມຄວາມງາມ ແລະ ອີກຫຼາຍໆກິດຈະກໍາຂຶ້ນກັບຄວາມມັກຂອງແຕ່ລະຄົນ ເພື່ອໄວ້ໃຊ້ໃນຍາມສຸກເສີນ!! ເງິນສໍາຮອງແມ່ນສິ່ງທີ່ຈໍາເປັນ ແລະ ມີຄວາມສໍາຄັນຫຼາຍ ຍ້ອນອະນາຄົດເຮົາບໍ່ສາມາດເບິ່ງເຫັນ ເພາະເຫດສຸກເສີນສາມາດເກີດຂຶຶ້ນໄດ້ກັບທຸກໆຄົນ ແລະ ທຸກເວລາ ດັ່ງຄໍາເວົ້າທີ່ວ່າ “ກັນໄວ້ດີກວ່າແກ້” ເພື່ອມໄວ້ໃຊ້ຍາມເຖົ້າສະລາ ບັ້ນປາຍຊີວິດໃນໄວທີ່ບໍ່ສາມາດເຮັດວຽກໄດຫາເງິນໄດ້ ລາຍໄດ້ກໍຈະບໍ່ມີ!! ຖ້າບໍ່ຢາກໃຫ້ຊີວິດຫຼັງກະສຽນພົບບັນຫາ ຖ້າມີການວາງແຜນເກັບເງິນເພື່ອໄວສະລາກໍຖືວ່າເປັນເລື່ອງດີ ເພື່ອຊື້ເຮືອນ!! ເຮືອນເປັນອີກໜຶ່ງຄວາມຝັນຂອງສາວໆຄືກັນ ອັນເປັນເຫດໃຫ້ບັນດາ Working Women ທັງຫຼາຍພາກັນຕັ້ງໜ້າຕັ້ງຕາຫາເງິນ ເພື່ອສ້າງຝັນໃຫ້ກາຍເປັນຈິງ …

Read More »

ສຸດພາກພູມໃຈ ແຮນນ້າ ສາວລາວ ໄດ້ເປັນ 4EVE Girl Group ໃຫມ່ໃນໄທ

ແຮນນ້າ ໂຣຊັ້ນບູ້ມ ສາວນ້ອຍຜູ້ສົດໃສ ທັງງາມທັງເກັ່ງ ແລະ ປັງທີ່ສຸດໃນຕອນນີ້ເລີຍກໍວ່າໄດ້ ຄວາມສາມາດຂອງນ້ອງບໍ່ທໍາມະດາເລີຍເດີ!! ຝັນທີ່ເປັນຈິງ ນ້ອງຜ່ານເຂົ້າຮອບ ແລະ ໄດ້ DEBUT ເປັນສິນລະປິນ 4EVE Girl Group (ກຸ່ມໄວໜຸ່ມຍິງໃນວົງການບັນເທີງ) ກຸ່ມໃຫມ່ຂອງໄທ ເຊິ່ງສັງກັດຢູ່ XOXO Entertainment ຫຼັງຈາກທີ່ເຂົ້າແຂ່ງຂັນ ແລະ ຜ່ານເຂົ້າຮອບຊະນະເລີດໃນຮອບສຸດທ້າຍ. ເອົາໃຈໄປເລີຍກັບສາວນ້ອຍຄົນນີ້! ຕັ້ງແຕ່ມື້ທຳອິດຈົນຮອດມື້ນີ້ ນ້ອງບໍ່ເຄີຍເຮັດໃຫ້ແຟນໆຊາວລາວຜິດຫວັງໃນໂຕນ້ອງເລີຍ. ຂໍ້ມູນຈາກ: Hannah Rosenbloom

Read More »

ດອກຫຍ້າ ຖິ່ນລຳພອນ ສາວນ້ອຍຜູ້ຫຼາກຫຼາຍຄວາມສາມາດ

ດອກຫຍ້າ ຖິ່ນລໍາພອນ ສາວນ້ອຍຜູ້ມີພອນສະແຫວງ+ພອນສະຫວັນ ແລະ ຄວາມສາມາດ ເຈົ້າຂອງຜົນງານເພງ “ນ້ອງຕາຍຊິໄຫ້ນໍາບໍ່” ແລະ ອີກຫຼາຍໆຜົນງານເພງ ດອກຫຍ້າເປັນຄົນຕ່າງແຂວງທີ່ຍ້າຍມາຢູ່ນະຄອນຫຼວງວຽງຈັນ ປັດຈຸບັນ ອາຍຸ 23 ປີ ກໍາລັງສຶກສາຢູ່ທີ່ ສປ. ຈີນ ເຊິ່ງຈຸດເລີ່ມຕົ້ນໃນການເຂົ້າວົງການຂອງສາວຄົນນີ້ແມ່ນ ດອກຫຍ້າໄດ້ໄປຮຽນ ຮ້ອງເພງ, ຂັບ-ລໍາ ແລະ ຟ້ອນ ຢູ່ທີ່ໂຮງຮຽນສິນລະປະແຫ່ງຊາດ ແລະ ເລີ່ມເຝິກຝົນມາເລື້ອຍໆຈົນມີຜົນງານອອກມາໃຫ້ແຟນໆໄດ້ເບິ່ງໄດ້ຟັງຫຼາຍໆຜົນງານເພລງ. ສາວດອກຫຍ້າເປັນອິກໜຶ່ງຄົນທີ່ມີຄວາມຮູ້ຄວາມສາມດທີ່ຫຼາກຫຼາຍ ແລະ ໄດ້ເດີນສາຍປະກວດ ຜ່ານມາແລ້ວຫຼາຍເວທີ ບໍ່ວ່າຈະເປັນທັງພາຍໃນ ແລະ ຕ່າງປະເທດ ເຊິ່ງ ໄດ້ຮັບກະແສຕອບຮັບທີ່ດີຈາກຜູ້ຊົມ ແລະ ຄະນະກໍາມະການຕະຫຼອດມາ ກາລັນຕີດ້ວຍລາງວັນທີ 1 ການປະກວດຮ້ອງເພລງຈາກເວທີ ສ້າງສາຍສໍາພັນ-ລາວຈີນ ,ລາງວັນທີ 2 ຈາກການປະກວດຮ້ອງເພລງ International Music Festival HALOMUS 2020 Vietnam …

Read More »

ຊົມເຊີຍ!!! ນ້ອງ ມິນ​ລີ້ ໜຸ່ມນ້ອຍສຽງດີ​ຄວ້າ​ລາງວັນ​ຊະ​ນະ​ເລີດ Mic Idol Kids 2020

ປັດຈຸບັນຄົນເຮົາບໍ່ວ່າຈະເປັນເດັກນ້ອຍ ຫຼືຜູ້ໃຫຍ່ກໍລ້ວນແລ້ວແຕ່ມີຄວາມຮູ້, ຄວາມສາມາດ, ຄວາມຝັນ ແລະ ເປົ້າໝາຍ ທີ່ແຕກຕ່າງກັນໄປ… ເຊິ່ງຕອນນີ້ມີເດັກນ້ອຍຊາຍຄົນໜຶ່ງກຳລັງເປັນກະແສຮືຮາໄປທົ່ວສັງຄົມອອນລາຍນັ້ນກໍຄືນ້ອງ ມິນ​ລີ້ ອາຍຸໄວ 7 ປີ ກຳລັງຮຽນຢູ່ຫ້ອງປໍ 3 ບ້ານ​ໂຄ​ກສະຫວ່າງ​, ເມືອງຍົມມະ​ລາດ​, ແຂວງ​ຄຳ​ມ່ວນ​. ໂດຍມີສາວຄູຄົນໜຶ່ງໄດ້ໂພສຄລິບວີດີໂອທີ່ນ້ອງກໍາລັງຕັ້ງໃຈຮ້ອງເພລງຜ່ານເຟສບຸກສ່ວນຕົວ ແລະ ຄລິບດັ່ງກ່າວກໍໄດ້ຖືກແຊຣ໌ ແລະ ໄດ້ຮັບຄວາມສົນໃຈຈາກສັງຄົມອອນລາຍບໍ່ໜ້ອຍເລີຍທີດຽວ! ເຊິ່ງບອກໄດ້ເລີຍວ່າ ນໍ້າສຽງຂອງໜຸ່ມນ້ອຍຄົນນີ້ບໍ່ທໍາມະດາອີຫຼີ!!! ຄູ​ຂອງ​ນ້ອງ ມິນ​ລີ້ ໄດ້​ບອກວ່າ ປົກ​ກະ​ຕິ​ຢູ່​ບ້ານ ຫຼືຢູ່ໂຮງ​ຮຽນ ນ້ອງກໍ​ມັກຮ້ອງ​ເພງ​ເປັນ​ປະ​ຈຳ ​ເພາະ​ມັກ​ຮັກ ແລະ ຝັນ​ໄວ້​ຢາກ​ເປັນ​ນັກ​ຮ້ອງ!!! ເຊິ່ງຫຼ້າສຸດໜຸ່ມນ້ອຍຄົນນີ້ກໍໄດ້ມີໂອກາດມາຕາມຫາຄວາມຝັນຂອງຕົນເອງໃນເວທີການປະກວດຮ້ອງເພລງ ເດັກນ້ອຍ Mic Idol Kids 2020 ທີ່ຈັດຂຶ້ນຢູ່ສູນການຄ້າທົ່ງຂັນຄໍາ ຊັ້ນ 2 ໃນວັນທີ 04 ຕຸ​ລາ 2020 ທີ່ຜ່ານມາ. ດ້ວຍຄວາມສາມາດ-ກ້າສະແດງອອກ ແລະ ນໍ້າສຽງອັນເປັນກະລັກທີ່ໂດດເດັ່ນພ້ອມທັງໃສ່ອາລົມ-ລີ​ລາຢ່າງເຕັມທີ່ …

Read More »

Gal Gadot ຈາກເວທີນາງງາມສູ່ສາວທະຫານ ຈົນກາຍເປັນ Wonder Woman!!

ປັດຈຸບັນນີ້ ແມ່ຍິງເຮົາແມ່ນມີຄວາມຮູ້-ຄວາມສາມາດທີ່ຫຼາກຫຼາຍ ແລະ ຮອບດ້ານ ເຊິ່ງເຮົາຈະສັງເກດເຫັນໄດ້ຈາກຜົນງານ ຫຼືບົດບາດຕ່າງໆທີ່ເກີດຂຶ້ນໃນສັງຄົມ ແລະ ມື້ນີ້ຂວັນໃຈຈະພາແຟນໆມາຮູ້ຈັກກັບແມ່ຍິງຄົນໜຶ່ງທີ່ບໍ່ມີດີພຽງໜ້າຕາແຕ່ເຕັມໄປດ້ວຍຄວາມສາມາດຮອບດ້ານນັ້ນກໍຄື Gal Gadot ນັກສະແດງສາວງາມຈາກ Israel ອາຍຸ 35 ປີ ນັກສະແດງຮູບເງົາເລື່ອງ Wonder Woman ເຊິ່ງໄດ້ຮັບກະແສຕອບຮັບເປັນຢ່າງດີ ເຊື່ອຫຼາຍຄົນອາດຈະຄຸ້ນໜ້າຄຸ້ນຕາສາວງາມຄົນນີ້ ຈາກເລື່ອງ Fast & Furious ໃນຊ່ວງອາຍຸພຽງ  18 ປີ Gal Gadot  ສາມາດຍາດຕໍາແຫນ່ງນາງງາມ Israel 2004 ໄປຄອງ ແລະ ໄດ້ເຂົ້າປະກວດເວທີລະດັບໂລກ Miss Universe ປີ 2004 ທີ່ປະເທດເອກົວດໍ  ຫລັງຈາກທີ່ຈົບມັດທະຍົມຕອນປາຍ Gal Gadot ໄດ້ຮັບໃຊ້ຊາດໂດຍເປັນທະຫານ 2 ປີ ຢູ່ທີ່ Israel Defense Forces. …

Read More »