Breaking News

News

ອິ່ງ ແກ້ວມຸກດາ ພິມພັກດີ ດາລາໄວລຸ້ນມາແຮງ

ສາວງາມທີ່ກຳລັງມາແຮງແຊງໂຄ້ງ ສາວ ອິ່ງ ແກ້ວມຸກດາ ພິມພັກດີ ອາຍຸ 22 ປີ ຄົນແຂວງຈຳປາສັກ ຈົບການສຶກສາຈາກ ມະຫາວິທະຍາໄລຈຳປາສັກ ຄະນະເສດຖະສາດ ແລະ ການຄຸ້ມຄອງ. ສາວອິ່ງ ເຄີຍປະກວດນາງສາວລາວ 2018 ເຊິ່ງໄດ້ຮັບລາງວັນຂວັນໃຈມະຫາຊົນ ແລະ ລາງວັນຮອງອັນດັບສອງ ນາງສາວລາວ 2018 ແລະ ເປັນນາງເອກ MV ເພງ “ສາວບ້ານໃດ” ຂອງ BIGYAI ແບກຶ ທີ່ໂດ່ງດັງພໍສົມຄວນ. ນອກຈາກນັ້ນ, ສາວອິ່ງ ຍັງມີຜົນງານໃນວົງການບັນເທີງອີກຫຼາກຫຼາຍ ເປັນຕົ້ນແມ່ນ ຖ່າຍ MV ເພງໃໝ່ ຂອງນັກຮ້ອງໄວລຸ້ນທີ່ຈະປ່ອຍອີກບໍ່ດົນ ພ້ອມກັນນັ້ນ, ອິ່ງ ຍັງໄດ້ຖ່າຍປະຕິທິນໃຫ້ກັບທະນາຄານ JDB ນຳອີກ. ຮູບພາບຈາກ Facebook: ແກ້ວມຸກດາ ພິມພັກດີ ສົນໃຈລົງໂຄສະນາ ຫລື …

Read More »

ມິ​ມີ່ ພູນ​ຊັບ ຮ່ວມເຮັດບຸນ ໄຫວ້ປູ່ສີສຸດໂທ ປູ່ສີສັດຕະນາກຄະຣາດ

ມິ​ມີ່ ພູນ​ຊັບ Miss International Laos 2017 ແລະ ໝູ່ເພື່ອນໃນວົງການບັນເທີງຮ່ວມເຮັດບຸນ ກາບໄຫວ້ປູ່ສີສຸດໂທ ປູ່ສີສັດຕະນາກຄະຣາດຢູ່ທີ່ ວັດທົ່ງທາດ ບ້ານຫ້ອມໃຕ້. ຮູບພາບ: Miss International Laos ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ຕິກ ອະດີດເມຍສອນລາມ ຂາຍເຄື່ອງອອນລາຍເພື່ອຫາເງິນໃຊ້ເອງ

ການຢ່າຮ້າງຂອງທັງຄູ່ເປັນປະເດັນຮ້ອນໃນສັງຄົມ ເນື່ອງຈາກ ຕິກ ພັນສະຍາຂອງໜຸ່ມສອນລາມ ພະເອກດັງຂອງໄທ ໄດ້ຕິດການພະນັນຈົນເປັນກະແສວ່າໜຸ່ມສອນລາມໃຊ້ໜີ້ຊ່ວຍບໍ່ໄຫວແລ້ວ ເລີຍຈົບກັນທີ່ການຢ່າຮ້າງ. ຫຼ້າສຸດ ຕິກ ເອງກໍໄດ້ໄລ​ສົດ​ຂາຍ​ເຄື່ອງ​ຫາ​ເງິນ​ເອງຜ່ານ IG ຂອງຕົນເອງ ເປັນພະຍາຍາມເພິ່ງຕົນເອງຫຼາຍຂຶ້ນ. ພ້ອມກັນນັ້ນ, ຕິກ ຍັງໂພ​ສວ່າ:” ບໍ່​ຢາກ​ເຊື່ອ​ວ່າ​ຈະ​ມີ​ກຳ​ລັງ​ໃຈຫຼາຍ​ຂະ​ໜາດ​ນີ້ ເປັນ​ຫຍັງ​ຕ້ອງ​ໜີ​ໂຊ​ຊຽວ ເຮົາ​ຕ້ອງ​ກ້າ​ຍອມ​ຮັບ ເຮົາ​ຜິດ ເຮົາ​ຕົວະ ເຮົາ​ຮຽນ​ຮູ້​ແລ້ວ ສັງ​ຄົມ​ດ່າ​ເຮົາ​ແລ້ວ ຕໍ່​ຈາກ​ນີ້​ຢາກ​ຈະ​ເຮັດ​ຫຍັງ ຢາກ​ໄດ້​ຫຍັງ ຈະ​ບໍ່​ຮ້ອງ​ໄຫ້​ອີກ ຕິກ​ຟໍ​ໂລ 2 ຄົນ​ເທົ່າ​ນັ້ນ​ຢູ່​ໃນ ໄອ​ຈີ ເພາະ​ເຂົາ​ສຳ​ຄັນ​ທີ່​ສຸດ  ໜີ້​ສິນ ແລະ ນິ​ໄສ ນອກ​ຈາກ​ນີ້ ຕິກ​ຈະ​ລຸກ​ຂຶ້ນ​ສູ້ ລີ​ວິວ​ສິນ​ຄ້າ ຫຼັງ​ຈາກ​ຜູ້​ໃຫຍ່​ໃຈ​ດີ ຢາກ​ຊ່ວຍ​ເຫຼືອ ໃຫ້​ຕິກ​ມີ​ລາຍ​ໄດ້ ສ​້າງ​ອາ​ຊີບ​ໃຫ້​ຕົນ​ເອງ ຊາວ​ເນັດ​ກໍ​ໃຫ້​ກຳ​ລັງ​ໃຈ ບອກວ່າ ຊີ​ວິດ​ຄົນ​ເຮົາ​ບໍ່​ເຄີຍ​ມີ​ໃຜ​ບໍ່​ຜິດ​ພາດ” ແອັດມິນຂໍເປັນກຳລັງໃຈໃຫ້ແມ່ວີຈີ (ຕິກ) ຜ່ານບັນຫາຄັ້ງນີ້ໄປໄວໆເດີ! ຮູບພາບຈາກ:​ Mama Veeji …

Read More »

ປຸ້ຍ ເກດມະນີ ວົງປະເສີດ ຮ່ວມເປັນກຳມະການໃນລາຍການ The Survival Laos

ເກດມະນີ ວົງປະເສີດ (ປຸ້ຍ) ນາງສາວນະຄອນຫຼວງວຽງຈັນ 2019 ທີ່ມີຄວາມສາມາດຫຼາກຫຼາຍທັງດ້ານບັນເທີງ ແລະ ການສຶກສາ, ປີຜ່ານມາ ປຸ້ຍໄດ້ຈົບການສຶກສາປະລິນຍາຕີ ແລະ ໄດ້ຮັບໃບປະກາດກຽດນິຍົມ (ໃບປະກາດແດງ) ເຊິ່ງເຮັດໃຫ້ຫຼາຍຄົນເວົ້າເປັນສຽງດຽວກັນວ່າ: “ທັງງາມທັງເກັ່ງ”. ປັດຈຸບັນ,​ ປຸ້ຍ ໄດ້ຮັບໜ້າທີ່ໃໝ່ທີ່ທ້າທາຍ ຄືການເປັນກຳມະການຮ່ວມ ໃນລາຍການ The Survival Laos ເຊິ່ງເປັນທີ່ແປກຕາຫຼາຍຄົນ ເພາະຜ່ານມາສາວປຸ້ຍເປັນສາວງາມວັດທະນະທຳໃນເວທີການປະກວດນາງສາວນະຄອນຫຼວງ ເຊິ່ງມື້ນີ້ໄດ້ມາໃນແບບສາວໝັ້ນ ແຕ່ປຸ້ຍກໍເຮັດອອກມາໄດ້ດີຫຼາຍ ທັງການວາງໂຕ ແລະ ຕັດສິນໃຈ ມີຄວາມງາມແບບສຸດຂຸມ,​ ມີສະເໜ່ສຸດໆ. ພ້ອມກັນນັ້ນ, ປຸ້ຍ ກໍໄດ້ໂພສໃນເຟສບຸກວ່າ: “ຝາກທຸກຄົນຕິດຕາມປຸ້ຍ ພ້ອມທັງໃຫ້ກຳລັງໃຈລີດເດີ້ ແລະ ນ້ອງໆ ໃນລາຍການ The Survival Laos EP ສຸດທ້າຍແດ່ເດີ, ຂອບໃຈທີ່ໃຫ້ປຸ້ຍເປັນສ່ວນໜຶ່ງ”. ຮູບພາບຈາກ: Bossdercup Woraphon ສົນໃຈລົງໂຄສະນາ …

Read More »

ຂໍສະແດງຄວາມເສຍໃຈ ກັບການຈາກໄປ ຂອງອາຈານ ແອນ້ອຍ ນິພົນ

ອາຈານ ແອນ້ອຍ ນິພົນ ສິລະປິນລາວ ຜູ້ສ້າງຜົນງານເພງທີ່ຫຼາຍຄົນຮູ້ຈັກ ເຊັ່ນເພງ:​ “ໜຸ່ມໂສ້ງຂາດເຂົ່າ”. ຫຼ້າສຸດ ອາຈານ ແອນ້ອຍ ນິພົນ ໄດ້ເຖິງແກ່ມໍລະນະກຳແລ້ວ ດ້ວຍພະຍາດມະເຮັງຕ່ອມນໍ້າບີ ໃນວັນທີ 16 ກັນຍາ 2020 ເຊິ່ງເປັນເລື່ອງເສົ້າໃນວົງການບັນເທິງລາວ ເປັນການສູນເສຍສິລະປິນລາວຜູ້ທີ່ມີຄວາມສາມາດ. ທາງຂວັນໃຈ ຂໍສະແດງຄວາມເສຍໃຈກັບການຈາກໄປຂອງ ອາຈານ ແອນ້ອຍ ພິພົນ ຂໍໃຫ້ສົ່ງໄປສູ່ສຸຂະຕິດ້ວຍເທີ້ນ! ຮູບພາບ: https://www.facebook.com ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »