ເປັນຂ່າວທີ່ຊັອກວົງການບັນເທີງຍີ່ປຸ່ນ ເມື່ອພົບຮ່າງຂອງນັກສະແດງຊື່ດັງຍີ່ປຸ່ນ ຢູໂກະ ທາເຄອຸຈິ (Yuko Takeuchi) ອາຍຸ 40 ປີ ໃນວັນທີ 27 ກັນຍາ 2020 ເສຍຊີວິດໃນເຮືອນ ທີ່ນະຄອນຫຼວງໂຕກຽວ ຕຳຫຼວດຊີ້ແຈງເກີດຈາກການຂ້າໂຕຕາຍ. ໂດຍທາງຕຳຫຼວດໄດ້ເປີດເຜີຍວ່າ ການເສຍຊີວິດຂອງນັກສະແດງນັ້ນ ເປັນຜົນມາຈາກການຂ້າໂຕຕາຍ ເຊິ່ງຍັງບໍ່ໄດ້ລະບຸເຫດຈູງໃຈທີ່ຊັດເຈນ ແລະ ມີອີກຫຼາຍແຫຼ່ງຂ່າວໄດ້ອ້າງອີງວ່າ ຢູໂກະ ທາເຄອຸຈິ ຖືກພົບໃນສະພາບແຂນຄໍພາຍໃນເຮືອນ ກ່ອນຈະຖືກນຳສົ່ງໂຮງໝໍ ແລະ ຢືນຢັນການເສຍຊີວິດໃນເວລາຕໍ່ມາ. ສຸດທ້າຍນີ້ ແອັດມິນ ຕ້ອງຂໍສະແດງຄວາມຈາກໄປກັບການຈາກໄປຂອງ ຢູໂກະ ທາເຄອຸຈິ ຂໍໃຫ້ດວວງວິນຍານໄປສູ່ພົບພູມທີ່ດີ. ແຫຼ່ງຂໍ້ມູນ: https://www.posttoday.com/ent/news/634112 ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166 +856 20 52172698 ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai …
Read More »News
ເຂື່ອນ ເຄໂອຕິກ ເປີດໃຈເລື່ອງເພດ ບາງມື້ຢາກແມນ ບາງມື້ຢາກເປັນສາວ
ເຂື່ອນ ອະດີດນັກຮ້ອງໝຸ່ມວົງບອຍແບນຂອງໄທ ທີ່ຄອງໃຈໄວລຸ້ນຜ່ານມາ ເຊິ່ງເຂື່ອນເປັນໜຶ່ງໃນ 5 ຄົນ ຂອງສະມາຊິກ ວົງເຄໂອຕິກ, ກ່ອນໜ້ານີ້ ເຂື່ອນ ໄດ້ເປີດເຜີຍວ່າຕົນເອງບໍ່ມີໄດ້ເປັນຜູ້ຊາຍ 100% ແລະ ເປີດເຜີຍຄົນຮັກເພດດຽວກັນ ພ້ອມທັງເຜີຍຄວາມຫວານອອກມາໃຫ້ເຫັນໃນສື່ຢູ່ຕະຫຼອດຈົນສາວໆອິດສາ. ໜຸ່ມ ເຂື່ອນ ອອກມາສະໜັບສະໜູນຄວາມຫຼາກຫຼາຍທາງເພດ LGBTQ ຢ່າງເປີດເຜີຍ ແລະ ເປີດໃຈເລື່ອງເພດທີ່ບາງມື້ຢາກໃສ່ກະໂປງ ແລະ ບາງມື້ຢາກໃສ່ໂສ້ງ ພູມໃຈໃນຄວາມເປັນໂຕເອງ ເຊິ່ງໄດ້ໃຫ້ສຳພາດກັບສື່ວ່າ: “ສຳຫຼັບຂ້ອຍ ຄຳວ່າ ແມນ ຫຼື ສາວ ມັນຄືກັບເສັ້ນສະແດງທີ່ບໍ່ຕາຍຕົວ ມື້ນີ້ຢາກໃສ່ກະໂປ່ງແຕ່ງຍິງ ບາງມື້ຢາກໃສ່ສູດໃສ່ໂສ້ງແບບແມນໆ ແຕ່ຖ້າມັນເປັນສິ່ງທີ່ເຮັດໃຫ້ເຮົາມີຄວາມສຸກກໍເຮັດເລີຍ ເຮົາແຕ່ງເພື່ອໂຕເອງ ບໍ່ແມ່ນເພື່ອຄົນອື່ນ ຖ້າຫາກຄົນອື່ນບໍ່ເຂົ້າໃຈໃນສິ່ງທີ່ເຮົາເປັນ ມາດ່າວ່າເຮົາແອັບ ແລະ ອື່ນໆນັ້ນ ມັນບໍ່ແມ່ນບັນຫາຂອງເຮົາ ມັນຄືບັນກາຂອງຄົນໆນັ້ນ ເພາະຢ່າງນ້ອຍເຮົາກໍມີຈຸດຢືນໃນສິ່ງທີ່ເຮົາເປັນ ແລະ ເຮົາກໍພູມໃຈໃນສິ່ງໆນັ້ນ”. ຖືໄດ້ວ່າຄຳເວົ້າຂອງເຂື່ອນເຮັດໃຫ້ຊາວເນັດກົດໄລ້ ແລະ ສະແດງຄວາມຄິດເຫັນລົ້ນເຫຼືອ ເຊິ່ງເປັນການໃຫ້ກຳລັງໃຈທຸກເພດ …
Read More »ຕັກ ບົງກົດ ບໍລິຈາກຮ່າງກາຍເພື່ອການສຶກສາ
ທັງງາມທັງໃຈບຸນ ສຳຫຼັບ ຕັກ ບົງກົດ ດາລາ-ນັກສະແດງຂອງໄທ ທີ່ໄດ້ຊ່ວຍເຫຼືອຜູ້ຄົນທີ່ເດືອດຮ້ອນສະເໝີ ແລະ ຊ່ວຍບໍລິຈາກໃນໂຄງການຕ່າງໆອີກດ້ວຍ. ຫຼ້າສຸດ ຕັກ ບົງກົດ ໄດ້ເປີດເຜີຍພາບເອກະສານໃບບໍລິຈາກຮ່າງກາຍ ທີ່ນຳມາອັບເດດອີກຄັ້ງ ຫຼັງຈາກເຄີຍໄປເຮັດໄວ້ ສົ່ງຕໍ່ໃຫ້ລູກຊ່ວຍເບິ່ງ ແລະ ບອກລູກວ່າຈະບໍ່ປ່ຽນເຈດຕະນາ ໂດຍການບໍລິຈາກຮ່າງກາຍຂອງຕັກ ມີຈຸດປະສົງເພື່ອການສຶກສາ ໃຫ້ກັບພາກວິຊາກາຍວິພາກສາດ ຄະນະວິທະຍາສາດ ມະຫາວິທະຍາໄລມະຫິດົນ. ພາຍຫຼັງທີ່ຕັກ ໄດ້ໂພສພາບດັ່ງກ່າວ ກໍມີໝູ່ເພື່ອນດາລາ-ນັກສະແດງ ແລະ ແຟນຄຣັບໃນວົງການບັນເທີງເຂົ້າມາສະແດງຄວາມຄິດເຫັນ ຍ້ອງຍໍ ເປັນຈຳນວນຫຼາຍ. ຖືໄດ້ວ່າເປັນດາລາທີ່ທັງງາມທັງໃຈບຸນອີຫຼີ ເພາະນີ້ເປັນການເສຍສະຫຼະ ແລະ ບຸນກຸສົນຄັ້ງຍິ່ງໃຫຍ່ຂອງຕັກ. ຂໍ້ມູນຈາກ: https://www.posttoday.com/ent/news/633827 ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166+856 20 52172698ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine
Read More »ອາລິສ ຫລຸຍ ວອລຕັນ (Alice Louise Walton) ແມ່ຍິງທີ່ຕິດອັນດັບມະຫາເສດຖີທີ່ລວຍສຸດໃນໂລກ
ອາລິສ ຫລຸຍ ວອລຕັນ ເປັນເຈົ້າຂອງຫຸ້ນ Walmart ໂດຍມີຊັບສິນຫຼາຍກວ່າ 11 ພັນລ້ານໂດລາສະຫະລັດ ໃນປີ 2016, ຫຼ້າສຸດ ໃນເດືອນ ກັນຍາ 2020 ວອລຕັນ ມີມູນຄ່າຊັບສິນທັງໝົດ 68,8 ພັນລ້ານໂດລາສະຫະລັດ ທີ່ເຮັດໃຫ້ລາວຕິດອັນດັບທີ ອັນດັບທີ 9 ບຸກຄົນທີ່ລວຍທີ່ສຸດໃນໂລກ ແລະ ກາຍເປັນຜູ້ຍິງລວຍທີ່ສຸດໃນໂລກ. ວອລຕັນ ເປັນຄົນສະຫະລັດອາເມລິກາ ເກີດວັນທີ 7 ພະຈິກ 1949 ປັດຈຸບັນ ອາຍຸ 70 ປີ, ຈົບຈາກມະຫາວິທະຍາໄລ Trinity ໃນ San Antonio, Texas, ໃນຄະນະວິຊາເສດຖະສາດ. ວອລຕັນແມ່ນຄົນທຳອິດ ທີ່ເປັນປະທານສະພາ ເຂດຕາເວັນຕົກສຽງເໜືອຂອງ Arkansas ແລະ ມີບົດບາດ ສຳຄັນໃນການພັດທະນາສະໜາມບິນຂອງພາກພື້ນ ຕາເວັນຕົກສຽງເໜືອ Arkansas. …
Read More »R.I.P ເມຍ ໜຸ່ມ ໂກສິນ ລາຊາເພງລູກທົ່ງບ້ານນາ
ຂໍສະແດງຄວາມເສຍໃຈກັບການຈາກໄປຂອງ ເມຍ ໜຸ່ມ ໂກສິນ ລາຊາເພງລູກທົ່ງບ້ານນາ ຖືວ່າເປັນຂ່າວເສົ້າສະຫຼົດໃຈອີກຂ່າວໜຶ່ງ ທີ່ໄດ້ສູນເສຍບຸກຄົນໃນຕະກູນນີ້ອີກຄັ້ງ ຫຼັງຈາກທີ່ບໍ່ດົນມານີ້ ໄດ້ພົບກັບການສູນເສຍໂດຍການຈາກໄປຂອງ ອາຈານ ກິດາວເພັດ ໜູຫ່ວງ ໃນເດືອນເມສາ ຜ່ານມາ. ໂດຍ ເມຍ ຂອງໜຸ່ມໂກສິນ ໄດ້ເສຍຊີວິດໃນວັນທີ 23 ກັນຍາ 2020 ດ້ວຍພະຍາດຜູ້ກ່ຽວເອງ ພາຍຫຼັງທີ່ໄດ້ເຂົ້າຮັບການປິ່ນປົວຢູ່ໂຮງໝໍໃນວັນທີ 18 ກັນຍາ ຜ່ານມາ. ທາງຂັວນໃຈຕ້ອງຂໍສະແດງຄວາມເສຍໃຈກັບການຈາກໄປຄັ້ງນີ້ ຂໍໃຫ້ດວງວິນຍານສົ່ງໄປສູ່ຂະຕິ ຮູບພາບຈາກ: khamphoud Nouhouang ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166+856 20 52172698ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine
Read More »