ເປັນຕາສະອອນສາວລາວຈັ່ງແມ່ນງາມ… ສາວໆໃນວົງການບັນເທີງລາວນຳທີມໂດຍ ບາບີ້ ປິຍະມາດ, ກຸ້ງນາງ ແລະ ມ່ອງ ເພັດສະໝອງ ໄດ້ຖ່າຍແບບໃນຊຸດໄໝລາວພື້ນບ້ານ ເຫັນແລ້ວງົດງາມອ່ອນຊ້ອຍ ເຊິ່ງເຖິງແມ່ນວ່າໃນປັດຈຸບັນນີ້ຍຸກສະໄໝຈະປ່ຽນໄປສາວລາວມີຄວາມທັນສະໄໝຫຼາຍຂຶ້ນ ແຕ່ທີ່ຍັງຄົງຢູ່ກໍຄືເອກະລັກປະເພນີລາວ ການນຸ່ງຖືແບບລາວເຮົາທີ່ສືບສານກັນມາແຕ່ບູຮານນະການ. ລອງມາເບິ່ງຮູບພາບທີ່ ຊະນີIndy ໄດ້ນຳມາຝາກແຟນໆ… ເບິ່ງແລ້ວໝູ່ເພື່ອນໂດຍສະເພາະສາວໆກໍຢ່າລືມຮັກສາຮີດຄອງການນຸ່ງຖືຂອງລາວເຮົາໄວ້ນຳເດີ້. #ແຊຣໄປໃຫ້ໂລກຮູ້ ?? ຮູບພາບ: B’Bie Piyamarth
Read More »News
ສຸດຍອດຄັກໆ! ໜູນາ DJ ສາວລາວສຸດແນວກຽມຂຶ້ນໂຊຄວາມສາມາດໃນເທສະການດົນຕີທີ່ Cambodia!!!
ຍາກຈະຍົກໂປ້ແຖມກ້ອຍໃຫ້ DJ ໜູນາ ທີ່ຫຼ້າສຸດນາງໄດ້ເປັນດີເຈສາວລາວຄົນດຽວທີ່ໄດ້ໄປໂຊຄວາມສາມາດໃນເທສະການດົນຕີຢູ່ທີ່ປະເທດ ກຳປູເຈຍ (Cambodia) ໃນລະຫວ່າງວັນທີ 1-4 ພະຈິກ 2017 ນີ້ ເຊິ່ງໃນງານດັ່ງກ່າວຈະເປັນເທສະການງານເພງແນວອີເລັກໂທນິກແດ້ນ (EDM) ແລະ ງານນີ້ຈະເປັນການລວມຕົວຂອງ DJ ເກືອບທົ່ວອາຊີບໍ່ວ່າຈະເປັນ ລາວ, ສ. ເກົາຫລີ, ໄທ ແລະ ກຳປູເຈຍນັ້ນເອງ. ສຳລັບ ສຸກພາລັກ ວົງສອນສະໝຸດ ຫຼື ໜູນາ ອາຍຸ 23 ປີ ສາວລາວຄົນງາມ ແລະ ຫຼາກຫຼາຍຄວາມສາມາດ ເຊິ່ງສາວຄົນນີ້ເປັນທີ່ຮູ້ກັນໃນວົງການ DJ ສາຍຕືດໆໆໆ…ບ້ານເຮົາກໍຄື DJ ໜູນາ , ເຊິ່ງ ຊະນີIndy ເຊື່ອເລີຍວ່າແຟນໆທຸກຄົນຄົງຈະຄຸ້ນໜ້າຕຸ້ນຕາກັນດີ ເພາະດີເຈສາວຄົນນີ້ທົວມາແລ້ວທຸກແຂວງ ທຸກພາກ ທົ່ວປະເທດລາວ ແລະຫຼາຍໆເວທີລະດັບເທດກໍຈະເຫັນນາງໄປໂຊຝີມືມາໝົດແລ້ວທົ່ວປະເທດ ແລະຍັງໆຍັງບໍ່ໝົດເດີ້ ເພາະສາວ ໜູນາ ຄົນນີ້ຍັງມີໂອກາດໄດ້ໄປໂຊຝີມືໃນສະຖານບັນເທິງດັງໆຂອງຕ່າງປະເທດມາແລ້ວໆໆໆ (ໂອ້ໆໆໆ ບໍ່ທຳມະດາ) ເຊິ່ງປະເທດທີ່ ໜູນາ …
Read More »ບໍ່ທຳມະດາ! ມີ່ມີ່ ພູນຊັບ ນາງງາມລາວຕິດທ໋ອບໃນເວັບໄຊ້ດັງໃນການປະກວດ Miss International 2017!!!
ມາອັບເດດຄວາມເຄື່ອນໄຫວຂອງອີກໜຶ່ງເວທີການປະກວດສາວງາມລະດັບອິນເຕີ Miss International 2017 ທີ່ປະເທດລາວເຮົາກໍໄດ້ໂຕແທນສາວງາມທີ່ມີຄວາມພ້ອມກໍຄື ມີ່ມີ່ ພູນຊັບ ພົນໂຍທາ Miss International Laos 2017 ຫຼັງຈາກບິນໄປເກັບໂຕໃນການປະກວດ Miss International 2017 ຢູ່ ໂຕກຽວ, ປະເທດຍິປຸ່ນ ຕັ້ງແຕ່ວັນທີ 24 ຕຸລາ 2017, ຫຼ້າສຸດມີຜົນການຈັດອັນດັບ ຈາກ website www.missosology.org Third HOT PICKS ສາວ ມີ່ມີ່ ພູນຊັບ ໂຕແທນນາງງາມຈາກປະເທດລາວມີລາຍຊື່ ຕິດອັນດັບ 8 ຂອງການສັງເກດການຈາກເວັບໄຊດັ່ງກ່າວທີ່ຕິດຕາມກອງປະກວດ Miss International 2017 ຕັ້ງແຕ່ມື້ລົງຍົນຢູ່ທີ່ສະໜາມບິນນາຣິຕະ ແລະ ເລີ່ມການເກັບໂຕຈົນຮອດປັດຈຸບັນ, ເປັນແນວໃດກໍ່ຊ່ວຍເຊຍ ແລະ ສົ່ງກຳລັງໃຈ ມີ່ມີ່ ພູນຊັບ ໂຕແທນຈາກປະເທດລາວເຮົາ. ໃນອີກບໍ່ດົນຈະມີການໂຫວດ ແຟນໆສາມາດຕິດຕາມການເຄື່ອນໄຫວໄດ້ທີ່ …
Read More »ຫວານເວີ້! ຊົງຈຸງກິ-ຊອງເຮຄຽວ ຈູງມືກັນເຂົ້າພິທີວິວາສຸດໂຮແມນຕິກ!!!
ຫວານເວີ້!!! ບອກເລີຍງານນີ້ມີແຕ່ຄຳວ່າ Happy Ending ຊົງຈຸງກິ (Song Joong Ki) ແລະ ຊອງເຮຄຽວ (Song Hye Kyo) ຄູ່ພະນາງຈາກຊີ່ຣີ່ສຸດຮິດ Descendants Of The Sun ໄດ້ຈູງມືກັນເຂົ້າພິທີວິວາເປັນທີຮຽບຮ້ອຍໃນວັນທີ 31 ຕຸລາ 2017 ໃນເວລາ 4 ໂມງແລງຕາມເວລາທ້ອງຖິ່ນຂອງ ສ.ເກົາຫລີ ເຊິ່ງບັນຍາກາດພາຍໃນງານເຕັມໄປດ້ວຍຄວາມຫວານ… ໂຮແມນຕິກສຸດໆ, ແຖມງານນີ້ຍັງມີບັນດາໝູ່ເຈົ້າບ່າວ ເຈົ້າສາວທົ່ວທັງວົງການບັນເທິງມາຮ່ວມສະແດງຄວາມຍິນດີຢ່າງຄັບຄາໜາແໜ້ນ. ງານນີ້ເຮັດເອົາແຟນຄລັບນໍ້າຕາແຕກໄປຕາມໆກັນ… ເອົ້າ!!! ຢ່າງໃດກໍສະແດງຄວາມຍິນດີນຳເດີ້ Cr. On pic
Read More »ເປີດໂຕແລ້ວ! ມາເບິ່ງຄວາມອະລັງການງານສ້າງກັບຊຸດປະຈຳຊາດທີ່ຈະໃຊ້ເຂົ້າໃນການປະກວດ Miss Global 2017!!!
ເປີດໂຕແລ້ວ! ກັບຊຸດປະຈຳຊາດ ສຳລັບການປະກວດ Miss Global 2017 ທີ່ປະເທດ ກຳປູເຈຍ ຈະຕັດສິນໃນວັນທີ 17 ພະຈິກ 2017, ເຊິ່ງປິນີ້ ເມ ວະລິສະລາ ຕັງສຸວັນ Miss Global Laos 2017 ໄດ້ເດີນທາງໄປເປັນຕົວແທນສາວງາມເພື່ອເຂົ້າແຂ່ງຂັນ. ມາເບິ່ງ…ຄວາມອະລັງການງານສ້າງກັບຊຸດປະຈຳຊາດ (National Costume) ທີ່ຈະໃຊ້ເຂົ້າໃນການປະກວດ Miss Global 2017 ເຊິ່ງລາວເຮົາກໍໄດ້ຈັດເຕັມເນລະມິດຊຸດທີ່ມີຊື່ວ່າ ນາຄາມະນີວາລີນິມິດ(Jewel of Mekong) ເຊິ່ງໄດ້ແຮງບັນດານໃຈໃນການສ້າງໃຫ້ມີຮູບຮ່າງຄ້າຍກັບພຣະຍານາກ ໂຕມີເກັດ ມີສຽນເຈັດສຽນ ລຳໂຕສີຂຽວທອງເຫລື້ອມ ໃນມືຖືລູກໄຟເຊິ່ງ ໃນຄວາມເຊື່ອໝາຍເຖິງ ວັນທີ່ພະພຸດທະເຈົ້າສະເດັດລົງມາຈາກສະຫັວນຊັ້ນດາວະດຶງ ເຊິ່ງກົງກັບວັນທີ່ 15ຄຳ່ ເດືອນ 11 ຈະເຫັນເປັນລູກໄຟຜຸດຂຶ້ນມາຈາກແມ່ນຳ້ຂອງ ປຽບເຫມືອນເຫຼົ່າພຣະຍານາກໄດ້ມາບູຊາພຣະພຸດທະເຈົ້າເປັນຄວາມເຊື່ອ ແລະ ສັດທາທີ່ຖືກຖ່າຍທອດມາຈາກລຸ້ນສູ່ລຸ້ນ ແລະ ຍັງສືບສານຕໍ່ໄປອີກຍາວນານ. ພຣະຍານາກ ແມ່ນງູທີ່ມີະຫນາດໄຝໃຫ່ຍ ມີຫງອນ …
Read More »