ໃນວັນທີ 3 ພະຈິກ 2017 ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຣຸກ ຈິຣະ ດ່ານບະວອນກຽດ ຄູ່ຮັກດາລາສາວລາວບ່າວໄທ ຈັດພິທີວິວາຫວານຕາມແບບຮີດຄອງປະເພນີລາວຢ່າງອະລັງການງານສ້າງບໍ່ວ່າຈະເປັນງານທີ່ມີຄວາມຫຼູຫຼາຈົນເປັນທີ່ຮືຮາຂອງບັນດາແຟນຄລັບ, ນອກຈາກນັ້ນບັນດາໝູ່ເພື່ອນເຈົ້າສາວ ເຈົ້າບ່າວ ກໍບໍ່ທຳມະດາ ບອກເລີຍງານນີ້ລວມບັນດາຄົນດັງ ເຊເລບຢ່າງຫຼວງຫຼາຍ. ລອງມາເບິ່ງກັນເລີຍ…ແຈ່ມໆທັງນັ້ນ!!! (ຂໍຂອບໃຈສຳລັບຮູບພາບ)
Read More »News
ຂໍສະແດງຄວາມຍິນດີ! ແອັບເປີ້ນ-ຟຣຸກ ຄູ່ຮັກສາວລາວບ່າວໄທ ຈັດພິທີວິວາຫວານຕາມແບບປະເພນີ ລາວ!!!
ຂໍສະແດງຄວາມຍິນດີ! ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຣຸກ ຈິຣະ ດ່ານບະວອນກຽດ ຄູ່ຮັກດາລາສາວລາວບ່າວໄທ ຈັດພິທີວິວາຫວານຕາມແບບຮີດຄອງປະເພນີລາວ, ໃນຊ່ວງເຊົ້າຂອງວັນທີ 3 ພະຈິກ 2017 ເຊິ່ງພິທີດັ່ງກ່າວຈັດຂຶ້ນທີ່ເຮືອນຫໍຂອງທັງສອງຄົນຢູ່ທີ່ປະເທດໄທ, ໂດຍໃນຊ່ວງເຊົ້າມີພິທີແຫ່ຂັນໝາກ, ປົງສິນສອດ ແລະ ຕໍ່ດ້ວຍບາສີສູ່ຂັວນ, ເຊິ່ງງານນີ້ ແອັບເປີ້ນ ມາໃນຊຸດໄໝລາວ ແລະ ຟຣຸກ ມາໃນຊຸດສູດສີຟ້າລຽບຫຼູ, ພາຍໃນພິທີວິວາຂອງ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຣຸກ ຈິຣະ ເຕັມໄປດ້ວຍຄວາມຫວານ ອົບອຸ່ນ ມີບັນດາຄອບຄົວ ໝູ່ເພື່ອນຂອງທັງສອງຄົນ ມີທັງພາຍໃນ ແລະ ນອກວົງການບັນເທີງມາຮ່ວມສະແດງຄວາມຍິນດີກັບທັງສອງຢ່າງອົບອຸ່ນ. ສຳລັບ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຸກ ຈິຣະ ດ່ານບະວອນກຽດ ຄູ່ຮັກດາລາສາວລາວ-ບ່າວໄທ ທັງສອງກໍຄົບຫາເບິ່ງໃຈກັນມາດົນເຖິງ 10 ປີ …
Read More »ງາມຫຼາຍ! ຟ້າໃສ ຈິນນາລີ ໃສ່ຊຸດໄໝລາວທ່ຽວບຸນພ້ອມເຊີນຊວນໃຫ້ທ່ຽວ ບຸນນະມັດສະການພຣະທາດຫຼວງ!!!
ຫຼັງຈາກທີ່ເດີນທາງກັບຈາກປະເທດ ຫວຽດນາມ ເພາະໄປເປັນຕົວແທນສາວລາວໃນການປະກວດ Miss Grand International 2017, ຫຼ້າສຸດ ນ້ອງ ຟ້າໃສ ຈິນນາລີ ນໍລະສິງ ມິສແກຣນລາວ 2017 ກໍໄດ້ໃສ່ຊຸດໄໝລາວທ່ຽວບຸນພ້ອມເຊີນຊວນໃຫ້ພໍ່ແມ່ພີ່ນ້ອງຊາວລາວ ແລະ ຊາວຕ່າງຊາດໃຫ້ໄປທ່ຽວໃນງານ ບຸນນະມັດສະການພຣະທາດຫຼວງ ໃນເຟສບຸກສ່ວນຕົວວ່າ: “ໄປໄປ ຫຼິ້ນບຸນພຣະທາດຫຼວງ ປີນີ້ຊອກເດີ່ນຈອດລົດບໍ່ຍາກ ອາກາດດີ ມີແດດແຕ່ມີລົມເຢັນ ບໍ່ແອອັດ ໄປໄຫວ້ທາດ ໄຫວ້ເຈົ້າ ໄປເບິ່ງສວນເຮືອນລາວ ໃນນັ້ນມີຕະຫຼາດນຳ ເພິ່ນນຸ່ງເຄື່ອງສະໄໝແຕ່ກີ້ ມັກບັນຍາກາດ ອາຫານແຊບອີກ (ມັກປີ້ງກ້ວຍເປັນພິເສດ) ໄປຖ່າຍຮູບຫຼິ້ນກະງາມເດີ້. ບຸນທາດຫຼວງເປັນບຸນທີ່ທັງຜູ້ນ້ອຍ ຜູ້ໃຫຍ່ ຄົນລາວ ຄົນຕ່າງຊາດໃຫ້ຄວາມສົນໃຈ ຊຸກຍູ້ການທ່ອງທ່ຽວລາວ. ທີ່ຟ້າມັກເປັນສ່ວນຕົວອີກຢ່າງແມ່ນ ພໍໄຫວ້ແລ້ວ ທາງນອກມີຮ້ານອາຫານເຄື່ອງດື່ມໄວລຸ້ນ ເຊິ່ງຄິດວ່າເປັນການດຶງດູດໄດ້ຫຼາຍກຸ່ມຄົນດີ (ດຽວໆ ຫຼືວ່າເຮົາເປັນຄົນມັກກິນ… ກັບຊັດປຸມເປົ້ານິ). ບາດເມືອລະຊື້ເຂົ້າຫຼາມມາຕ້ອນແນ່ເດີ້” “That Luang (or …
Read More »TEDxLaneXangAveWomen will be a part of the official worldwide TEDxWomen 2017
The Vientiane community is buzzing with excitement as TEDxWomen, the first female empowerment forum of its kind in Lao PDR, fast approaches. TEDxLaneXangAveWomen has been organized by the Vientiane Global Shapers, a group of diverse individuals from various different nationalities living in Laos. An initiative backed by the World Economic …
Read More »ເງິນເດືອນອອກແລ້ວ! ແຕ່ດຽວກ່ອນ…ລາຍຈ່າຍທີ່ຄວນເຂັ້ມງວດ ຖ້າບໍ່ຢາກໄສ້ແຫ້ງຕອນທ້າຍເດືອນ!!!
ກຳລັງມີບັນຫາກັບລາຍຈ່າຍທີ່ບໍ່ເປັນປະໂຫຍດຢູ່ແມ່ນບໍ່ ຫຼາຍຄົນກຳລັງຄິດໜັກເລື່ອງເງິນເດືອນບໍ່ພໍໃຊ້ ຮອດກາງເດືອນ ຫຼື ທ້າຍເດືອນຍາມໃດຮູ້ສຶກວ່າຈະກະເປົາແບນຕະຫຼອດ ສະນັ້ນ ລອງມາເບິ່ງວິທີຕັດລາຍຈ່າຍທີ່ບໍ່ເປັນປະໂຫຍດໃນຊີວິດປະຈຳວັນ ເພື່ອຈະໄດ້ມີເງິນພໍໃຊ້ແຖມມີຄວາມສຸກ ບໍ່ຕ້ອງມານັ່ງຄິດໜັກອີກຕໍ່ໄປ: ຄ່າ Shopping ສຳລັບສາວໆທີ່ມັກ Shopping ເປັນຊີວິດຈິດໃຈ ຄົງຈະປະຕິເສດບໍ່ໄດ້ເລີຍ ແລະອາດຈະຄວບຄຸມຄ່າໃຊ້ຈ່າຍຍາກສຸດໆ ໂດຍສະເພາະກັບສິນຄ້າເສື້ອຜ້າ ກະເປົ໋າ ເກີບ Collection ໃໝ່ໆ ເຊິ່ງຄ່າໃຊ້ຈ່າຍນີ້ຖືເປັນຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ ແຖມຍັງເຮັດໃຫ້ເຮົາຕິດນິດໃສກາຍເປັນຄົນຟຸ່ມເຟືອຍ ວິທີແກ້ໄຂ ຫຼືຢາກຈະປະຢັດຄ່າໃຊ້ຈ່າຍໃນສ່ວນນີ້ ກໍບໍ່ມີຫຍັງຍາກເລີຍ ພຽງແຕ່ຄວບຄຸມຈິດໃຈ ຕັ້ງສະຕິໃຫ້ໄດ້ ແລະ ເລືອກຊື້ເຄື່ອງເທົ່າທີ່ຈຳເປັນເນາະ ຄ່າສິນຄ້າອຸປະໂພກ ບໍລິໂພກ ຂອງກິນຂອງໃຊ້ທີ່ຕ້ອງຊື້ໃນແຕ່ລະເດືອນ ຖ້າຈະຄິດໄລ່ແລ້ວຕ້ອງຍອມຮັບເລີຍວ່າຕົກເປັນເງິນຈຳນວນຫຼາຍແບບສຸດໆ ແຕ່ຖ້າເພື່ອນໆທ່ານໃດຕ້ອງການປະຢັດຄ່າໃຊ້ຈ່າຍໃນສ່ວນນີ້ ກໍພຽງແຕ່ເລືອກຊື້ຂອງໃຊ້ທີ່ຈຳເປັນເທົ່ານັ້ນ ຈົດລາຍການທີ່ຕ້ອງຊື້ທຸກເທື່ອ ເພື່ອກຳນົດແຜນການໃຊ້ຈ່າຍ, ແຕ່ຖ້າເປັນຂອງໃຊ້ທີ່ຈຳເປັນໃນທຸກໆມື້ເຊັ່ນ: ເຄື່ອງສຳອາງ, ຢາຖູແຂ້ວ, ຄຣີມກັນແດດ ຫຼື ອື່ນໆ ກໍຄວນເລືອກຊື້ສິນຄ້າທີ່ມີລາຄາ Sale ເພາະຈະຊ່ວຍ Save ຈໍານວນເງິນທີ່ຕ້ອງຈ່າຍໄດ້ ຄ່າໂທລະສັບ …
Read More »