ປັນຍາທິບແອັດເວີທາຍຊິງ ຈັບມືກັບແພຼນບີ ມີເດຍ ຮ່ວມລົງທຶນເພື່ອການພັດທະນາເປັນອັນດັບ 1 ໃນຕະຫຼາດສື່ໂຄສະນານອກສະຖານທີ່ໃນ ສປປ ລາວ ໃຫ້ໄດ້ມາດຕະຖານສາກົນ. ນະຄອນຫຼວງວຽງຈັນ ວັນທີ 22 ມິຖຸນາ 2017 ທີ່ໂຮງແຮມ ລາວ-ພຣາຊ່າ ໄດ້ມີພີທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງ ບໍລິສັດ ປັນຍາທິບ ແອັດເວີທາຍຊິງ ເຊິ່ງເປັນບໍລິສັດການລົງທຶນທາງດ້ານໂຄສະນາຄົບວົງຈອນອັນດັບຕົ້ນໆຂອງ ສປປ ລາວ ແລະ ບໍລິສັດ ແພຼນບີ ມີເດຍ (ຈາກປະເທດໄທ) ໄດ້ຮ່ວມເຊັນສັນຍາລົງນາມຮ່ວມທຸລະກິດດ້ານສື່ໂຄສະນາ, ເປັນກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ກິດສະໜາ ວົງໄຊ ປະທານກຸ່ມ ບໍລິສັດ ເຄແອນຊີ, ທ່ານ ນາງ ຢານີ ສີວິໄຊ ອັກຄະຣາຊະທູດທີ່ປຶກສາຝ່າຍການຄ້າປະຈຳສະຖານທູດໄທ ປະຈຳນະຄອນຫຼວງວຽງຈັນ, ພ້ອມດ້ວຍແຂກຜູ້ທີ່ມີກຽດ ແລະ ສື່ມວນຊົນຈຳນວນຫຼວງຫຼາຍທີ່ເຂົ້າຮ່ວມເປັນສັກຂີພະຍານໃນພິທີເຊັນສັນຍາໃນຄັ້ງນີ້. ບໍລິສັດ …
Read More »News
ເກີດຫຍັງຂຶ້ນເມື່ອສາວແກ້ວຕາໂພສແບບນີ້ໃນເຟສບຸກຈົນເຮັດໃຫ້ສິນລະປິນເພື່ອນບ້ານເຂົ້າມາ…
ອຸ້ຍໆໆໆ…ເນັດໄອດໍ້ຄົນດັງຂອງລາວເຮົາບໍ່ທໍາມະດາ ນ້ອງແກ້ວຕາ ພອນປະເສີດ ຫຼັງຈາກທີ່ນາງໄດ້ໂພສຮູບ ຕອນທີ່ນາງກໍາລັງໃຫ້ໝູ່ເພື່ອນແຈກລາຍເຊັນໃສ່ເສື້ອຫຼັງຈາກທີ່ເສັງມໍ 7 ແລ້ວ ລົງໃນເຟສບຸກສ່ວນຂອງນາງ ແຕ່ສິ່ງທີ່ຄິດບໍ່ເຖິງກໍ່ເກີດຂຶ້ນ ເມື່ອມີສິນລະປິນໜຸ່ມຫຼໍ່ຄົນດັງຜູ້ມີຄວາມສາມາດຫຼາຍໆດ້ານ ຂອງປະເທດເພື່ອນບ້ານເຂົ້າມາກົດໄລ໌ໃຫ້ ເຊິ່ງເຮັດໃຫ້ເປັນທີ່ຮືຮາຂອງບັນດາແຟນຄັບທັງປະເທດເຮົາ ແລະ ປະເທດເພື່ອນບ້ານອີກ ເຊິ່ງໜຸ່ມຫຼໍ່ໜ້າຕາດີ ທີ່ແອດເວົ້າເຖິງນີ້ເປັນເຈົ້າຂອງເພງດັງທີ່ໃຜກໍຮ້ອງໄດ້ ນັ້ນກໍຄື ໜຸ່ມເບີ້ນ ປະທຸມຣາດ ເຈົ້າຂອງບົດເພງ ອ້າຍມີເຫດຜົນ ນັ້ນເອງ ວ້າວໆໆ…ດັງຂ້າມປະເທດເລີຍ ແລະ ໄດ້ມີເພສດັງຂອງປະເທດເພື່ອນບ້ານເຮົາກໍ່ໄດ້ເວົ້າເຖິງສາວແກ້ວຕາແບບນີ້ອີກ.
Read More »ຫຼັງຈາກເສັງຈົບຊັ້ນແລ້ວໃຜເຄີຍເຮັດແນວນີ້ແດ່!
ການເສັງຈົບຊັ້ນຂອງນ້ອງໆນັກຮຽນມໍ 7 ລຸ້ນທີ 7 ປີ 2017 ( ປາໂທເລກງາມແທ້ 777 ) ກໍ່ເປັນອັນວ່າສໍາເລັດໄປແລ້ວເນາະ ແຕ່ຍັງບໍ່ຮູ້ວ່າຜົນການສອບເສັງຊິອອກມາເປັນແບບໃດ. ມື້ວານເປັນມື້ສຸດທ້າຍຂອງການສອບເສັງ ຫຼັງຈາກສອບເສັງແລ້ວບັນດານ້ອງໆຮັກຮຽນມໍ 7 ທັງຫຼາຍຕ່າງກໍພາກັນດີໃຈ ແຈກລາຍເຊັນ, ຂຽນຄວາມຮູ້ສຶກ…ໃສ່ເສື້ອໃຫ້ກັນໄປຕ່າງໆນາໆ ( ສະໄໝຕອນແອດຮຽນຈົບກໍແຈກລາຍເຊັນປານດາລາພຸ້ນແຫຼະ…555 ). ຕໍ່ຈາກນີ້ໄປກໍເລີ່ມກ້າວເຂົ້າຮົ້ວຂອງການສຶກສາໄປເປັນໜຸ່ມໆສາວໆມະຫາໄລແລ້ວ ແຕ່ທີ່ຍັງເຫຼືອໄວ້ກໍຄືມິດຕະພາບ ແລະ ຄວາມຊົງຈໍາທີ່ດີທີ່ມີໃຫ້ກັນ ຫຼື ລາຍເຊັນຢູ່ເສື້ອ…555. ແອດໄດ້ນໍາເອົາຮູບພາບຄວາມປະທັບໃຈຂອງນ້ອງໆນັກຮຽນ ແລະ ບົດເພງມ່ວນໆມາຝາກ!! #ຖ້າໃຜຄິດຮອດສະໄໝຕອນເປັນນັກຮຽນມໍ 7 ຫຼື ມີຮູບໃຜຢ່າລືມແຊໄປໃຫ້ທຸກຄົນໄດ້ຮູ້!! ບົດເພງ: ລາຍເຊັນ ມໍ 7 ສິນລະປິນ: MiXERS
Read More »ຂໍສະແດງຄວາມຍິນດີ! ກິກ ໄພລິນດາ ໃຫ້ກຳເນີດທາຍາດແລ້ວເປັນລູກຊາຍ ແຖມໜ້າຮັກຫຼາຍ!!!
ກາຍເປັນຄອບຄົວທີ່ສົມບູນແບບເປັນທີ່ຮຽບຮ້ອຍສຳລັບ ກິກ ໄພລິນດາ ພິລາວັນ ອະດີດນາງງາມປີ 2009 ທີ່ກ່ອນໜ້ານີ້ເພິ່ນກໍແຕ່ງດອງໄປກັບຄົນຮັກກໍຖືວ່າເປັນຂ່າວດີກັບວົງການບັນເທິງບ້ານເຮົາ ແລະ ຫຼ້າສຸດກໍຍິ່ງເປັນຂ່າວດີອີກແລ້ວເມື່ອໄດ້ຍິນຂ່າວວ່າກິກໃຫ້ກຳເນີດທາຍາດໃນວັນທີ 21 ມິຖຸນາ 2017 ເຊິ່ງລູກຂອງກິກເປັນເພດຊາຍ ແຖມມີຄວາມໜ້າຮັກໜ້າຊັງຫຼາຍ ອອກມາໄດ້ສົມບູນແຂງແຮງ, ຢ່າງໃດ ທີມງານ ຂວັນໃຈ ແລະ ແຟນເພສທຸກໆຄົນກໍຂໍສະແດງຄວາມດີໃຈກັບສາວ ກິກ ນຳຫຼາຍໆ ຂໍໃຫ້ແຂງແຮງທັງແມ່ທັງລູກໄວໆເລີຍເດີ້!!! #ແຊຣໄປເປັນກຳລັງໃຈໃຫ້ແມ່ມືໃໝ່ກັນແດ່ ທີ່ມາ: Kik Phailinda Philavanh
Read More »ແມ່ກໍຄືແມ່! ເຄີຍເຫັນແຕ່ຕອນແຕ່ງໜ້າບໍ່ຄິດວ່າໜ້າສົດ ອໍ້າ ພັດຊະຣາພາ ຈະເປັນແບບນີ້???
ເວົ້າເຖິງ ອໍ້າ ພັດຊະຣາພາ ໄຊເຊື້ອ ໃຜໆກໍຄົງຈະຮູ້ຈັກ ເພາະນາງເປັນເຖິງຊຸບເປີສະຕາໝາຍເລກໜຶ່ງຂອງປະເທດເພື່ອນບ້ານ ແຖມມີແຟນຄລັບຢ່າງຫຼວງຫຼາຍໄປໂຊໂຕຢູ່ໃສ ຫ້າງໃດ ຫ້າງນັ້ນຕ້ອງຄັບຄາໜາແໜ້ນໄປດ້ວຍຜູ້ຄົນທີ່ໄປລໍຖ້າເບິ່ງຄວາມງາມ ໜ້າຮັກ ແລະ ເຊັກຊີ່ຂອງເພິ່ນ, ແຕ່ແຟນຄລັບສ່ວນຫຼາຍກໍຄົງຈະຍັງບໍ່ເຄີຍເຫັນຕອນທີ່ ອໍ້າ ພັດຊະຣາພາ ເຜີຍໜ້າສົດໆ ແບບໄຮ້ເຄື່ອງສຳອາງແມ່ນບໍ່? ຫຼ້າສຸດ ອໍ້າ ພັດຊະຣາພາ ກໍໂພສຮູບພາບເຂົ້າວັດເຮັດບຸນແຕ່ເຊົ້າໆ ແຖມບໍ່ແຕ່ງໜ້າເປີດເຜີຍໜ້າສົດທີ່ໃສໆ ປານສາວນ້ອຍຂຶ້ນໃໝ່ ຂະໜາດບໍ່ແຕ່ງຍັງງາມສົມກັບເປັນຊຸບເປີສະຕາໝາຍເລກ 1 ອີ່ຫລີ!!! ບໍ່ເຊື່ອລອງມາເບິ່ງຮູບພາບໜ້າສົດຂອງ ຊຸບເປີສະຕາ ອໍ້າ ພັດຊະຣາພາ ຄົນນີ້ລອງເບິ່ງເດີ້!!! ທີ່ມາ: aum_patchrapa
Read More »