Breaking News

News

HUAWEI P10 ນໍາສະເໜີສີໃໝ່ ສີຂຽວ ( Greenery ) ຂໍ້ສະເໜີສຸດພິເສດຮ່ວມກັບ ລາວໂທລະຄົມ ແລະ ອິອອນ

ໃນວັນທີ 17 ມິຖຸນາ 2017 ທີ່ຜ່ານມາ ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້ ບໍລິສັດຫົວເຫວີຍ ໄດ້ມີການນໍາສະເໜີ HUAWEI P10 PLUS ສີຂຽວ(Greenery) ສີສັນຂອງປີ 2017 ທີ່ຈະເປັນຕົວແທນແຟຊັ້ນຂອງປີນີ້ ພ້ອມກັບຂໍ້ສະເໜີສຸດພິເສດໃໝ່ລ່າສຸດທີ່ຮ່ວມມືກັບ ບໍລິສັດລາວໂທລະຄົມ ແລະ ອິອອນ%. ພາຍໃນງານ ທ່ານນາງ ຊັດຊະນີ ສຸມາເນດ ຮອງຜູ້ອຳນວຍການຝ່າຍອຸປະກອນສື່ສານຫົວເຫວີຍລາວໄດ້ໃຫ້ກຽດຂຶ້ນສະເໜີວ່າ: ຫົວເຫວີຍ P10 Plus ສີຂຽວ ສີແຫ່ງປີ 2017 ເຊິ່ງບໍລິສັດຫົວເຫວີຍໄດ້ຮ່ວມມືກັບສະຖາບັນແຫ່ງສີ Pantone ເຊິ່ງເປັນຜູ້ຊ່ຽວຊານກ່ຽວກັບສີລະດັບໂລກ ທີ່ຈະເຮັດໃຫ້ສະມາດໂຟນມີສີສັນໃໝ່ໆ ທີ່ບໍ່ເຄີຍມີມາກ່ອນ ກໍ່ເຊັ່ນດຽວກັນກັບສີຂຽວ (Greenery) ທີ່ໂຕເຄື່ອງມີການອອກແບບທີ່ໃຫ້ຄວາມຫຼູຫຼາຫຼາຍຂຶ້ນ ດ້ວຍພື້ນຜິວ Diamond-cut ພາໃຫ້ເກີດຄວາມແວວວາວເມື່ອກະທົບກັບແສງ ເຊິ່ງພາໃຫ້ໂທນສີນີ້ກາຍເປັນສີຍອດນິຍົມ ແລະ ບໍ່ຄ່ອຍເຫັນມາກ່ອນ, ນອກຈາກນີ້ກໍ່ຍັງມີອີກຫຼາກຫຼາຍສີສັນໃຫ້ທ່ານໄດ້ເລືອກເຊັ່ນ: Greenery, Dazzling Blue, Dazzling Gold, …

Read More »

ນູ່ນີ່ ອອກມາເວົ້າແລ້ວກ່ຽວກັບຮູບຄູ່ກັບຜູ້ຊາຍ ແລະ ແຄັບຊັ້ນສຸດຫວານທີ່ເຮັດເອົາແຟນຄລັບງົງ!!! (ມີຄລິບ)

ກາຍເປັນກະແສຮືຮາໃນຊ່ວງທ້າຍອາທິດທີ່ຜ່ານມາ ເປັນເລື່ອງລາວຂອງສາວ ນູ່ນີ່ ກຸມພົນພັກດີ ສາວໂຕນ້ອຍໜ້າຮັກຂວັນໃຈຂອງຫຼາຍໆຄົນ ທີ່ຢູ່ໆນາງກໍໄດ້ອອກມາໂພສຮູບຄູ່ພ້ອມແຄັບຊັ່ນສຸດຫວານ…ຈົນກາຍເປັນກະແສ ດຣ່າມ່າ ພາຍໃນຂ້າມຄືນ ເພາະເປັນໃຜກໍຄົງຈະຄິດວ່າຜູ້ຊາຍທີ່ຢູ່ໃນຮູບພາບເປັນຫວານໃຈຂອງນາງ, ຈົນຫຼ້າສຸດ ນູ່ນີ່ ແລະ ຜູ້ຊາຍຢູ່ໃນຮູບພາບກໍໄດ້ອອກມາຂໍໂທດແຟນຄລັບທີ່ເຮັດໃຫ້ເຂົ້າໃຈຜິດ ເພາະທັງສອງເປັນພຽງແຕ່ໜູ່ຮ່ວມງານທີ່ມີຄວາມຮູ້ສຶກດີໆໃຫ້ກັນເທົ່ານັ້ນ ບໍ່ໄດ້ເປັນແຟນແຕ່ຢ່າງໃດ!!! https://www.facebook.com/noony.koumphonphakdee/videos/1883473171907691/   ໂອ້ຍ!!! ໃຄແດ່…ເຮັດເອົາ ຊະນີIndy ແລະ ແຟນໆງົງ ແລະ ໃຈຫາຍໃຈຄວໍ້າໄປຕາມໆກັນ ມື້ໜ້າຖ້າຈະໂພສລັກສະນະແບບນີ້ຝາກສາວ ນູ່ນີ່ ຄົນງາມບອກເປັນໄນໆໃຫ້ທຸກໆຄົນໄດ້ຮູ້ກັນກ່ອນແດ່ເດີ້ ອິອິ ເພື່ອຈະບໍ່ໄດ້ມານັ່ງງົງວ່າມັນເປັນແນວໃດກັນແທ້ຫັ້ນນ່າ (555) ຂໍຂອບໃຈຮູບພາບ: Noony Koumphonphakdee

Read More »

ກຸ່ມບໍລິສັດ K&C ບິແບ່ງຜົນກຳໄລຊ່ວຍເຫຼືອສັງຄົມ

 ກຸ່ມບໍລິສັດ ເຄແອນຊີ (K&C Group)  ໄດ້ຈັດພິທີ ມອບ-ຮັບ ເສັ້ນທາງເບຕົງເສີມເຫຼັກ ມູນຄ່າ  602,046,000 ກີບ ຢູ່ທີຮ່ອມ 13 ບ້ານ ສີສະຫວາດ  ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນຕອນແລງຂອງວັນທີ  16 ມິຖຸນາ 2017.   ໂດຍການມອບຂອງທ່ານ ກິດສະໜາ ວົງໄຊ ແລະ ນາງ ຈັນທະຈອນ ວົງໄຊ ປະທານ ແລະ ຮອງປະທານ ກຸ່ມບໍລິສັດ ເຄແອນຊີ ແລະ ກ່າວຮັບໂດຍທ່ານ ນາງ ບົວລອນ ວົງດາລາແສນ ຄະນະພັກນະຄອນຫຼວງວຽງຈັນ, ເລຂາພັກເມືອງ ເຈົ້າເມືອງ ເມືອງຈັນທະບູລີ. ໃຫ້ກຽດເຂົ້າຮ່ວມງານໂດຍທ່ານ ປອ ສິນລະວົງ ຄຸດໄພທູດ ເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນຜູ້ຕາງໜ້າໃຫ້ກັບທາງພາກລັດຖະບານ ໃນການມອບຫຼຽນໄຊ ພັດທະນາຊັ້ນ III …

Read More »

ຕະລຶງ! ນູ່ນີ່ ໂຊຄວາມຫວານຜ່ານສື່ ເປີດໂຕແຟນຕົວຈິງສຽງຈິງ!!!

ກາຍເປັນກະແສສຸດຮ້ອນແຮງທາງສັງຄົມອອນລາຍ ເພາະວ່າສາວ ນູ່ນີ່ ກຸມພົນພັກດີ ຫຼື (ນູ່ນີ່ Take me out Thailand) ໄດ້ອອກມາໂພສຮູບຄູ່ກັບຫວານໃຈ ແຖມຍັງຂຽນຄຳອະທິບາຍສຸດແສນຈະໂລແມນຕິກວ່າ: “ຂອບໃຈຫຼາຍໆ ທີ່ຢູ່ນຳກັນຕະຫຼອດມາ ໃນເວລາທຸກ ແລະ ເວລາສຸກ ຂອບໃຈທີ່ຮັກກັນສະເໝີມາ” ພໍແຕ່ໂພສແບບນີ້ເຮັດໃຫ້ມີແຟນຄລັບເຂົ້າມາສະແດງຄວາມຍິນດີກັບສາວນູ່ນີກັນຢ່າງຫຼວງຫຼາຍ. ແຕ່ກໍເກີດມີກະແສ ດຣ່າມ່າ ເພາະເກີດຄວາມຕະລຶງຂອງແຟນໆວ່າ ໃນຂະນະນີ້ ນູ່ນີ່ ຍັງເປັນອີກໜຶ່ງສາວທີ່ໄປຮ່ວມໃນລາຍການເລືອກຄູ່ຊື່ດັງຂອງຝັ່ງປະເທດເພື່ອນບ້ານ ແຕ່ກັບເປີດໂຕແຟນຕົວຈິງສຽງຈິງ ເຮັດໃຫ້ເກີດມີຄົນເຂົ້າໄປສະແດງຄວາມຄິດເຫັນກັນຕ່າງໆນາໆ, ເຖິງຢ່າງໃດກໍຕາມກໍຂໍເປັນກຳລັງໃຈໃຫ້ກັບສາວ ນູ່ນີ່ ເພາະຄວາມຮັກງົດງາມສະເໝີເນາະ!!! ຂໍຂອບໃນຮູບພາບຈາກ: Noony Koumphonphakdee

Read More »

ໝຸ່ມລາວຄົນນີ້ມີຄວາມບໍ່ທໍາມະດາ

ວ້າວໆໆ…ເຫັນແລ້ວຫົວໃຈຫວັ່ນໄຫວເລີຍ…555 ມື້ວັນສຸກມື້ທ້າຍອາທິດແບບນີ້ ແອດໄດ້ໄປສ່ອງ IG ຂອງສະຈວດໝຸ່ມຫຼໍ່ໆຂອງສາຍ ການບິນລາວ ( Lao Airlines ) ທີ່ມີຊື່: tanaphounsavath  ແອດກໍ່ເລີຍເອົາຮູບມາຝາກໃຫ້ສາວໄດ້ເບິ່ງ ຖ້າສາວໆໄດ້ເບິ່ງແອດເຊື່ອເລີຍວ່າ ຫົວໃຈຂອງສາວໆຈະສົດຊື່ນຂຶ້ນຢ່າງແນ່ນອນ ໂອ້ຍໆໆໆ…ທັງຫຼໍ່, ທັງວຽກດີ ເປັນທີ່ໝາຍປອງຂອງສາວຫຼາຍໆຄົນ ( ໃນນັ້ນລວມທັງແອດນໍາ…555 ) ເອົາລະເວົ້າສໍານີ້ພໍແລ້ວຈັກໜ້ອຍເວົ້າຫຼາຍຊິວ່າແອດຂີ້ຕົວະອີກ ໄປເບິ່ງຮູບພ້ອມກັນເລີຍວ່າຈະຫຼໍ່ແທ້ບໍ!! ຮູບພາບຈາກ: IG : tanaphounsavath

Read More »