Breaking News

News

Icon Pride (ສາຍຮຸ້ງ) ໝາຍເຖິງຫຍັງ? ຄໍາຕອບຢູ່ໃນນີ້!

ເຊື່ອວ່າຫຼາຍໆຄົນຄົງຈະສົງໄສຄືກັນກັບແອດວ່າ ໃນ Facebook ເປັນຫຍັງຄືມີ Icon ສາຍຮຸ້ງຂຶ້ນມາເພີ່ມຕຶ່ມອີກ ແລະ ຫຼາຍໆຄົນກໍຄົງຈະໄດ້ໃຊ້ກັນໄປແລ້ວ ສໍາລັບ Icon ສາຍຮຸ້ງນີ້ ເມື່ອໃຊ້ໄປແລ້ວເຮົາຮູ້ຄວາມໝາຍບໍ່ລະວ່າມັນແປວ່າຫຍັງ ເພາະມັນກໍບໍ່ໄດ້ບອກຄວາມໝາຍເຕັມໄວ້ຄືກັນ ເວລາເຮົາກົດມັນກໍຈະຂຶ້ນມາແຕ່ຄໍາວ່າ Pride ໃຫ້ເຮົາເຫັນກັນ ແລ້ວຄວາມໝາຍທີ່ຂອງ Pride ນີ້ມັນແປວ່າຫຍັງ? ມື້ນີ້ຂວັນໃຈມີຄໍາຕອບມາໃຫ້ແຟນຂວັນໃຈ ແລະ Facebook ໄດ້ຮູ້ຈັກກັນ! Icon Pride ນີ້ເພີ່ນໄດ້ເພີ່ມຂຶ້ນມາເພື່ອເປັນການສະໜັບສະໜູນໃນຄວາມຫຼາກຫຼາຍເພດນັ້ນເອງ ເຊິ່ງໃນໄລຍະເດືອນນີ້ ທີ່ໄດ້ມີການປະກາດກົກໝາຍຍອມຮັບ ໃຫ້ຄູ່ຮັກຫຼາກຫຼາຍເພດສາມາດແຕ່ງງານກັນໄດ້ນັ້ນເອງ. ທີີ່ມາ: Priceza.com

Read More »

ງາມຫຼາຍ! ບັນດານາງສາວລາວຜູ້ເຂົ້າຮອບ 20 ຄົນສຸດທ້າຍ “Miss Grand Laos 2017”

ພິທີເປີດຕົວ 20 ນາງສາວຜູ້ເຂົ້າປະກວດ “Miss Grand Laos” ຢ່າງເປັນທາງການ!!! ໃນວັນທີ 13 ມິຖຸນາ 2017 ທີ່ຜ່ານມາໄດ້ມີພິທີເປີດຕົວ 20 ນາງສາວຜູ້ເຂົ້າປະກວດ “Miss Grand Laos” ຢູ່ທີ່ນະຄອນຫຼວງວຽງຈັນ, ຫຼັງຈາກທີ່ໄດ້ມີການເປີດຮັບສະໝັກບັນດານາງສາວທີ່ມີເງື່ອນໄຂ ແລະ ຄວາມພ້ອມຕ່າງໆ ບໍ່ວ່າຈະເປັນສ່ວນສູງ 168ຊມ ຂຶ້ນໄປ, ມີອາຍຸລະຫວ່າງ 17-27, ແລະ ບຸກຂະລິກກະພາບພຽບພ້ອມ, ເຊິ່ງກໍ່ໄດ້ເປີດຮັບສະໝັກຕັ້ງແຕ່ເດືອນເມສາ ຈົນເຖິງວັນທີ 17 ພຶດສະພາ 2017 ທີ່ຜ່ານມາ, ກໍ່ໄດ້ມີການຄັດເລືອກເພື່ອທີ່ຈະຄັດຜູ້ເຂົ້າຮອບ 20 ຄົນສຸດທ້າຍ, ເພື່ອເຮັດກິດຈະກຳຕ່າງໆກ່ອນທີ່ຈະຮອດວັນປະກວດຮອບຕັດສິນໃນວັນທີ 15 ກໍລະກົດ 2017 ທີ່ຈະມາເຖິງນີ້, ເຊິ່ງເປັນກຽດເປັນປະທານເປີດງານໂດຍ ທ່ານ ດຣ ຫົງຄຳ ສຸວັນນະວົງ ປະທານໂທລະພາບທີວີລາວ ແລະ ປະທານຈັດງານປະກວດມິສແກຣນລາວ, …

Read More »

ສຸດຍອດ! ຕົວແທນຈາກປະເທດລາວຄວ້າລາງວັນ “ຂວັນໃຈສື່ມວນຊົນ” ໃນເວທີລະດັບໂລກ!!!

ເປັນທີ່ໜ້າຊື່ນຊົມຍິນດີກັບຕົວແທນຈາກປະເທດລາວ ອຸງ ທົດສະພອນ ສິດພະໄຊ ທີ່ສາມາດເອົາຊະນະລາງວັນ “ຂວັນໃຈສື່ມວນຊົນ” ໃນເວທີລະດັບໂລກຢ່າງ “Mister National Universe 2017” ເຊິ່ງການປະກວດໄດ້ຜ່ານໄປແບບສົດໆຮ້ອນໆໃນຄໍ່າຄືນຂອງວັນທີ 13 ມິຖຸນາ 2017 ທີ່ຜ່ານມາ, ການປະກວດໃນເວທີລະດັບໂລກຕົວແທນຈາກປະເທດລາວເຮົາກໍເຮັດໄດ້ດີ ແລະ ມີຄວາມພະຍາຍາມຢ່າງເຕັມທີ່ ແລະ ກໍບໍ່ເຮັດໃຫ້ຄົນລາວຜິດຫວັງເພາະສາມາດເຂົ້າໄປເຖິງຮອບ 10 ຄົນສຸດທ້າຍ ແຖມຍັງເອົາຊະນະໃຈທັງຄົນລາວເຮົາ ແລະ ຄົນທົ່ວໂລກເພາະຄວ້າລາງວັນ Media Choice Awards ຫຼື “ຂວັນໃຈສື່ມວນຊົນ” ນັ້ນເອງ. ການທີ່ຄົນລາວເຮົາກ້າວມາໄກ ແລະ ມີຄວາມສາມາດເຖິງພຽງນີ້ກໍເປັນເລື່ອງທີ່ໜ້າຍິນດີແລ້ວ, ເຖິງຈະບໍ່ໄດ້ລາງວັນທີ 1,2,3 ກໍບໍ່ເປັນຫຍັງເພາະຖືວ່າເຮັດໄດ້ດີຫຼາຍ ແລະ ເອົາຊະນະໃຈຄົນລາວເຮົາໄປແບບເຕັມໆ!!! #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ ຂໍຂອບໃຈຮູບພາບ

Read More »

ງາມຫຼາຍສາວນ້ອຍໜ້າຮັກນັກຮຽນມໍປາຍຄົນນີ້

ມື້ນີ້ແອດ…ມີເລື່ອງຊິມາເລົ່າສູ່ຟັງ ຄືແອດໄດ້ໄປສອດສ່ອງ Facebook ຂອງສາວນ້ອຍໜ້າຮັກຄົນໜຶ່ງ ທີ່ມີຊື່ວ່າ: Nanhtaly Thanonxay  ( ນັນຕາລີ ທະນົນໄຊ ) ເມື່ອແອດໄດ້ໄປສ່ອງເຟສນ້ອງຄົນນີ້ ແອດກໍ່ໄດ້ເຫັນຄວາມໜ້າຮັກສົດໃສສົມໄວ, ບໍ່ວ່າຈະແຕ່ງກາຍມາ Style ໃດກໍໜ້າຮັກໄປໝົດ ນອກຈາກຄວາມງາມ ແລະ ໜ້າຮັກເທົ່ານັ້ນຍັງບໍ່ພໍ ສາວນ້ອຍຄົນນີ້ຍັງມີຄວາມສາມາດອີກຫຼາກຫຼາຍຢ່າງອີກ ແອດກໍເລີຍໄດ້ນໍາເອົາຮູບພາບ ຂອງສາວນ້ອຍຄົນນີ້ມາໃຫ້ແຟນໄດ້ຊົມ ວ່າຊິງາມຊິໜ້າຮັກແທ້ສົມກັບແອດເວົ້າແທ້ ຫຼື ບໍນັ້ນໄປເບິ່ງກັນເລີຍ!! ຮູບພາບ FB: Nanhtaly Thanonxay

Read More »

ຕື່ນເຕັ້ນກັນສຸດໆເລີຍ!!! ມາຮ່ວມສົ່ງແຮງໃຈໃຫ້ ອຸງ ທົດສະພອນ ຕົວແທນຈາກປະເທດລາວ

ຕື່ນເຕັ້ນກັນສຸດໆເລີຍ!!! ມື້ນີ້ແລ້ວທີ່ຈະໄດ້ຮູ້ຜົນການປະກວດ “Mister National Universe 2017” ເຊິ່ງໜຶ່ງໃນນັ້ນມີຊາຍໜຸ່ມສຸດເຈົ້າຊູ້ ອຸງ ທົດສະພອນ ສິດພະໄຊ ທີ່ເດີນທາງໄປເປັນຕົວແທນປະເທດລາວ ແລະ ເຊື່ອວ່າແຟນໆທຸກໆຄົນກໍຄົງຈະໄດ້ຮູ້ກັນແດ່ແລ້ວວ່າການປະກວດ Mister National Universe ໃນປີນີ້ຈັດຂຶ້ນທີ່ ຫົວຫິນ ປະເທດໄທ ແລະ ການປະກວດກໍເລີ່ມຕັ້ງແຕ່ວັນທີ 5 ມິຖຸນາ ຈົນມາຮອດວັນທີ 13 ມິຖຸນາ ກໍເປັນມື້ທີ່ທຸກໆຄົນທົ່ວໂລກຈະຮູ້ກັນວ່າໃຜຈະເປັນຄົນໄດ້ຮັບຕຳແໜ່ງ Mister National Universe 2017 ນີ້ໄປຄອງ, ດັ່ງນັ້ນເຮົາຄົນລາວມາຮ່ວມສົ່ງກຳລັງໃຈໃຫ້ໜຸ່ມລາວ ອຸງ ທົດສະພອນ ໂດຍການເຂົ້າໄປ ກົດໄລ້ ກົດແຊຣ ຮູບພາບຂອງໜຸ່ມອຸງຢູ່ທີ່ເພສ (Mister National Universe the new Gen of the future) ເພາະຄະແນນທີ່ຄົນລາວເຮົາກົດໄລ້ ແລະ ແຊຣ ນັ້ນຈະເປັນຄະແນນສະສົມໃຫ້ຕົວແທນຈາກລາວເຮົານັ້ນເອງ. …

Read More »