Breaking News

News

ຫວານສຸດໆ! ປ໋ອກຈັດເຊີໄພ້ຂໍມາກີ້ແຕ່ງດອງທີ່ສວນສະໜຸກດິດນີ່ແລນ!!!

ເປີດເຟສບຸກມາກໍເຈິຂ່າວດີແຕ່ເຊົ້າເລີຍ… ເຊິ່ງເປັນຂ່າວດີຂອງຄູ່ຮັກປະເທດເພື່ອນບ້ານຂອງເຮົານັ້ນກໍຄື ມາກີ້ ແລະ ປ໋ອກ ຄູ່ຮັກນັກສະແດງຊື່ດັງຂວັນໃຈຂອງໃຜຫຼາຍໆຄົນ, ຫຼ້າສຸດໃນມື້ນີ້ທີ່ສວນສະໜຸກດິດນີ່ແລນ ປະເທດ ອາເມລິກາ ໜຸ່ມ ປ໋ອກ ແຟນໜຸ່ມຂອງ ນັກສະແດງສາວ ມາກີ້ ກໍໄດ້ຈັດເຊີໄພ້ໂດຍການກຽມກັບບັນດາໜູ່ເພື່ອນໃນວົງການ 10 ກວ່າຄົນເພື່ອຈະຂໍສາວ ມາກີ້ ແຕ່ງດອງຈົນສຳເລັດໃນທີ່ສຸດ, ເຊິ່ງເປັນທີ່ໜ້າຍິນດີ ບັນຍາກາດອ້ອມຮອບກໍເປັນໃຈສຸດໆ ຈົນເຮັດໃຫ້ມີທັງໜູ່ເພື່ອນຂອງທັງສອງ ແລະ ບັນດາແຟນຄລັບເຂົ້າໄປສະແດງຄວາມຍິນດີກັບທັງສອງຢ່າງຫຼວງຫຼາຍ. ສຳລັບການຈັດກຽມເຊີໄພ້ຂໍແຕ່ງດອງໃນເທື່ອນີ້ ປ໋ອກ ໃຊ້ເວລາເຖິງ 1 ປີໃນການກະກຽມກັນເລີຍ, ຢ່າງໃດກໍຂໍສະແດງຄວາມຍິນດີກັບທັງສອງນຳເດີ້!!!  

Read More »

 ຊົມເຊີຍ! ໄວໜຸ່ມລາວຄົນເກັ່ງ ບິນລີ່ ສີອຳພັນ ພິຊິດມາແລ້ວ 2 ໂຄງການໃຫ່ຍ, ວ່າທີ່ອະນາຄົດຂອງວົງການແຟຼຊັ່ນ!!!

ວ້າວໆໆ!!! ມື້ນີ້ ຊະນີIndy ຮູ້ສຶກຕື່ນເຕັ້ນກັບໄວໝຸ່ມລາວເຮົາຫຼາຍໆ ແລະ ພາກພູມໃຈທີ່ຈະນຳສະເໝີວ່າທີ່ອະນະຄົດຂອງວົງການແຟຊັ່ນລາວນັ້ນກໍຄື ທ້າວ ສີອຳພັນ ຈັນທະວົງວິຈິດ (ບິນລີ່) ອາຍຸ 19 ປີ ຈາກເມືອງ ປາກເຊ ແຂວງຈຳປາສັກ, ກຳລັງສຶກສາຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ຄະນະສະຖາປັດຕະຍາກຳສາດ ພາກວິຊາອອກແບບຜະລິດຕະພັນ, ບິນລີ່ ຈະເອີ້ນໄດ້ວ່າເປັນໄວໜຸ່ມລາວທີ່ເກັ່ງ ແລະ ມີຄວາມສາມາດຫຼາຍກໍວ່າໄດ້ ເພາະສາມາດແຂ່ງຂັນເປັນຜູ້ຊະນະເລີດໃນໂຄງການ ນັກອອກແບບໜຸ່ມນ້ອຍ “Lao Young Designer 2016” ຈົນໄດ້ທຶນໄປສຶກສາຕໍ່ທີ່ສະຖາບັນແຟຼຊັ່ນລະດັບໂລກໃນປະເທດ ຝຣັ່ງ ມາແລ້ວ ແລະ ຫຼ້າສຸດໃນເມື່ອບໍ່ດົນມານີ້ ບິນລີ່ ກໍຍັງເປັນ 1 ໃນ 2 ຄົນ ສຸດທ້າຍຂອງໂຄງການ “AirAsia Runway Ready Designer Search 2017” ທີ່ຈະເປັນຕົວແທນຈາກປະເທດລາວໄປແຂ່ງຂັນຮອບສຸດທ້າຍ ຊຶ່ງການແຂ່ງຂັນດັ່ງກ່າວຈະມີທັງໝົດ 10 …

Read More »

ໜ້າຮັກ! ແອັບເປີ້ນ-ຟຸກ ວ່າທີ່ເຈົ້າສາວ-ເຈົ້າບ່າວ ກຽມຕົວໃນຊຸດໄໝລາວ

ໜ້າຮັກແທ້ເດສຳລັບຄູ່ຮັກໄອດໍ້ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຸກ ຈິຣະ ເຊິ່ງທັງສອງເປັນເຖິງຄູ່ຮັກດາລາສາວລາວ-ບ່າວໄທ ທີ່ໃຜໆກໍຄົງຈະຮູ້ຈັກ ແລະ ທັງ 2 ກໍກຳລັງທີ່ຈະມີຂ່າວດີພິທີວິວາໃນຊ່ວງເດືອນ ພະຈິກ ທີ່ຈະມາເຖິງ, ກ່ອນໜ້ານີ້ແອັບເປີ້ນກໍມີການເປີດເຜີຍຊຸດເຈົ້າສາວປະເພນີໄທເຊິ່ງເປັນຊຸດລາຕີຍາວລາຍລູກໄມ້ສີຂາວທີ່ງາມ ແລະ ລຽບຫຼູ ໄປແລ້ວ ແລະ ຫຼ້າສຸດວ່າທີ່ເຈົ້າສາວເຈົ້າບ່າວກໍໄດ້ເດີນທາງກັບມາທີ່ປະເທດລາວເພື່ອມາເບິ່ງຊຸດໄໝລາວທີ່ຈະໃຊ້ໃນພິທີມົງຄຸນສົມຣົດຂອງທັງສອງນັ້ນເອງ. ສຳລັບຊຸດໄໝລາວຂອງທັງສອງນັ້ນຄາດວ່າຈະຍັງຢູ່ໃນຊ່ວງຄັດເລືອກເພື່ອໃຫ້ໄດ້ຊຸດທີ່ງາມແລະຖືກໃຈທັງສອງທີ່ສຸດ, ກໍແນວວ່າງານມົງຄຸນສົມຣົດທັງທີຕ້ອງໃຫ້ໄດ້ຊຸດທີ່ງາມ ຕໍ່າທໍດ້ວຍຄວາມປານີດ ແລະ ລຽບຫຼູໃຫ້ສົມຊື່ສາວແອັບເປີ້ນ ແລະ ໜຸ່ມຟຸກ ຢູ່ແລ້ວແມ່ນບໍ່…ອິອິ ແຟນເພສຄົນໃດທີ່ຍັງບໍ່ເຫັນຊຸດເຈົ້າສາວທີ່ເປັນຊຸດປະເພນີໄທຂອງສາວແອັບເປີ້ນ, ຊະນີIndy ກໍບໍ່ລືມທີ່ຈະເອົາຮູບພາບມາຝາກທຸກຄົນນຳເດີ້!!! ຂໍຂອບໃຈຮູບພາບ: fluke_jira , appleminiberry

Read More »

ໜູນາ ດີເຈສາວທີ່ກຳລັງມາແຮງ ແຖມມີບຸກຂະລິກໂດດເດັ່ນບໍ່ຄືໃຜ!!!

ມື້ນີ້ ຂວັນໃຈ ຈະພາມາເຮັດຄວາມຮູ້ຈັກກັບ DJ ສາວລາວຄົນງາມ ແລະຫຼາກຫຼາຍຄວາມສາມາດ ເຊິ່ງ DJ ສາວຄົນນີ້ເປັນດີເຈສາວລາວທີ່ກຳລັງມາແຮງ ແຖມມີບຸກຂະລິກທີ່ໂດດເດັ່ນບໍ່ຄືໃຜນັ້ນກໍຄື ສຸກພາລັກ ວົງສອນສະໝຸດ (ໜູນາ) ອາຍຸ 23 ປີ ຫຼືທີ່ຮູ້ກັນໃນວົງການ DJ ສາຍຕືດໆໆໆ…ບ້ານເຮົາກໍຄື  DJ ໜູນາ ນັ້ນເອງ, ເຊິ່ງ ຊະນີIndy ເຊື່ອເລີຍວ່າແຟນໆທຸກຄົນຄົງຈະຄຸ້ນໜ້າຕຸ້ນຕາກັນດີ ເພາະດີເຈສາວຄົນນີ້ທົວມາແລ້ວທຸກແຂວງ ທຸກພາກ ທົ່ວປະເທດລາວ ແລະຫຼາຍໆເວທີລະດັບເທດກໍຈະເຫັນນາງໄປໂຊຝີມືມາໝົດແລ້ວທົ່ວປະເທດ ແລະຍັງໆຍັງບໍ່ໝົດເດີ້ ເພາະສາວ ໜູນາ ຄົນນີ້ຍັງມີໂອກາດໄດ້ໄປໂຊຝີມືໃນສະຖານບັນເທິງດັງໆຂອງຕ່າງປະເທດມາແລ້ວໆໆໆ (ໂອ້ໆໆໆ ບໍ່ທຳມະດາ) ເຊິ່ງປະເທດທີ່ ໜູນາ ໄດ້ໄປໂຊນັ້ນກໍມີທັງ Singapore, Thailand, China, Myanmar, Malaysia, Cambodia ແລະ Macau. ໜູນາ ຍັງເປັນ DJ ສາວທີ່ມີບຸກຂະລິກອັນໂດດເດັ່ນ ເພາະນາງມີ Style …

Read More »

ງາມ, ໜ້າຮັກນໍ້າໃຈດີອາສາຊ່ວຍເຫຼືອສັງຄົມ

ສະບາຍດີແຟນຂວັນໃຈ! ກັບມາພົບພໍ້ກັນອີກຄັ້ງ ມື້ນີ້ແອດຈະພາໄປເບິ່ງນາງຟ້າໃນເຄື່ອງແບບ ເຊິ່ງນາງຟ້າໃນເຄື່ອງແບບທີ່ແອດເວົ້າເຖິງນັ້ນກໍ່ແມ່ນ ບັນດາສາວງາມທັງຫຼາຍຂອງໜ່ວຍກູ້ໄພ, ກູ້ຊີບຕ່າງໆນັ້ນເອງ…ນອກຈາກພວກນາງມີເໜ່ຄວາມງົດງາມ ແລະ ໜ້າຮັກແລ້ວ ພວກນາງຍັງມີນໍ້າໃຈອາສາຊ່ວຍເຫຼືອສັງຄົມນໍາອີກ ( ວ້າວໆໆໆ!! ນາງຟ້າໃນເຄື່ອງແບບແທ້ໆ ) ເຖິງແມ່ນວ່າບັນດາເຫຼົ່ານາງຟ້າທັງຫຼາຍນີ້ຈະບໍ່ໄດ້ມີປີກບິນຢູ່ເທິງຟ້າ ແຕ່ພວກນາງກໍ່ເປັນນາງຟ້າຢູ່ເທິງດິນ ແລະ ອາດຈະເປັນນາງຟ້າໃນດວງໃຈຂອງໜຸ່ມໆອີກຫຼາຍໆຄົນ… ແຕ່ບັນດາສາວໆທັງຫຼາຍທີ່ແອດເວົ້າມານີ້ ຈະງາມໜ້າຮັກແທ້ ຫຼື ບໍນັ້ນໄປເບິ່ງກັນເລີຍ!! ຮູບພາບ: ບ່າວຫຼໍ່-ສາວງາມກູ້ຊີບ&ກູ້ໄພ

Read More »