ຂໍຊົມເຊີຍ! ກັບນ້ອງໆນັກຮຽນລາວ ທ້າວ ແສງສອນເພັດ ວົງດາຣາ ແລະ ທ້າວ ພອນທໍາ ວິຊາປຣາ ຈາກໂຮງຮຽນ ອິດສະເຕີນສະຕາ ໂດຍຕາງໜ້າ ສປປ ລາວ ໄດ້ຮັບຫຼຽນທອງແດງອັນດັບໂລກ ໃນການແຂ່ງຂັນຫົວຄິດປະດິດສ້າງກ່ຽວກັບສິ່ງແວດລ້ອມໂລກ ປະຈໍາປີ 2017 (Genius Olympiad 2017) ທີ່ນະຄອນຫຼວງນິວຢອກ ສະຫະລັດອາເມລິກາ ເຊິ່ງ ລາວສາມາດຍາດໄດ້ຫຼຽນທອງແດງ ສາຂາ ວິຈິດສິນມາມອບໃຫ້ປະຊາຊົນລາວຢ່າງຫນ້າພາກພູມໃຈ. ການແຂ່ງຂັນຄັ້ງນີ້ປະກອບມີ 6 ສາຂາຈາກ 73 ປະເທດທົ່ວໂລກເຂົ້າຮ່ວມແຂ່ງຂັນ. ທີ່ມາ: ຂ່າວສານປະເທດລາວ
Read More »News
ເປີດໂຕຢ່າງເປັນທາງການ Honda City 2017
ບໍລິສັດ ນິວຈິບເຊັງ ຈຳກັດໄດ້ເປີດໂຕລົດໃໝ່ ລຸ້ນ New Honda City ຢ່າງເປັນທາງການໃນລາວ. ໃນວັນທີ 21 ມິຖຸນາ 2017 ຢູ່ທີ່ໂຊຣູມ ຮອນດ້າ ບ້ານວັດໄຕໃຫຍ່ທົ່ງ. ກ່າວເປີດໂຕໂດຍທ່ານ ສະເໜີ ຈຸນລະມະນີ ຮອງປະທານບໍລິສັດ ນິວຈິບເຊັງ ຈໍາກັດ. New Honda City 2017 ລຸ້ນໃໝ່ໄດ້ປັບຮູບໂສມໃໝ່ Minor Change ທີ່ໄດ້ປະສົມປະສານຄວາມເປັນ Premium and Sport ຢ່າງເຕັມໂຕ ດ້ວຍ Design ໃໝ່ທີ່ໂດດເດັ່ນຮອບຄັນ, ມີການປັບປ່ຽນຍົກລະດັບຄວາມຫຼູຫຼາ ແລະ ຄວາມ Sport ຫຼາຍກວ່າເກົ່າທັງພາຍນອກ ແລະ ພາຍໃນ ລວມເຖິງອຸປະກອນຄວາມສະດວກສະບາຍທີ່ທັນສະໄໝ ແລະ ມາດຕະຖານຄວາມປອດໄພທີ່ຄົບຖ້ວນເຊັ່ນ: ພາຍນອກ: ມີີການປັບປ່ຽນຮູບຊົງໄຟໜ້າ ພ້ອມໄຟສ່ອງແຈ້ງສະຫວ່າງ ການຂັບຂີ່ໃນເວລາກາງເວັນແບບ …
Read More »ຊົມເຊີຍ! ອຸງ ທົດສະພອນ ທັງເຈົ້າຊູ້ທັງເກັ່ງ ຮັບໃບປະກາດໃນລະດັບປະລິນຍາຕີທີ່ມະຫາວິທະຍາໄລລະດັບໂລກ!!!
ກາຍເປັນ ຂວັນໃຈ ຄົນໃໝ່ຂອງປະຊາຊົນລາວເຮົາໄປແລ້ວສຳລັບ ອຸງ ທົດສະພອນ ສິດພະໄຊ ທີ່ກ່ອນໜ້ານີ້ເພິ່ນໄດ້ໄປສ້າງຊື່ສຽງໃຫ້ປະເທດລາວຂອງເຮົາໂດຍການໄປປະກວດ “Mister national universe 2017” ແລະ ແຖມຍັງບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງເພາະຄວ້າລາງວັນຂວັນໃຈສື່ມວນຊົນ “Media’s Choice Awards” ມາຝາກຄົນລາວເຮົາຈົນສ້າງສຽງຮືຮາມາແລ້ວ, ແລະ ຫຼ້າສຸດເລື່ອງລາວຂອງໜຸ່ມຮ໋ອດຄົນນີ້ກໍຍັງບໍ່ໝົດໄປເພາະ ອຸງ ໄດ້ກັບໄປຮັບໃບປະກາດໃນລະດັບປະລິນຍາຕີ ສາຂາ “Accounting – Marketing” ທີ່ປະເທດ ອົດສະຕຣາລີ ຈາກ University of New South Wales ເຊິ່ງກໍຖືວ່າເປັນມະຫາວິທະຍາໄລທີ່ມີຄຸນນະພາບ ແລະ ຕິດອັນດັບໂລກ ແຖມບໍ່ແມ່ນເລື່ອງງ່າຍທີ່ຈະເຂົ້າໄປສຶກສາຖ້າບໍ່ເກັ່ງແທ້ໆ, ເອົ້າ ຢ່າງໃດກໍຂໍສະແດງຄວາມຍິນດີ ແລະ ຊົມເຊີຍໝຸ່ມ ອຸງ ໜຸ່ມລາວເຮົາຄົນນີ້ທີ່ທັງເຈົ້າຊູ້ ມີຄວາມສາມາດແຖມຮຽນເກັ່ງ ຂໍຕົບມືໃຫ້ເລີຍ!!! #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ ຮູບພາບຈາກ: Oung Thotsaphone Sitphaxay
Read More »ມ່ວນຫຼາຍ! “ປ່ຽນ” ເພງໃໝ່ຊຶ້ງກິນໃຈຈາກ 4 ໜຸ່ມວົງ GB2
ມາເດີ້ໆໆ ມາຟັງເພງລາວສະໜັບສະໜູນເພງລາວນຳກັນ!!! ມື້ນີ້ ຊະນີIndy ກໍມີເພງລາວໃໝ່ໆ ມ່ວນໆ ມາຝາກທຸກໆຄົນເປັນເພງຈາກ 4 ໜຸ່ມສຸດເຈົ້າຊູ້ແຫ່ງວົງ GB2 ເຊິ່ງເມື່ອບໍ່ດົນມານີ້ເພິ່ນກໍໄດ້ເປີດຕົວເພງໃໝ່ຊື່ວ່າເພງ “ປ່ຽນ” ເປັນບົດເພງທີ່ມ່ວນກິນໃຈ ຖືກໃຈໄວໜຸ່ມບ້ານເຮົາກັນສຸດໆ, ປົກກະຕິ ເວົ້າແທ້ໄດ໋ວ່າແຕ່ກ່ອນ ຊະນີIndy ເປັນຄົນທີ່ບໍ່ມັກຟັງເພງລາວປານໄດ໋ ສ່ວນຫຼາຍຈະເປັນສາຍເພງ Inter ຫັ້ນນ່າ… ແນະໆ ແຕ່ບໍ່ໄດ້ໝາຍຄວາມວ່າເພງລາວເຮົາບໍ່ມ່ວນເດີ້ ເປັນບົດເພງທີ່ມ່ວນ ແລະ ໜ້າສະໜັບສະໜູນຫຼາຍ ແຕ່ມັນກໍຂຶ້ນກັບຄວາມມັກຂອງໃຜມັນຫັ້ນເດ ແຮ່ໆ… ແຕ່ມາດຽວນີ້ມີເພງລາວມ່ວນໆ ຊຶ້້ງໆ ມາໃຫ້ເຮົາໄດ້ຟັງກັນເລື້ອຍໆ ຈົນເຮັດໃຫ້ ຊະນີIndy ເອງມີຄວາມຄິດປ່ຽນ ແລະ ຫັນມາຟັງເພງລາວຈົນຮ້ອງໄດ້ເກືອບໝົດທຸກເພງ (ເອົາຈົນ…ໝູ່ທາງຂ້າງລຳຄານພຸ້ນລະ ຮະຮ່າ) ແລະ ກໍຢາກມາຊວນໝູ່ເພື່ອນທຸກຄົນຫັນມາຟັງເພງລາວ ເພື່ອເປັນການສະໜັບສະໜູນສິລະປິນລາວ ຜູ້ສ້າງສັນເພງລາວເຮົາໃຫ້ກ້າວໄກລະດັບໂລກ. ໂອ້ຍ…ຝອຍສະຍືດຍາວເລີຍແມ່ນບໍ່? ບໍ່ວ່າກັນເນາະ ແນວຄົນມັກຝອຍເຮັດແນວໄດ໋ໄດ້ 555, ເອົາເປັນວ່າລອງມາຟັງບົດເພງ “ປ່ຽນ” ເພງໃໝ່ຊຶ້ງກິນໃຈຈາກວົງ GB2 ກັນເລີຍ!!! #ແຊຣໄປເພື່ອໃຫ້ກຳລັງໃຈສິລະປິນລາວ ຄລິບຈາກ: Indee Laos
Read More »ເລີ່ມແລ້ວ! ການປະກວດວົງດົນຕີລະດັບປະເທດ “Beerlao Band Challenge Season2” ຊິງເງິນລາງວັນເຖິງ 150 ລ້ານກີບ!!!
ການປະກວດວົງດົນຕີລະດັບປະເທດ “Beerlao Band Challenge Season2” ຊິງເງິນລາງວັນເຖິງ 150 ລ້ານກີບ!!! ກັບມາອີກຄັ້ງກັບໂຄງການປະກວດ Beerlao Band Challenge Season2 ເຊິ່ງໄດ້ມີຮອບAuditionໃນວັນທີ 17 ມິຖຸນາ 2017 ທີ່ຜ່ານມາ ຢູ່ທີ່ສູນການຄ້າລາວ-ໄອເຕັກ, ເປັນກຽດເຂົ້າຮ່ວມ ແລະ ເປີດພິທີໃນການແຂ່ງຂັນຢ່າງເປັນທາງການໂດຍ ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ຈັດການຝ່າຍການຕະຫຼາດ ບໍລິສັດເບຍລາວ, ພ້ອມດ້ວຍຄະນະກຳມະການຜູ້ທີ່ມີປະສົບການໃນວົງການບັນເທີງລາວມາດົນນານ ທ່ານ ສົມສິນ ຜູ້ບໍລິຫານໂຄງການ Yamaha by Imusic, ທ່ານ ສຸລິນທອນ ຂຸນສະທອງ ນັກດົນຕີຣ ຜູ້ປະດິດດົນຕີ ຫຼື ອ້າຍ ໝີ ເມັກກ່າແດັນ, ທ່ານນາງ ອາລູນາ ຖາວອນສຸກ, ທ່ານ ອຸດາໄລ ນູສີຫາລາດ ຫຼື …
Read More »