ທັກທາຍສະບາຍດີຕອນເຊົ້າວັນອັງຄານ! ເລີ່ມຕົ້ນເຊົ້າມື້ນີ້ ສໍາຫຼັບໃຜທີ່ກຳລັງທໍ້ ຫຼືພົບບັນຫາຊີວິດໃນຕອນນີ້ ຂວັນໃຈມີເລື່ອງເລົ່າຂອງເດັກນ້ອຍຍິງຄົນໜື່ງ ມາເປັນແຮງບັນດານໃຈໃນການສູ້ຊີວິດໃຫ້ກັບທຸກຄົນ … ເລື່ອງທີ່ຂວັນໃຈຈະເລົ່າໃນມື້ນີ້ແມ່ນ ເປັນເລື່ອງລາວຂອງສາວນ້ອຍຄົນໜື່ງທີ່ຢູ່ປະເທດເພື່ອນບ້ານເຮົານີ້ເອງ ເຊິ່ງສາວນ້ອຍຄົນນີ້ຊື່ວ່າ ນ້ອງໃໝ່ ປັດຈຸບັນກຳລັງຮຽນຢູ່ຊັ້ນ ມ 4 ເຊິ່ງລາວໄດ້ເກີດຂຶ້ນມາຢູ່ໃນຄອບຄົວທີ່ມີຖານະ ຫຼື ຕົ້ນທຶນຊີວິດທີ່ຄ້ອນຂ້າງຕໍ່າ ທາງຄອບຄົວຍຶດຖືອາຊີບເກັບຂີ້ເຫຍື້ອຫຼາຍກວ່າ 10 ປີແລ້ວ ໂດຍນ້ອງໄດ້ເລົ່າວ່າ ແຕ່ລະມື້ຫຼັງເລິກຮຽນແຕ່ລະມື້ ແລະ ວັນພັກເສົາ-ອາທິດ ລາວຈະໄປຊ່ວຍແມ່ເຮັດວຽກ ນັ້ນກໍຄື ເອົາລົດເຂັນໄປເລາະເກັບເສດກະຕຸກ ຕາມຖັງຂີ້ເຫຍື້ອໃນໝູ່ບ້ານ-ຕະຫຼາດສົດ ແລະ ບ່ອນຖິ້ມຂີ້ເຫຍື້ອຂອງເທດສະບານ ສ່ວນລາຍໄດ້ນັ້ນ ບາງມື້ກໍໄດ້ 100-200 ບາດ (30-60 ພັນກີບ) ຫາກມື້ໃດໄດ້ຫຼາຍກວ່ານັ້ນກໍຈະເກັບໄວ້ຊື້ອຸປະກອນການຮຽນອື່ນໆ ລາວຍັງເວົ້າອີກວ່າ ການເຮັດອາຊີບນີ້ເພື່ອຊ່ວຍຄອບຄົວລວມໄປເຖິງສົ່ງຕົນເອງຮຽນນັ້ນບໍ່ເຄີຍອາຍ ແລະ ບໍ່ສົນໃຈວ່າໝູ່ຈະເຍາະເຢີ້ຍ ເພາະເປັນອາຊີບທີ່ບໍລິສຸດ ນອກຈາກນີ້ດ້ານແມ່ຂອງນ້ອງກໍຍັງໄດ້ບອກວ່າຕົນມີລູກ 2 ຄົນ ລູກຜູ້ທໍາອິດ ມີຄອບຄົວແລ້ວ ແລະ ແຍກກັນຢູ່ກັບພັນລະຍາ ສ່ວນລູກສາວຫຼ້າກໍຄືນ້ອງໃໝ່ ທີ່ກຳລັງຮຽນຢູ່ຊັ້ນ ມ …
Read More »News
ຮູ້ ຫຼືບໍ່?ວ່າ “Laurene Powell Jobs” ພັນລະຍາຂອງ (STEVE JOBS ວິລະບູລຸດແຫ່ງວົງການໄອທີໂລກ) ເປັນແມ່ຍິງທີ່ເກັ່ງ ແລະ ລວຍທີ່ສຸດໃນໂລກ…
ຮູ້ ຫຼືບໍ່ວ່າ Laurene Powell Jobs ພັນລະຍາຂອງ STEVE JOBS ເປັນແມ່ຍິງທີ່ເກັ່ງ ແລະ ລວຍທີ່ສຸດໃນໂລກອັນດັບທີ 8 ເຊິ່ງສ່ວນໜື່ງຂອງຄວາມລວຍແມ່ນມາຈາກມໍລະດົກຕົກຫຸ້ນ Apple ແລະ Disney ຈາກສາມີທີ່ລ່ວງລັບໄປແລ້ວນັ້ນກໍຄື Steve Jobs ວິລະບູລຸດແຫ່ງວົງການໄອທີໂລກ… ຫຼາຍຄົນອາດເບິ່ງວ່າແມ່ຍິງຄົນນີ້ໂຊກດີທີ່ໄດ້ແຕ່ງດອງຮ່ວມໃຊ້ຊີວິດຄູ່ກັບ Steve Jobs ເພາະຄົນທົ່ວໂລກຕ່າງກໍພາກັນຍ້ອງວ່າ Steve Jobs ສາມາດປ່ຽນໂລກດ້ວຍນະວັດຕະກຳ ຕັ້ງແຕ່ iPod iPhone ແລະ iPad ແລ້ວເລື່ອງລາວຂອງ Laurene Powell Jobs ນ່າສົນໃຈແບບໃດ? ມື້ນີ້ຂວັນໃຈຈະມາເລົ່າໃຫ້ຟັງ… ນາງ Laurene Powell Jobs ເກີດຢູ່ທີ່ລັດ ນິວເຈຊີ ປະເທດສະຫະລັດອາເມລິກາ ປະຫວັດຂອງແມ່ຍິງຄົນນີ້ບໍ່ຄ່ອຍເປັນທີ່ຮູ້ຈັກກັນຫຼາຍປານໃດເພາະວ່າ Laurene Powell ບໍ່ຄ່ອຍໃຫ້ສໍາພາດກັບສື່ຕ່າງໆ ລວມໄປເຖິງຕອນທີ່ Steve Jobs ຍັງມີຊີວິດຢູ່ ລາວເປັນຄົນທີ່ມັກໃຫ້ຄວາມສໍາຄັນກັບເລື່ອງເປັນສ່ວນຕົວຂອງຄອບຄົວ ຈື່ງເຮັດໃຫ້ຍາກທີ່ຈະເຫັນຮູບຄູ່ຂອງທັ້ງສອງຕາມທີ່ສາທາລະນະຕ່າງໆ ເທົ່າທີ່ມີຂໍ້ມູນ Laurene Powell …
Read More »ຊົມເຊີຍ! ແມັດທິວ-ລີເດຍ ໄດ້ຮັບລາງວັນ “ຮີໂຣ່ຂອງມວນຊົນ” ຈາກສະພາມວຍໂລກ (ນັບຖືຄວາມກ້າຫານ ອອກມາເຜີຍວ່າຕິດໂຄວິດ-19 ພ້ອມທັງໃຫ້ຄວາມຮູ້ລະຫວ່າງປິ່ນປົວ)
ຫຼັງຈາກທີ່ຄູ່ຮັກນັກສະແດງ ແມັດທິວ ດິນ ແລະ ລີເດຍ ປິ່ນປົວຈົນຫາຍດີຈາກໂຄວິດ-19 ແລ້ວ ຕໍ່ມາທັງສອງກໍໄດ້ມີການຕອບແທນສັງຄົມດ້ວຍການບໍລິຈາກ (Plasma) ສໍາຫຼັບຊ່ວຍຜູ້ຕິດເຊື້ອໂຄວິດ-19 ນໍາອີກ ຫຼ້າສຸດ ວັນທີ 23 ພຶດສະພາ 2020 ສະພາມວຍໂມກ ຫຼື WBC ໄດ້ມອບລາງວັນ “Heroes of Humanity” ຫຼື ຮີໂຣ່ຂອງມວນຊົນ ໃຫ້ແກ່ ແມັດທິວ ແລະ ລີເດຍ ເນື່ອງຈາກວ່າທັງສອງມີຄວາມກ້າຫານທີ່ອອກມາເປີດເຜີຍວ່າຕິດໂຄວິດ-19 ແລະ ຮັບຜິດຊອບຕໍ່ສັງຄົມດ້ວຍການປິ່ນປົວຕົນເອງຢູ່ທີ່ໂຮງໝໍ ລວມໄປເຖິງໃຫ້ຄວາມຮູ້ລະຫວ່າງການຮັກສາ ໂດຍລາງວັນນີ້ເປັນລາງວັນພິເສດທີ່ WBC ຈະມອບໃຫ້ບຸກຄົນທີ່ເປັນແບບຢ່າງສ້າງຄວາມດີຂອງປະເທດຕ່າງໆ ທົ່ວໂລກ ເຊິ່ງທັງ 2 ຄົນຖືໄດ້ວ່າເປັນຄົນໄທກຸ່ມທໍາອິດທີ່ໄດ້ຮັບລາງວັນນີ້ ແມັດທິວໄດ້ເວົ້າວ່າ ຮູ້ສຶກເປັນກຽດຫຼາຍທີ່ໄດ້ຮັບລາງວັນ WBC ໃນຄັ້ງນີ້ ຕົນໄດ້ຮ່ວມງານກັບ WBC ມາຫຼາຍປີແລ້ວ ຮູ້ສຶກເຖິງການທີ່ WBC ຮັກເພື່ອນຮ່ວມໂລກດ້ວຍກັນ ເຫັນຄວາມສໍາຄັນຂອງໂຄງການທົ່ວໂລກ ເຊິ່ງມຶ້ນີ້ທີ່ໄດ້ຮັບລາງວັນ Heroes of Humanity ຕົນບໍ່ຄິດວ່າໄດ້ເປັນຮີໂຣ່ແຕ່ຢ່າງໃດເລີຍ ແຕ່ກໍຮູ້ສຶກມີຄວາມພາກພູມໃຈເລັກນ້ອຍກັບສະຖານະການທີໄດ້ພົບພໍ້ …
Read More »ນັກຄົ້ນຄວ້າລາວ ຮ່ວມທົດລອງໃຊ້ຢາຕ້ານໂຄວິດ-19 ກັບ ນານາຊາດ…
ປັດຈຸບັນນັກວິທະຍາສາດທົ່ວໂລກກຳລັງພາກັນເລັ່ງດ່ວນໃນການຄົ້ນຄວ້າທົດລອງວັກຊິນຕ້ານໂຄວິດທີ່ໄດ້ຜົນຫຼາຍທີ່ສຸດ… ຫຼ້າສຸດ ນັກຄົ້ນຄວ້າຈາກລາວ, ອັງກິດ, ໄທ, ຫວຽດນາມ, ກຳປູເຈຍ ແລະ ອີຕາລີ ໄດ້ເຂົ້າຮ່ວມທົດລອງໃຊ້ຢາຕ້ານໂຄວິດ-19. ຈະມີການໃຊ້ຢາຕ້ານມາລາເຣຍສອງຊະນິດ ຄຶື ຢາ ໂຄຼໂຣຄວີນ ແລະ ໄຮດຣອກຊິໂຄຼໂຣຄວີນ ແລະ ຢາຫຼອກ (placebo) ກັບ ແພດໝໍຈາກເອີຣົບ, ອາຝຣິກາ, ອາຊີ ແລະ ອາເມລິກາໃຕ້ຈຳນວນ 40.000 ກວ່າຄົນ ທີ່ສຳພັດກັບຄົນຕິດເຊື້ອໂຄວິດ-19. ຜູ້ເຂົ້າຮ່ວມການທົດລອງຈາກອັງກິດຈະໄດ້ກິນຢາ ໄຮດຣອກຊິໂຄຼໂຣຄວີນ ແລະ ຢາຫຼອກເປັນເວລາສາມເດືອນ ຂະນະທີ່ຜູ້ເຂົ້າຮ່ວມຈາກອາຊີຈະໄດ້ຮັບຢາ ໂຄຼໂຣຄວີນ ແລະ ຢາຫຼອກ ເພື່ອພິສູດວ່າຢາທັງສອງປະເພດສາມາດປ້ອງກັນແພດໝໍທີ່ສຳພັດກັບເຊື້ອໂຄວິດບໍ່ໃຫ້ຕິດເຊື້ອ. ຄາດວ່າຈະຮູ້ຜົນການທົດລອງໃນທ້າຍປີນີ້. ໂຄຼໂຣຄວີນ ແລະ ໄຮດຣອກຊິໂຄຼໂຣຄວີນ ເປັນຢາທີ່ສາມາດຫຼຸດໄຂ້ ແລະ ການອັກເສບ ແລະ ຖືກນຳໃຊ້ເປັນຢາຕ້ານ ແລະ ປິ່ນປົວພະຍາດມາລາເຣຍ. ແຫຼ່ງຂ່າວ: ບີບີຊີ …
Read More »YouTuber ດັງສາວເກົາຫຼີໃຕ້ “Yang Soobin” ກາຍເປັນສາຍກິນທີ່ສ້າງແຮງບັນດານໃຈໃນການຫລຸດນໍ້າໜັກ…
Yang Soobin ເປັນYouTuber ສາຍກິນ ເປັນທີ່ໂດ່ງດັງທັ້ງໃນໂລກ Online ແລະ ປະເທດເກົາຫຼີໃຕ້ ສາວ Yang Soobin ໂດ່ງດັງຈາກການອັດຄລິບກິນອາຫານລົງໃນ Social Media ຫຼາຍຊ່ອງ ຈາກຄລິບການກິນແຕ່ລະຄັ້ງອາຫານແຕ່ລະຢ່າງແມ່ນເປັນອາຫານຈານໃຫຍ່ ແລະ ຖ້າເຮົາເບິ່ງສາວຄົນນີ້ກິນຕອນໃດ ກໍຢາກຫາອາຫານມາກິນນໍາຕອນນັ້ນ ນອກຈາກການສະແດງກິນທີ່ເປັນຕາແຊບແລ້ວ ຫົວໃຈທີ່ສໍາຄັນອີກເລື່ອງກໍຄື ສຽງ ສຽງໃນຄລິບວິດີໂອເຊິ່ງ Yang Soobin ຖືໄດ້ວ່າເປັນ YouTuber ສາຍກິນຄົນທໍາອິດຂອງເກົາຫຼີໃຕ້ ທີ່ໃຊ້ວິທີ່ອັດສຽງ ASMR ເປັນການເອົາໄມມາໃກ້ໆປາກໃນຂະນະທີ່ກຳລັງກິນ … ເບື້ອງຕົ້ນແລ້ວ Yang Soobin ເລີ່ມຈາກການບັນທຶກຄລິບສອນແຕ່ງໜ້າມາກ່ອນ ແຕ່ບໍ່ໄດ້ຮັບຄວາມນິຍົມພໍປານໃດ ຈົນມາຮອດປີ 2016 ລາວຈື່ງໄດ້ໂພສຄລິບວີດີໂອທີ່ສະແດງການກິນອາຫານຫຼາຍຢ່າງ ຈົນເຮັດໃຫ້ຈໍານວນຜູ້ຕິດຕາມ ແລະ ຮັບຊົມ ເພີ່ມເປັນຈໍານວນຫຼາຍຂຶ້ນເລື້ອຍໆ ໂດຍຄລິບທີ່ມີຜູ້ຮັບຊົມຫຼາຍທີ່ສຸດເກືອບຍອດວິວຮອດ 39 ລ້ານຄັ້ງ. ປັດຈຸບັນ Yang Soobin ມີຍອດຜູ້ຕິດຕາມຫຼາຍລ້ານຄົນຈາກຊ່ອງທາງ Facebook ຜູ້ຕິດຕາມ 5,310,000 ຄົນ …
Read More »