ດັ່ງທີ່ເຮົາຮູ້ກັນແລ້ວວ່າ ທົ່ວໂລກກຳລັງປະເຊີນກັບວິກິດການແຜ່ລະບາດຂອງໂຄວິດ-19 ເປັນໄລຍະເວລາ 5 ກວ່າເດືອນແລ້ວ ໄດ້ສົ່ງຜົນໃຫ້ຄົນຕິດເຊື້ອ-ເສຍຊີວິດເປັນຈໍານວນຫຼາຍ ແລະ ເສດຖະກິດໄດ້ຮັບຜົນກະທົບຫຼາຍຢ່າງ ການດໍາລົງຊີວິດພົບຂໍ້ຫຍຸ້ງຍາກ…ເຊິ່ງປະເທດລາວເຮົາກໍເຊັ່ນດຽວກັນ ແຕ່ຢູ່ໃນສະຖານະວິກິດໂຄວິດ-19 ເຮົາຍັງໄດ້ເຫັນພາກສ່ວນອອກມາຊ່ວຍເຫລືອສັງຄົມເຮົາ ລວມທັງ ບັນດາຄົນບັນເທິງລາວ ກໍໄດ້ມີການລະດົມທຶນ ຊ່ວຍເຫຼືອ ເຄື່ອງອຸປະກອນການແພດ ແລະ ອາຫານໃຫ້ແກ່ ບັນດາໂຮງໝໍ, ກູ້ໄພ, ຄົນທີ່ຂາດເຂີນ ແລະ ວັດໃນເຂດຊົນນະບົດ… ມື້ນີ້ຂວັນໃຈ ຈະລວມເອົາບັນດາຄົນດັງລາວເຫຼົ່ານັ້ນມາໃຫ້ແຟນໆໄດ້ຮູ້ຈັກກັນວ່າຈະມີໃຜແດ່? ເຮົາໄປເບິ່ງນໍາກັນເລີຍ… ຄົນທໍາອິດ ໝໍແນ່ງ ຫຼື ຈັນດາລີ ສິດພະໄຊ ນັກສະແດງສາວ ທີ່ໄດ້ເປັນສື່ກາງໃນການລະດົມທຶນ ສົມທົບອຸປະກອນທາງການແພດ ເພື່ອປະກອບສ່ວນເຂົ້າໃນວຽກງານການຕ້ານພະຍາດໂຄວິດ-19 ໂດຍສະເພາະກໍ່ແມ່ນ ໜ້າກາກອະນາໄມ ເຈວລ້າງມື ແລະ ອາຫານ ນໍ້າດື່ມ ເພື່ອນໍາໄປມອບໃຫ້ກັບ ເຈົ້າໜ້າທີ່ ທີ່ປະຕິບັດໜ້າວຽກ ການຕ້ານພະຍາດໂຄວິດ-19 ມາຕໍ່ກັບສາວ ລູກນໍ້າ ທິດາລັດ ວົງສິຣິ ຊຸບຕາອັນດັບໜື່ງຂອງປະເທດລາວ …
Read More »News
ຊົມເຊີຍ!! ບໍລິສັດ ປັນຍາທິບ ແພລນບີ ມີເດຍ ຈໍາກັດ ມອບອຸປະກອນຕ້ານໂຄວິດ-19 ໃຫ້ແກ່ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ …
ເພື່ອເປັນການປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ໃນຂອບເຂດທົ່ວປະເທດລາວເຮົາ ໃນຕອນເຊົ້າຂອງວັນທີ 20 ພຶດສະພາ 2020 ບໍລິສັດ ປັນຍາທິບ ແພລນບີ ມີເດຍ ຈໍາກັດ ແມ່ນບໍລິສັດທີ່ໃຫ້ບໍລິການສື່ໂຄສະນານອກບ້ານ ໄດ້ເຂົ້າມອບອຸປະກອນ ປ້ອງກັນຄວບຄຸມໂຄວິດ-19 ໃຫ້ກັບ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ຕາງໜ້າບໍລິສັດ ປັນຍາທິບ ແພລນບີ ມີເດຍ ຈໍາກັດ ມອບໂດຍ ທ່ານ ສີວຽງໄຊ ຈັນທະວົງ ຜູ້ຈັດການຝ່າຍພັດທະນາບໍລິສັດປັນຍາທິບແພລນບີ ມີເດຍລາວ ຈໍາກັດ ພ້ອມດ້ວຍຄະນະບໍລິຫານ, ກ່າວຮັບໂດຍ ທ່ານ ພັນເອກ ດຣ. ສຸລິພັນ ເພັດຈັນທາລາ ຫົວໜ້າການທະຫານ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ແລະ ເປັນທັງໜື່ງໃນຄະນະຮັບຜິດຊອບສະເພາະກິດກະຊວງສາທາລະນະສຸກ ໃນການຕອບໂຕ້ ແລະ ສະກັດກັ້ນໂຄວິດ-19. ໂດຍເຄື່ອງທີ່ນຳໄປມອບໃນຄັ້ງນີ້ …
Read More »ສຸດຍອດ Idea!! ຄົນ New York ພາກັນແຫ່ອາບແດດ-ພັກຜ່ອນໃນພື້ນທີ່ວົງມົນ ຊ່ວຍຮັກສາໄລຍະຫ່າງທາງສັງຄົມໃນຊ່ວງໂຄວິດ…
ປັດຈຸບັນຫຼາຍປະເທດເລີ່ມມີການຜ່ອນຄາຍມາດຕະການ Lock down ກັນແລ້ວ ແລະ ຫຼາຍສັງຄົມກໍຈໍາເປັນຕ້ອງປັບໃຫ້ເຂົ້າກັບວິຖີຊີວິດແບບໃໝ່ ເຊິ່ງຄວນມີການເວັ້ນໄລຍະຫ່າງທາງສັງຄົມ ເພື່ອປ້ອງກັນຕົວເອງຈາກການຕິດໂຄວິດ-19… ທຸລະກິດຫ້າງ-ຮ້ານຫຼາຍແຫ່ງ!!! New York ໜື່ງໃນພື້ນທີ່ທີ່ພົບຜູ້ຕິດເຊື້ອໂຄວິດ-19 ຫຼາຍທີ່ສຸດຂອງ ສະຫະລັດອາເມລິກາ ກໍໄດ້ເລີ່ມທົດລອງແຕ້ມເສັ້ນຂີດເປັນວົງມົນ ເພື່ອກຳນົດການບໍລິການ ໄດ້ເວັ້ນໄລຍະຫ່າງກັນ ເຊັ່ນດຽວກັນກັບສວນສາທາລະນະ Domino Park ສະຖານທີ່ອາບແດດແຫ່ງໃໝ່ຫຼ້າສຸດໃນNew York ຜູ້ເບິ່ງແຍງສວນແຫ່ງນີ້ໄດ້ເກີດມີຄວາມຄິດສ້າງສັນໂດຍ ແຕ້ມຮູບວົງມົນສີຂາວຂະໜາດໃຫຍ່ໄວ້ເທິງພື້ນທີ່ເດີ່ນຫຍ້າ ເພື່ອໃຫ້ຄັນທີ່ມາທ່ຽວຫຼີ້ນສາມາດເພີດເພີນກັບສາຍລົມ ແສງແດດ ມາຜ່ອນຄາຍຈິດໃຈກັນທີ່ສະຖານທີ່ແຫ່ງນີ້ ໂດຍໄດ້ຫຼຸດຄວາມສ່ຽງຈາກຄວາມແອອັດ ແລະ ເພື່ອໃຫ້ໝັ່ນໃຈວ່າພວກເຂົາຈະມີການເວັ້ນໄລຍະຫ່າງກັນ ໂດຍເມື່ອວັນທີ 19 ພຶດສະພາ 2020 ທີ່ຜ່ານມາ ສໍານັກຂ່າວ CNN ໄດ້ລາຍງານວ່າ ວົງມົນແຕ່ລະວົງ ຈະຢູ່ຫ່າງຈາກກັນໃນໄລຍະ 1.5 ແມັດ ເຊິ່ງຜູ້ມາໃຊ້ບໍລິການແຕ່ລະຄົນນັ້ນກໍໃຫ້ຄວາມຮ່ວມມືເປັນຢ່າງດີ ແຕ່ລະຄົນໄດ້ພາກັນນັ່ງພັກຜ່ອນ ອາບແດດ ຫຼືອອກກຳລັງກາຍຢູ່ໃນວົງມົນ ເອີ້ນໄດ້ວ່າ ວົງໃຜວົງລາວ ຫຼືຫາກໃຜມາເປັນກຸ່ມກໍຈະນັ່ງຢູ່ໃນວົງມົນດຽວກັນ ແຕ່ພື້ນທີ່ວົງມົນກໍບໍ່ໃຫຍ່ປານໃດ ເຮັດໃຫ້ແຕ່ລະກຸ່ມສາມາດຢູ່ນໍາກັນຫຼາຍຄົນບໍ່ໄດ້ …
Read More »ທົ່ວໂລກຕິດໂຄວິດ-19 ທະລຸເກີນ 5 ລ້ານຄົນແລ້ວ ໃນຂະນະທີ່ ອາເມລິກາ-ບຣາຊິວຕິດເຊື້ອເພີ່ມ 21 ພັນຄົນ ໃນມື້ດຽວ…
ວັນທີ 21 ພຶດສະພາ 2020 ການແຜ່ລະບາດຂອງໂຄວິດ-19 ກຳລັງກ້າວເຂົ້າສູ່ເດືອນທີ 5 ຍອດຜູ້ປ່ວຍໂຄວິດ-19 ທົ່ວໂລກຍັງເພີ່ມຂຶ້ນສູງຢ່າງຕໍ່ເນື່ອງຈົນຕອນນີ້ເກີນ 5 ລ້ານຄົນແລ້ວ ປົວດີ 2 ລ້ານຄົນ ຫຼືຄິດເປັນ 40% ຂອງຜູ້ຕິດເຊື້ອທັງໝົດ ເສີຍຊີວິດເກືອບ 3.3 ແສນຄົນ… ຫຼ້າສຸດພົບຜູ້ຕິດເຊື້ອໄວຣັສສາຍພັນໃໝ່ແລ້ວຢ່າງໜ້ອຍໃນ 181 ປະເທດ ເຊິ່ງປເທດທີ່ພົບຜູ້ຕິດເຊື້ອຫຼາຍທີ່ສຸດ 5 ອັນດັບທໍາອິດຄື ສະຫະລັດອາເມລິກາ (1,591,991 ຄົນ) ຣັສເຊຍ (308,705 ຄົນ) ບຣາຊິວ (293,357 ຄົນ) ສະເປນ (279,524ຄົນ) ແລະ ອັງກິດ (248,293 ຄົນ) ໂດຍສະຫະລັດອາເມລິກາ ແລະ ບຣາຊິວພົບຜູ້ຕິດເຊື້ອເພີ່ມ 21 ພັນກວ່າຄົນໃນມື້ດຽວ ນັບເປັນສະຖິຕິສູງສຸດຕໍ່ມື້ຂອງບຣາຊິວຕັ້ງແຕ່ພົບຜູ້ຕິດເຊື້ອຄົນທໍາອິດຂອງປະເທດ ແລະ ນັບວ່າເປັນການສ້າງສະຖິທິໃໝ່ຕິດຕໍ່ກັນເປັນວັນທີ 2 ຂອງປະເທດທີ່ພົບການແຜ່ລະບາດຂອງໂຄວິດ-19 ຮຸນແຮງທີ່ສຸດ ສ່ວນຍອດຜູ້ຕິດເຊື້ອໃນ …
Read More »ຄົນໃດທີ່ກຳລັງທໍ້ໃຈ! ໃຫ້ເບິ່ງ ນັກແຕ້ມ ພິການແຂນຄົນນີ້ເປັນແຮງບັນດານໃຈ… ຫາກເຈົ້າຍັງມີຮ່າງກາຍຄົບ 32 ຈົ່ງຢ່າຍອມແພ້ຕໍ່ໂຊກຊະຕາ!!!
ມັນບໍ່ແມ່ນເລື່ອງງ່າຍເລີຍທີ່ຄົນຜູ້ໜຶ່ງຈະສາມາດຢືນຢູ່ເທິງໂລກນີ້ໄດ້ໂດຍບໍ່ປະສົບພົບພໍ້ກັບອຸປະສັກ ຫຼື ບັນຫາຊີວິດຕ່າງໆ ທີ່ເຂົ້າມາພິສູດຄວາມອົດທົນ, ຄວາມພະຍາຍາມຂອງຄົນເຮົາ. ແຕ່ມັນຈະຍິ່ງຍາກທະວີຄູນຂຶ້ນກວ່າເກົ່າ ເມື່ອໂລກຕ້ອງການທົດສອບເຈົ້າແຕ່ກັບໃຫ້ຮ່າງກາຍມາບໍ່ຄົບ 32 ພ້ອມຕົ້ນທຶນຊີວິດທີ່ໜ້ອຍເຫຼືອເກີນ ຫາກເປັນຄົນອ່ອນແອອາດຄິດຈາກລາໂລກນີ້ໄປແຕ່ດົນແລ້ວ ແຕ່ສໍາລັບໜຸ່ມຄົນນີ້ ຄືນັກສູ້ຂອງແທ້ບໍ່ທໍ້ຖອຍຕໍ່ໂຊກຊະຕາ ໃຊ້ຄວາມພະຍາຍາມ ນໍາພາຕົນເອງສ້າງອາຊີບຫາລ້ຽງຄອບຄົວ ນີ້ຄື ສີວັນ ສີບຸນເຮືອງ ນັກແຕ້ມພິການແຂນ. ສີວັນ ສີບຸນເຮືອງ ປັດຈຸບັນ ຢູ່ບ້ານຕານມີໄຊ, ເມືອງໄຊທານີ ນະຄອນຫຼວງວຽງຈັນ, ເຊື່ອວ່າຫຼາຍຄົນຈະຮູ້ຈັກໜຸ່ມຄົນນີ້ ເພາະລາວໂດ່ງດັງຢູ່ໃນໂລກ Social ມາໄລຍະໜຶ່ງແລ້ວ ຈາກປະເດັນການເປັນແຮງບັນດານໃຈໃຫ້ກັບທຸກຄົນໃນສັງຄົມທີ່ກໍາລັງທໍ້ຖອຍ ຫຼືໝົດກໍາລົງໃຈບໍ່ຢາກສູ້ຊີວິດຕໍ່, ເຊິ່ງເຮັດໃຫ້ລາວກາຍເປັນຕົ້ນແບບຂອງຫຼາຍຄົນ ໂດຍຜົນງານເດັ່ນຂອງ ສີວັນ ແມ່ນການແຕ້ມຮູບ ເຖິງແມ່ນວ່າຈະແຂນກຸດທັງສອງຂ້າງແຕ່ຊາຍຄົນນີ້ກໍຍັງສາມາດແຕ້ມຮູບອອກມາໄດ້ສວຍງາມ ແລະ ລະອຽດ ດ້ວຍການໃຊ້ຕີນ ແລະ ໃຊ້ຂໍ້ແຂນກຸດທີ່ຍັງເຫຼືອຢູ່! ສິ່ງທີ່ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງລາວແມ່ນການເຮັດວຽກດ້ານນີ້ດ້ວຍການຮຽນຮູ້ຈາກຢູທູບ ແລະ ຝຶກຝົນຕົນເອງຈົນມາຮອດປັດຈຸບັນເປັນເວລາ 8ປີແລ້ວ. ເວົ້າໄດ້ເລີຍວ່າ ສີວັນ ເປັນຄົນທີ່ມີພອນສະແຫວງ ມີຄວາມພະຍາຍາມທີ່ຈະຮຽນຮູ້ ບໍ່ເຄີຍຄິດເອົາຄວາມພິການຂອງຕົນເອງມາເປັນຂໍ້ອ້າງສ້າງພາລະໃຫ້ຄົນອື່ນ. ແນວໃດກໍ່ຕາມ …
Read More »