Breaking News

News

ຊົມເຊີຍ!!! ນັກສຶກສາລາວ ຄວ້າໃບປະກາດແດງ ກຽດນິຍົມອັນດັບ 1 ທີ່ປະເທດຣັດເຊຍ…ພ້ອມທັງ ປະດັບຫຼຽນຄຳທີ່ຕົນໄດ້ຮັບໃສ່ທຸງຊາດລາວ ດ້ວຍຄວາມພາກພູມໃຈ

ລາວ-ຣັດເຊຍ ມີສາຍສຳພັນກັນມາຍາວນານ  ສອງປະເທດໄດ້ຮ່ວມມືກັນພິເສດໃນດ້ານການທະຫານ ແລະ ສປປ ລາວໄດ້ຈັດສົ່ງບຸກຄະລາກອນຫຼາຍຊຸດໄປຮຽນຢູ່ຣັດເຊຍຈົບມາກໍປະກອບອາຊີບໃນຖັນແຖວປ້ອງກັນຊາດຢ່າງມີປະສິດທິພາບ  ຫຼ້າສຸດຖືວ່າເປັນອີກໜື່ງຂ່າວທີ່ດີ  ແລະ ຊົມເຊີຍ ຕໍ່ຜົນສໍາເລັດ ຂອງນັກສຶກສາລາວ ທີ່ປະເທດຣັດເຊຍ ໃນວັນທີ 10 ພຶດສະພາ 2020 ທີ່ໄດ້ມີການມອບໃບປະກາສະນິຍະບັດ ຈົບການສຶກສາ ທີ່ ວິທະຍາຄານທະຫານ ຣັດເຊຍ. ເຊິ່ງ 1 ໃນ ຈໍານວນ ນັກສຶກສາລາວ ແມ່ນໄດ້ ປະສົບຜົນສໍາເລັດ ອັນສູງ ທີ່ໄດ້ຮັບກຽດ ຖືກຄັດເລືອກໃຫ້ເປັນນັກສຶກສາຕ່າງປະເທດພຽງຄົນດຽວໃນປີນີ້ ທີ່ໄດ້ຮັບຫລຽນຄຳຈາກກະຊວງປ້ອງກັນປະເທດຣັດເຊຍ (Золотой медаль) ແລະ ພ້ອມທັງໃບປະກາດແດງ (красный диплом) ຂອງວິທະຍາຄານທະຫານອາກາດຣັດເຊຍແຫ່ງນີ້. ສະຫາຍ ວຽງພອນ ສີສົມລິດ ປະດັບຫຼຽນ ທີ່ຕົນໄດ້ຮັບໃສ່ທຸງຊາດລາວ ດ້ວຍຄວາມພາກພູມໃຈ ຜູ້ຄວ້າມາສອງຜົນງານໃຫຍ່ຄືຫຼຽນຄຳ ແລະ ປະກາສະນີຍະບັດກຽດນິຍົມຄື ສະຫາຍ ວຽງພອນ …

Read More »

ເຫັນແລ້ວລະລາຍ! ໜຸ່ມນັກບິນສຸດຫລໍ່ ສາຍການບິນໄທ… ເຫັນແບບນີ້ແລ້ວຢາກໄດ້ມາເປັນແຟນເດເນາະ!!!

ນະທີ່ນີ້ບໍ່ມີຫຍັງຮ້ອນໄປກວ່າ ໝຸ່ມສະຈວດສຸດຫຼໍ່ຄົນນີ້ແລ້ວ… ເຫັນພາບໃດກໍລະລາຍໃຈໄປໝົດ ຫັ້ນແນ່ ອາດຈະບໍ່ເຊື່ອແມ່ນບໍ!! ດຽວແອັດຈະພາໄປສ່ອງເບິ່ງນໍາກັນວ່າໜຸ່ມຄົນນີ້ທີ່ຫຼໍ່ລະລາຍແທ້ປານໃດ ເຮົາໄປເບິ່ງນໍາກັນເລີຍ… ເປັນແນວໃດລະລາຍໄປນໍາກັນບໍ! ເຫັນແລ້ວກໍຢາກໄດ້ໜຸ່ມນັກບິນມາຢູ່ຂ້າງກາຍ ແລະໃຈຈັກຄົນເດເນາະ!!! IG:most1795  

Read More »

ຢາກໃຫ້ນ້ອງໆໄດ້ອ່ານ!! ຈາກເດັກນັກຮຽນທີ່ມີຄະແນນ 5-4 ເປັນທີ່ສຸດທ້າຍໃນຫ້ອງ ສູ່ນັກສຶກສາກຽດນິຍົມອັນດັບ 1 “ຄະແນນບໍ່ໄດ້ບົ່ງບອກຄວາມສາມາດ ຂໍໃຫ້ເອົາຕົວລອດຫຼັງຮຽນຈົບກໍພໍ”

ໃນຊ່ວງເວລາຂອງການເປັນນັກຮຽນ ເຊື່ອວ່າທຸກຄົນຕ້ອງເຄີຍສໍາພັດກັບຄວາມກົດດັນ ເລື່ອງການສອບເສັງເຮັດແນວໃດໃຫ້ໄດ້ຄະແນນຫຼາຍໆ ເພື່ອຈະຍາດເອົາທີ 1-2-3 ໃຫ້ພໍ່ແມ່ພູມໃຈ ແລະ ໄດ້ລາງວັນຕາມທີ່ພໍ່ແມ່ຕັ້ງໃຫ້; ຕັ້ງແຕ່ນ້ອຍຈົນໃຫຍ່ ຕັ້ງແຕ່ຮຽນອະນຸບານ-ປະຖົມ-ມັກທະຍົມ-ວິທະຍາໄລ-ມະຫາວິທະຍາໄລ ເຮົາກໍຈະຍິນພໍ່ແມ່ຖາມຕະຫຼອດວ່າ ໄດ້ທີ່ເທົ່າໃດລູກ ແຕ່ບໍ່ມີໃຜເຄີຍຄິດເຖິງຄວາມສາມາດຂອງເດັກນ້ອຍເລີຍວ່າ ເຂົາມີຄວາມຮູ້ຄວາມສາມາດສໍ່າໃດ? ແລ້ວຮູ້ໄດ້ແນວໃດວ່າຄະແນນສູງຈະມີຄວາມຮູ້ສູງ? ມື້ນີ້ ຂວັນໃຈຈຶ່ງໄດ້ນໍາເອົາບົດຄວາມດີໆ ຈາກອາຈານທ່ານໜຶ່ງມາໃຫ້ນ້ອງ ລວມໄປເຖິງຜູ້ປົກຄອງໄດ້ອ່ານເພື່ອເປັນຂໍ້ຄິດ… ເຕືອນສະຕິຕົວເອງ ແລະ ນ້ອງໆ ຫຼາຍໆຄົນເລື່ອງຄະແນນ ຈາກເດັກນັກຮຽນທີ່ມີ 5-4 ມາແລ້ວ ສໍາພັດທີ່ໂຫຼ່ຂອງຫ້ອງມາແລ້ວ ດັ່ງນັ້ນ ກໍຈະເຂົ້າໃຈຄວາມຮູ້ສຶກທັງຄົນທີ່ຄະແນນຕໍ່າ ແລະ ສູງ + ສາເຫດເລື່ອງຄະແນນຕໍ່າ-ສູງ – ໄອຄິວ-ຄວາມສະຫຼາດ – ຄວາມມັກ-ຄວາມຖະນັດ – ຄວາມດຸໝັ້ນ-ເອົາໃຈໃສ່ – ພອນສະຫວັນຄືສິ່ງສໍາຄັນ ຫຼາຍຄົນບອກວ່າພອນສະແຫວງສຳຄັນກວ່າ ແຕ່ຄົນທີ່ມີພອນສະຫວັນຄືຄົນທີ່ມີປິກມາຕັ້ງແຕ່ເກີດດັ່ງນັ້ນການທີ່ຈະບິນກະບໍ່ແມ່ນເລື່ອງງ່າຍພຽງແຕ່ສະແຫວງຫາໜ້ອຍດຽວກະເຂົ້າໃຈ ແຕ່ຖ້າອາໄສແຕ່ພອນສະແຫວງເຈົ້າຕ້ອງຝຶກໜັກເປັນຮ້ອຍເປັນພັນ ເພື່ອຈະໄດ້ເທົ່າກັບເຂົາ – ການສະໜັບສະໜູນ ແລະ ໂອກາດ ແລະອື່ນໆອີກຫຼາຍປັດໃຈ …

Read More »

ຕະລຶງ!!! ບໍ່ຢາກຈະເຊື່ອສາຍຕາວ່າ ຈາກໜຸ່ມຮູບຮ່າງອວບອ້ວນໃນມື້ນັ້ນ ຈະກາຍເປັນໜຸ່ມສຸດຮ໋ອດຂວັນໃຈສາວໆໃນມື້ນີ້… ເຫັນແລ້ວຢາກຫາແຟນອວບໄວ້ຈັກຄົນເດ!

ລີດົງກຶນ  (Lee Dongkeun)  ມືກອງວົງ South Club ຈາກເກົາຫຼີໃຕ້ ໄດ້ໂພສພາບສະໄໝທີ່ຕົວເອງເຄີຍເປັນຜູ້ຊາຍຮ່າງອ້ວນ ລົງໃນໄອຈີສ່ວນຕົວ ພ້ອມກັບຂໍ້ຄວາມໃຫ້ກຳລັງໃຈຄົນທີ່ກຳລັງຫຼຸດນໍ້າໜັກໃນຕອນນີ້ຈົນກາຍເປັນກະແສຮືຮາໃນໂລກ Social  ເພາະຈາກເມື່ອກ່ອນທີ່ເຄີຍເປັນໜຸ່ມຮ່າງອວບອ້ວນຈົນຮອດປັດຈຸບັນນີ້ ຜົນຂອງການຫຼຸດນໍ້າໜັກ ເຮັດໃຫ້ໜຸ່ມ   ລີດົງກຶນ ດູດີຂື້ນຫລາຍກວ່າເກົ່າ  ຈົນຕະລຶງ ເພາະຕອນນີ້ມີຊິກແພກບຶກແນ່ນໄປແລ້ວ!!! ຈະບຶກຈະແນ່ນພຽງໃດເຮົາໄປເບິ່ງພາບນໍາກັນເລີຍ! ນີ້ຄືທີ່ມາຂອງຄໍາເວົ້າທີ່ວ່າ ຢ່າເບິ່ງຂ້າມເດັກອ້ອນຂ້າງບ້ານ ທີ່ແທ້ຈິງ!! ຂອບໃຈຮູບພາບຈາກໄອຈີ: @ddung_dd

Read More »

ນ່າຮັກຫຼາຍ!! ສະແດງຄວາມຍິນດີນໍາ ພໍ່ບີ້-ແມ່ກຸບກິ້ບ ເກີດລູກສາວຄົນທີ່ 2 ນ້ອງເປົ່າເປ້ ນ້ອງສາວເປົາເປົາ…

ບີ້ ທະລັດສະພາກ ແລະ  ກຸບກີ້ບ ສຸມົນທິບ ຄູ່ຜົວເມຍຄົນດັງວົງການບັນເທິງໄທ ເຊິ່ງທັງສອງ  ເປັນດາລາ-ນັກຮ້ອງ-ນັກສະແດງ ແຖວໜ້າຂອງປະເທດ  ຜ່ານມາ ໝຸ່ມບີ້ ແລະ ສາວກຸບກີ້ບກໍໄດ້ມີຜົນງານຫຼາກຫຼາຍອອກມາໃຫ້ເຮົາໄດ້ຕິດຕາມນໍາກັນຢູ່ເລື້ອຍໆ ໂດຍໜຸ່ມບີ້ ເປັນທັງນັກຮ້ອງ-ນັກສະແດງທີ່ມີຜົນງານທັງພາຍໃນປະເທດໄທ ແລະ ຕ່າງປະເທດເອີ້ນໄດ້ວ່າເປັນອີກຄົນທີ່ ໄດ້ໂກອິນເຕີ ໄປສ້າງຊື່ສຽງຢູ່ຕ່າງປະເທດໂດຍສະເພາະໃນເຂດດິນແດນແຫ່ງມັງກອນ ປະເທດຈີນນັ້ນເອງ ແລະ ສາວກຸບກີ້ບ ກໍເປັນດາລາສາວອີກຄົນທີ່ຜົນງານການສະແດງອອກມາໃຫ້ໄດ້ຕິດຕາມຢູ່ສະເໜີບໍ່ວ່າຈະເປັນເລື່ອງ ເກມຮ້າຍ ເກມຮັກ, ເລ່ລັບສະຫຼັບຮ່າງ ແລະ ອີກຫຼາຍໆເລື່ອງ… ທັງສອງໄດ້ຄົບຫາເບິ່ງໃຈກັນ ແລະ ຕັດສິນໃຈແຕ່ງງານນໍາກັນ ແລະ ມີພະຍານຮັກມາແລ້ວຄົນໜື່ງນັ້ນກໍຄື ນ້ອງເປົາເປົາ  ທີ່ກຳລັງຢູ່ໃນໄວທີ່ນ່າຮັກ ແລະ ຍັງເປັນຂວັນໃຈຂອງແຟນຄັບທັງປະເທດ ລວມທັງແອັດນໍາ! ຫຼ້າສຸດພັນລະຍາສາວຄົນງາມ ກຸບກິ້ບ ກໍໄດ້ເກີດລູກສາວຄົນທີ່ 2 ຕອນເຊົ້າຂອງມື້ນີ້ວັນທີ 8 ພຶດສະພາ 2020 ໂດຍໃສ່ຊື່ວ່າ ເດັກຍິງ ລາລິນ່າ ແລະ ມີຊື່ຫຼີ້ນວ່ານ້ອງ …

Read More »