Breaking News

News

ບໍ່ຢາກເຊື່ອສາຍຕາ!! Vera Wang Designer ຍິງຊັ້ນນໍາຂອງໂລກ ອາຍຸຊິຮອດ 71 ປີແລ້ວ ແຕ່ຮູບຮ່າງໜ້າຕາຍັງແຊ໋ບປານສາວຫຼັກ 4…

ຕ້ອງຍອມຮັບເລີຍວ່າ Vera Wang Designer ຊື່ດັງ ລູກສອດອາເມຣິກາ-ຈີນ ເປັນຄົນໜຶ່ງທີ່ສາມາດຮັກສາຮູບຮ່າງໜ້າຕາໄດ້ແບບອໍາມະຕະອີ່ຫຼີ!! ເພາະຕອນນີ້ແມ່ເພິ່ນກໍອາຍຸເຂົ້າໄປຫຼັກ 7 ແລ້ວ ແຕ່ຫຸ່ນຍັງແຊ໋ບແຮງ ແຖມໜ້າຕາກໍຍັງເປະເວີ່ ທຽບກັບແມ່ຕູ້ 70 ແຖວບ້ານແລ້ວ ຄິດວ່າຫາກະເຂົ້າຫຼັກ 4 ເທົ່ານັ້ນ. ແຕ່ຄວາມຈິງແລ້ວ ວັນທີ 27 ມີຖຸນາ 2020 ນີ້ ແມ່ກໍອາຍຸ 71 ປີເຕັມແລ້ວຈ່າາາາ Vera Wang ເຄີຍເປັນນັກສະເກັດລີລາ ກ່ອນທີ່ຈະເຮັດວຽກເປັນບັນນາທິການໃຫ້ກັບວາລະສານ Vogue ດົນເຖິງ 15 ປີ; ຕໍ່ມາກໍໄດ້ເປັນຜູ້ອໍານວຍການອອກແບບໃຫ້ກັບ Ralph Lauren ເປັນເວລາ 2 ປີ. ໃນຊ່ວງອາຍຸ 40 ປີ ນາງໄດ້ກະກຽມງານແຕ່ງງານ ແຕ່ບໍ່ມີຊຸດເຈົ້າສາວແບຣນໃດຖືກໃຈ ນາງຈຶ່ງອອກແບບຊຸດເຈົ້າສາວໃຫ້ຕົວເອງ ແລະ ກາຍມາເປັນຈຸດປ່ຽນ ຊຸກຍູ້ໃຫ້ ວີຣາ ແວງ ເປີດຫ້ອງເສື້ອຂອງຕົວເອງທີ່ໂຮງແຮມ …

Read More »

ຊົມເຊີຍໃນຄວາມຄິດສ້າງສັນ!! ວົງດົນຕີ “ຕິ່ງນ່ອຍໆ” ​ ທີ່ນໍາເອົາດົນຕີພື້ນເມືອງລາວ ມາປະສົມປະສານກັບດົນຕີສາກົນໄດ້ແບບລົງຕົວ…(ມີຄລິບ)

ເຄື່ອງດົນຕີພື້ນເມືອງລາວຖືໄດ້ວ່າສິ່ງໜື່ງທີ່ເປັນເອກະລັກ ແລະ ວັດທະນະທໍາອັນລໍ້າຄ່າທີ່ຄຽງຄູ່ຄົນລາວເຮົາມາແຕ່ດົນນານ ເຮົາມັກຈະເຫັນດົນຕີພື້ນເມືອງລາວປະເພດນີ້ໃນງານບຸນຕ່າງໆເພາະເປັນສິ່ງທີ່ສ້າງຄວາມມ່ວນຊື່ນໃຫ້ກັບຄົນທີ່ມາຮ່ວມງານ… ຈົນມາຮອດປັດຈຸບັນຖືໄດ້ວ່າຍັງມີຄົນຮຸ່ນໃຫມ່ກຸ່ມໜື່ງທີ່ຍັງໄດ້ສືບສານອະນຸລັກດົນຕີປະເພດນີ້ໃຫ້ຄຽງຄູ່ຄົນລາວຕໍ່ໄປ  ໂດຍຄົນກຸ່ມນີ້ໄດ້ມີໃຈຮັກມັກໃນການຫຼີ້ນເຄື່ອງດົນຕີພື້ນເມືອງລາວ ແລະ ໄດ້ຮ່ວມກັນຕັ້ງກຸ່ມຂຶ້ນມາ ໂດຍໃສ່ຊື່ວ່າ ວົງດົນຕີຕິ່ງນ່ອຍໆ ເປັນວົງດົນຕີທີ່ນຳເອົາດົນຕີສາກົນມາປະສົມປະສານກັບການຫຼິ້ນດົນຕີພື້ນເມືອງລາວເພື່ອໃຫ້ຄົນຮຸ່ນຫລັງໄດ້ຮູ້ຈັກ ເຊິ່ງປັດຈຸບັນນີ້ໄດ້ປ່ອຍຜົນງານເພງລົງທາງ  You tube ຢ່າງຫຼາກຫຼາຍ, ແຕ່ລະເພງແມ່ນໄດ້ຮັບຜົນຕອບຮັບຈາກແຟນເພງຫຼາຍພໍສົມຄວນ ແລະ ຫຼ້າສຸດກໍໄດ້ປ່ອຍບົດເພງ “ ສະບາຍດີຫຼວງພະບາງ ” ຖືວ່າໄດ້ຮັບຜົນຕອບຮັບຈາກແຟນໆເປັນຢ່າງດີເຊັ່ນກັນ…                     ທ້າວ ສົມຫວັງ ໄຊສັກດີ ແລະ ທ້າວ ໄຊຍະວົງ ຕັນດາລາ ຕາງໜ້າວົງຕິ່ງນ່ອຍໆ ໃຫ້ສຳພາດວ່າ: ຈຸດເລີ່ມຕົ້ນການສ້າງເພງ “ ສະບາຍດີຫຼວງພະບາງ ” ສ່ວນໜຶ່ງແມ່ນໄດ້ຮັບແຮງບັນດານໃຈມາຈາກລູກເພຈ໌ຕິ່ງນ່ອຍໆ ເພາະວ່າມີຄົນຂໍເພງນີ້ເຂົ້າມາຫຼາຍ, ອີກຢ່າງໜຶ່ງກໍເປັນເອກະລັກຂອງຫຼວງພະບາງ ແຕ່ງໂດຍ ອາຈານ …

Read More »

ບໍ່ເລີ໋ດໃຫ້ຮູ້ໄປ!! ໂຢໂຢ້ Miss Tourism Queen Laos 2018 ກັບການຖ່າຍແບບສຸດ Vintage ກາງຕະຫຼາດສົດ… “ເພາະທຸກສະຖານທີ່ຄື Runway”

ໂຢໂຢ້ ວານິພອນ ພູມີໄຊ Miss Tourism Queen Laos 2018 ແລະ Miss Vientiane 2017  ເຊິ່ງສາວ  ໂຢໂຢ້  ເປັນອີກໜື່ງຄົນວົງການບັນເທິງລາວທີ່ມີທັງໜ້າຕາ ແລະ ຄວາມສາມາດທີ່ຫຼາກຫຼາຍ ເຊິ່ງ ໂຢໂຢ້  ມີຜົນງານການເດີນແບບ-ຖ່າຍແຟຊັ່ນມາຫຼາກຫຼາຍຈົນນັບຜົນງານບໍ່ຖ້ວນ… ແຕ່ໄລຍະຫຼັງໆມາສາວຄົນນີ້ກໍບໍ່ຄ່ອຍໄດ້ປ່ອຍຜົນງານໃໝ່ໆ ອອກມາໃຫ້ແຟນໆໄດ້ເຫັນພໍປານໃດ ແຕ່ຖ້າໃຜທີ່ຕິດຕາມສາວຄົນນີ້ ກໍຈະເຫັນໂພສກ່ຽວກັບການໃຊ້ຊີວິດຂອງນາງຢູ່ເປັນຈໍາ!!!  ແຕ່ຫຼ້າສຸດ ໂຢໂຢ້ ກໍໄດ້ກັບມາທວງບັນລັງອີກຄັ້ງ ກັບການຖ່າຍແບບໃຫ້ວາລະສານ Fashion ຄື Trendy magazine ເຊິ່ງວ່າການກັບມາຄັ້ງນີ້ຂອງ ໂຢໂຢ້  ກໍບໍ່ໄດ້ເຮັດໃຫ້ແຟນໆຜິດຫວັງຢ່າງແນ່ນອນ!  ເຊິ່ງມື້ນີ້ຂວັນໃຈ ກໍຈະພາແຟນໆໄປສ່ອງນໍາກັນເບິ່ງວ່າການຖ່າຍແບບຄັ້ງນີ້ຂອງ ສາວໂຢໂຢ້ ຈະເລີດຫລູດູແພງພຽງໃດ ໄປເບິ່ງນໍາກັນເລີຍ… ຖືໄດ້ວ່າຜົນງານການຖ່າຍແບບຂອງສາວ  ໂຢໂຢ້  ໃນຄັ້ງນີ້ບໍ່ທໍາມະດາອີຫຼີ! ປ່ຽນຈາກການຕະຫຼາດທໍາມະດາໃຫ້ເປັນ Location ແບບ Catwalk ໄດ້ ໂດຍບໍ່ມີໃຜຍາດຊີນ ແລະ …

Read More »

ຫຼ້າສຸດ!!ຈີນພົບຜູ້ຕິດເຊື້ອໂຄວິດ-19 ເພິ່ມສູງຮອບເດືອນ ຂະນະທີ່ ອູ່ຮັ່ນ ເປັນສູນກາງການແຜ່ລະບາດ ເມື່ອທ້າຍປີ ຜ່ານມາ ກໍກັບມາກວດພົບຜູ້ປ່ວຍໃໝ່ອີກຄັ້ງ…

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ວັນທີ 11 ພຶດສະພາ 2020 ນີ້ວ່າ ຄະນະກຳມາທິການສາທາລະນະສຸກແຫ່ງຊາດຈີນ ຖະແຫຼງການ ກ່ຽວກັບສະຖານະການຂອງໂຄວິດ-19 ໃນປະເທດ ວ່າ ຜູ້ເສຍຊີວິດຍັງຄົງທີ່ 4.633 ຄົນ ແລະ ປິ່ນປົວເຊົາດີແລ້ວ 78.144 ຫຼັງຈາກແພດໄດ້ອະນຸຍາດໃຫ້ຜູ້ປ່ວຍ 24 ຄົນ ອອກຈາກໂຮງໝໍ ເມື່ອວັນອາທິດຜ່ານມາ ເຮັດໃຫ້ຜູ້ປ່ວຍໃນລະບົບຍັງເຫຼືອ 141 ຄົນ ໃນນັ້ນ 9 ຄົນ ອາການຍັງວິກິດ. ຂະນະທີ່ ພາຍໃນຮອບ 24 ຊົ່ວໂມງ ຜ່ານມາ ໄດ້ຢືນຢັນພົບຜູ້ປ່ວຍໃໝ່ 17 ຄົນ ເປັນສະຖິຕິສູງທີ່ສຸດ ຕັ້ງແຕ່ວັນທີ 28 ເມສາ ແລະ ເຮັດໃຫ້ສະຖິຕິຜູ້ປ່ວຍເພິ່ມຂຶ້ນ 82.918 ຄົນ ໂດຍຜູ້ປ່ວຍກຸ່ມຫຼ້າສຸດ ແບ່ງເປັນຜູ້ເດີນທາງມາຈາກຕ່າງປະເທດ 7 ຄົນ …

Read More »

ຂ່າວດີ!!! ໂຮງງານຜະລິດຜ້າອັດປາກ-ດັງ ຈຳນວນ 8 ໂຮງງານ ທີ່ນະຄອນຫຼວງວຽງຈັນ ກະກຽມເປີດການຜະລິດອອກຮັບໃຊ້ສັງຄົມ…

ຕໍ່ເນື່ອງກັບສະພາບການແຜ່ລະບາດຂອງໂຄວິດ-19 ທີ່ກຳລັງແຜ່ລະບາດໄປທົ່ວໂລກນັບມື້ນັບຮຸນແຮງ ແລະ ໜື່ງໃນວິທີການປ້ອງພະຍາດລະບາດດັ່ງກ່າວແມ່ນການໃສ່ຜ້າອັດປາກ ແລະ ຜ່ານມາດັ່ງທີ່ເຮົາຮູ້ກັນແລ້ວວ່າ ຜ້າປິດປາກກຳລັງເປັນທີ່ຕ້ອງການຂອງປະຊາຊົນໃນສັງຄົມ ແລະ ຂາດຕະຫຼາດຈົນເຮັດໃຫ້ລາຄາຜ້າອັດປາກນັ້ນລາຄາສູງ ຈົນກາຍເປັນປະເດັນມີຄິດເຫັນຕ່າງໆນາໆອອກມາ… ແຕ່ບໍ່ຕ້ອງກັງວົນອີກຕໍ່ໄປ ເພາະວ່າ ຫຼ້າສຸດ ໂຮງງານຜະລິດຜ້າອັດປາກ-ດັງ ຈຳນວນ 8 ໂຮງງານ ທີ່ ນະຄອນຫຼວງວຽງຈັນ ກະກຽມເປີດສາຍການຜະລິດອອກຮັບໃຊ້ສັງຄົມ ຈໍານວນຫຼາຍກ່ວາ 1.2 ລ້ານແຜ່ນ ຕໍ່ມື້ ລາຄາຂາຍ ສະເລ່ຍຕໍ່ແຜ່ນ ພຽງ 1.200-1.400 ກີບ !!!        

Read More »