Breaking News

News

ອະນຸໂມທະນາບຸນນໍາ!! ຜູ້ກຳກັບພັນລ້ານ “ເຈ້ຍ ປາຊີຟິກ” ບວດອຸທິດບຸນໃຫ້ ພໍ່ເຖົ້າໃຫຍ່ “ທ່ານສີສະຫວັດ ແກ້ວບຸນພັນ” … 

“ເຈ້ຍ ປາຊີຟິກ” ນັກຮ້ອງ-ນັກສະແດງຕະລົກ- ຜູ້ກຳກັບ ແຖວໜ້າຂອງລາວ ເປັນອີກບຸກຄົນໜື່ງທີ່ຜົນງານດ້ານວົງການບັນເທິງລາວທີ່ຫຼາກຫຼາຍບໍ່ວ່າຈະເປັນ ຜູ້ກຳກັບຮູບເງົາເລື່ອງ ຫຼົງຫາມເຕົ້າ, ຮັກມະຍ່ອມມະແຍ່ມ… ເຊິ່ງຜົນງານຂອງ ເຈ້ຍ ປາຊີຟິກກໍ່ໄດ້ສ້າງຊື່ສຽງໂດ່ງດັງໄປທົ່ວປະເທດ ແລະ ຕ່າງປະເທດ ຈົນເຮັດໃຫ້ກາຍເປັນຮູບເງົາທໍາອິດຂອງລາວທີ່ສ້າງລາຍໄດ້ຫຼາຍທີ່ສຸດໃນ ປະເທດລາວ ຈົນໄດ້ສາຍາ ຜູ້ກຳກັບພັນລ້ານຂອງເມືອງລາວ ນອກຈາກນີ້, ຍັງມີຜົນງານສຽງເພງ ໄກ່ຖືກຄ້ອນ… ລວມທັງງານສະແດງທັງພາຍໃນ ແລະ ຕ່າງປະເທດອີກຫຼາກຫຼາຍ ເອີ້ນໄດ້ວ່າ ເຈ້ຍ ເປັນອີກໜື່ງບຸກຄົນວົງການບັນເທິງລາວມີເຕັມໄປດ້ວຍຄວາມສາມດ ແລະ ຜະລິດຜົນງານອອກມາໃຫ້ຄົນລາວເຮົາໄດ້ຕິດຕາມຢູ່ຕະຫຼອດມາ!!     ວັນທີ 12 ພຶດສະພາ 2020 ທີ່ຜ່ານມາຖືໄດ້ວ່າເປັນອີກໜື່ງຂ່າວທີ່ນ່າສະຫຼົດໃຈ ຂອງຄອບຄົວ ແກ້ວບຸນພັນ ເຊິ່ງເປັນພໍ່ເຖົ້າໃຫຍ່ “ເຈ້ຍ ປາຊີຟິກ” ທ່ານສີສະຫວັດ ແກ້ວບຸນພັນ ໄດ້ເສຍຊີວິດ ເອີ້ນໄດ້ວ່າເປັນສູນເສຍຄັ້ງຍິ່ງໃຫຍ່ ຂອງຄອບຄົວ ແກ້ວບຸນພັນ   ຫຼ້າສຸດວັນທີ 13 ພຶດສະພາ 2020  “ເຈ້ຍ ປາຊີຟິກ” …

Read More »

ແພດຝາກເຕືອນ!! ພະຍາດໄຂ້ຍຸງລະບາດໜັກໃນ ສປປ.ລາວ ພົບຜູ້ຕິດເຊື້ອຫຼາຍກວ່າ 1 ພັນຄົນ ເສຍຊີວິດແລ້ວ 1 ຄົນ… ນະຄອນຫຼວງເປັນອັນດັບ 1

ອີງຕາມການໃຫ້ຂໍ້ມູນຂອງສູນຂ່າວສານການແພດສຸຂະສຶກສາ ໄດ້ໃຫ້ຮູ້ວ່າ: ນັບແຕ່ວັນທີ 28 ທັນວາ 2019-7 ພຶດສະພາ 2020 ມີຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວ1.033 ກໍລະນີ ແລະ ເສຍຊີວິດ 01 ກໍລະນີ ໃນນັ້ນ ນະຄອນຫຼວງວຽງຈັນພົບຜູ້ຕິດເຊື້ອໄຂ້ຍຸງລາຍຫຼາຍກວ່າໝູ່ ມີ 309 ກໍລະນີ ແລະ ເສຍຊີວິດ 1 ຄົນ. ຮອງລົງມາແມ່ນ ແຂວງອັດຕະປື 159 ກໍລະນີ, ວຽງຈັນ 123 ກໍລະນີ, ຄຳມ່ວນ 76 ກໍລະນີ, ບໍລິຄຳໄຊ 74 ກໍລະນີ, ສາລະວັນ 72 ກໍລະນີ, ສະຫວັນນະເຂດ 59 ກໍລະນີ, ໄຊຍະບູລີ 46 ກໍລະນີ, ເຊກອງ 41 ກໍລະນີ, ຫຼວງນໍ້າທາ 28 …

Read More »

ຄໍາຕອບທີ່ຫຼາຍຄົນຢາກຮູ້! ສໍາຫຼັບໃຜທີ່ຢາກເຂົ້າມາ ສປປ ລາວ ໃນຊ່ວງໂຄວິດ-19 ຈະຕ້ອງໄດ້ປະຕິບັດແນວໃດ?

ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ເຊື່ອວ່າຕອນນີ້ຍັງມີຄົນລາວຈຳນວນຫຼາຍທີ່ຕົກຄ້າງຢູ່ຕ່າງປະເທດ ມາບໍ່ທັນກ່ອນການ Lock down ສະນັ້ນ ຈື່ງຢາກຮູ້ວ່າຖ້າຢາກກັບມາຕອນນີ້ຕ້ອງເຮັດແນວໃດ? ປັດຈຸບັນການເຂົ້າ-ອອກ ນອກປະເທດແມ່ນຍັງບໍ່ມີຄວາມສະດວກພໍປານໃດ ເພາະວ່າທຸກປະເທດລ້ວນແຕ່ມີມາດຕະການເຝົ້າລະວັງ ບໍ່ຢາກໃຫ້ມີການນຳເຊື້ອເຂົ້າ-ອອກລະຫວ່າງປະເທດ ແລະ ມີໂອກາດສ່ຽງສູງຕໍ່ການແຜ່ເຊື້ອຈາກຄົນໜຶ່ງໄປສູ່ອີກຫຼາຍຄົນ… ​ ເຖິງແນວໃດກໍ່ຕາມ, ອີງຕາມຄຳແນະນຳຂອງກະຊວງການຕ່າງປະເທດ ເນື່ອງຈາກວ່າ ລັດຖະບານລາວ ຍັງສືບຕໍ່ປີດດ່ານ ຊາຍແດນທາງບົກ ແລະ ທາງອາກາດໃນຂອບເຂດທົ່ວປະເທດ ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດທີ່ຮ້າຍແຮງ ຢູ່ ສປປ ລາວ ຂອງພະຍາດ ໂຄວິດ-19, ສະນັ້ນ ຖ້າຫາກບຸກຄົນ ຫຼື ນິຕິບຸກຄົນໃດ ທີ່ມີຈຸດປະສົງຈະເດີນທາງເຂົ້າ-ອອກ ສປປ ລາວ ຈະຕ້ອງໄດ້ປະຕິບັດຕາມຂັ້ນຕອນ ແລະ ມາດຕະການຂອງປະເທດເຮົາຢ່າງເຄັ່ງຄັດຄື:  ສະເພາະຂາເຂົ້າ  ບຸກຄົນ ຫຼື ນິຕິບຸກຄົນເດີນທາງເຂົ້າ ສປປ ລາວ ຕ້ອງຂຽນຄໍາຮ້ອງ ທີ່ລະບຸລາຍລະອຽດກ່ຽວກັບ ວັນເວລາ, ດ່ານທີ່ຈະເດີນທາງເຂົ້າ, …

Read More »

ອີກບໍ່ດົນ!! ໜຸ່ມ “ອີ໊ດ ໂປງລາງສະອອນ” ກໍຈະໄດ້ເປັນພໍ່ຄົນແລ້ວ…

ໜຸ່ມ ອີ໊ດ ໂປງລາງສະອອນ ນັກຮ້ອງ-ນັກສະແດງໄທສາຍຕະລົກ ຫຼືເປັນທີ່ຮູ້ຈັກດີໃນນາມຫົວໜ້າວົງ ໂປງລາງສະອອນ… ເປັນອີກໜື່ງຄົນວົງການບັນເທິງໄທທີ່ມີຜົນງານຫຼາກຫຼາຍບໍ່ວ່າຈະເປັນງານສະແດງ ຮູບເງົາ ໄທບ້ານ The series, ແກ້ວກາງດົງ, ຄູ່ປັ່ນຄູ່່ປ່ວນ… ແລະຜົນງານສຽງເພງໝໍລໍາ ຕ່າງໆ ລວມໄປເຖິງກຳມະການລາຍການດັງ ຢ່າງ ໝໍລໍາໄມທອງຄໍາ ທີ່ຄົນລາວຮູ້ຈັກກັນດີ! ເຊິ່ງໜຸ່ມ ອີ໊ດ ໂປງລາງສະອອນ ກໍໄດ້ສະລະໂສດໄປມາໄລຍະໜື່ງແລ້ວ ຫຼ້າສຸດ ອີ໊ດ ກຳລັງຈະມີທາຍາດຄົນທໍາອິດແລ້ວເດີ້ ເປັນລູກຊາຍ ທີ່ ພັນລະຍາຢ່າງສາວ ນ້ຳ ຈະຣິຍາ ກຳລັງຖືພາ ແລະ ອີກບໍ່ດົນກໍເກີດແລ້ວ!!! ອົດໃຈຖ້າອີກບໍ່ດົນ! ເຮົາກໍຈະໄດ້ເຫັນໜ້າຕາທາຍາດຂອງ ໜຸ່ມ ອີ໊ດ ກັນແລ້ວ! ເຮົາມາລຸ້ນນໍາກັນວ່າຈະນ່າຮັກພຽງໃດ…  ຂອບໃຈແຫຼ່ງຂໍ້ມູນ: https://www.soupsipupdate.com

Read More »

ເຄຣຍຊັດເຈນ!! ຈາກປາກເອື້ອຍນາງເອກສາວ ສາເຫດແຕ້ວ ເລິກ ຕົ້ນ ພ້ອມປະກາດຄວາມສໍາພັນ ກັບໄຮໂຊໝຸ່ມນັກທຸລະກິດ…

ກຳລັງເປັນກະແສມາແຮງ! ຈາກຂ່າວ ຄວາມສໍາພັນຂອງນາງເອກສາວ ແຕ້ວ ນັດຕະພອນ ຫຼັງຈາກທີ່ເລິກລາກັບແຟນໜຸ່ມ ຕົ້ນ ທີ່ຄົບຫາດູໃຈກັນເປັນເວລາດົນກວ່າ 14 ປີ ແລ້ວ ແຕ່ກໍມີກະແສອອກມາວ່າ ມີໄຮໂຊຫຼາຍຄົນຕາມຈີບ ຈົນຫຼ້າສຸດໄດ້ມີວົງໃນອອກມາເວົ້າວ່າ ໜຸ່ມທີ່ກຳລັງແອບຄົບກັບແຕ້ວນັ້ນກໍຄື ໄຮໂຊ “ໄນ ປະໄນ ພອນປະພາ” ໜຸ່ມຕີ໋ ທຸລະກິດແຖວໜ້າຂອງປະເທດໄທ ແຟນເກົ່າຂອງສາວ “ວຸ່ນເສັ້ນ ທີ່ເປັນອະດີດພັນລະຍາຂອງ ໝຸ່ມ ຊາຄິດ ແຍ້ມນາ” ນັ້ນເອງ ເຊິ່ງຕອນນີ້ເຮັດໃຫ້ເປັນກະແສວິພາກວິຈານໃນ Social ບໍ່ໜ້ອຍເລີຍທີດຽວ ຫຼ້າສຸດເພສດັງ ໃຕ້ຕຽງດາລາ ກໍໄດ້ເຜີຍຂໍ້ຄວາມຈາກເອື້ອຍແທ້ໆຂອງສາວ ແຕ້ວ ກ່ຽວກັບເລື່ອງນີ້ ແລະ ສາເຫດທີ່ ແຕ້ວເລິກກັບຕົ້ນ ຍ້ອນວ່າທັງສອງຄົບກັນມາດົນແຕ່ຍັງເບິ່ງຄວາມສໍາພັນຂອງທັ້ງສອງບໍ່ເຫັນຊັດເຈນໃນຂັ້ນຕໍ່ໄປ ກໍເລີຍຕັດສິນໃຈຫຼຸດຄວາມສໍາພັນລົງ ເລິກລາກັນດ້ວຍດີ ແລະ ຍັງຫ່ວງໃຍກັນຄືເກົ່າ!!! ທັງ ຍອມຮັບວ່ານາງເອກສາວ ກຳລັງປຸກຕົ້ນຮັກ ກັບໄຮໂຊດັງ  ໄນ ຈາກປະເດັນທັ້ງໝົດນີ້ …

Read More »