ຍ້ອນສະພາບການແຜ່ລະບາດຂອງໂຄວິດ-19 ຈື່ງເຮັດໃຫ້ປະເທດມີການ Lock down ເພື່ອປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວໄລຍະໜື່ງຜ່ານມາ… ຫຼັງຈາກສະພາບການເລີ່ມດີຂຶ້ນເລື້ອຍໆທາງລັດຖະບານລາວຈື່ງມີມາດຕະການໄລຍະທີ 1 ເຊິ່ງຫຼ້າສຸດວັນທີ 15 ພຶດສະພາ 2020 ການບິນລາວ Lao Airlines ໄດ້ປະກາດຜ່ານເພສວ່າທາງລັດວິສາຫະກິດ ການບິນລາວ ຈະໄດ້ເລີ່ມ ເປີດບໍລິການ ຕັ້ງແຕ່ ວັນທີ 22 ພຶດສະພາ 2020 ເປັນຕົ້ນໄປ, ສະເພາະສາຍບິນພາຍໃນປະເທດເທົ່ານັ້ນ. ທ່ານສາມາດຈອງປີ້ຍົນໄດ້ແລ້ວ… ຕາມເວັບໄຊ, ແອັບ ແລະ ຕົວແທນຈໍາໜ່ວຍ!
Read More »News
ຊົມເຊີຍ! ທ້າວ ວົງຍະສອນ ຫຼືມິນນີ່ ຮີໂຣ໋ນັກສຶກສາລາວ ທີ່ໄດ້ັຮັບໃບຍ້ອງຍໍ ຈາກລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງຫວຽດນາມ…
ວັນທີ 1 ພຶດສະພາ 2020 ທີ່ຜ່ານມາ ທ້າວ ມີນີ ວົງຍະສອນ ໄດ້ຊ່ວຍຊີວິດຊາຍຄົນໜື່ງທີ່ຫວັງຄິດຂ້າຕົນເອງ ດ້ວຍການກະໂດດຈາກຂົວສູງລົງໄປໃນແມ່ນໍ້າ ທີ່ນະຄອນ ຮ່າຕິງ ຄຣິບ VDO ຜ່ານທາງໂລກອອນລາຍທີ່ປະເທດຫວຽດນາມ ໃນ VDO ດັ່ງກ່າວແມ່ນຈະເຫັນວ່າ ມີຊາຍໄວກາງຄົນ 1 ຄົນກະໂດດນໍ້າຫວັງຈະຂ້າຕົວຕາຍ ແຕ່ໂຊກດີທີ່ນັກສຶກສາລາວຂັບຄົນມາເຫັນພໍດີເລີຍຕັດສິນໃຈໂດດລົງໄປຊ່ວຍໂດຍການດຶງຄໍເສື້ອເຂົ້າມາຫາຝັ່ງ ແຕ່ກໍຄ້ອນຂ້າງຈະຫຍຸ້ງຍາກແດ່ ແລະໂຊກດີທີ່ມີເຮືອປະມົງຜ່ານມາຈຶ່ງຊ່ວຍກັນເອົາຊາຍຄົນດັ່ງກ່າວຂຶ້ນຝັ່ງໄດ້ສໍາເລັດ… ຫຼັງຈາກເຫດການດັ່ງກ່າວຖືກເຜີຍແຜ່ອອກໄປບໍ່ດົນກໍເກີດເປັນກະແສຮືຮາ ຫຼາຍຄົນກໍໄປຊອກຄົ້ນຫາປະຫວັດຂອງນັກສຶກສາລາວຜູ້ມີຈິດໃຂກ້າຫານ ຈົນໄດ້ຮູ້ວ່າ ຮີໂຣ່ຄົນນັ້ນມີຊື່ວ່າ ທ້າວ ວົງຍະສອນ ຫຼືມິນນີ່ ອາຍຸ 22 ປີ ປັດຈຸບັນກໍາລັງສຶກສາຢູ່ທີ່ ມະຫາວິທະຍາໄລແຫ່ງຊາດ ຫວຽດນາມ ຄະນະວິທະຍາສາດ ສິ່ງແວດລ້ອມ ປີ 2. ແລະ ມາຮອດ ວັນທີ 13 ພຶດສະພາ 2020 ທ່ານ ປອ. ດວານ ຮວາຍເຊີນ …
Read More »ຂໍຄວາມເຫັນໃຈ!! ບສ.ໄຟຟ້າລາວ ຄວນພິຈາລະນາຄ່າໄຟຟ້າໃໝ່ ເພາະນະໂຍບາຍບໍ່ສອດຄ່ອງກັບລາຍຮັບ ແລະ ຄວາມຈໍາເປັນຂອງປະຊາຊົນ…
ມື້ວານນີ້ຫຼາຍຄົນອາດຈະໄດ້ເບິ່ງການຖະແຫຼງຂ່າວຂອງ ທ່ານ ເຄນ ເທບວົງສາ ຜູ້ຊ່ວຍຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຫົວໜ້າຝ່າຍປະຕິບັດການໄຟຟ້າ ນະຄອນຫຼວງວຽງຈັນ ໃຫ້ສຳພາດໃນວັນທີ 14 ພຶດສະພາ 2020 ວ່າ: ເພື່ອປະຕິບັດຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 31/ນຍ ລົງວັນທີ 02 ເມສາ 2020 ວ່າດ້ວຍການກຳນົດນະໂຍບາຍ ແລະ ມາດຕະການເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດ COVID-19 ຕໍ່ສະພາບເສດຖະກິດຂອງ ສປປ ລາວ ໃຫ້ຄົ້ນຄວ້າຜ່ອນຜັນລາຄາ ແລະ ຕໍ່ເວລາໃນການຊຳລະຄ່າໄຟ ແລະ ນ້ຳປະປາ ຂອງຜູ້ຊົມໃຊ້ຄົວເຮືອນ ແລະ ພາກທຸລະກິດ ພາຍຫຼັງໄດ້ຮັບຂໍ້ຕົກລົງ ດັ່ງກ່າວ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຄົ້ນຄວ້າ ແລະ ຮີບຮ້ອນສົມທົບກັບໜ່ວຍງານສະເພາະກິດຂອງລັດຖະບານ ທີ່ຄົ້ນຄວ້ານະໂຍບາຍທີ່ຕິດພັນກັບພາກປະຊາຊົນ ແລະ ສັງຄົມ ເພື່ອຄົ້ນຄວ້ານະໂຍບາຍກ່ຽວກັບການຫຼຸດຄ່າກະແສໄຟຟ້າ ເພື່ອເປັນສ່ວນໜຶ່ງໃນການຊ່ວຍເຫຼືອພໍ່ແມ່ປະຊາຊົນ ພະນັກງານ ລັດຖະກອນ …
Read More »ເຊີນຊວນ!! ຮ່ວມສົມທົບທຶນກັບນາງເອກສາວ ຊຸບຕາເບີ 1 ຂອງລາວ “ລູກນໍ້າ ທິດາລັດ” ຊື້ອຸປະກອນຍົກລະດັບການສຶກສາ ໃຫ້ໂຮງຮຽນທີ່ຂາດເຂີນ…
ລູກນໍ້າ ທິດາລັດ ລາດາ ນັກສະແດງ ຊຸບຕາອັນດັບຕົ້ນໆຂອງປະເທດລາວ ເປັນດາລາສາວອີກຄົນທີ່ບໍ່ມີດີພຽງໜ້າຕາແຕ່ເຕັມໄປດ້ວຍຄວມຮູ້ຄວາມສາມາດທີ່ຫຼາກຫຼາຍ ແລະ ມີຜົນງານອອກມາໃຫ້ເຮົາໄດ້ເຫັນກັນຢູ່ເລື້ອຍໆບໍ່ວ່າຈະເປັນງານເດີນແບບ ຮູບເງົາ, ລະຄອນ ແລະ ພີເຊັນເຕີ… ຜ່ານມາລູກນໍ້າຍັງໄດ້ມີໂອກາດໄປຮ່ວມງານການສະແດງຢູ່ປະເທດເພື່ອນບ້ານເຮົານັ້ນກໍຄືປະເທດໄທບໍ່ວ່າຈະເປັນ ລະຄອນ ດອກຄູນສຽງແຄນ ທີ່ອອກອາກາດທາງຊ່ອງ GMM25 ແລະ ຜົນງານອື່ນໆອີກຫຼາກຫຼາຍ!!! ປັດຈຸບັນປະເທດລາວເຮົາກໍເປັນອີກໜື່ງປະເທດທີ່ກຳລັງພັດທະນາ ລວມທັງດ້ານສຶກສາຂອງປະເທດລາວເຮົາເຊັ່ນກັນ ເຊິ່ງກໍມີຫຼາຍພາກສ່ວນຍືດມືເຂົ້າໄປຊ່ວຍດ້ານນີ້ ລວມທັງຄົນດັງວົງການບັນເທີງບ້ານເຮົາ ໜື່ງໃນນັ້ນກໍຄື ສາວ “ລູກນໍ້າ ທິດາລັດ” ຊຸບຕາເບີໜື່ງຂອງປະເທດລາວເຮົາກໍເປັນອີກຄົນທີ່ຄອຍສະໜັບສະໜູນ ໃຫ້ການຊ່ວຍເຫຼືອທຶິນການສຶກສາບໍ່ວ່າຈະເປັນອຸປະກອນຕ່າງໆ ຢູ່ໂຮງຮຽນເຂດຫ່າງໄກຊອກຫຼີກຕະຫຼອດຜ່ານມາ ຫຼ້າສຸດ ສາວລູກນໍ້າກໍໄດ້ອອກມາໂພສຜ່ານເພສສ່ວນຕົວເພື່ອລະດົມທຶນຊື້ຄອມພິວເຕີ້ໃຫ້ໂຮງຮຽນ ບ້ານດອນຕິ້ວ ເມືອງພຽງ ຢູ່ແຂວງ ໄຊຍະບູລີ: “ລະດົມທຶນຄອມໃຫ້ໂຮງຮຽນ ບ້ານດອນຕິ້ວ ເມືອງພຽງ ຢູ່ແຂວງ ໄຊຍະບູລີ #ລາຄາ2.000.000ກີບ #ໃຜຢາກຮ່ວມເຮັດນຳມາຮ່ວມນຳກັນເດີ້ ທາງໂຮງຮຽນຂາດເຂີນຄອມໃຊ້ ໄວ້ພິມເອກກະສານ ວຽກຕ່າງໆ ອີ່ດູໂຕນເພິ່ນ ຮ່ວມສົມທົບໄດ້ຕາມບັນຊີ BCEL ເງິນກີບ 090120000094627001 Ms …
Read More »ວ້າວໆ!! Good job… Twitter ເປັນບໍລິສັດທໍາອິດໃນໂລກທີ່ອະນຸຍາດໃຫ້ພະນັກງານ Work from home ໄດ້ຕະຫຼອດຊີວິດ “ບໍລິສັດເນັ້ນກະຈາຍເຄືອຄ່າຍ ບໍ່ເນັ້ນການເຮັດວຽກແບບສູນກາງ”
ການເຮັດວຽກແບບ Work from home ນັ້ນ ເກີດເປັນກະແສມາແຮງທີ່ສຸດໃນໄລຍະ 2-3 ທີ່ຜ່ານມາ ເນື່ອງຈາກສະຖານະການ ການແຜ່ລະບາດຂອງ ໂຄວິດ-19 ທີ່ໄດ້ແຜ່ລະບາດໄປທົ່ວໂລກ ເຮັດໃຫ້ຫຼາຍໆບໍລິສັດຕ້ອງໄດ້ອະນຸຍາດໃຫ້ພະນັກງານເຮັດວຽກຢູ່ເຮືອນໄດ້ ເພື່ອຄວາມປອດໄພ ຫ່າງໄກຈາກເຊື້ອພະຍາດ… ລວມທັງບໍລິສັດ Technology ຍັກໃຫຍ່ລະດັບໂລກ ຄື Twitter, Google, Facebook, Microsoft ແຕ່ປັດຈຸບັນສະຖານະການເລີ່ມຄີ່ຄາຍ ຫຼາຍບໍລິສັດກໍເລີ່ມທະຍອຍເປີດຕົວ ແລະ ເຂົ້າເຮັດວຽກຢູ່ຫ້ອງການໄດ້ແລ້ວ!! ຍົກເວັ້ນບໍລິສັດ Twitter; ເພາະຈາກການລາຍງານຂ່າວຈາກ nbc news ໃຫ້ຮູ້ວ່າ ທ່ານ ແຈັດ ດໍຣຊີ່ (Jack Dorsey) ຫົວໜ້າບໍລິຫານ Twitter ໄດ້ກ່າວກັບພະນັກງານຂອງເຂົາເມື່ອວັນອັງຄານທີ່ຜ່ານມາວ່າ ພະນັກງານຈະໄດ້ຮັບອະນຸຍາດໃຫ້ເຮັດວຽກຢູ່ເຮືອນຂອງຕົນເອງໄດ້ ເຖິງແມ່ນວ່າຈະສິ້ນສຸດວິກິດການໂຄວິດ-19 ແລ້ວກໍ່ຕາມ ແລະ ຄາດວ່າທະວິດເຕີ້ຈະເປີດຫ້ອງການໄວທີ່ສຸດໃນເດືອນກັນຍາ ສ່ວນກິດຈະກຳກ່ຽວກັບການປະຊຸມ ຫຼືການພົບປະກັນແມ່ນຈະເລື່ອນອອກໄປຈົນເຖິງປີໜ້າ. ທັງນີ້, ທາງ Twitter ຈະມີແຜນການປະເມີນສະຖານະການຂອງປີ …
Read More »