ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຊ ປະເທດເກົາຫຼີໃຕ້ ເມື່ອວັນພະຫັດ ທີ 30 ເມສາ ວ່າ ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງເກົາຫຼີ (KCDC) ໄດ້ອອກຖະແຫຼງການ ເມື່ອວັນພະຫັດ ໂດຍເປັນການລາຍງານສະພາບການປະຈຳວັນຂອງໂຄວິດ-19 ວ່າ ຈຳນວນຜູ້ປ່ວຍສະສົມເພິ່ມຂຶ້ນ 10.765 ຄົນ ໂດຍເພິ່ມຂຶ້ນ 4 ຄົນ ທັງໝົດແມ່ນເດີນທາງມາຈາກຕ່າງປະເທດ ໝາຍຄວາມວ່າ ບໍ່ມີຜູ້ຕິດເຊື້ອຢູ່ໃນປະເທດເຊິ່ງເປັນຄັ້ງທຳອິດຕັ້ງແຕ່ວັນທີ 15 ກຸມພາ ຜ່ານມາ. ຂະນະທີ່ຜູ້ປ່ວຍໃໝ່ທີ່ເດີນທາງຈາກຕ່າງປະເທດ ທັງ 4 ຄົນ ເພິ່ມສະຖິຕິຜູ້ປ່ວຍກຸ່ມນີ້ເປັນ 1.065 ຄົນ, ໃນນັ້ນ 90% ເປັນຄົນເກົາຫຼີໃຕ້ ສ່ວນຜູ້ເສຍຊີວິດສະສົມເພິ່ມເປັນ 247 ຄົນ ໂດຍມິການຢືນຢັນຫຼ້າສຸດອີກ 1 ຄົນ, ປິ່ນປົວເຊົາແລ້ວເພິ່ມເປັນ 9.059 ຄົນ ແລະ ຍັງເຫຼືອຜູ້ປ່ວຍໃນລະບົບ 1.459 ຄົນ …
Read More »News
ຂ່າວດີ! ຜູ້ປິ່ນປົວພະຍາດໂຄວິດ-19 ກໍລະນີທີ 3 ຢູ່ໂຮງໝໍແຂວງຫຼວງພະບາງກັບບ້ານແລ້ວ…
ຖືໄດ້ວ່າເປັນອີກໜື່ງຂ່າວດີກັນເລີຍກໍວ່າໄດ້ ຫຼ້າສຸດວັນທີ 30 ເມສາ 2020 ຜູ້ປິ່ນປົວພະຍາດໂຄວິດ-19 ທີ່ຍັງເຫຼືອ 1 ຄົນ ເປັນເພດຊາຍ ຢູ່ໂຮງໝໍແຂວງຫຼວງພະບາງ ໄດ້ອອກໂຮງໝໍແລ້ວ ພາຍຫຼັງໄດ້ກວດຫາເຊື້ອ 2 ຄັ້ງຕິດຕໍ່ກັນໃນ 24 ຊົ່ວໂມງ ບໍ່ພົບເຊື້ອ ແລະ ຜູ້ກ່ຽວຈະໄດ້ເມືອຕິດຕາມອາການຢູ່ເຮືອນ. ມາຮອດປະຈຸບັນ ຢູ່ ສປປ ລາວ ສາມາດປີ່ນປົວຜູ້ຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຫາຍດີແລ້ວ 8 ຄົນ, ຢູ່ໂຮງໝໍແຂວງຫຼວງພະບາງ 3 ຄົນ ແລະ ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ 5 ຄົນ, ໝາຍຄວາມວ່າຍັງເຫຼືອແຕ່ຢູ່ໂຮງໝໍມິດຕະພາບ 11 ຄົນ ທີ່ກໍາລັງສືບຕໍ່ປີ່ວປົວ ທັງໝົດເຫັນວ່າມີອາການເບົາບາງ ແລະ ຍັງຕິດຕາມເພື່ອກວດວິເຄາະຢັ້ງຢືນການບໍ່ພົບເຊື້ອຈຶ່ງໃຫ້ ອອກໂຮງໝໍ. ໃນໂອກາດນີ້ຄະນະສະເພາະກິດ ໄດ້ຮຽກຮ້ອງທຸກຄົນ ໃຫ້ມີຄວາມອົດທົນ …
Read More »ນາຍົກ ນິວຊີແລນ ປະກາດສາມາດຄວບຄຸມການແຜ່ລະບາດໂຄວິດ-19 ໄດ້ແລ້ວ…
ສໍານັກຂ່າວຕ່າງປະເທດລາຍງານວ່າ: ທ່ານນາງ Jacinda Ardern ນາຍົກລັດຖະມົນຕີ ນິວຊີແລນ ປະກາດວ່າປະເທດຂອງຕົນສາມາດຄວບຄຸມການແຜ່ລະບາດໂຄວິດ-19 ໄດ້ແລ້ວເນື່ອງຈາກໄດ້ປະຕິຕາມມາດຖະການຄວບຄຸມການແຜ່ລະບາດທີ່ໄດ້ວາງອອກໃນເບື້ອງຕົ້ນທີ່ຜ່ານມາ … ແລະ ຍັງສະແດງຄວາມໝັ່ນໃຈວ່າເຊື້ອໄວຣັສໂຄວິດ-19 ຈະບໍ່ລະບາດໃນຂົງເຂດທີ່ຊຸມນຸມແລ້ວ ເນື່ອງຈາກພົບການຕິດເຊື້ອໃນລະດັບຊຸມຊົນພຽງແຕ່ 0,4 % ເທົ່ານັ້ນ ແລະ ເວົ້າວ່າ ມາດຕະການ ການຈໍາກັດເຊື້ອໄວຣັສໂຄວິດ ບໍ່ໄດ້ມີຄວາມໝາຍພຽງເພາະວ່າບໍ່ມີຜູ້ຕິດເຊື້ອຄົນໃໝ່ ແຕ່ໝາຍເຖິງການບໍ່ຍອມໃຫ້ມີຜູ້ເພີ່ມຂຶ້ນອີກ ນອກຈາກນີ້ ນາຍົກ ນິວຊີແລນ ຍັງມີນະໂຍບາຍອັດສີດເງິນຈໍານວນຫຼາຍກວ່າ 2 ແສນລ້ານໂດລາເພື່ອກະຕຸ້ນເສດຖະກິດຕ່າງໆ ເຊັ່ນ: ການຄ້າ ແລະ ການທ່ອງທ່ຽວຂອງປະເທດ ການປະກາດໄຊຊະນະເບື້ອງຕົ້ນ ເຮັດໃຫ້ທາງການນິວຊີແລນ ເດີນໜ້າຜ່ອນຄາຍມາດຕະການ Lock down ເພື່ອຄວບຄຸມການແຜ່ລະບາດຂອງເຊື້ອໄວຣັສ ໂຄວິດ-19 ທີ່ມີຍາວນານມາ 1 ເດືອນ ໂດຍຫຼຸດລະດັບຄວາມເຂັ້ມງວດຈາກລະດັບ 4 ລົງມາຢູ່ໃນລະດັບ 3 ສົ່ງຜົນໃຫ້ປະຊາຊົນ ນິວຊີແລນ ພາກັນອອກບ້ານອອກເຮືອນຂອງຕົນ ມາຊື້ອາຫານການກິນເປັນຈໍານວນຫຼາຍ ເຖິງຢ່າງໃດກໍຕາມ …
Read More »ນັບຖືຫົວໃຈ!!! ຊີວິດຄົນເຮົາເລືອກເກີດບໍ່ໄດ້… ເດັກຊາຍຮັບຈ້າງຈັດດອກໄມ້ (ເຖິງບາງຄັ້ງໝູ່ຈະລໍ້ວ່າ ບໍ່ຄືຜູ້ຊາຍ ແຕ່ບໍ່ເຄີຍອາຍທີ່ມີຊີວິດແບບນີ້)
ຄົນເຮົາທີ່ກຳເນີດເກີດຂຶ້ນມາຢູ່ເທິງໂລກນີ້ ບາງຄົນກໍກຳເນີດໃນຄອບຄົວທີ່ມີຖານະ ແລະ ບາງຄົນກໍກຳເນີດຢູ່ໃນຄອບຄົວທີ່ບໍ່ມີຖານະ ເປັນທີ່ມາຂອງຄໍາທີ່ວ່າ : ຄົນເຮົາເລືອກເກີດບໍ່ໄດ້ ແຕ່ເຮົາເລືອກທີ່ຈະເປັນໄດ້ … ມື້ນີ້ຂວັນໃຈຈະນໍາເອົາເລື່ອງລາວຂອງຄົນໆໜື່ງທີ່ສູ້ຊີວິດມາໃຫ້ທຸກຄົນໄດ້ຮູ້ນໍາກັນ! ເຊິ່ງມີເຟສບຸກຄົນໜື່ງທີ່ຊື່ວ່າ AISSarnrak ໄດ້ເຜີຍເລື່ອງລາວຂອງເດັກຊາຍຄົນໜຶ່ງຊື່ວ່າ ໂອມ ທີ່ກຳລັງສຶກສາຢູ່ມັດທະຍົມຕອນຕົ້ນ ມໍ 4 ປະເທດໄທ ເຊິ່ງຄົນໆນີ້ໄດ້ສູ້ຊີວິດເຮັດຫຼາຍຢ່າງໃນຂະນະທີ່ກຳລັງຮຽນເພື່ອຫາລາຍໄດ້ມາເປັນທຶນການສຶກສາ ແລະ ເພື່ອຄອບຄົວ ບໍ່ວ່າຈະເປັນ ຮັບສ້ອມແປງ, ຫຍິບເສື້ອຜ້າທຸກຊະນິດໃນລາຄາທີ່ຖືກ ລວມໄປເຖິງຮັບຈັດດອກໄມ້ແບບຕ່າງໆ ໄປຂາຍເພື່ອເອົາເງິນມາຮັກສາແມ່ຕູ້ທີ່ປ່ວຍນໍາອີກ ໂອມ ໄດ້ເວົ້າວ່າ ຕົນເອງສົນໃຈຈັດດອກໄມ້ຕັ້ງແຕ່ຕອນທີ່ກຳລັງຮຽນ ປ.4 ໂດຍເລີ່ມຊ່ວຍວຽກຄູສະໄໝປະຖົມ ຈົນໄດ້ມາຮູ້ຈັກຄູອຸໄລຕອນຮຽນຢູ່ ມ1 ທີ່ເປີດໂອກາດໃຫ້ຕົນເອງໄດ້ເຂົ້າມາຊ່ວຍວຽກ ແລະ ຄັດເລືອກໄປແຂ່ງສິນລະປະຫັດຖະກຳ ໄຈົນໄດ້ຮັບລາງວັນ ແລະ ສ້າງຊື່ສຽງໃຫ້ໂຮງຮຽນໂດຍຍາດມາໄດ້ຫຼາຍລາງວັນ… ດ້ວຍຄວາມສາມາດໂອມ ທີ່ມີ ຄູ ຈື່ງເລີ່ມໃຫ້ມາຊ່ວຍວຽກທີ່ຮ້ານດອກໄມ້ຂອງຄູໄດ້ເປີດຢູ່ເມືອງ ຜັກໄຮ່ ຈາກນັ້ນກໍມາຮັບງານອອກແບບຈັດດອກໄມ້ ແລະ ງານແຕ່ງດອງ ຈົນກາຍເປັນລາຍໄດ້ພິເສດຂອງຕົນເອງ ຕັ້ງແຕ່ມໍ 1 …
Read More »ວັນທີ 3 ພຶດສະພາ ລັດຖະບານອະນຸຍາດໃຫ້ສຳນັກງານ, ບໍລິສັດ ເປີດດຳເນີນການ ແລະ ສັນຈອນໄປມາພາຍໃນແຂວງໄດ້…
ໃນວັນທີ 28 ເມສາ 2020 ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ເພື່ອປຶກສາຫາລືກ່ຽວກັບວຽກງານສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະ ບາດຂອງໂຄວິດ-19 ແລະ ການແກ້ໄຂຜົນກະທົບທາງດ້ານເສດຖະກິດຈາກການລະບາດຂອງພະຍາດໂຄວິດ-19 ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ບັນດາທ່ານ ລັດຖະມົນຕີ ກະຊວງທີ່ກ່ຽວຂ້ອງ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ພະຍາດໂຄວິດ-19 ແລະ ຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດດັ່ງກ່າວເຂົ້າຮ່ວມ. ຜົນກອງະຊຸມໄດ້ພິຈາລະນາ ແລະ ມີທິດຊີ້ນຳຕໍ່ບັນຫາສຳຄັນ ດັ່ງນີ້: 1. ກອງປະຊຸມ ໄດ້ພິຈາລະນາບົດລາຍງານກ່ຽວກັບສະພາບການປ້ອງກັນ, ຄວບຄຸມ ແລະ ມາດຕະການຮັບມືການລະບາດຂອງພະຍາດໂຄວິດ-19, ທິດທາງໃນຕໍ່ໜ້າ, ການປະເມີນຄວາມສ່ຽງແຕ່ລະແຂວງ, ແຜນການຜ່ອນຜັນບາງມາດຕະການ ແລະ ການສືບຕໍ່ປະຕິບັດບາງມາດຕະການ ພາຍຫຼັງວັນທີ 3 ພຶດສະພາ 2020 …
Read More »