ຫຼັງຈາກທີ່ສະຖານະການໂຄວິດ -19 ໄດ້ແຜ່ລະບາດຢ່າງໜັກ ເຊິ່ງໄດ້ສ້າງຜົນກະທົບໃນຫຼາຍດ້ານຕໍ່ການດຳລົງຊີວິດຂອງຄົນເຮົານສັງຄົມ ເກືອບທຸກປະເທດໄດ້ມີມາດຕະການ Lock down ເພື່ອສະກັັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວໂດຍ ຫົວໜ່ວຍທຸລະກິດເກືອບທຸກຂະແໜງໄດ້ປິດຊົ່ວຄາວບໍ່ວ່າຈະເປັນ ບໍລິສັດເອກະຊົນ ໂຮງຈັກໂຮງງານ ຮ້ານຄ້າ… ລວມໄປເຖິງສະຖາບັນການສຶກສາໃນຂອບເຂດທົ່ວປະເທດກໍໄດ້ປິດການຮຽນການສອນຊົ່ວຄາວເຊັ່ນກັນ… ໃນວັນທີ 5 ພຶກສະພາ 2020 ທີ່ຜ່ານມາ ທ່ານກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ໃນວັນທີ 19 ພຶດສະພາ 2020 ໃກ້ຈະຮອດນີ້ ທາງກະຊວງສຶກສາທິການ ແລະ ກິລາ ໄດ້ອະນຸຍາດໃຫ້ນັກຮຽນສາມັນສຶກສາປີສຸດທ້າຍຄື ປ 5, ມ4 ແລະ ມ7 ໃນຂອບເຂດທົ່ວປະເທດໄດ້ເປີດການຮຽນການສອນເປັນປົກກະຕິ ຫຼັງຈາກທີ່ໄດ້ປິດການຮຽນການສອນເປັນໄລຍະໜື່ງແລ້ວ ຍ້ອນການລະບາດຂອງພະຍາດໂຄວິດ-19, ເຊິ່ງຄາດວ່າຈະມີນັກຮຽນຫຼາຍກວ່າ 3 ແສນຄົນ ຈະກັບເຂົ້າມາຮຽນ ເພື່ອເລັ່ງທວນຄືນບົດຮຽນ ແລະ ກະກຽມສອບເສັງຈົບຊັ້ນ ສ່ວນຊັ້ນຮຽນອື່ນແມ່ນຈະການພິຈາລະນາຕາມຄວາມເໝາະສົມ ຖ້າການລະບາດຂອງພະຍາດດັ່ງກ່າວສາມາດຄວບຄຸມໄດ້ປົກກະຕິ ປັດຈຸບັນແມ່ນໄດ້ …
Read More »News
ໜ້າສົນໃຈ!! ນັກເສດຖະສາດຍິງ ແລະ ນັກວິຊາການອາວຸໂສຈາກເນປານ ວິເຄາະກ່ຽວກັບຜົນກະທົບດ້ານເສດຖະກິດ – ສັງຄົມທີ່ເກີດຂື້ນຊ່ວງ COVID19 ຕໍ່ແມ່ຍິງ… ໂດຍສະເພາະແມ່ຍິງທີ່ດ້ອຍໂອກາດ-ໃຊ້ແຮງງານ-ລາຍໄດ້ຕໍ່າ
ທ່ານນາງ Meena Acharya ນັກເສດຖະສາດຍິງ ແລະ ນັກວິຊາການອາວຸໂສຈາກ ປະເທດເນປານ ທີ່ໄດ້ຄົ້ນຄວ້າ ແລະ ເຜີຍແຜ່ຢ່າງກວ້າງຂວາງກ່ຽວກັບການພັດທະນາ, ເສດຖະກິດມະຫາພາກ, ຄວາມທຸກຍາກແລະການເມືອງຈາກມູມມອງບົດບາດຍິງ – ຊາຍມາເປັນເວລາ 45 ປີແລ້ວ. ໄດ້ໃຫ້ສໍາພາດກັບ UN Women, ນາງໄດ້ແບ່ງປັນການວິເຄາະຜູ້ຊ່ຽວຊານຂອງນາງກ່ຽວກັບຜົນກະທົບດ້ານເສດຖະກິດ – ສັງຄົມ ທີ່ກຳລັງຈະເກີດຂື້ນຂອງ COVID-19… ໃນມຸມມອງຂອງເພດວ່າ ໃນຖານະນັກເສດຖະສາດທີ່ເປັນແມ່ຍິງ, ການປະເມີນຂອງທ່ານກ່ຽວກັບການລະບາດຂອງພະຍາດໄຂ້ເລືອດອອກ QHID-19 ໃນປະເທດເນປານແມ່ນຫຍັງ? ທຸກໆຂະແໜງເສດຖະກິດໄດ້ຮັບຜົນກະທົບຢ່າງໜັກ ຈາກ COVID-19. ຜົນກະທົບທີ່ຮຸນແຮງທີ່ສຸດແມ່ນການທ່ອງທ່ຽວ, ແລະ ຂະແໜງການທີ່ກ່ຽວຂ້ອງເຊັ່ນ: ການຕ້ອນຮັບ, ຫັດຖະກຳ, ການຂົນສົ່ງ, ການບໍລິການດ້ານການທະນາຄານ ແລະການເງິນ. ຜົນກະທົບຢ່າງເຕັມທີ່ຕໍ່ກະສິກຳກໍຈະມີຜົນກະທົບຢ່າງຫຼວງຫຼາຍຖ້າຫາກວ່າການປິດເມືອງຍັງສືບຕໍ່. ຜົນກະທົບບາງສ່ວນແມ່ນເຫັນໄດ້ໃນຕະຫລາດຜັກ, ຟາມສັດປີກ, ການຂາຍນົມແລະອື່ນໆ. ການຂາດແຄນອາຫານສັດໄດ້ສົ່ງຜົນກະທົບຕໍ່ການລ້ຽງສັດ. ການນຳເຂົ້າລົດລົງຈະສົ່ງຜົນກະທົບທາງລົບຕໍ່ລາຍຮັບພາສີແລະລາຍໄດ້ທີ່ບໍ່ແມ່ນພາສີຈາກການໂອນ ກຳ ມະສິດທີ່ດິນແລະຊັບສິນເຊິ່ງເປັນແຫຼ່ງລາຍຮັບທີ່ ສຳ …
Read More »ຄັ້ງທໍາອິດໃນປະຫວັດສາດ!! ຜູ້ນໍາ 40 ປະເທດທົ່ວໂລກ ຈັບມືກັນຮ່ວມລະດົມທຶນຫຼາຍພັນລ້ານໂດລາ ພັດທະນາວັກຊີນ ຕໍ່ສູ້ກັບໂຄວິດ-19…
ເກືອບ 40 ປະເທດທົ່ວໂລກ ປະກາດບໍລິຈາກເງິນຫຼາຍກວ່າ 8 ພັນລ້ານໂດລາສະຫະລັດ ເພື່ອໃຊ້ໃນການພັດທະນາວັກຊີນ ແລະ ວິໄຈດ້ານຕ່າງໆ ເພື່ອຕໍ່ສູ້ກັບເຊື້ອໄວຣັດໂຄວິດ-19 ສຳນັກຂ່າວຕ່າງປະເທດລາຍງານວ່າ ຜູ້ນຳຫຼາຍກວ່າ 40 ປະເທດທົ່ວໂລກ ລວມທັງຜູ້ບໍລິຈາກຕ່າງໆ ຮ່ວມປະຊຸມສຸດຍອດຜ່ານທາງອອນໄລ໌ ເຊິ່ງສະຫະພາບເອີຣົບ ເປັນເຈົ້າພາບຮ່ວມກັບນານາປະເທດ ໃນວັນຈັນ 4 ພຶດສະພາ 2020 ທີ່ຜ່ານມາ ໂດຍໃຫ້ຄຳໝັ້ນວ່າຈະບໍລິຈາກເງິນ ຫຼາຍກວ່າ 8 ພັນລ້ານໂດລາສະຫະ ເພື່ອໃຊ້ໃນການພັດທະນາວັກຊີນ ແລະ ວິໄຈດ້ານການວິນິໄສ ແລະ ການຮັກສາພະຍາດເຊື້ອໄວຣັດໂຄວິດ-19 ທ່ານ ນາງ ເອີຊູລາ ວອນ ເລເຍິນ ປະທານຄະນະກຳມະທິການເອີຣົບ ກ່າວວ່າ ເງິນຈຳນວນດັ່ງກ່າວຈະຖືກນຳໄປໃຊ້ເພື່ອຊ່ວຍເລີ່ມປະຕິບັດການຮ່ວມມືລະດັບໂລກແບບທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ແລະ ຍັງເປັນການສະແດງເຖິງຄຸນຄ່າທີ່ແທ້ຈິງຂອງຄວາມສາມັກຄີ ແລະ ຄວາມເປັນມະນຸດ ຂອງຊາວໂລກ ໃນການປະຊຸມດັ່ງກ່າວ ມີຫຼາຍກວ່າ 30 ປະເທດ ລວມທັງໜ່ວຍງານສະຫະປະຊາຊາດ …
Read More »“ມາດອນນ່າ” ລາຊະນີເພງ Pop ລະດັບໂລກຮ່ວມບໍລິຈາກ 1 ລ້ານໂດລາ ຕ້ານໂຄວິດ-19…
ມາດອນນ່າ (Madonna Louise Ciccone) ເປັນນັກຮ້ອງສາວແນວເພງ Pop ອາເມລິກາ ເປັນສິນລະປິນທີ່ໄດ້ຮັບຄວາມນິຍົມ ແລະ ມີຊື່ສຽງໃນລະດັບໂລກຕໍ່ເນື່ອງນັບຕັ້ງແຕ່ເປີດຕົວຄັ້ງທໍາອິດໃນຍຸກ 80s-90s ແລະ ນອກຈາກນີ້ຍັງເປັນນັກຮ້ອງຍິງພຽງຄົນດຽວທີ່ມີເພງຂຶ້ນອັນດັບໜື່ງຫຼາຍທີ່ສຸດ 10 ເພງ ທັ້ງຝັ່ງອາເມລິກາ ແລະ ອັງກິດ ໂດຍຈາກບັນທຶກສະຖິຕິໂລກກິນເນສບຸກ (Guiness Book of World Records) ຍັງຈັດອັນດັບ ມາດ່ອນນາ ໃຫ້ເປັນສິນລະປິນຍິງຂາຍຜົນງານເພງໄດ້ຫຼາຍທີ່ສຸດໃນໂລກ (ฺBest-selling female recording artist) ປັດຈຸບັນ ລວມຍອດຂາຍອັນລະບໍ້າ ແລະ ເພງ ຫຼາຍກວ່າ 335 ລ້ານຊຸດທົ່ວໂລກ ນອກຈາກນັ້ນຍັງເປັນ ສິນລະປິນຍິງດ່ຽວທີ່ມີຍອດຂາຍທົວຄອນເສີດຫຼາຍທີ່ສຸດໃນໂລກ (Highest-grossing tour by a Female Artist) ຈາກທົວຄອນເສີດ Sticky & Sweet Tour ຕໍ່ເນື່ອງກັບສະຖານະການທົ່ວໂລກກຳລັງຢູ່ໃນຊ່ວງວິກິດ ຂອງພະຍາດໂຄວິດ-19 ທີ່ກໍາລັງແຜ່ລະບາດໄປທົ່ວໂລກ ກຮ້ອງຊື່ດັງລະດັບໂລກ ມາດອນນ່າ …
Read More »ປະຊາຊົນ “ຮົງກົງ” ຜູ້ທີ່ປະທ້ວງເອີ້ນ ໂຄວິດ-19 ວ່າ ໄວຣັສໂຄໂຣນາຈີນ…
ສໍານັກຂ່າວອອນລາຍຂອງຮົງກົງ Hong Kong Free Press (HKFP) ລາຍງານຄວາມເຫັນຂອງກຸ່ມຜູ້ປະທ້ວງສະໜັບສະໜູນປະຊາທິປະໄຕໃນຮົງກົງທີ່ຢືນຢັນວ່າ ພວກເຂົາຈະເອີ້ນໄວຣັສໂຄໂຣນາ 2019 ເຊິ່ງເປັນທີ່ມາຂອງ ໂລກໂຄວິດ-19 ວ່າ “ໄວຣັສໂຄໂຣນາຈີນ” ທີ່ຜ່ານມາການລະບຸຊື່ປະເທດຈີນເປັນຊື່ເອີ້ນຂອງໄວຣັສໂຄໂຣນາ 2019 ໄດ້ກາຍເປັນປະເດັນຖົກຖຽງກັນເຖິງຄວາມເໝາະສົມ ໂດຍປະທານາທິບໍດີ ໂດນັລ ທໍາ ຂອງສະຫະລັດອາເມລິກາ ເຄີຍຢືນຢັນຈະເອີ້ນຊື່ໄວຣັສຊະນິດນີ້ວ່າ ໄວຣັສຈີນ ຫຼືໄວຣັສອູ່ຮັ່ນ ແຕ່ເກີດກະແສວິຈານຕໍ່ຕ້ານຢ່າງຮຸນແຮງຈາກຈີນ ແລະ ຝ່າຍທີ່ເບິ່ງວ່າ ການໃຊ້ຊື່ປະເທດ ຫຼືທາງພູມມີພາກເປັນຊື່ໄວຣັສນັ້ນ ເປັນການແບ່ງແຍກເຊື້ອຊາດ ແລະ ອາດກໍ່ໃຫ້ເກີດກະແສຕໍ່ຕ້ານຈີນ ຫຼືປະຊາຊົນເຊື້ອສາຍອາຊີ ເຊິ່ງອາດນໍາໄປສູ່ການກໍ່ຄວາມຮຸນແຮງ ຫຼືເຫດອາດຊະຍາກໍາ ເຖິງຢ່າງໃດກໍຕາມ ກຸ່ມເຄື່ອນໄຫວສະໜັບສະໜູນປະຊາທິປະໄຕໃນຮົງກົງຍັງເບິ່ງວ່າ ການລະບຸຊື່ປະເທດຈີນລົງໃນຊື່ຂອງໄວຣັສນັ້ນບໍ່ຜິດຫຍັງ ແລະ ຍັງຢືນຢັນທີ່ຈະເອີ້ນໄວຣັສໂຄໂຣນາ 2019 ວ່າ “ໄວຣັສໂຄໂຣນາ ຈີນ” ໂດຍບໍ່ສົນໃຈກະແສຕໍ່ຕ້ານ. ການສະແດງອອກດັ່ງກ່າວຂອງກຸ່ມຜູ້ປະທ້ວງໃນຮົງກົງຖືກເບິ່ງວ່າ ເປັນໜື່ງໃນແນວທາງການຕໍ່ຕ້ານລັດຖະບານຈີນທີ່ພະຍາຍາມຈໍາກັດເສລີພາບໃນການເວົ້າ ແລະ ການສະແດງອອກຂອງປະຊາຊົນ ກຸ່ມຜູ້ປະທ່ວງໃນຮົງກົງສ່ວນໃຫຍ່ຍັງເບິ່ງວ່າ: ການເອີ້ນຊື່ ໄວຣັສໂຄໂຣນາຈີນນັ້ນເປັນເຄື່ອງເຕືອນໃຈວ່າ …
Read More »