ອາຫານ
Read More »Uncategorized
Nissan ALMERA – ຍອດຂາຍກວ່າ 20,000,000 ຄັນ ນັບຕັ້ງແຕ່ມື້ເປີດໂຕຮອດປັດຈຸບັນ
ເດືອນຕຸລາ ປີ 2021 – ບໍລິສັດ Tan Chong Motor (Lao) Co. Ltd. (“TCML”), ຕົວແທນຈໍາໜ່າຍພາຫະນະຂອງ Nissan ພຽງໜຶ່ງດຽວ ໃນ ສປປ ລາວ ແລະ ເປັນບໍລິສັດລູກຂອງ Tan Chong Motor Holdings Berhad (Malaysia), ຈະເປີດໂຕແລະວາງຈໍາໜ່າຍລົດເກັງຂອງ Nissan ທີ່ຂາຍດີທີ່ສຸດໃນໂລກໃນໄວໆນີ້. ກ່ອນອື່ນ, ໄປທຳຄວາມຮູ້ຈັກກັບຄວາມເປັນມາອັນຍາວນານຂອງລົດລຸ້ນດັ່ງກ່າວກັນເລີຍ. ປີ 1966-1969 – ລົດ Nissan ລຸ້ນ 1000cc ລຸ້ນທໍາອິດ ໄດ້ຖືກວາງຈໍາໜ່າຍໃນປະເທດຍີ່ປຸ່ນ. Datsun Sunny ເປັນລົດລຸ້ນນ້ອຍ ບັນຈຸຜູ້ໂດຍສານໄດ້ 5 ຄົນ ສໍາລັບເດີນທາງຈາກທາງຫຼວງໄປຍັງບັນດາເມືອງຕ່າງໆ, ເຄື່່ອນໄຫວຢ່າງຄ່ອງໂຕ ແລະ ລາຄາເປັນມິດ. …
Read More »Nissan TERRA – ເປັນລຸ້ນສືບທອດລົດ SUV ຂອງ Nissan ທີ່ມີມາຢ່າງຍາວນານກວ່າ 60 ປີ.
ລົດ SUV ຂະໜາດ 7 ບ່ອນນັ່ງ ເພື່ອຕອບສະໜອງຄວາມຕ້ອງການລົດ SUV ອະເນກປະສົງທີ່ເພີ່ມຂຶ້ນໃນອາຊີຕາເວັນອອກສຽງໃຕ້. ເດືອນຕຸລາ ປີ 2021 – ບໍລິສັດ Tan Chong Motor (Lao) Co. Ltd. (“TCML”), ຕົວແທນຈໍາໜ່າຍພາຫະນະຂອງ Nissan ພຽງໜຶ່ງດຽວ ໃນ ສປປ ລາວ ແລະ ເປັນບໍລິສັດລູກຂອງ Tan Chong Motor Holdings Berhad (Malaysia), ມີແຜນຈະເປີດໂຕແລະວາງຈໍາໜ່າຍລົດ Nissan Terra ລຸ້ນໃໝ່ໃນໄວໆນີ້ ຫຼັງຈາກເປີດໂຕໄປແລ້ວໃນບາງປະເທດເຂດອາຊີຕາເວັນອອກສຽງໃຕ້. ລົດ Nissan Terra ໃໝ່ ແມ່ນເປັນລຸ້ນສືບທອດຕະກຸນລົດ SUV ຂອງ Nissan ທີ່ມີມາຢ່າງຍາວນານກວ່າ 60 ປີ …
Read More »ທະນາຄານ ລາວ-ຝຣັ່ງ ຈໍາກັດ (ທລຝ) ມອບເງິນອຸປະຖໍາຈໍານວນ 50.000 ໂດລາສະຫາລັດ ເພື່ອປະກອບສ່ວນສະໜັບສະໜູນໜ່ວຍກູ້ໄພມູນນິທິ1623
ທະນາຄານ ລາວ-ຝຣັັ່ງ ຈໍາກັດ (ທລຝ) ໄດ້ໃຫ້ການສະໜັບສະໜູນແກ່ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໂດຍການມອບເງິນອຸປະຖໍາຈໍານວນ 50.000 ໂດລາສະຫາລັດ ເພື່ອປະກອບສ່ວນສະໜັບສະໜູນໜ່ວຍກູ້ໄພມູນນິທິ1623 ໂດຍມີເປົ້າໝາຍເພື່ອເປັນການ ຊ່ວຍເຫຼືອສັງຄົມລາວຂອງພວກເຮົາ. ໃນຊ່ວງໄລຍະວິກິດການນີີ້, ໜ່ວຍກູ້ໄພມູນນິທິ1623 ແລະ ທີມງານອາສາສະໝັກຂອງພວກເຂົາ ໄດ້ເຮັດວຽກຢ່າງໜັກໜ່ວງເພື່ອໃຫ້ການບໍລິການສຸກເສີນຕະຫຼອດ 24 ຊົ່ວໂມງ ເພື່ອຊ່ວຍເຫຼືອຜູ້ປະສົບອຸປະຕິເຫດທາງທ້ອງຖະໜົນ, ໄຟໄໝ້, ນໍ້າຖ້ວມ ແລະ ອື່ນໆ ອີກຢ່າງຫຼວງຫຼາຍຢູ່ໃນຊຸມຊົນຂອງພວກເຮົາ. ສໍາລັບເງິນອຸປະທໍາດັັ່ງກ່າວ ແມ່ນຈະນໍາໄປຊື້ພາຫະນະ ເພື່ອໃຊ້ໃນການນໍາສົ່ງຄົນເຈັບໄປໂຮງໝໍຕະຫຼອດ 24 ຊົ່ວໂມງ. ພິທີດັັ່ງກ່າວ ໄດ້ໃຫ້ກຽດເປັນປະທານໂດຍທ່ານ ສະເຕຟານ ອຽກແບັງ, ຜູ້ອໍານວຍການທະນາຄານ ລາວ-ຝຣັັ່ງ ແລະ ທ່ານ ນາງ ສີສະຫຼຽວ ທໍາມະເທວາ ແລະ ທ່ານ ນາງ ພູທອນ ພູມສະຫວັນ ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ. …
Read More »6 ເຄື່ອງດື່ມທີ່ແມ່ຍິງຄວນຮູ້!! ບັນເທົາອາການເຈັບທ້ອງປະຈໍາເດືອນ
ນໍ້າເຜິ້ງປະສົມໝາກນາວ ນໍ້າເຜິ້ງມີສັບພະຄຸນທີ່ຊ່ວຍບຳລຸງເລືອດ ຊ່ວຍບັນເທົາອາການຖອກທ້ອງ ແລະ ຊ່ວຍຕ້ານການອັກເສບໃນຮ່າງກາຍ ໝາກນາວເປັນແຫຼ່ງຂອງວິຕາມິນຊີ ແລະ ສານຕ້ານອະນຸມູນອິດສະລະ ສາມາດຊ່ວຍຫຼຸດອາການເຈັບທ້ອງປະຈຳເດືອນຂອງແມ່ຍິງ ແນະນຳໃຫ້ດື່ມນໍ້າເຜິ້ງໝາກນາວອຸ່ນໆໃນໄລຍະທີ່ເປັນປະຈຳເດືອນ 2. ນໍ້າອຸ່ນ ການດື່ມນໍ້າແມ່ນສິ່ງທີ່ຈຳເປັນຕໍ່ຮ່າງກາຍຂອງເຮົາ ແຕ່ສຳລັບສາວໆ ທີ່ຢູ່ໃນຊ່ວງໄລຍະທີ່ເປັນປະຈຳເດືອນຄວນຫັນມາດື່ມນໍ້າໃຫ້ຫຼາຍໆເພື່ອຊົດເຊີຍນໍ້າທີ່ສູນເສຍໄປແຕ່ຄວນດື່ມນໍ້າອຸ່ນເທົ່ານັ້ນ ເພາະນໍ້າອຸ່ນຈະຊ່ວຍກະຕຸ້ນການໄຫຼວຽນຂອງເລືອດໄດ້ດີ 3. ຊາຂຽວ ຊາຂຽວກໍຖືວ່າເປັນເຄື່ອງດື່ມແກ້ອາການເຈັບທ້ອງປະຈຳດືອນເພາະວ່າຊາຂຽວແມ່ນແຫຼ່ງຂອງສານຕ້ານອະນຸມູນອິດສະລະມີສ່ວນປະກອບທີ່ສຳຄັນຊ່ວຍບັນເທົາອາການເຈັບທ້ອງປະຈຳເດືອນແນະນຳໃຫ້ດື່ມຊາຂຽວອຸ່ນໆ 4. ຊາຄາໂມມາຍ ສາວໆ ທີ່ເຈັບທ້ອງເປັນປະຈຳເດືອນ ການດື່ມນໍ້າຊາຄາໂມມາຍແມ່ນອີກວິທີໜຶ່ງທີ່ຈະຊ່ວຍຫຼຸດຜ່ອນການເກັງຂອງກ້າມເນື້ອ ແລະ ຍັງຊ່ວຍຫຼຸດຜ່ອນການອັກເສບໄດ້ເຊັ່ນກັນ. 5. ນົມອຸ່ນ ນົມແມ່ນເຄື່ອງດື່ມທີ່ມີແຄວຊຽມສູງ ແລະ ຍັງມີແມັກນີຊຽມເຊິ່ງເປັນສານອາຫານສຳຄັນທີ່ສາມາດຊ່ວຍຫຼຸດອາການເຈັບທ້ອງປະຈຳເດືອນໄດ້ ແນະນຳໃຫ້ດື່ມນົມອຸ່ນເພື່ອເພີ່ມການຜ່ອນຄາຍຂອງກ້າມເນື້ອ ແລະ ຍັງຊ່ວຍເຮັດໃຫ້ນອນຫຼັບສະບາຍຂຶ້ນ 6. ນໍ້າຂີງ ຂີງເປັນສະໝຸນໄພທີ່ຊ່ວຍກະຕຸ້ນການໄຫຼວຽນຂອງເລືອດເຮັດວຽກໄດ້ງ່າຍການດື່ມນໍ້າຂີງອຸ່ນມັນຈະຊ່ວຍບັນເທົາອາການປວດກ້າມເນື້ອຂອງມົດລູກໄດ້ຢ່າງແນ່ນອນ ສິ່ງທີ່ສຳຄັນຍັງຊ່ວຍຫຼຸດອາການທ້ອງອືດໄດ້ອີກດ້ວຍ
Read More »