Breaking News

Uncategorized

ດື່ມນໍ້າເຢັນຕອນມີປະຈໍາເດືອນ ຜົນທີ່ຕາມມາກໍຈະເປັນແບບນີ້…..

ມື້ນັ້ນຂອງເດືອນ ແມ່ນເວລາທີ່ຮ່າງກາຍບອບບາງ ເຊິ່ງແຕ່ລະຄົນກໍຈະມີອາການທີ່ແຕກຕ່າງກັນໄປ ເຊັ່ນວ່າ ເຈັບທ້ອງ, ເປັນສິວ, ກິນຫຼາຍຂຶ້້ນ ແລະ ອາລົມແປປວນງ່າຍ. ສ່ວນວ່າອາການຕ່າງໆມັກຈະເກີດຂຶ້ນໃນເວລາທີ່ມີຮອບປະຈໍາເດືອນກໍອາດຈະມີ: ອ່ອນເພຍ, ປວດເມື່ອຍກ້າມເນື້ອ ແລະ ເຈັບທ້ອງ ເຊິ່ງຖ້າເຮົາເຈັບທ້ອງຮຸນແຮງຂຶ້ນ ອາລົມກໍຈະແປປວນ ແລະ ງຸດງິດໄດ້ງ່າຍ ແຕ່ມັນກໍຂຶ້ນກັບສະພາບຮ່າງກາຍຂອງແຕ່ລະຄົນ ບາງຄົນມີອາການຫຼາຍ ຫຼືບາງຄົນກໍບໍ່ມີອາການຫຍັງເລີຍ ພ້ອມກັບຄວາມເຊື່ອທີ່ວ່າ ຫ້າມດື່ມນໍ້າເຢັນໃນລະຫວ່າງທີ່ເປັນປະຈຳເດືອນ ເພາະຈະເຮັດໃຫ້ເຮົາເຈັບທ້ອງ! ເລື່ອງນີ້ເປັນຄວາມຈິງ ຫຼືບໍ່? ມື້ນີ້ Kuanjai ຈະມາໄຂຂໍ້ຂ້ອງໃຈຂອງບັນດາສາວໆທັງຫຼາຍ ໄປເບິ່ງນໍາກັນເລີຍ….. ຄວາມເຊື່ອເລື່ອງຫ້າມດື່ມນໍ້າເຢັນຕອນມີປະຈຳເດືອນ ແມ່ນແທ້ ຫຼືບໍ? ການດື່ມນໍ້າເຢັນແມ່ນຈະເຮັດໃຫ້ອຸນຫະພູມໃນຮ່າງກາຍຂອງສາວໆນັ້ນຫຼຸດລົງຕໍ່າກວ່າປົກກະຕິ ເຊິ່ງຄວາມເຢັນຈະເຮັດໃຫ້ເລືອດມີການປີບຕົວ ອັນເປັນເຫດເຮັດໃຫ້ປະຈໍາເດືອນຂອງເຮົານັ້ນອອກມານ້ອຍລົງ ທາງທີ່ດີເຮົາຄວນຮັກສາສະພາບອຸນຫະພູມໃນຮ່າງກາຍໃຫ້ຄົງທີ່ໄວ້ກໍຈະເປັນການດີ ເພາະຈະເຮັດໃຫ້ຮ່າງກາຍເຮົາຂັບໄລ່ເລືອດອອກມາໄດ້ດີເປັນປົກກະຕິນັ້ນເອງ ສ່ວນອາການເຈັບທ້ອງນັ້ນແມ່ນຂຶ້ນຢູ່ກັບສຸຂະພາບຮ່າງກາຍຂອງແຕ່ລະຄົນ ຖ້າສຸຂະພາບດີອາການເຈັບທ້ອງກໍຈະບໍ່ມີ ຫຼືຖ້າມີກໍອາດຈະມີນ້ອຍ ແຕ່ຖ້າສຸຂະພາບອ່ອນເພຍຢູ່ແລ້ວອາການເຈັບທ້ອງກໍອາດຈະເພີ່ມຂຶ້ນໄດ້ເຊັ່ນກັນ. ສະຫລຸບສັ້ນໆວ່າ ຖ້າຢາກດື່ມນໍ້າເຢັນກໍສາມາດດື່ມໄດ້ ແຕ່ຄວນດື່ມໃນປະລິມານທີ່ນ້ອຍຈະເປັນການດີ ແຕ່ທາງທີ່ດີທີ່ສຸດແມ່ນຄວນດື່ມນໍ້າອຸ່ນ ຫຼືນໍ້າດື່ມໃນອຸນຫະພູມປົກກະຕິຈະດີກວ່າ ເພື່ອເປັນການຮັກສາອຸນຫະພູມໃນຮ່າງກາຍໃຫ້ຄົງທີ່ ແລະ ເປັນປົກກະຕິນັ້ນເອງ. …

Read More »

Jessica Liu ຜູ້ຍິງທີ່ມີອິດທິພົນທີ່ສຸດໃນວົງການ E-Commerce ຂອງຈີນ

Essica Liu ຜູ້ຍິງທີ່ມີອິດທິພົນທີ່ສຸດໃນວົງການ E-Commerce ຂອງຈີນ ເຊິ່ງເມື່ອເວົ້າເຖິງເວທີການຄ້າ e-commerce ທີ່ໃຫຍ່ທີ່ສຸດຂອງຈີນ ໜຶ່ງໃນນັ້ນແມ່ນຕ້ອງມີຊື່ວ່າ Tmall ຈາກບໍລິສັດ Alibaba ຂອງ Jack Ma ທີ່ເອີ້ນໄດ້ວ່າເປັນເວບໄຊທ໌ E-Commerce ທີ່ໃຫຍ່ທີ່ສຸດຂອງ B2C ໃນປະເທດ ແລະ ໜຶ່ງໃນບຸກຄົນສຳຄັນໃນການຂັບເຄື່ອນ Tmall ກໍຄື “Jessica Liu”. ເລື່ອງຂອງ Liu ໜ້າສົນໃຈແນວໃດ?ເປັນຫຍັງ Liu ຈຶ່ງຖືກເອີ້ນວ່າເປັນແມ່ຍິງທີ່ມີອິດທິພົນສຸດໃນວົງການ e-commerce ຂອງຈີນ? Jessica Liu ເປັນປະທາແຟຊັ່ນ ແລະ brands ຫລູຫລາ ຄົນປັດຈຸບັນຂອງ Tmall. Liu ໄດ້ເຂົ້າມາເຮັດວຽກກັບບໍລິສັດ Alibaba ໃນປີ 2012 ເຊິ່ງຄວາມເປັນຈິງແລ້ວ Liu ເປັນຄົນທີ່ຄຸກຄີຢູ່ໃນວົງການຂອງ E-Commerce …

Read More »

ຄູມິ້ນ Mrs Laos World 2020 ຜູ້ສ້າງແຮງບັນດານໃຈໃຫ້ບັນດາສາວໆທີ່ຢາກປະສົບຜົນສໍາເລັດ

ຊີວິດຈິງຂອງຄົນເຮົານັ້ນບໍ່ໄດ້ສວຍງາມລາບລື່ນສະເໝີໄປ ຄົນທີ່ປະສົບຜົນສໍາເລັດ, ມີຊີວິດທີ່ດີ ແລະ ມີຊື່ສຽງ ແຟນໆຮູ້ບໍ່ວ່າເບື້ອງຫຼັງນັ້ນເຂົາເຈົ້າຕ້ອງພົບເຈີກັບອຸປະສັກຫຍັງມາແດ່? ມື້ນີ້ Kuanjai ຈະພາມາຮູ້ຈັກກັບ ຄູມິ້ນ ຜູ້ທີ່ສ້າງແຮງບັນດານໃຈໃຫ້ບັນດາສາວໆທີ່ຢາກເປັນນາງງາມ. ກວ່າຈະມາເປັນນາງງາມທີ່ມີຊື່ສຽງດັ່ງທຸກມື້ນີ້ ຄູມີ້ນຜ່ານອຸປະສັກຫຍັງແດ່…. ໄປເບິ່ງກັນເລີຍ….. ຄູມິ້ນ ຫຼືທີ່ຮູ້ຈັກກັນດີໃນນາມ ຄູມິ້ນ ຄຸດທະວອນ ອັກຄະຣາຊ Mrs Laos World 2020 ໄດ້ໃຫ້ສໍາພາດກັບ Centerstage Laos ວ່າ: ຕົນເອງເປັນຄົນທີ່ມີຄວາມມັກຮັກໃນການປະກວດ ແລະ ມີຄວາມໄຝ່ຝັນມາແຕ່ນ້ອຍ ມື້ໜຶ່ງຕ້ອງໄດ້ຂຶ້ນເວທີປະກວດໃຫ້ໄດ້ ເມື່ອມີໂອກາດຕົນເອງຈຶ່ງຕັດສິນໃຈເຂົ້າປະກວດດ້ວຍຄວາມຫວັງວ່າຈະໄດ້ຕໍ່ແໜ່ງ….ແຕ່ແລ້ວໃນເວທີທໍາອິດຜົນທີ່ອອກມາແມ່ນຕົກຮອບ! ແລະຫຼັງຈາກທີ່ຕົກຮອບ ກໍມີຄົນເວົ້າໃຫ້ຊໍ້າເຕີມຕ່າງໆນາໆ ແລະ ແນ່ນອນມັນເຮັດໃຫ້ເຮົາເກີດຄວາມທໍ້, ບໍ່ມີຄວາມໝັ້ນໃຈ, ຜິດຫວັງ ແລະ ບໍ່ມີແຮງທີ່ຈະໄປຕໍ່. ເຊິ່ງຕອນນັ້ນຕົນເອງກໍເກີດອຸບັດຕິເຫດແດ່ ບາດແຜກໍຍັງຊໍ້າ ແລະ ເລືອດກໍຍັງອອກຢູ່ ແຕ່ພໍໄດ້ຍິນໝູ່ບອກວ່າມີການປະກວດ ແລະ ດ້ວຍຄວາມທີ່ວ່າເຮົາມີແຮງຜັກດັນ, ມີບາດແຜຢູ່ໃນໃຈກໍເລີຍຄືດວ່າແນວໃດກໍຕ້ອງໄປໃຫ້ໄດ້ບໍ່ວ່າຈະດ້ວຍເຫດຜົນໃດ ເພາະມັນເປັນສິ່ງດຽວທີ່ຈະກອບກູ້ໜ້າຕາ ແລະ …

Read More »

ຍັງມີຢູ່ບໍ່! ຄົນທີ່ຍັງບໍ່ທັນໄດ້ໄປກາບໄຫວ້ ປູ່ນາໂຄສີສຸດນາກຄະລາດ ແລະ ປູ່ສີສັດຕະນາກຄະລາດ ທີ່ວັດທົ່ງທາດ

ຢຸດເລື່ອງວຽກງານ, ເລື່ອງການຮຽນ, ເລື່ອງບ່າວ-ສາວ ແລະ ເລື່ອງອື່ນໆຮ້ອຍພັນປະການ ໄວ້ຈັກບາດສອງບາດກ່ອນ! ມື້ນີ້ Kuanjai ຈະພາມາກາບໄຫວ້ຂໍພອນນໍາອົງປູ່ພະຍານາກ ທີ່ວັດທົ່ງທາດ ສາກ່ອນເດີແຟນໆ!. ປະເທດລາວຊາວພຸດນັ້ນມີຄວາມເຊື່ອ ແລະ ນັບຖືກພະຍານາກມາແຕ່ດົນນານແລ້ວ ເຊິ່ງເຮົາຈະສັງເກດໄດ້ວ່າເກືອບທຸກວັດທົ່ວປະເທດລາວແມ່ນຈະມີຮູບປັ້ນພະຍານາກຢູ່ນໍາ. ວັດທົ່ງທາດ ເປັນວັດໜຶ່ງທີ່ໄດ້ຮັບຄວາມນິຍົມຈາກຜູ້ຄົນທີ່ພາກັນລັ່ງໄຫຼູກັນໄປກາບໄຫວ້ ເພື່ອເປັນສິລິມຸງຄົນໃຫ້ແກ່ຕົນເອງ ແລະ ຄົນທີ່ຕົນເອງຮັກ ຍ້ອນຄວາມເຫຼື້ອມໃສໃນອົງປູ່ນາໂຄສີສຸດນາກຄະລາດ ແລະ ປູ່ສີສັດຕະນາກຄະລາດ ເຊິ່ງເຊື່ອວ່າຫຼາຍຄົນທີ່ໄດ້ມາແລ້ວກໍກັບມາອີກກໍມີ. ເນື່ອງຈາດວ່າວັດນີ້ເປັນວັດທີ່ມີປະຫວັດຊື່ສຽງຂອງພະຍານາກມາດົນນານແລ້ວ ປະຊາຊົນຜູ້ໃດທີ່ໄດ້ໄປກໍພາກັນອື່ມອົກອຸ່ນໃຈ. ເຊິ່ງວ່າ ຮູບປັ້ນອົງປູ່ພະຍານາກຈະສໍາເລັດໄດ້ ແລະ ງົດງາມດັ່ງທຸກມື້ນີ້ ກໍແມ່ນມາຈາກຄວາມເຫຼື້ອມໃສສັດທາຂອງປະຊາຊົນທຸກທົ່ວສາລະທິດທີ່ມາຮ່ວມສັດທາສ້າງນໍາກັນນັ້ນເອງ. ວັດທົ່ງທາດ ແມ່ນຕັ້ງຢູ່ບ້ານຫ້ອມໃຕ້, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ຂໍ້ມູນຈາກ: FB ວັດທົ່ງທາດ ແລະ ຄໍາຄົມສອນໃຈ

Read More »

ລາວທ່ຽວລາວ! ໄປພະຈົນໄພທີ່”ພູເກົ້ານາງ”ນໍາກັນບໍ່? ໄປໃຫ້ທໍາມະຊາດບໍາບັດຈິດໃຈ!

ວຸ້ນວາຍໃຈນໍາເລື່ອງໂຄວິດ-19, ເລື່ອງວຽກ-ເລື່ອງຮຽນ, ອົກຫັກ, ແຟນຖິ້ມ, ຜິດກັບໝູ່, ບໍ່ມີໝູ່ຄົບ ບຣາໆໆ…ມາທາງນີ້ພີ້ເດີ້ຊຸມເຈົ້າ! ມື້ນີ້ ຂວັນໃຈ ຈະພາໄປທ່ອງທ່ຽວພັກຜ່ອນຢ່ອນໃຈ ໄປເຕີມພະລັງໃຫ້ຊີວິດ ໄປຍ່າງເຂົ້າປ່າຈັກຄາວສອງຄາວ ທີ່ພູເກົ້ານາງ ເມືອງທຸລະຄົມ, ແຂວງວຽງຈັນ ປະເທດລາວເຮົານີ້ເອງ, ເລີ່ມກ້າວເຂົ້າສູ່ລະດູຝົນແລ້ວເດີ້ ໄລຍະນີ້ແນມໄປທາງໃດກໍເຫັນແຕ່ຕົ້ນໄມ້ສີຂຽວເຕັມໄປໝົດ ພູຜາປ່າໄມ້ກໍເລີ່ມມີຊີວິດຊີວາ ແລະ ກັບມາສວຍງາມອີກເທື່ອໜຶ່ງ ເປັນໄລຍະທີ່ເໝາະແກ່ການໄປທ້ອງທ່ຽວ ເອົາຮ່າງກາຍໄປປະທະກັບອາຍຝົນ ອາຍໝອກ, Trip ນີ້ຈະນຳພາແຟນໆໄປພົົບພໍ້ທຳມະຊາດທີ່ສວຍສົດງົດງາມ ອາກາດດີໆ ອ້ອມຮອບບໍລິເວນໄປດ້ວຍຕົ້ນໄມ້ສີຂຽວອຸ່ມທຸ່ມ ເຊິ່ງບອກເລີຍວ່າທຳມະຊາດບ້ານເຮົາເປັນດັ່ງຟ້າປະທານສະຫວັນປັ້ນແຕ່ງແທ້ໆເດີ! ມາເອົາໃຈສາຍເລາະສາຍລຸຍທີ່ມັກພະຈົນໄພໃນປ່າ ໄປຄົ້ນຫາທໍາມະຊາດອັນແສນມະຫັດສະຈັນທີ່ພູເກົ້ານາງ ຖ້າໃຜໄດ້ໄປບອກເລີຍວ່າບໍ່ຜິດຫວັງແນ່ນອນ. ແຕ່…ແຕ່! ຕ້ອງກຽມພ້ອມປວດຂາກັນແດ່ເດີ ເນື່ອງຈາກວ່າຈະເປັນແນວພະຈົນໄພຍ່າງເລາະລຸຍປ່າໄລຍະຍາວ ແລະ ຢ່າລືມກຽມພ້ອມ ກ້ອງ, ກຽມແບັດເຕີຮີ ແລະ ສາກໂທລະສັບໄວ້ດີໆເດີ ເພາະທຸກຈຸດທີ່ເຮົາຈະໄປນັ້ນແມ່ນບໍ່ມີບ່ອນໃດຈະວາງກ້ອງໄດ້ເລີຍແຫລະ ແຊະກັນແບບລົວໆໂລດ! ແຖມໄປເຊົ້າກັບແລງກໍໄດ້ແບບສະບາຍໆເລີຍ ໄປເບິ່ງວິວງາມໆນໍາກັນເລີຍ…. ຂໍ້ມູນຈາກ: FB Phanou Souvannapheng

Read More »