ຄໍລໍາ: Entertainment Lao ສໍາພາດ DJ ສາວ ທີ່ກໍາລັງ Hot ທີ່ສຸດໃນຕອນນີ້ ເຊື່ອວ່າສາຍປາຕີ້, ສາຍແດ້ນ, ສາຍຕື໊ດໆຈູຕ້ອງຮູ້ຈັກຄຸ້ນໜ້າຄຸ້ນຕາກັນດີ ກັບ DJ ສາວ ສຸພາລັກ ວົງສະໝອນ (ໜູນາ) ເຊິ່ງຈະມາເປີດໃຈເຖິງເສັ້ນທາງການກ້າວເຂົ້າມາເປັນ DJ ຈົນໂດ່ງດັງ ແລະ ກ້າວຂຶ້ນມາເປັນ DJ ແຖວໜ້າຂອງປະເທດລາວ ຈົນໄດ້ Go Inter ແບບທຸກມື້ນີ້ ນອກຈາກນັ້ນ ໜູນາ ຍັງມາແນະນໍາຂໍ້ຄິດດີໆສໍາລັບໝູ່ເພື່ອນ ຫຼືນ້ອງໆ ທີ່ມີຄວາມຝັນຢາກຈະເປັນ DJ ເກັ່ງໆຄືກັນກັບນາງ. ວ້າວ!! ເລີດໆ ໜ້າສົນໃຈຫຼາຍ ແຕ່ສໍາລັບໃຜທີ່ຕ້ອງການອ່ານຂໍ້ມູນແບບເຕັມໆ ສາມາດອ່ານໄດ້ຈາກ ວາລະສານຂວັນໃຈ ສະບັບເດືອນ ກໍລະກົດ 2017 ນີ້ ຕາມ U Express M …
Read More »Uncategorized
ມາຮູ້ຈັກກັບ! ໝູ ນາຍແບບ, ນັກສຶກສາ, ນັກສະແດງ ຄົນເກັ່ງ ເຈົ້າຂອງຄໍາເວົ້າທີ່ວ່າ “ຄວາມສຸກຂອງເຮົາເກີດຈາກການເຮັດສິ່ງທີ່ເຮົາຮັກ ແລະ ຮັກສິ່ງທີ່ເຮົາເຮັດ ແລ້ວຄົນອື່ນຍັງໄດ້ປະໂຫຍດນໍາອີກ”
ຄໍລໍາ: His Mind ສໍາພາດ ນາຍແບບ ນັກສຶກສາ ແລະ ນັກສະແດງ ໜຸ່ມ ສຸກສົມຫວັງ ຫຍຸຍມະນິດຊະວົງ (ໝູ) ບ່າວນ້ອຍຜູ້ທີ່ມີຮອຍຍິ້ມ ແລະ ແວວຕາດຶງດູດ ຊວນຄົ້ນຫາ ທີ່ມີໃຈຮັກມັກໃນການຂັບຂີ່ລົດ Big Bike ທີ່ບອກວ່າ ຄວາມສຸກຂອງເຮົາເກີດຈາກການເຮັດສິ່ງທີ່ເຮົາຮັກ ແລະ ຮັກສິ່ງທີ່ເຮົາເຮັດ ແລ້ວຄົນອື່ນຍັງໄດ້ປະໂຫຍດນໍາອີກ ວ້າວ ເອີ້ນໄດ້ວ່າ ມີຄວາມດີທັງໜ້າຕາ ແລະ ຈິດໃຈເລີຍສໍາລັບບ່າວຄົນນີ້. ສໍາລັບສາວຄົນໃດຢາກຮູ້ລາຍລະອຽດເພິ່ມຕຶ່ມ ກ່ຽວກັບບ່າວ ໝູ ແມ່ນສາມາດຕິດຕາມໄດ້ໃນ ວາລະສານຂັວນໃຈ ສະບັບ ເດືອນກໍລະກົດ 2017 ນີ້ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.
Read More »ໄປສ່ອງ! ສາວລາວສຸດ Sexy ຄົນນີ້! ບໍ່ຮູ້ວ່າໄປເຮັດຫຍັງມາຫຸ່ນຈຶ່ງໄດ້ດີອີ່ຫຍັງປານນີ້!
ການຊອກຮູ້ຊອກເຫັນເລື່ອງຂອງຊາວບ້ານເປັນວຽກຖະນັດຂອງ BeautyGuru (ແຕ່ຊິໃຫ້ລາອອກຈາກວຽກໄປຊອກຮູ້ຊອກເຫັນອັນນີ້ກະບໍ່ດີເດີ້) ສາວໆເຊື່ອວ່າແມ່ຍິງສະໄໝນີ້ບໍ່ວ່າໃຜກໍຢາກທີ່ຈະມີຫຸ່ນດີ, ຫຸ່ນພຽວແບບນຸ່ງເຄື່ອງແບບໃດກໍໝັ້ນໃຈໄປໝົດຫັ່ນນ່າ ອັນນີ້ແອັດມີຄວາມເຂົ້າໃຈແມ່ຍິງເປັນຢ່າງສູງ ເພາະແອັດກໍແມ່ນແມ່ຍິງຄົນໜຶ່ງທີ່ມີຄວາມຫຼົງໄຫຼຢາກມີໃນຮູບຮາງທີ່ພຽວບາງ ແຕ່ກໍເຮັດບໍ່ໄດ້ຈັ໋ກເທື່ອເລີຍ ແລະ ມື້ນີ້ແອັດກໍບັງເອີນໄດ້ເຫັນສາວຄົນໜຶ່ງ ຮູ້ສຶກວ່ານາງແບບ Sexy ເຫຼືອເກີນ ຫຸ່ນນີ້ແບບ ແອັດບໍ່ມີຄໍາຈະບັນລະຍາຍ ບອກໄດ້ຄໍາດຽວວ່າບໍ່ມີທີ່ຕິ ແຕ່ແອັດກໍບໍ່ຮູ້ວ່າລາວແມ່ນໃຜຊື່ຫຍັງໄປເຮັດແນວໃດຈຶ່ງໄດ້ຫຸ່ນແບບນີ້ມາ ແອັດກໍເລີຍບໍ່ລໍຊ້າທີ່ຈະໄປຊອດສ່ອງໃນ Facebook ສ່ວນຕົວຂອງນາງ ທີ່ມີຊື່ວ່າ Irishka Smolyaninova ຈຶ່ງໄດ້ຮູ້ມາວ່າ ສາວຄົນນີ້ແມ່ນເປັນສາວລູກເຄິ່ງ (ເຄິ່ງລາວກັບຫຍັງກະບໍ່ຮູ້) ແຕ່ທີ່ແນ່ໆແອັດຮູ້ມາອີກວ່ານາງເຮັດວຽກເປັນ English Teacher ແລະ Personal Trainer ປະຈໍາຢູ່ Fitness ແຫ່ງໜຶ່ງ ວ້າວໆ (ຕົບມືໃຫ້ກັບຄວາມເກັ່ງຂອງແອັດແດ່) ກະວ່າແຫຼະສົມພໍວ່າຫຸ່ນເຖິງ Sexy ອີ່ຫຍັງໄດ້ປານນີ້! ແລະ ແອັດກໍຍັງເຂົ້າໃຈມາອີກວ່າທີ່ນາງຫຸ່ນດີໆ Sexy ແບບນີ້ກໍເພາະນາງອອກກໍາລັງກາຍເປັນປະຈໍານັ້ນເອງ. ສະຫຼຸບກະຄືທີ່ຖ້າໃຜຢາກມີຫຸ່ນດີໆແບບນີ້ກໍຄືຕ້ອງອອກກໍາລັງກາຍເດີ້ສາວໆ (ຂ້າກັນດ້ວຍວິທີອອກກໍາລັງກາຍອີກແລ້ວວວວ) ສາວໆຢ່າເວົ້າຫຼາຍເທາະເຮົາໄປເບິ່ງຄວາມ Sexy ຂອງນາງກັນໃຫ້ອິດສາລົວໆໄປກ່ອນເນາະ! She Sexy …
Read More »ມາອ່ານ! ແຮງບັນດານໃຈຈາກພໍ່ລູກອ່ອນທັງ 4 ແບບເຕັມຮູບແບບໄດ້ແລ້ວມື້ນີ້!
ສໍາລັບແຟນໆຂວັນໃຈຄົນໃດ ທີ່ຍັງບໍ່ທັນໄດ້ອ່ານ ຄໍລໍາ (Column) Special Scoop ປະຈໍາເດືອນ ກຸມພາ ທີ່ມາໃນ Theme ເຈາະໃຈພໍ່ລຸກອ່ອນ! ມື້ນີ້ເຮົາກໍໄດ້ນໍາເອົາສະບັບເຕັມມາໃຫ້ແຟນໆໄດ້ອ່ານ ເພື່ອເປັນແຮງບັນດານໃຈໃນການລ້ຽງລູກກັນແລ້ວ! ມາພົບກັບ 4 ພໍ່ລຸກອ່ອນ Daddy Family Love! ຫ້າມພາດ! ສໍາລັບແຟນໆຂວັນໃຈຄົນໃດທີ່ຢາກຈະໄດ້ແຮງບັນໃຈດີໆແບບນີ້! ສາມາດຕິດຕາມໄດ້ຈາກວາລະສານຂວັນໃຈ ໄດ້ທຸກໆເດືອນກັນເລີຍ! ເພາະໃນວາລະສານຂອງພວກເຮົາທີ່ອອກມາໃນແຕ່ລະເດືອນ, ແຕ່ລະຄໍລໍາ ແມ່ນອັດແໜ້ນໄປດ້ວຍສາລະໜ້າຮູ້ ແລະ ແຮງບັນດານໃຈດີໆ ທີ່ແຕກຕ່າງກັນໄປ! ຢ່າລືມຕິດຕາມກັນເດີ່!
Read More »Go Inter!!! ວັນໃໝ່ ທຳມະວົງ ດັງໄກຮ່ວມເດີນແບບແຟຼຊັ່ນໂຊລະດັບໂລກທີ່ປະເທດສິງກະໂປ
ວັນໃໝ່ ມົນຈຳປາ ທຳມະວົງ ສາວປະເພດ2 ອັນດັບຕົ້ນໆຂອງລາວເຮົາ Go Inter ແລ້ວເພາະຖືກເຊີນໄປເປັນນາງແບບໃນງານ “ASEAN Fashion Designers Showcase” ຈັດຂຶ້ນທີ່ປະເທດ ສິງກະໂປ ໃນວັນທີ 7 ກໍລະກົດ 2017 ທີ່ຜ່ານມາ, ເຊິ່ງງານ “ASEAN Fashion Designers Showcase” ກໍເປັນງານທີ່ຍິ່ງໃຫ່ຍມີຫ້ອງເສື້ອ, ນັກອອກແບບ (Designers), ນາງແບບ, ຊາຍແບບ ແລະເຫຼົ່າແຟຼຊັ່ນນິດຕ້າຈາກຫຼາຍໆປະເທດເຂົ້າຮ່ວມ. ສຳລັບ ວັນໃໝ່ ມົນຈຳປາ ທຳມະວົງ ກໍເປັນສາວປະເພດສອງຂອງລາວເຮົາທີ່ມີຄວາມສາມາດໃນຫຼາຍໆດ້ານ ເພາະເຄີຍຜ່ານເວທີປະກວດຈາກເວທີ Miss International Queen ເຊິ່ງເປັນເວທີການປະກວດລະດັບໂລກ, ຜ່ານມາມີຜົນງານມີປະກວດ Miss International Queen 2016 ໄດ້ຮັບລາງວັນຊຸດປະຈໍາຊາດດີເດັ່ນ ແລະ ກ່ອນໜ້າທີ່ໄປປະກວດ ວັນໃໝ່ ກໍມີວຽກດ້ານວົງການບັນເທິງມາກ່ອນກໍຄື ເດີນແບບຢູ່ບ້ານເຮົາ ແລະມີໂອກາດໄດ້ໄປເດີນແບບຢູ່ປະເທດເພື່ອນບ້ານ …
Read More »