ຕາຊັ້ນດຽວ ຕາບໍ່ເທົ່າກັນ ກາຍເປັນບັນຫາໜຶ່ງທີ່ເຮັດໃຫ້ສາວໆຫຼາຍຄົນໜັກໃຈ ຫຼາຍຄົນກໍເລືອກທີ່ຈະແຕ້ມ Eyeliner ໃຫ້ເຂັ້ມຂຶ້ນ ຈົນເຮັດຕາເບິ່ງຮ້າຍຢູ່ຕະຫຼອດ ຫຼືເສຍເວລາຕິດສະກ໊ອດໃສ່ຊັ້ນຕາເບື້ອງໃດໜຶ່ງ ເພື່ອໃຫ້ຕາທັງສອງເບື້ອງເທົ່າກັນ ເຮັດໃຫ້ສາວໆຫຼາຍຄົນເກີດຄວາມຂີ້ຄ້ານ ແລະ ຢາກຈະເຮັດສັນຍະກໍາໃຫ້ມັນແລ້ວໆໄປພຽງຄັ້ງດຽວກໍຈົບເລີຍ ຈາກຂໍ້ມູນຂອງວອນຈິນ ໂຮງໝໍສັນຍະກໍາປະເທດເກົາຫຼີລະບຸວ່າ ອະໄວຍະວະທີ່ດາຣາເກົາຫຼີນິຍົມເຮັດສັນຍະກໍາຫຼາຍທີ່ສຸດກໍຄື ການສັນຍະກໍາດວງຕາ ບໍ່ວ່າຈະເປັນການສັນຍະກໍາຕາສອງຊັ້ນ ຫຼືແກ້ໄຂກ້າມເນື້ອຕາ ຕັ້ງແຕ່ກ່ອນທີ່ດາຣາເຫຼົ່ານີ້ຈະເຂົ້າວົງການອີກ ເນື່ອງຈາກ ຕາມີຄວາມສໍາພັນກັບຄວາມສົດໃສ ຊ່ວຍໃຫ້ອ່ອນໄວລົງ ແຖມລາຄາກໍບໍ່ສູງ ແລະ ບໍ່ຕ້ອງພັກຟື້ນດົນ ໃນຂະນະທີ່ສາວອາຍຸເຂົ້າເລກ 3 ກໍຍັງມາເຮັດສັນຍະກໍາເພີ່ມຂຶ້ນເລື້ອຍໆ ເພາະຍິ່ງອາຍຸຫຼາຍຂຶ້ນ ກໍຕ້ອງປະເຊີນກັບບັນຫາ ໜັງຕາຕົກ ຫຼືຫາງຕາຍານຄວບຄູ່ກັນໄປ. ຜູ້ຊ່ຽວຊານດ້ານການສັນຍະກໍາ ລະບຸວ່າ ເປັນເລື່ອງທໍາມະດາທີ່ເຮົາຈະມີຕາຊ້າຍ ແລະຕາຂວາ ຂະໜາດບໍ່ເທົ່າກັນ ເຊິ່ງເກີດມາຈາກຫຼາຍສາເຫດເຊັ່ນ: ກ້າມເນື້ອທີ່ໃຊ້ໃນການມືນຕາອ່ອນແຮງ ສາມາດເປັນຕັ້ງແຕ່ກໍາເນີດ ຫຼືເມື່ອອາຍຸຫຼາຍຂຶ້ນ ກ້າມເນື້ອອ່ອນລ້າຕາມໄວ ເຮັດໃຫ້ຕາທັງສອງຂ້າງເປີດບໍ່ເທົ່າກັນ. ອີກສາເຫດໜຶ່ງຄື ປະລິມານໄຂມັນທີ່ດວງຕາທັງສອງຂ້າງບໍ່ເທົ່າກັນ ເຮັດໃຫ້ໜັງຕາອູມ ເບື້ອງໜຶ່ງມີລັກສະນະຕາສອງຊັ້ນ ອີກເບື້ອງໜຶ່ງເປັນຕາຊັ້ນດຽວ ການຮູ້ສາເຫດຈະເຮັດໃຫ້ສາມາດເລືອກວິທີແກ້ໄຂໃຫ້ຕົງຈຸດ, ງາມ …
Read More »Uncategorized
ສ່ອງ! ຫຼິງຫຼິງ ປິຍະດາ ແຕ່ງແບບໃດກໍເລີດ… ແຟນຄລັບຍົກໃຫ້ເປັນ Fashionista ໂຕແມ່!!!
ຂໍບອກວ່າຕ້ອງຍອມໃນຄວາມງາມເລີດຂອງ ຫຼິງຫຼິງ ປິຍະດາ ອິນທະວົງ ສາວປະເພດສອງໝາຍເລກ 1 ຂອງລາວເຮົາ ນອກຈາກຜົນງານການສະແດງລະຄອນ ຖ່າຍແບບ ເດີນແບບທົ່ວໄປແລ້ວ ນາງຍັງຂຶ້ນຊື່ດ້ານການແຕ່ງໂຕ ຖ້າໃຜທີ່ມັກຕິດຕາມເຟສບຸກ ຫຼື ອິນສະຕາແກມຂອງເພິ່ນກໍຈະເຫັນໄດ້ເລີຍວ່າ ນາງເປັນຄົນທີ່ມີສະຕາຍການແຕ່ງໂຕທີ່ບໍ່ຄືໃຜ ບໍ່ວ່າຈະໃສ່ຊຸດໃດກໍງາມເດັ່ນ ຈົນແຟນຄລັບສ່ວນໃຫ່ຍຍົກໃຫ້ນາງເປັນໄອດໍ້ທັງເລື່ອງຄວາມງາມ ແລະ ເລື່ອງແຟຼຊັ່ນ ເອີ້ນໄດ້ວ່າເປັນ Fashionista ໂຕແມ່ໄປແລ້ວ!!! ຮູບພາບ: Pitadar Lingling Inthavong
Read More »ເປີດຕົວແລ້ວ Honda CR-V
ໃນຕອນແລງຂອງວັນທີ 28 ສິງຫາ 2017 ບໍລິສັດ ນິວຈິບເຊັງ ຈໍາກັດ ໄດ້ຈັດງານເປີດຕົວລົດໃໝ່ ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ ໂດຍມີທ່ານ ສະເໜີ ຈຸນລະມະນີ ຮອງປະທານ ບໍລິສັດ ນິວຈິບເຊັງ ຈໍາກັດ ເປັນປະທານໃນການເປີດງານ ພ້ອມດ້ວຍຕົວແທນຈາກ ກຸ່ມບໍລິສັດ ນິວຈິບເຊັງ, ບໍລິສັດ ຮອນດ້າມໍເຕີ້ ປະເທດຍີ່ປຸ່ນ, ລູກຄ້າຂອງຮອນດ້າ ແລະ ສື່ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ. ລົດ Honda CR-V ຖືກເປີດຕົວໃນລາວມາແຕ່ປີ 1995 ໂດຍແມ່ນ ບໍລິສັດ ນິວຈິບເຊັງ ຈໍາກັດ ເປັນຜູ້ນໍາເຂົ້າ ແລະ ຈັດຈໍາໜ່າຍພຽງຜູ້ດຽວ ເນື່ອງໃນໂອກາດຄົບຮອບ 22 ປີ ຂອງການເປີດຕົວຢ່າງເປັນທາງການຂອງ Honda CR-V ຢູ່ລາວ ຈຶ່ງຖືເອົາໂອກາດນີ້ເປັນການເປີດຕົວລົດໃໝ່ກັບ Honda CR-V Generation ທີ …
Read More »ສາວງາມແຫ່ງເມືອງໄດໂນເສົາຮ້ອຍລ້ານປີ
ສະບາຍດີ ແຟນໆຂວັນໃຈທີ່ໜ້າຮັກ ກັບມາພົບກັນໃນຕອນແລງຂອງມື້ວັນສຸກ ທ້າຍອາທິດແບບນີ້ ແອັດກໍເລີຍຈະພາໄປເບິ່ງສາວງາມໆ…ສາວນ້ອຍສາວໃຫຍ່ ຂອງດິນແດນແຫ່ງເມືອງໄດໂນເສົາ ເຊິ່ງແຕ່ລະຄົນນັ້ນແອັດຂໍບອກເລີຍວ່າ ມີຄວາມງົດງາມໄປຄົນລະແບບ ຄົນລະ Style ແຕ່ມີຄວາມໜ້າຮັກສົດໃສໃນແບບຂອງສາວລາວເຮົາ. ໂອ໋ຍ…ເຫັນບັນດາສາວງາມໆແບບນີ້ແລ້ວໜຸ່ມທັງຫຼາຍຄົງມີຄວາມຄິດໃນຫົວວ່າ ຢາກໄປຮຽນຢູ່ສະຫວັນນະເຂດແລ້ວແມ່ນບໍ!! ເອົາເປັນວ່າບໍ່ເສຍເວລາເຮົາໄປເບິ່ງພ້ອມກັນເລີຍໄປ… ຮູບພາບ: ສາວສະຫວັນນະເຂດ
Read More »ນີ້ແຫຼະ! ສາວນ້ອຍຮ້ອຍລ້ານຕົວຈິງ!!! ມາຮູ້ຈັກກັບ! ເທັກນິກ ແລະ ວິທີການ ສໍາລັບການສ້າງ Brand ແລະ ຂາຍເຄື່ອງ Online ຈາກ 3 ສາວ…
ຄໍລໍາ: Specail Scoop ພົບກັບ 3 ສາວ ທີ່ສ້າງລາຍໄດ້ມະຫາສານ ຈາກການຂາຍເຄື່ອງ Online ປັດຈຸບັນຖືວ່າເປັນຍຸກທີ່ສື່ Online ແພ່ລະບາດຢ່າງໜັກ ທຸກຄົນຕິດມັນແບບປະຕິເສດບໍ່ໄດ້ ເພາະມັນຊ່າງສະດວກ, ສະບາຍ ແລະ ງ່າຍໃນການຊອກຮູ້ສິ່ງຕ່າງໆເຫຼືອເກີນ ຢາກຮູ້ຫຍັງ, ຢາກໄດ້ຫຍັງ ກໍສາມາດຊອກຫາ ແລະ ສັ່ງຊື້ໄດ້ເລີຍແບບງ່າຍ ແຖມບາງຢ່າງຍັງສົ່ງຮອດເຮືອນທັນທີທີ່ສັ່ງ ກໍ່ແບບນີ້ແຫຼະ! ຄວາມສະດວກສະບາຍແມ່ນໃຜກໍຕ້ອງມັກເປັນທໍາມະດາເນາະສາວໆ! ກໍຍ້ອນຄົນເຮົາມັກສະບາຍກັນຫຼາຍຂຶ້ນ ສໍາລັບຄົນທີ່ຄິດຢາກຫາລາຍໄດ້ຈາກ Online ກໍເລີຍເພີ່ມຂຶ້ນເຊັ່ນ: ການ Post ຂາຍເຄື່ອງທາງ Online ຂາຍກັນແບບງ່າຍບໍ່ຕ້ອງໄປເປີດຮ້ານໃຫ້ຕົ້ນທຶນເພີ່ມຂຶ້ນ ເຮົາກໍພົບເຫັນກັນຢູ່ທົ່ວໄປ ແຕ່ສໍາລັບ 3 ສາວ ທີ່ເຮົາຈະມານໍາສະເໜີໃນສະບັບນີ້ ພວກນາງກໍເປັນອີກໜຶ່ງແມ່ຄ້າທີ່ຂາຍເຄື່ອງໃນ Online ເຊັ່ນກັນ ແຕ່ພິເສດຄື ພວກນາງສາມາດສ້າງລາຍໄດ້ຢ່າງມະຫາສານ ຈາກການຂາຍເຄື່ອງໃນ Online ດ້ວຍການສ້າງ Brand ເປັນຂອງຕົວເອງ. ຈົນກາຍມາເປັນສາວນ້ອຍ …
Read More »