ວ້າວວວໆໆໆ!!! ວູດດີ້ ມິລິນທະຈິນດາ ພິທີກອນຊື່ດັງຂອງປະເທດເພື່ອນບ້ານ ມີໂອກາດເດີນທາງມາທ່ອງທ່ຽວທີ່ ແຂວງ ຫຼວງພະບາງ ປະເທດລາວຂອງເຮົາ ຕັ້ງແຕ່ວັນທີ 10 ມັງກອນ 2017 ທີ່ຜ່ານມາ, ພໍແຕ່ມາຮອດ ໜຸ່ມ ວູດດີ້ ກໍມີໂອກາດໄດ້ໄປຢ້ຽມຢາມຮ້ານຕໍາໝາກຮຸ່ງຊື່ດັງພາຍໃນຕົວເມືອງ ຫຼວງພະບາງ, ທ່ອງທ່ຽວລ່ອງເຮືອ ແລະ ຍັງມີໂອກາດໄດ້ໄປນໍ້າຕົກຕາດ ກວາງຊີ ແລະ ຍັງໄດ້ຖ່າຍຮູບບັນຍາກາດທຳມະຊາດ ໂຊຄວາມຫວານ ຄວາມໜ້າຮັກກັບສາມີ ແລະ ຍັງໄດ້ໂພສຜ່ານອິນສະຕາແກຼມໃຫ້ແຟນໆໄດ້ກົດໄລ້ກົດແຊຣກັນລົວໆ. ປັດຈຸບັນ ອ້າຍ ວູດດີ້ ກໍໄດ້ເດີນທາງກັບປະເທດເປັນທີ່ຮຽບຮ້ອຍແລ້ວ, ຢ່າງໃດກໍຍິນດີຕ້ອນຮັບເຂົ້າສູ່ປະເທດລາວເດີ້ ອ້າຍ ວູດດີ້!!! กลับมาหลวงพระบาง สิ่งแรกที่ทำหลังจากเครื่องลงคือ ต้องแวะมาหาเจ๊ติ๋ม ส้มตำของเจ๊ติ๋มคือที่สุด วันนี้หน้าผมเจ๊ก็สุดไม่แพ้ส้มตำ ❤️ A post shared by WOODY (@woodytalk) on Jan 10, …
Read More »Uncategorized
7 ວິທີ! ປ່ຽນຕົວເອງເພື່ອຊີວິດທີ່ມີຄວາມສຸກຫຼາຍຍິ່ງຂຶ້ນ… ງ່າຍໜ້ອຍດຽວຊີວິດກໍມີຄວາມສຸກທຸກມື້ແລ້ວ!!!
7 ວິທີ! ປ່ຽນຕົວເອງເພື່ອຊີວິດທີ່ມີຄວາມສຸກຫຼາຍຍິ່ງຂຶ້ນ ງ່າຍໆ!!! ບາງຄັ້ງການທີ່ເຮົາໃຊ້ຊີວິດໃນແຕ່ລະມື້ທີ່ແສນຈະວຸ້ນວາຍ ອາດເຮັດໃຫ້ເຮົາລືມຄວາມສຸກທີ່ເກີດຂຶ້ນໃນແຕ່ລະມື້ໄປ ດ້ວຍຄວາມທີ່ເຮົາເບິ່ງແຕ່ອານາຄົດຢ່າງດຽວວ່າ ຖ້າເຮົາໄດ້ອັນນີ້ມາຄອບຄອງແລ້ວເຮົາຈະມີຄວາມສຸກ ເຮົາຈຶ່ງພະຍາຍາມໄຂວ່ຄວ້າສິ່ງທີ່ເຮົາຕ້ອງການມາໃຫ້ໄດ້ ທັ້ງທີ່ບາງເທື່ອຄວາມສຸກກໍຢູ່ໃກ້ໆຕົວເຮົານີ້ແຫຼະ ຖ້າເຮົາຮູ້ຈັກປັບຄວາມຄິດ ແລະຢູ່ກັບຄວາມສຸກທີ່ເກີດຂຶ້ນໃນແຕ່ລະມື້ ມື້ນີ້ Kuanjai ຈຶ່ງຢາກຈະມາບອກ 7 ວິທີ! ປ່ຽນຊີວິດໃຫ້ມີຄວາມສຸກຫຼາຍຂຶ້ນມາຕ້ອນສາວໆກັນ! ພໍໃຈໃນຊີວິດ ຄວາມເພິ່ງພໍໃຈໃນຊີວິດທີ່ເປັນຢູ່ນີ້ແຫຼະຄືສຸດຍອດຂອງຄວາມສຸກ ຖ້າຫາກເຈົ້າໄດ້ເຮັດສິ່ງທີ່ເຈົ້າເປັນ ສິ່ງທີ່ເຮົາມີຢູ່ ທຸກຢ່າງທີ່ເກີດຂຶ້ນໃນຊີວິດລ້ວນແຕ່ເປັນເລື່ອງທີ່ດີ ເຈົ້າລອງໃຊ້ຊີວິດໃຫ້ຊ້າລົງແລ້ວສັງເກດຊີວິດເຈົ້າໃຫ້ດີໆ ເພື່ອວ່າຈະມີເລື່ອງດີໆເກີດຂຶ້ນຢ່າງຫຼວງຫຼາຍ ເຝິກເພິ່ງພໍໃຈກັບເລື່ອງນ້ອຍໆໃນຊີວິດ ເຈົ້າກໍຈະມີຄວາມສຸກຂຶ້ນຫຼາຍເລີຍແຫຼະ ຢຸດປຽບທຽບຊີວິດຕົວເອງກັບຄົນອື່ນ ໃນຊີວິດຂອງແຕ່ລະຄົນຍ່ອມມີທັງເລື່ອງດີ ແລະເລື່ອງໍ່ດີປະປົນກັນໄປ ການທີ່ເຮົາເຫັນດ້ານທີ່ຄົນອື່ນປະສົບຄວາມສໍາເລັດແລ້ວເອົາມາປຽບທຽບກັບຊີວິດຕົນເອງ ຈະເປັນການບັ່ນທອນຄວາມຮູ້ສຶກ ແລະກໍາລັງໃຈຂອງຕົວເອງລ້າໆ ເສັ້ນທາງຊີວິດຂອງແຕ່ລະຄົນບໍ່ຄືກັນ ດັ່ງນັ້ນ ຈົ່ງຢຸດປຽບທຽບຊີວິດຂອງຕົນເອງກັບຄົນອື່ນ ແລ້ວເຈົ້າຈະມີຄວາມສຸກຫຼາຍຂຶ້ນ ວາງມືຈາກໂລກໂຊຊ່ຽວແດ່ ການເສບສື່ໂຊຊ່ຽວຫຼາຍໆ ເຮັດໃຫ້ເຮົາໄດ້ຮັບຂໍ້ມູນຂ່າວສານເກີນຄວາມຈໍາເປັນ ແລະເຮັດໃຫ້ຮູ້ສຶກເມື່ອຍ ທັງຍັງເສຍເວລາຫຼາຍກັບໂລກໂຊຊ່ຽວ ຈົນລືມໂອ້ລົມກັບຄົນທີ່ຢູ່ອ້ອມຂ້າງ ລອງວາງມືຈາກໂລກໂຊຊ່ຽວແດ່ ເຈົ້າຈະພົບວ່າເຈົ້າມີເວລາເພີ່ມຂຶ້ນ ແລະມີສະມາທິໃນການເຮັດສິ່ງອື່ນໆໄດ້ດີຂຶ້ນຢ່າງໜ້າອັດສະຈັນ ລອງຍ່າງແທນການຂີ່ລົດ ການເດີນທາງໃນໄລຍະທີ່ບໍ່ໄກຫຼາຍເຊັ່ນ: ຍ່າງໄປຊື້ເຄື່ອງ, ຍ່າງໄປກິນເຂົ້າສວາຍ …
Read More »ຍ້ອນຫຍັງຈຶ່ງຕ້ອງມີການວາງແຜນຄອບຄົວ? ການວາງແຜນຄອບຄົວວ່າແມ່ນຫຍັງ? ເຮັດໄດ້ແນວໃດ? (ມີຄໍາຕອບ)
ຍ້ອນຫຍັງຈຶ່ງຕ້ອງມີການວາງແຜນຄອບຄົວ? ຍ້ອນຫຍັງຈຶ່ງຕ້ອງມີການວາງແຜນຄອບຄົວ? ເປັນຄໍາຖາມຂອງແມ່ຍິງຫຼາຍໆຄົນ ໂດຍສະເພາະແມ່ນສາວໆໄວໜຸ່ມ, ແມ່ນຍິງທີ່ຢູ່ໃນໄວສ້າງຄອບຄົວ ຫຼື ກຸ່ມທີ່ແຕ່ງງານແລ້ວກໍ່ຕາມເພາະຄິດວ່າຍັງບໍ່ທັນເຂົ້າໃຈລຶກຊຶ່ງເຖິງການວາງແຜນຄອບຄົວແມ່ນຫຍັງ? ແລ້ວມັນດີແນວໃດ? ແຕ່ທີ່ສໍາຄັນໄປກວ່ານັ້ນຄື ເປັນຫຍັງແມ່ຍິງຈຶ່ງບໍ່ຮູ້ຈັກການວາງແຜນຄອບຄົວ? ດັ່ງນັ້ນ, ມື້ນີ້ຂວັນໃຈຈຶ່ງຢາກຈະມາບອກໃຫ້ຮູ້ກ່ຽວກັບ ການວາງແຜນຄອບຄົວວ່າແມ່ນຫຍັງ? ຖ້າຮູ້ຈັກການວາງແຜນຄອບຄົວຈະໄດ້ປະໂຫຍດແນວໃດ? ວິທີການວາງແຜນຄອບຄົວມີແນວໃດແດ່? ຖ້າໃຜຮູ້ແລ້ວ ຫຼື ໄດ້ອ່ານເຂົ້າໃຈແລ້ວກໍຝາກບອກຕໍ່ເຖິງແມ່ຍິງທຸກຄົນໃຫ້ມີການວາງແຜນຄອບຄົວນໍາກັນເດີ່!! ການວາງແຜນຄອບຄົວແມ່ນການເຮັດໃຫ້ແມ່ຍິງ,ຄູ່ຜົວເມຍຕັດສິນໃຈວ່າຈະເອົາລູກຈັກຄົນ ແລະ ກຳນົດໄລຍະເວລາແລະໄລຍະຫ່າງຂອງການຖືພາໃຫ້ເໝາະສົມເພື່ອສຸຂະພາບຂອງແມ່ແລະເດັກທີ່ເກີດມາໂດຍການນຳໃຊ້ວິທີຄຸມກຳເນີດແລະການປິ່ນປົວການມີລູກຍາກ. ປະໂຫຍດຂອງການວາງແຜນຄອບຄົວ: ການວາງແຜນຄອບຄົວຊ່ວຍໃຫ້ ແມ່ມີສຸຂະພາບແຂງແຮງ ລູກເກີດມາມີສຸຂະພາບແຂງແຮງ ພໍ່ ແລະ ແມ່ມີເວລາພຽງພໍເພື່ອຫາເງິນໃຫ້ຄອບຄົວຮັ່ງມີ, ອຸດົມສົມບູນ ຄອບຄົວມີອາຫານດີ ແລະ ພຽງພໍສຳລັບໝົດທຸກຄົນ ຄອບຄົວມີເງິນພຽງພໍສຳລັບຊື້ເຄື່ອງໃຊ້ທີ່ຈຳເປັນ ລູກໆທຸກຄົນໄດ້ເຂົ້າໂຮງຮຽນດີ ແລະ ສາມາດຮຽນໃນລະດັບສູງໄດ້ ວິທີການ ການວາງແຜນຄອບຄົວ ມີ 2 ແບບຄື: – ການວາງແຜນຄອບຄົວແບບຊົ່ວຄາວ – ການວາງແຜນຄອບຄົວແບບຖາວອນ ວິທີການວາງແຜນຄອບຄົວຊົ່ວຄາວ ການວາງແຜນຄອບຄົວຊົ່ວຄາວໄລຍະສັ້ນ: 1. ຢາເມັດຄຸມກຳເນີດ ມີທັງຊະນິດດ່ຽວ …
Read More »ເດັກລາວສຸດຍອດ! ແຈັກກີ້ ໂຊພະລັງສຽງຂັ້ນເທບເອົາຊະນະຄູ່ຕໍ່ສູ້ ຜ່ານເຂົ້າຮອບຕໍ່ໄປໃນ The Voice Thailand
ສະແດງຄວາມຍິນດີ…ກັບ ແຈັກກີ້ ໄຊປະເສີດ ພົມມະວົງໄຊ ທີ່ໄປສ້າງສຽງຮຶຮາ ໂດຍໄດ້ມີໂອກາດໄປແຂ່ງຂັນຮ້ອງເພງໃນລາຍການດັງຂອງປະເທດເພື່ອນບ້ານ The Voice Thailand Season 6 ເຊິ່ງກ່ອນໜ້ານີ້ກໍສ້າງສຽງຮຶຮາໄປແລ້ວໃນຊ່ວງຕົ້ນເດືອນ ທັນວາ ທີ່ຜ່ານມາ ເພາະ ແຈັກກີ້ ໄດ້ສ້າງປະກົດການຜ່ານເຂົ້າໃນຮອບ Blind Auditions ມາແລ້ວ ແລະ ຫຼ້າສຸດ ວັນທີ 24 ທັນວາ 2017 ກໍສ້າງປະກົດການໃຫ້ແຟນໆທັງ ລາວ ແລະ ໄທ ໄດ້ກຣີດໆໆໆ… ກັນສະໜັ່ນນັ້ນກໍຄື ແຈັກກີ້ ໄດ້ແຂ່ງຂັນໃນຮອບ Knock Out ແລະ ກໍສາມາດເອົາຊະນະຄູ່ຕໍ່ສູ້ໂດຍການໂຊພະລັງສຽງຂັ້ນເທບ ແລະ ເອົາຊະນະໄປໄດ້ຢ່າງງົດງາມ. ສຳລັບ ການແຂ່ງຂັນໃນຮອບ Knock Out ນີ້ ແຈັກກີ້ ໜຸ່ມລາວເຮົາກໍໄດ້ແຂ່ງຂັນກັບ ມ່ອນ ໜຸ່ມຈາກປະເທດເພື່ອນບ້ານສຸດແນວ ໂດຍ ແຈັກກີ້ໃຊ້ບົດເພງ “ເກືອບ” ເຂົ້າໃນການແຂ່ງຂັນ …
Read More »TEDxLaneXangAveWomen will be a part of the official worldwide TEDxWomen 2017
The Vientiane community is buzzing with excitement as TEDxWomen, the first female empowerment forum of its kind in Lao PDR, fast approaches. TEDxLaneXangAveWomen has been organized by the Vientiane Global Shapers, a group of diverse individuals from various different nationalities living in Laos. An initiative backed by the World Economic …
Read More »