Breaking News

Uncategorized

ດວງປະຈຳວັນ ພຸດ ປະຈໍາວັນທີ 21 ມີນາ 2018

ດວງປະຈຳວັນ ພຸດ ປະຈໍາວັນທີ 21 ມີນາ 2018 ວັນຈັນ ການເງິນ: ຈະຊອກເຂົ້າມາໄດ້ຫຼາຍເປັນພິເສດໄລຍະນີ້ ຈະພົບຄວາມຈະເລີນຮຸ່ງເຮືອງດີຂຶ້ນຫຼາຍ ດວງຊະຕາຢູ່ໃນເກນທີ່ດີຫຼາຍ ວຽກງານ: ຄິດທົບທວນໃນເລື່ອງແຜນວຽກຕ່າງໆຢູ່ ແລະ ເພິ່ງພາຕົນເອງດີກວ່າ ລະວັງຫຸ້ນສ່ວນ ຫຼື ບໍລິວານບໍ່ມີຄວາມຈິງໃຈ ຕ້ອງມີການເລືອກຫຸ້ນສ່ວນກ່ອນຈະເຮັດວຽກຮ່ວມກັນ ຄວາມຮັກ: ມີໂອກາດພົບຮັກ ພົບຄູ່ ພົບຄົນທີ່ຖືກໃຈໂດຍໄວວາທີ່ຈະເຂົ້າມາໃນໄລຍະນີ້ ຢູ່ໃນໄລຍະພິຈາລະນາຄົນທີ່ເຂົ້າມານັ້ນເອງ ວັນອັງຄານ ການເງິນ: ໂຊກດີມີໂຊກ ຈະໄດ້ເງິນເຂົ້າມາຈາກຄວາມສາມາດຂອງຕົນເອງ ມີເລື່ອງທີ່ຕ້ອງຈ່າຍອອກໄປ ແຕ່ກໍ່ຈະຊອກເຂົ້າມາໄດ້ດ້ວຍຄວາມອົດທົນພະຍາຍາມ ແລະ ປະສົບການຂອງຕົວເອງ ວຽກງານ: ຈະເຮັດທຸລະກິດສິ່ງໃດໃນໄລຍະນີ້ຈະປະສົບຄວາມສໍາເລັດດີຂຶ້ນທຸກຢ່າງ ດວງຊະຕາຢູ່ໃນເກນທີ່ດີຫຼາຍເລື່ອງວຽກງານ ແລະ ຄວາມສໍາເລັດ ຄວາມຮັກ: ມີໂອກາດພົບຮັກ ພົບຄູ່ ພົບຄົນທີ່ຖືກໃຈ ດ້ວຍບຸນເກົ່ານໍາພາມາໃຫ້ພົບກັນ ໃນໄລຍະນີ້ໂຊກດີໃນເລື່ອງຄວາມຮັກ ຢູ່ໃນເກນທີ່ສົມຫວັງຫຼາຍ ວັນພຸດ ການເງິນ: ມີໂຊກຈະໄດ້ເງິນເຂົ້າມາເພີ່ມຕຶ່ມເພີ່ມຂຶ້ນກໍ່ເປັນໄປໄດ້ໃນໄລຍະນີ້ ດວງຊະຕາດ້ານການເງິນດີຂຶ້ນກວ່າແຕ່ກ່ອນຫຼາຍ ວຽກງານ: ໄລຍະນີ້ມີເກນເດີນທາງໄປຕິດຕໍ່ວຽກ …

Read More »

ແຊຣສະໜັ່ນ! ຄລິບວິນຍານເຂົ້າສິງ ແລະ ທຳຮ້າຍນັກສະແດງກາງກອງຖ່າຍຮູບເງົາທີ່ ກຳປູເຈຍ

ໂລກອອນລາຍມີການແຊຣເລື່ອງລາວທີ່ເກີດຂຶ້ນກັບກອງຖ່າຍຮູບເງົາຢູ່ທີ່ ປະເທດ ກຳປູເຈຍ ໂດຍຈາກການໂພສຄລິບ ແລະ ຮູບພາບຂອງຜູ້ໃຊ້ເຟສບຸກທີ່ມີຊື່ວ່າ Khom Sokkhaythit ໄດ້ໂພສເຫດການດັ່ງກ່າວ ໂດຍໃນຄລິບເຫັນວ່າທີມງານກອງກອງຖ່າຍຮູບເງົາເລື່ອງດັ່ງກ່າວກຳລັງຫຸ້ມເບິ່ງນັກສະແດງທີ່ແຕ່ງກາຍເປັນຜີໃນຮູບເງົາເລື່ອງ “ຫ້ອງຜີສິງ” ເຊິ່ງນັກສະແດງຄົນດັ່ງກ່າວໄດ້ນັ່ງຢູ່ທີ່ແຈຫ້ອງ ໃນອາການແປກໆ ແລະ ທີມງານທຸກໆຄົນມີສີໜ້າທີ່ເຄັ່ງຕຶງຕະຫຼອດເວລາ, ຈາກຄລິບດັ່ງກ່າວເຮັດໃຫ້ມີຄົນໃຫ້ຄວາມສົນໃຈ, ວິພາກວິຈານກັນໄປຕ່າງໆນາໆ ແລະ ຖືກແຊຣໄປຢ່າງໄວວາ… ໂດຍເລື່ອງດັ່ງກ່າວລະບຸວ່າ “ເກີດເຫດເໜືອທຳມະຊາດຂຶ້ນລະຫວ່າງການຖ່າຍທຳຮູບເງົາເລື່ອງ “ຫ້ອງຜີສິງ” ສ້າງຄວາມຢ້ານກົວໃຫ້ຜູ້ທີ່ໂພສ ແລະ ທີມງານ ໂດຍເຊື່ອວ່າຜີເຂົ້າໄປສິງຕົວລະຄອນທີ່ສະແດງເປັນຜີ ແລະ ພະຍາຍາມທີ່ຈະທຳຮ້າຍຮ່າງກາຍນັກສະແດງທີ່ຫຼິ້ນໃນເລື່ອງດ້ວຍການບີບຄໍ ຈົນໄດ້ຮັບບາດເຈັບ ເຮັດໃຫ້ເກີດຄວາມແຕກຕື່ນໄປທົ່ວກອງຖ່າຍ ແລະ ນັກສະແດງຍິງຕົກຢູ່ໃນຄວາມຢ້ານ ແລະ ຮ້ອງໃຫ້ຕະຫຼອດເວລາ”. (ກະລຸນາໃຊ້ວິຈາລະນະຍານໃນການຮັບຊົມ) Khom Sokkhaythitさんの投稿 2018年1月29日(月) cr: Khom Sokkhaythit ຂໍ້ມູນບາງສ່ວນ: https://www.khaosod.co.th/monitor-news/news_729976

Read More »

ຂາເມົ້າລະວັງ! ການນິນທາ ໃສ່ຮ້າຍ ແລະ ປ້ອຍດ່າຄົນອື່ນມີໂທດທັງປັບໃໝ ແລະຈຳຄຸກ (ບໍ່ຢາກເດືອດຮ້ອນຄວນອ່ານ)

 “ຜູ້ທີ່ມັກນິນທາ ໃສ່ຮ້າຍຄົນອື່ນ ຍຸແຍ່ໃຫ້ຄົນຊັງກັນ ແມ່ນຄົນທີ່ອ່ອນແອ ຂາດຄວາມພາກພູມໃຈໃນຕົນເອງ ພາຍໃນໃຈມີປົມດ້ອຍບາງຢ່າງແຝງຢູ່” ເມື່ອເວົ້າເຖິງການເວົ້າຂວັນ ນິນທາ ໃສ່ຮ້າຍ ຖືໄດ້ວ່າເປັນພະຍາດຕິດແປດຮ້າຍແຮງຂອງຜູ້ຄົນໃນສັງຄົມ ໂດຍສະເພາະແມ່ນຄົນບາງກຸ່ມ ທີ່ພໍແຕ່ມີເວລາວ່າງປຸ໊ບ ກໍມັກຈະຈັບກຸ່ມເມົ້າມອຍ ອັບເດດສະຖານະການຊາວບ້ານ ທັງເລື່ອງວົງນອກ ວົງໃນ ກ້ອງຕຽງ ເທິງຕຽງບໍ່ວ່າຂອງໃຜ ແມ່ນຮູ້ໝົດ ບາງຄົນຮູ້ດີກວ່າເລື່ອງຂອງຕົນເອງອີກ ໂອ້ຍ ຈັ່ງແມ່ນຊາດ!!! ຕາມຫຼັກການທາງຈິດຕະວິທະຍາແລ້ວ ຜູ້ທີ່ມັກນິນທາ ໃສ່ຮ້າຍຄົນອື່ນ ຍຸແຍ່ໃຫ້ຄົນຊັງກັນ ແມ່ນຄົນທີ່ອ່ອນແອ ຂາດຄວາມພາກພູມໃຈໃນຕົນເອງ ພາຍໃນໃຈມີປົມດ້ອຍບາງຢ່າງແຝງຢູ່ ຫຼືເວົ້າອີກຢ່າງໜຶ່ງກໍແມ່ນພຶດຕິກຳຂອງຄົນຂີ້ອິດສານັ້ນເອງ ສະນັ້ນ ການໄດ້ນິນທາຄົນອື່ນ ເວົ້າທັບຖົມຄົນອື່ນ ຈຶ່ງເຮັດໃຫ້ຜູ້ເວົ້າຮູ້ສຶກວ່າຕົນເອງມີຄຸນຄ່າຂຶ້ນ ເໜືອກວ່າ ເກັ່ງກວ່າ ເດັ່ນກວ່າ ຜູ້ທີ່ເຂົາກຳລັງກ່າວເຖິງນັ້ນ ຜູ້ທີ່ມັກເວົ້າຂວັນ ນິນທາ ໃສ່ຮ້າຍຜູ້ອື່ນ ອາດຈະຮູ້ສຶກດີ ມ່ວນປາກຕອນເວົ້າ ຫຼືຕອນຂຽນດ່າ ດ້ວຍອາລົມ ຫຼືຄວາມສະໃຈບາງຢ່າງ ແຕ່ຜົນກະທົບທີ່ເກີດຂຶ້ນແມ່ນຮ້າຍແຮງ ເພາະມັນເຮັດໃຫ້ເສຍພາບພົດທີ່ດີຂອງຕົນເອງ ທຳລາຍຄວາມສາມັກຄີ ສ້າງຄວາມແຕກແຍກໃຫ້ບຸກຄົນອື່ນ …

Read More »

ວ້າວໆໆ… ທັງງາມ ທັງເກັ່ງ! ຂໍຕົບມືລົບໆໃຫ້ກັບແມ່ຍິງລາວຄົນເກັ່ງ “ພິຈິກາ ບຸນກວ້າງ” (ໂບ) ປະທານ ສະໂມສອນ ນະຄອນຫຼວງ Capital ທີ່ເປັນແມ່ຍິງຄົນທໍາອິດ!!!

ທັງງາມ ທັງເກັ່ງ! ຂໍຕົບມືລົບໆໃຫ້ກັບແມ່ຍິງລາວຄົນເກັ່ງ “ພິຈິກາ ບຸນກວ້າງ” (ໂບ) ປະທານ ສະໂມສອນ ນະຄອນຫຼວງ Capital ທີ່ເປັນແມ່ຍິງຄົນທໍາອິດ!!!   ກາຍເປັນກະແສຮືຮາໃນສັງຄົມພໍສົມຄວນ! ເມື່ອສາວ ພິຈິກກາ ບຸນກວ້າງ (ໂບ) ຜູ້ທີ່ມີທັງຄວາມງາມ, ຄວາມໜ້າຮັກ ສົດໃສ ແລະຄວາມສາມາດ ເພາະຫຼ້າສຸດ (ວັນທີ 17 ມັງກອນ 2018) ທາງສະຫະພັນບານເຕະນະຄອນຫຼວງວຽງຈັນ ໄດ້ແຕ່ງຕັ້ງໃຫ້ ໂບ ຂຶ້ນມາເປັນ ປະທານ ສະໂມສອນ ນະຄອນຫຼວງ Capital ເຊິ່ງກໍຖືວ່າເປັນແມ່ຍິງຄົນທໍາອິດທີ່ໄດ້ຂຶ້ນມາປະຈໍາຕໍາແໜ່ງນີ້ກໍວ່າໄດ້ ນີກໍຖືວ່າເປັນການສ້າງປະຫວັດສາດ ແລະຖືເປັນການຍົກສູງສິດທິສະເໝີພາບລະຫວ່າງຍິງ-ຊາຍ ເພາະທີ່ຜ່ານມາປະເທດເຮົາກໍຖືວ່າເປັນອີກປະເທດໜຶ່ງທີ່ຍັງບໍ່ຄ່ອຍຍອມຮັບກ່ຽວກັບສິດທິຂອງແມ່ຍິງ ໂດຍສະເພາະໃນວົງການກິລາ ເພາະຖືວ່າການຫຼິ້ນກິລາເປັນການອອກກໍາລັງທີ່ຄ້ອນຂ້າງຈະໜັກພໍສົມ ແມ່ຍິງເປັນເພດທີ່ອ່ອນແອ ຢ້ານວ່າຈະເຮັດບໍ່ໄດ້ ຍິ່ງເປັນແມ່ຍິງທີ່ໜ້າຕາດີ ກໍຈະຫ່ວງຢ້ານບໍ່ງາມ… ເຊິ່ງມື້ນີ້ຂໍບອກເລີຍວ່າ ຄວາມຄິດເຫຼົ່ານັ້ນມັນສິ່ງທີ່ຫຼ້າຫຼັງທີ່ສຸດແລ້ວ ເມື່ອແມ່ຍິງທີ່ຊື່ວ່າ ໂບ ໄດ້ສະແດງໃຫ້ເຮົາເຫັນວ່າ ແມ່ຍິງບໍ່ໄດ້ມີຫຍັງດ້ອຍໄປກວ່າຜູ້ຊາຍເລີຍ!!! …

Read More »

ວູດດີ້ ພິທີກອນຊື່ດັງຂອງປະເທດເພື່ອນບ້ານ ຄວງສາມີສະວີດຫວານທີ່ ຫຼວງພະບາງ

ວ້າວວວໆໆໆ!!! ວູດດີ້ ມິລິນທະຈິນດາ ພິທີກອນຊື່ດັງຂອງປະເທດເພື່ອນບ້ານ ມີໂອກາດເດີນທາງມາທ່ອງທ່ຽວທີ່ ແຂວງ ຫຼວງພະບາງ ປະເທດລາວຂອງເຮົາ ຕັ້ງແຕ່ວັນທີ 10 ມັງກອນ 2017  ທີ່ຜ່ານມາ, ພໍແຕ່ມາຮອດ ໜຸ່ມ ວູດດີ້ ກໍມີໂອກາດໄດ້ໄປຢ້ຽມຢາມຮ້ານຕໍາໝາກຮຸ່ງຊື່ດັງພາຍໃນຕົວເມືອງ ຫຼວງພະບາງ, ທ່ອງທ່ຽວລ່ອງເຮືອ ແລະ ຍັງມີໂອກາດໄດ້ໄປນໍ້າຕົກຕາດ ກວາງຊີ ແລະ ຍັງໄດ້ຖ່າຍຮູບບັນຍາກາດທຳມະຊາດ ໂຊຄວາມຫວານ ຄວາມໜ້າຮັກກັບສາມີ ແລະ ຍັງໄດ້ໂພສຜ່ານອິນສະຕາແກຼມໃຫ້ແຟນໆໄດ້ກົດໄລ້ກົດແຊຣກັນລົວໆ. ປັດຈຸບັນ ອ້າຍ ວູດດີ້ ກໍໄດ້ເດີນທາງກັບປະເທດເປັນທີ່ຮຽບຮ້ອຍແລ້ວ, ຢ່າງໃດກໍຍິນດີຕ້ອນຮັບເຂົ້າສູ່ປະເທດລາວເດີ້ ອ້າຍ ວູດດີ້!!! กลับมาหลวงพระบาง สิ่งแรกที่ทำหลังจากเครื่องลงคือ ต้องแวะมาหาเจ๊ติ๋ม ส้มตำของเจ๊ติ๋มคือที่สุด วันนี้หน้าผมเจ๊ก็สุดไม่แพ้ส้มตำ ❤️ A post shared by WOODY (@woodytalk) on Jan 10, …

Read More »