Breaking News

Uncategorized

ກິນເປັນຊີວິດປ່ຽນ! ມາຮູ້ຈັກກັບອາຫານທີ່ຈະຊ່ວຍຫຼຸດນໍ້າໜັກໄດ້ແທ້

ເອົາຄົນທີ່ກໍາລັງຢາກຫຼຸດນໍ້າໜັກຢ່າງຈິງຈັງ ຂວັນໃຈ ກໍເລີຍໄດ້ຮວບຮວມເອົາອາຫານເພື່ອສຸຂະພາບ ທີ່ຫາຊື້ໄດ້ຕາມຮ້ານຄ້າທົ່ວໄປມາແນະນໍາໃຫ້ ສາມາດເລືອກຊື້ກິນໄດ້ງ່າຍໆ ບໍ່ແພງ ບໍ່ຕ້ອງຢ້ານຕຸ້ຍມາຝາກ ແຖມຍັງມີລົດຊາດທີ່ແຊບອີກດ້ວຍ. ນົມຖົ່ວເຫຼືອງທີ່ບໍ່ມີນໍ້າຕານ ນົມຖົ່ວເຫຼືອງທີ່ບໍ່ມີນໍ້າຕານ ມີປະໂຫຍດຫຼາກຫຼາຍ ເພາະມີໄຂມັນໜ້ອຍ ໂຊດ້ຽມ (Sodium)ຕໍ່າ, ໃຍອາຫານ (Fiber) ສູງ ຊ່ວຍໃຫ້ການເຄື່ອນໄຫວຂອງລະບົບທາງເດີນອາຫານເຮັດວຽກເຄື່ອນຕົວໄດ້ດີ ອີກທັງຍັງຫຼຸດຜ່ອນການຂັບຖ່າຍຍາກໄດ້ອີກດ້ວຍ ຫຼັງຈາກອອກກໍາລັງກາຍແລ້ວ ແນະນໍາໃຫ້ດື່ມນົມຖົ່ວເຫຼືອງ 1 ຈອກ ກໍຍັງຊ່ວຍສ້າງກ້າມຊີ້ນໄດ້ເປັນຢ່າງດີ ເຄື່ອງດື່ມທີ່ມີໃຍອາຫານສູງ ເຄື່ອງດື່ມທີ່ມີໃຍອາຫານສູງ ບໍ່ວ່າຈະເປັນ ເຄື່ອງດື່ມເຂົ້າບາເລ້ (Barley), ນໍ້ານົມເຂົ້າ ແມ່ນຊ່ວຍໃຫ້ສາວໆອີ່ມໄວ້ ກະຕຸ້ນການເຜົາຜານອາຫານ ຫຼຸດການເກີດໂຄເລສເຕີໂຣລ (Cholesterol)ແຕ່ແນະນໍາໃຫ້ເລືອກເຄື່ອງດື່ມທີ່ບໍ່ມີນໍ້າຕານ ເພາະໃຫ້ພະລັງງານ (Calories) ຕໍ່າ ບໍ່ດັ່ງນັ້ນກໍບໍ່ມີປະໂຫຍດທີ່ສາວໆຈະຫຼຸດນໍ້າໜັກ ອາຫານປະເພດຊີຣຽວ (Cereals) + ນົມສົ້ມ ເລືອກຊື້ນົມສົ້ມກິນຄູ່ກັບຊີຣຽວ (Cereals) ໃນຕອນເຊົ້າ ຫຼື ເວລາຢາກກິນເຂົ້າໃນຕອນກາງຄືນ ກໍຊ່ວຍສ້າງຄວາມສົມດຸນທາງໂພຊະນາການ  ບໍ່ເຮັດໃຫ້ຕຸ້ຍແລ້ວຍັງຢູ່ທ້ອງອີກດ້ວຍ ໄຂ່ຕົ້ມ …

Read More »

ແຈກແທ້ ແຈກຈິງ! ພິທີຈັບລາງວັນຜູ້ໂຊກດີ “ເລ ຈັດໃຫຍ່ໃຫ້ໂຊກ”

ບໍລິສັດ ເປັບໂຄລ່າ (ໄທ) ເທຼດດິ້ງ ຈຳກັດ ຮ່ວມກັບບໍລິສັດ ຊີໄອ ການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ໄດ້ຈັດພິທີຈັບລາງວັນຜູ້ໂຊກດີ ຈາກການສົ່ງຄູປອງລຸ້ນໂຊກກັບໂຄງການ ເລ ຈັດໃຫຍ່ໃຫ້ໂຊກປະຈຳປີ 2018. ໃນວັນທີ 3 ສິງຫາ 2018 ຢູ່ທີ່ ຫ້ອງການບໍລິສັດ ຊີໄອ ການຄ້າຂາອອກ-ຂາເຂົ້າ. ລາງວັນທີ 1 ປີ້ຍົນພ້ອມທີ່ພັກ 5 ດາວ ເກາະສະໝຸຍ 3 ມື້ 2 ຄືນ ຈຳນວນ 1 ລາງວັນ 4 ບ່ອນນັ່ງ (ພ້ອມເງິນແຮຖົງ 10.000 ບາດ). ຜູ້ໂຊກດີໄດ້ແກ່ ທ່ານ ນາງ ຝົນ ຢູ່ທີ່ນະຄອນປາກເຊ ເບີໂທ: 030 98297XX ລາງວັນທີ 2  …

Read More »

ຈະເປັນແນວໃດເມື່ອເດັກ USA ເຫັນປະເທດລາວຄັ້ງທຳອິດ???

ເປັນອີກມຸມໜ້າຮັກໆ ມຸມປະທັບໃຈ ທີ່ຢາກຈະມາເລົ່າຂ່າວສູ່ແຟນໆຟັງ ເປັນເລື່ອງລາວຂອງເດັກນັກຮຽນມັດທະຍົມປາຍຈາກ ສະຫະລັດອາເມລິກາ (USA) ທີ່ມີໂອກາດໄດ້ມາຢ້ຽມຢາມ ນະຄອນຫຼວງພະບາງ ປະເທດລາວ ເຊິ່ງພວກເຂົາໄດ້ໄປທີ່ວັດຊຽງທອງ ວັດເກົ່າແກ່ບູຮານ ເພື່ອຮຽນຮູ້ກ່ຽວກັບວັດທະນະທຳລາວ ນຳພາໂດຍບັນດາທູດວັດທະນະທຳໄວໜຸ່ມຈາກລາວຈຳນວນ 5 ນ້ອງຈາກ @Mylibrary ທີ່ແຂວງຫຼວງພະບາງ, ເຊິ່ງແຟນໆຮູ້ຫຼືບໍ່ວ່າເມື່ອນ້ອງໆນັກຮຽນຈາກ ສະຫະລັດອາເມລິກາ ໄດ້ເຫັນພວກເຂົາຕ່າງກໍ່ພາກັນຕົກຕະລຶງກັບຄວາມສວຍສົດງົດງາມຂອງວັດວາອາຮາມ ບໍ່ຄິດວ່າຈະມີສະຖານທີ່ໃດໃນໂລກທີ່ສວຍງາມ ສົມແລ້ວທີ່ເປັນເມືອງມໍລະດົກໂລກ. ເຊິ່ງຕົວແທນນ້ອງໆນັກຮຽນຈາກ ສະຫະລັດອາເມລິກາ ຍັງໄດ້ກ່າວວ່າ: “ຢູ່ນີ້ຮ້ອນໜ້ອຍໜຶ່ງ, ແຕ່ວ່າປະຊາຊົນລາວ ໃຈດີຫຼາຍ ແລະ ວັດວາອາຮາມກໍງາມອີ່ຫຼີ! ປະສົບການໃນ ສປປ ລາວຂອງຂ້າພະເຈົ້າຕອນນີ້ແມ່ນມ່ວນຫຼາຍ! ຂ້າພະເຈົ້າພ້ອມແລ້ວທີ່ຈະຮຽນຮູ້ຕື່ມອີກ!” (ຢ່າງໃດກໍ່ຍິນດີຕ້ອນຮັບ ນ້ອງໆນັກຮຽນຈາກ ສະຫະລັດອາເມລິກາ ທຸກໆຄົນ, ຂໍໃຫ້ທ່ອງທ່ຽວ ປະເທດລາວ ຢ່າງມ່ວນຊື່ນ ແລະ ມີຄວາມສຸກ) ທີ່ມາ: fb/U.S. Embassy Vientiane

Read More »

ຍິນດີຕ້ອນຮັບກັບສູ່ປະເທດລາວ! ອາສາກູ້ໄພລາວເດີນທາງກັບບ້ານຢ່າງປອດໄພ ແຕ່ໃຈຍັງຫ່ວງທີມໝູປ່າ!!!

ອາເຢັ້ນ ວິຊຸນດາລາ ອາສາກູ້ໄພລາວ ທີ່ໄດ້ເດີນທາງໄປຊ່ວຍພາລະກິດ 13ຊີວິດຕິດຖໍ້າ, ຫຼ້າສຸດຂວັນໃຈຄົນໃໝ່ຂອງລາວຄົນນີ້ກໍ່ໄດ້ເດີນທາງກັບສູ່ບ້ານເກີດເມືອງນອນ ກໍ່ຄືປະເທດລາວເຮົາຢ່າງປອດໄພແລ້ວເດີ້ແຟນໆ ເຖິງແມ່ນວ່າຈະບໍ່ໄດ້ຢູ່ຊ່ວຍເຫຼືອຈົນວິນາທີສຸດທ້າຍ ແຕ່ໃນໃຈກໍ່ຍັງເປັນຫ່ວງ ແລະ ຍັງບອກໃຫ້ ທີມໝູປ່າ ອົດທົນ ເຊິ່ງ ອາເຢັ້ນ ເພິ່ນກໍ່ຍັງໄດ້ໂພສຮູບ ພ້ອມແຄັບຊັ່ນວ່າ: “ກຳລັງເດີ່ນທາງກັບ ທີ່ ສປປ ລາວ ແຕ່ໃຈຍັງຢູ່ທີ່ຖ້ຳຫຼວງ ຊຽງລາຍ ອົດທົນໄວ້ເດີ້ “ທີມໝູປ່າ” ຖ້າຍັງບໍ່ອອກມາ ແລ້ວຈະກັບມາຊ່ວຍ ຂອບໃຈ ຮຸກ31 ທີ່ເບິ່ງແຍ່ງເປັນຍ່າງດີ”   ເຫັນຮູບພາບການຊ່ວຍເຫຼືອລະຫວ່າງບ້ານພີ່ເມືອງນ້ອງ ລາວ ແລະ ໄທ ແລ້ວຮູ້ສຶກປະທັບໃຈ ແລະ ພູມໃຈເປັນທີ່ສຸດ. #ແຊຣໄປໃຫ້ໂລກຮູ້ ຮູບພາບຈາກ: Yen Visoudala , Chaiyasit Phupharat

Read More »

ເຜັດໆໆໆ!  ຊິນດີ້ ສິຣິນຍາ ໂຕແມ່ວົງການນາງແບບປະເທດເພື່ອນບ້ານ ຮ່ວມເປັນໂຄສໃນ Lao Super Model 2018

ຄຶກຄັກ ຄຶກຄຶ້ນ ເປັນກະແສມາແຮງອີຫລີເດີ້ໆໆໆ ສຳລັບການປະກວດ Laos Super Model 2018 ທີ່ປີນີ້ເປັນປີພິເສດທີ່ມີ ຊິນດີ້ ສິຣິນຍາ ບິຊອຟ ນາງແບບ-ນັກສະແດງໂຕແມ່ອີກໜຶ່ງຄົນຂອງວົງການບັນເທີງປະເທດເພື່ອນບ້ານ ມາເປັນ ໂຄສ ພິເສດຮັບເຊີນ ຮ່ວມກັບ ໂຄສ ຈາກລາວເຮົາອີກ 3 ທ່ານນັ້ນກໍຄື ວິລຸນາ ເພັດມະນີ (ຕ໋ອດ ລິນ່າ), ໂຄສ ສຸລິສັກ ວົງດວງດີ (ໂຕ້) ແລະ ໂຄສ ພະຈັນຄຳ ວົງໄຊ (ປ້ອງ), ເຊິ່ງໃນວັນທີ 12 ແລະ 13 ພຶດສະພາ ທີ່ຜ່ານມາກໍ່ມີການເປີດຕົວໂຄງການ ແລະ ຄັດເລືອກກັນໄປແບບອະລັງການ… ສຳລັບ ຊິນດີ້ ສິຣິນຍາ ເປັນໂຕແມ່ແຖວໜ້າຂອງວົງການບັນເທີງ ມີຜົນງານມາແລ້ວຫຼາກຫຼາຍຢ່າງທັງເດີນແບບ ສະແດງລະຄອນ ພິທີກອນ, ແຈ້ງເກີດໃນວົງການບັງເທີງດ້ວຍການປະກວດນາງງາມ ໄດ້ຮັບຕຳແໜ່ງ Miss …

Read More »