Breaking News

Uncategorized

ປີໃໝ່ນີ້ມາໂພສຮູບ ພ້ອມແຄັບຊັ່ນຄຳຄົມພາສາອັງກິດ ຄວາມໝາຍດີໆ ສ້າງແຮງບັນດານໃຈ ຕ້ອນຮັບປີ 2019 ກັນດີກວ່າາາ!!!

ແຟນໆຫຼາຍໆຄົນມັກຈົ່ມວ່າ “ເວລາຊ່າງຜ່ານໄປໄວເຫຼືອເກີນ…” ແຕ່ບໍ່ເປັນຫຍັງເນາະ ເອົາເປັນວ່າທຸກຢ່າງບໍ່ສາຍທີ່ຈະເລີ່ມລົງມືເຮັດ ແລະ ເລີ່ມຕົ້ນໃໝ່ກັບສິ່ງດີໆສະເໝີ, ສຳລັບແຟນໆທ່ານໃດທີ່ຢາກເລີ່ມຕົ້ນສິ່ງໃໝ່ໆ ຢາກຊອກຫາຄຳຄົມພາສາອັງກິດມາຂຽນແຄັບຊັ່ນ ໂພສຮູບງາມໆ ແຄັບຊັ່ນຄົມໆ ຕ້ອນຮັບປີ 2019 ທີ່ຈະມາຮອດນີ້, ດັ່ງນັ້ນ!!! ຊະນີIndy ຢູ່ລ້າບໍ່ເປັນເດີ້ ໄດ້ໄປຊອກເອົາຄຳຄົມຄົມເດັດໆ ໃຫ້ແງ່ຄິດ ສອນໃຈໃນການໃຊ້ຊີວິດ ແລະ ສ້າງກຳລັງໃຈ ໃນຊ່ວງປີໃໝ່ມາໃຫ້ແຟນໆໄດ້ອັບເດດກັນແບບເລີດໆກ່ອນໃຜ, ຫຼັງຈາກຂຽນແຄັບຊັ່ນທີ່ມັກລົງໄປໃນຮູບແລ້ວ ກໍ່ຢ່າລືມຕໍ່ທ້າຍດ້ວຍ “Happy New Year 2019″  ຮັບຮອງເລີດໆໆໆ ແຈ້ງເກີດໄດ້ແນ່ນອນ!!! 1. Think Positive –  ຄິດບວກ ຄິດຮອດແຕ່ສິ່ງດີໆທີ່ກຳລັງຈະເຂົ້າມາໃນຊີວິດ! 2. don’t forget to smile  – ຢ່າລືມຍິ້ມຕ້ອນຮັບສິ່ງດີໆ! 3. If you believe in yourself anything …

Read More »

So strong! ອອນອະນົງ ແບກຊຸດປະຈຳຊາດລາວ 40Kg ໃນເວທີ Miss Universe  2018 (ເປັນນາງງາມລ້າໆໂລກບໍ່ຈື່ ຕອ້ງແຂງແຮງ ແລະ ມີຄວາມອົດທົນ)

ເປັນກະແສຮືຮາ Talk of the town ມາໃຫ້ເປັນປະເດັນໄດ້ເວົ້າໄດ້ລົມກັນ… ເລື່ອງກໍມີຢູ່ວ່າໃນວັນທີ 10 ທັນວາ 2018 ທີ່ຜ່ານມາ ກໍເປັນເວລາທີ່ມີຮອບແຂ່ງຂັນໃນຮອບຊຸດປະຈຳຊາດ ແລະ ສິ່ງທີ່ແຟນໆຖ້າລຸ້ນ ຖ້າເຊຍ ແລະ ໃຫ້ກຳລັງໃຈກໍຄື ອອນອະນົງ ຫອມສົມບັດ Miss Universe  Laos ທີ່ໄດ້ໄປເຮັດໜ້າທີ່ເປັນຕົວແທນສາວງາມປະເທດລາວ ໃນເວທີ Miss Universe  2018 ທີ່ຈັດຂຶ້ນທີ່ ປະເທດໄທ ໃນປີນີ້. ເຊິ່ງຫຼ້າສຸດ ກໍມີການປ່ອຍຮູບພາບ ແລະ ຄລິບການໂຊຊຸດປະຈຳຊາດລາວ ຜ່ານການນຳສະເໜີຂອງ ອອນອະນົງ ຫອມສົມບັດ Miss Universe  Laos  ໃຫ້ແຟນໆ ແລະ ຄົນທົ່ວໂລກໄດ້ເຫັນກັນໄປແດ່ແລ້ວ ຕ້ອງຂໍບອກວ່າສາວລາວເຮົາກໍເຮັດໄດ້ດີຫຼາຍ… (ເບິ່ງຄລິບ) ນ້ອງນາງສາວ ອອນອານົງ ຫອມສົມບັດ Miss Universe Laos 2018 ໃສ່ສຸດປະຈຳຊາດ ປະກວດເຖີງເວທີ …

Read More »

ເບຍລາວ ສະເຫຼີມສະຫຼອງຄົບຮອບ 45 ປີ ດ້ວຍຄວາມເປັນເອກະລັກແບບລາວ

ວັນທີ 7 ທັນວານີ້, ບໍລິສັດ ເບຍລາວ ຈໍາກັດ ໄດ້ຈັດງານລ້ຽງສະເຫຼີມສະຫຼອງຄົບຮອບ 45 ປີຢ່າງຍິ່ງໃຫຍ່ ຢູ່ທີ່ພັດຕະຄານແກ້ວມີໄຊ ຜູ້ເຂົ້າຮ່ວມງານລ້ຽງແຕ່ຄົນແມ່ນໄດ້ແຕ່ງຕົວນູ່ງເຄື່ອງແບບລາວບູຮານ ເບິ່ງແລ້ວຄືກັບໄປໃນເມືອງລາວຍຸກເກົ່າແກ່. ເປັນກຽດເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ສປປ ລາວ, ມີທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະການຄ້າ, ທ່ານ ກິດສະໜາ ວົງໄຊ ປະທານສະພາບໍລິຫານ ບໍລິສັດເບຍລາວ,  ທ່ານ ເຮັນລິກ ເອັນເດີເຊັນ ຜູ້ອໍານວຍການໃຫຍ່ບໍລິສັດ ເບຍລາວ ຈໍາກັດ, ພ້ອມດ້ວຍແຂກທີ່ເຊີນ, ບັນດາຕົວແທນຈໍາໜ່າຍເບຍລາວທົ່ວປະເທດ ແລະ ພະນັກງານບໍລິສັດເບລາວເຂົ້າຮ່ວມຫຼາຍກວ່າ 800. ໃນໂອກາດດັ່ງກ່າວທ່ານ ສູນທອນ ພົມມະຈັນ ປະທານ ບໍລິສັດ ເບຍລາວ ຈໍາກັດ ໄດ້ກ່າວເຖິງຄວາມເປັນມາຂອງບໍລິສັດ​ ເບຍລາວວ່າ: …

Read More »

ມາຮູ້ຈັັກກັບ! All new Nissan Terra ກ່ອນການເປີດຕົວຢ່າງເປັນທາງການ…

ອໍນີວ ນິສສັນ ເທີລ້າໃໝ່… ບໍລິສັດຕັນຈົງ ມໍເຕີ້ (ລາວ)​ ຈໍາກັດພຽງຜູ້ດຽວ, ຜູ້ຈໍາໜ່າຍ ລົດຍີ້ຫໍ້ນິສສັນ ພຽງຜູ້ດຽວ ແລະ ເປັນບໍລິສັດໃນເຄືອຂອງບໍລິສັດຕັນຈົງ ມໍເຕີ ໂຮນດີ້ງ ເບີຫາດ (ມາເລເຊຍ) ຈະດໍາເນີນການເປີດຕົວລົດນິສສັນເທີລ້າໃໝ່ໃນງານເປີດຕົວ ເດືອນທັນວາທີ່ຈະມາເຖິງນີ້. ປະຈຸບັນ, ສໍາລັບການນໍາສະເໜີເປີດຕົວລົດນິສສັນເທີລ້າໃໝ່ ຈະປະກອບມີຕາໄຟເດທາມ ຣັນນີ້ງໄຣ (DRL) ຮູບຊົງບູມເບີແລງ ທີ່ຈະເຮັດໃຫ້ຍານພາຫະນະຖືກເບິ່ງເຫັນງ່າຍເວລາກາງເວັນ ແລະ ສະພາບທີ່ມີເມກໝອກໜາ ດ້ວຍຕາໄຟໜ້າ LED ອັດຕະໂນມັດ ເພື່ອການຂັບຂີ່ໃນເວລາກາງຄືນ. ນິສສັນເທີລ້າໃໝ່ລ້າສຸດແມ່ນລົດ SUV ຂະໜາດ 7 ທີ່ນັ່ງທີ່ ມີໂຄງລົດທີ່ແຂງທີ່ສຸດສາມາດປ່ຽນໂໝດຂັບຂີ່ລະຫວ່າງ 2WD ແລະ 4WD ເພື່ອໃຫ້ໄດ້ປະສິດທິພາບການປະຫຍັດເຊື້ອເພີງສູງສຸດເທິ່ງຖະໜົນໄປຈົນເຖິງຄວາມສາມາດໃນການຂັບຂີ່ເທິ່ງທາງວິບາກໄດ້ທຸກສະຖານທີ່. ມາພ້ອມກັບຈັກ 2.5 ລິດ 4 ສູບແຖວລຽງ ເທີໂບແປຜັນ DOHC (VGS) ພ້ອມດ້ວຍລະບົບອິນເຕີຄູນເລີ, …

Read More »

ຍ້ອນເບິ່ງ! ມິ່ມີ່ ພູນຊັບ ຕອນປະກວດ Miss International 2017 ຈົນຜ່ານເຂົ້າຮອບ 8 ຄົນສຸດທ້າຍໃນເວທີລະດັບໂລກ

Hello ແຟນໆເລີ່ມຕົ້ນ ເດືອນພະຈິກ 2018 ກັບບັນຍາກາດເຢັນໆ ກ້າວເຂົ້າສູ່ລະດູໜາວແລ້ວຢ່າລືມຮັກສາສຸຂະພາບກັນແດ່ເດີ້… ເອົາລະ!!! ເຂົ້າເລື່ອງກັນເລີຍ ເຊື່ອວ່າແຟນໆຄົງໄດ້ຕິດຕາມການປະກວດ Miss International ທີ່ມີສາວງາມຕົວແທນປະເທດລາວ ຫຼ້າສຸດປີນີ້ກໍໄດ້ ບາບີ້ ປິຍະມາດ ພູນປະເສີດ Miss International Laos 2018 ທີ່ປັດຈຸບັນກຳລັງເກັບຕົວ ເຮັດກິດຈະກຳກັບທາງກອງປະກວດ ແຖມນາງຍັງຕິດກະແສ ຖືກຈັດອັນດັບຈາກເວັບໄຊ້ດັງໃຫ້ເປັນ ຕົວເກັງອັນດັບ 1 ທີ່ມີລຸ້ນວ່າອາດຈະຄວ້າມົງກຸດ Miss International 2018 ໃນປີນີ້ອີກດ້ວຍ. ແລະ ບັນຍາກາດແບບນີ້ໃນປີກາຍທີ່ຜ່ານມາກໍເຊັ່ນດຽວກັນ ເພາະອີກໜື່ງສາວງາມທີ່ເດີນທາງໄປປະກວດເປັນຄົນທຳອິດໃນເວທີນີ້ເລີຍກໍຄື ມິມີ່ ພູນຊັບ ພົນໂຍທາ Miss International Laos 2017 ທີ່ເດີນທາງໄປເປັນຕົວແທນປະເທດລາວເພື່ອເຂົ້າປະກວດນາງງາມເວທີລະດັບສາກົນ Miss International 2017 ຈັດຂຶ້ນທີ່ ປະເທດ ຍີ່ປຸ່ນ ໃນປີທີ່ຜ່ານມາ… ຈົນສາມາດເປັນທີ່ສົນໃຈຈາກຄົນທົ່ວໂລກໃນຖານະສາວງາມຕົວແທນປະເທດລາວ ແລະ ຍັງບໍ່ໝົດພຽງເທົ່ານັ້ນ …

Read More »