Breaking News

Uncategorized

ມາເບິ່ງ! ວິທີເພີ່ມຄວາມໝັ້້ນໃຈໃຫ້ໂຕເອງ ເພື່ອພາຊີວິດກ້າວໜ້າໄປໃນທາງທີ່ດີກວ່າ!!!

ວິທີເພີ່ມຄວາມໝັ້້ນໃຈໃຫ້ໂຕເອງ!!! Shawn Achor ຜູ້ຊ່ຽວຊານດ້ານຈິດວິທະຍາ ແລະ ນັກຂຽນຍອດນິຍົມໃຫ້ຄຳນິຍາມ ການເບິ່ງໂລກໃນແງ່ບວກວ່າເປັນຄວາມສຸກທີ່ໄດ້ປຽບ ແລະ ຄວາມສຳເລັດກໍມັກຈະມາຈາກຄວາມສຸກເຫຼົ່ານັ້ນ ໃນຂະນະທີ່ເຮົາເບິ່ງໂລກໃນແງ່ບວກ ສະໝອງເຮົາກໍຈະເກີດຄວາມຄິດສ້າງສັນຫຼາຍຂຶ້ນ ຄິດລິເລີ່ມໂຄງການໃໝ່ໆ ຮູ້ສຶກໝັ້ນໃຈໃນຕົວເອງ ແລະ ມີຄວາມຄາດຫວັງໃນແງ່ບວກ… ລອງມາເບິ່ງວິທີເພີ່ມຄວາມໝັ້້ນໃຈໃຫ້ໂຕເອງ ເພື່ອພາຊີວິດກ້າວໜ້າໄປໃນທາງທີ່ດີກວ່າ… ເປັນຄົນຄິດບວກ ການທີ່ເຮົາຈະເກີດຄວາມຄິດດີໆໄດ້ນັ້ນ ອັບດັບທຳອິດຕ້ອງເບິ່ງໂລກໃນແງ່ບວກໃຫ້ໄດ້ກ່ອນ ໃຫ້ທຸກໆເລື່ອງ ບໍ່ວ່າຈະເປັນບັນກາ ຫຼື ຫຍັງກໍຕາມ ພຽງແຕ່ເບິ່ງໃນແງ່ບວກເຂົ້າໄວ້ 2. ຕັ້ງເປົ້າໝາຍ ເມື່ອເກີດເລື່ອງເຮັດໃຫ້ເຮົາຍ່າງອອກຈາກເສັ້ນທາງທີ່ເຄີຍຍ່າງ ຫາກຕ້ອງການເປັນຄົນທີ່ມີຄວາມໝັ້ນໃຈ ພຽງແຕ່ຖາມຕົວເອງວ່າ: ລອງມີຄວາມໝັ້ນໃຈເບິ່ງແດ່ບໍ່ ແລະ ລອງເຮັດວ່າມັນຈະເປັນແນວໃດ ແລລອງຄິດເບິ່ງວ່າຄວາມສຳເລັດທີ່ຝັນນັ້ນຖ້າມັນເກີດຂຶ້ນແລ້ວຈະຮູ້ສຶກແນວໃດ ຄ່ອຍໆໃຊ້ເວລາກັບຄວາມຮູ້ສຶກທີ່ຕ້ອງການ ໝັ້ນໃຈກັບຄວາມຕ້ອງການຂອງຕົວເອງ ຮູ້ສຶກພູມໃຈໃນຕົວເອງ ເພາະຄວາມຕື່ນເຕັ້ນທີ່ເກີດຂຶ້ນນັ້ນຈະຊ່ວຍເຮັດໃຫ້ຄວາມຝັນເປັນຈິງໄດ້ 3. ເປັນໂຕຂອງໂຕເອງ ຕົວເຮົາເອງແລະຄວາມຮູ້ສຶກຂອງເຮົາເອງ ຄືສອງສິ່ງທຳອິດທີ່ຄວນຈັດລຳດັບ ແລະ ໃຫ້ຄວາມສຳຄັນຫຼາຍທີ່ສຸດ ເພາະຄວນຈະໄດ້ຮັບສິ່ງທີ່ເຮົາຕ້ອງການຫຼາຍທີ່ສຸດໃນຊີວິດ ດັ່ງນັ້ນ!! ພ້ອມຫຼືຍັງທີ່ຈະຄວ້າເອົາສິ່ງທີ່ຕົວເອງຕ້ອງການໃນຊີວິດມາຄອບຄອງ ພຽງແຕ່ມີຄວາມເຊື່ອໝັ້ນໃນຄວາມສຸກ ແລະ ເປົ້າໝາຍຂອງຕົນເອງ ເພາະຄວາມເຊື່ອໝັ້ນນັ້ນສາມາດເປັນສິ່ງທີ່ວັດແທກວ່າສາມາດປະສົບຜົນສຳເລັດໄດ້ຫຼຶບໍ່ ເພາະຄວາມໝັ້ນໃຈ …

Read More »

ສົ່ງທ້າຍປີ 2018! ກັບ 2 ນາງງາມຜູ້ຄວ້າລາງວັນ “ຊຸດປະຈຳຊາດດີເດັ່ນ” ໃນເວທີລະດັບໂລກມາຝາກຄົນລາວ!!!

ສົ່ງທ້າຍປີ 2018 ນີ້ກັບ 2 ນາງງາມຜູ້ທີ່ຄວ້າລາງວັນຊຸດປະຈຳຊາດດີເດັ່ນມາຝາກຄົນລາວເຖິງ 2 ເວທີໃຫ່ຍລະດັບໂລກ ອອນອະນົງ ຫອມສົມບັດ Miss Universe Laos 2018 ແລະ ສັນທະນີ ໃສມະນີວັນ Miss Supranational​ Laos​ 2018 ເຊິ່ງນາງງາມທັງສອງໄດ້ເດີນທາງໄປເປັນຕົວແທນສາວງາມຈາກປະເທດລາວໄປປະກວດໃນເວທີ Miss Universe 2018 ທີ່ປະເທດໄທ ແລະ Miss Supranational 2018 ທີ່ປະເທດ ໂປແລນ ໃນເມື່ອບໍ່ດົນມານີ້ ແລະ ຍັງເຮັດໃຫ້ຄົນລາວເຮົາທັງຊາດພາກພູມໃຈ ສ້າງຊື່ສຽງໃຫ້ຄົນທົ່ວໂລກໄດ້ຮູ້ຈັກປະເທດລາວ ເພາະສາມາດຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​ 2018) ມາຝາກຄົນລາວເຮົາໄດ້ທັງ 2 ເວທີ. “ຊຸດທານນ້ຳໃຈສູ່ປະເທດລາວ” ອອນອະນົງ ຫອມສົມບັດ ຄວ້າລາງວັນ Best National​ Costume​ ໃນເວທີ  Miss Universe …

Read More »

ປະຫວັດສາດ! ທັບນັກກິລາເພາະກາຍລາວ ຄວ້າລາງວັນມາຝາກຄົນລາວສົ່ງທ້າຍປີ ນໍາທຸງຊາດກ້າວຂື້ນເອກອ້າງຕໍ່ຊາວໂລກ!!!

ຄົນລາວເຮົາທຸກຄົນຊ່ວງນີ້ສັງເກດໄດ້ວ່າໃຜໆກໍຈະມີແຕ່ຄວາມຍິນດີ ຍິ້ມແຍ້ມແຈ່ມໃສ ເພາະໃນຊ່ວງສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ກໍຈະມີແຕ່ຂ່າວທີ່ໜ້າຍິນດີມາໃຫ້ໄດ້ຕິດຕາມກັນບໍ່ຂາດສາຍ ເປັນຂ່າວດີກັນໄປໃນເມື່ອບໍ່ດົນມານີ້ ນັ້ນກໍຄືການແຂ່ງຂັນເພາະກາຍຊິງແຊ້ມໂລກ 10th WBPF World Bodybuilding  and Physique Sport Championship 2018 ຢູ່ທີ່ ຈັງຫວັດ ຊຽງໃຫມ່ ປະເທດໄທ ເຊິ່ງໃນນັ້ນກໍມີນັກກິລາເພາະກາຍຈາກ ສປປລາວ ເຂົ້າຮ່ວມທັງຫມົດ 4 ຄົນ [ຊາຍ 3 ຍິງ 1] ແຂ່ງຂັນທັງຫມົດ 5 ລຸ້ນ ແລະ ພວກເຂົາກໍບໍ່ເຮັດໃຫ້ຄົນລາວເຮົາທັງຊາດຜິດຫວັງ ເພາະສາມາດຄວ້າລາງວັນມາຝາກຄົນລາວເຮົາດັ່ງນີ້: 1. ນາງ ພອຍໄພລິນ ພັນທະລີ ນັກກິລາຍິງ women’s model physique ຄວາມສູງ 160 cm [ໄດ້ຫລຽນຄຳ] ຂອງໂລກ [ເປັນຫລຽນປະຫວັດສາດ] ພ້ອມກັນນີ້ຍັງໄດ້ອັນດັບທີ 6 ຂອງໂລກໃນລຸ້ນ world women’s …

Read More »

ໂດ່ງດັງໄປທົ່ວໂລກ! “ປະເທດລາວ” ກັບລາງວັນ “ຊຸດປະຈຳຊາດດີເດັ່ນ” ໃນເວທີ Miss Universe 2018!!!

ກຽມສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ກັບຂ່າວທີ່ໜ້າຍິນດີຂອງຄົນລາວເຮົາທຸກໆຄົນ ເປັນຂ່າວທີ່ເອີ້້ນວ່າດີຫຼາຍໆ ສ້າງຊື່ສຽງໃຫ້ປະເທດຊາດເລີຍກໍ່ວ່າໄດ້ ຫຼ້າສຸດ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018​ ທີ່ເດີນທາງໄປເປັນຕົວແທນສາວງາມ ປະເທດ ລາວ ກໍບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງ ສາມາດຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​ 2018) ໃນເວທີການປະກວດນາງງາມຈັກກະວານ Miss Universe 2018 ທີ່ປະເທດ ໄທ  ມາຝາກພໍ່ແມ່ພີ່ນ້ອງຊາວລາວໄດ້ຢ່າງໜ້າຍິນດີ… ຈົນເປັນກະແສ ຮືຮາ ໂດ່ງດັງໄປທົ່ວໂລກ ບັນດາສື່ດັງຫຼາຍສື່ທົ່ວໂລກ ກໍ່ບໍ່ພາດທີ່ຈະນຳສະເໜີຂ່າວສາວງາມທີ່ຄວ້າລາງວັນຊຸດປະຈຳຊາດດີເດັ່ນໃນປີນີ້ ເຊິ່ງເປັນການດີທີ່ຄົນທົ່ວໂລກຈະໄດ້ຮັບຮູ້ເຖິງປະເທດລາວເຮົາຫຼາຍຂຶ້ນ, ເຖິງແມ່ນວ່າໃນເທື່ອນີ້ ສາວງາມຈາກປະເທດລາວເຮົາຈະບໍ່ໄດ້ເຂົ້າຮອບເລິກໆ ແຕ່ກໍສາມາດ ຄວ້າລາງວັນ ທີ່ເປັນອີກໜຶ່ງລາງວັນໃຫ່ຍໃນເວທີດັ່ງກ່າວ ສາມາດຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​ 2018)  ມາຝາກຄົນລາວເຮົາໄດ້ຢ່າງສຳເລັດ. (ຂໍຊົມເຊີຍ…ເກັ່ງຫຼາຍໆ) #ແຊຣໄປໃຫ້ໂລກຮູ້ປະເທດລາວ ?????? ນາງສາວ ອອນອານົງ ຫອມສົມບັດMISS UNIVERSE LAOS 2018ສ້າງປະຫວັດຕິສາດຫນ້າໃຫມ່ຂອງການປະກວດໃນເວທີລະດັບໂລກດວ້ຍການຄວ້າລາງວັນຊຸດປະຈຳຊາດດີເດັ່ນມາຄອງໃນເວທີMiss …

Read More »

ຂໍພະລັງຄົນລາວ! ມາຮ່ວມສົ່ງກຳລັງໃຈໃຫ້ ອອນອານົງ ໃນເວທີ Miss Universe 2018 (Final 17 ທັນວາ ນີ້..!!!)

ຮູ້ສຶກຕື່ນເຕັ້ນຢ່າງບອກບໍ່ຖືກ ໃນວັນທີ 17 ທັນວາ 2018 ນີ້ແລ້ວ ທີ່ທຸກໆຄົນທົ່ວໂລກຈະໄດ້ຮູ້ກັນວ່າສາວງາມຄົນໃດທີ່ຈະໄດ້ເປັນ Miss Universe 2018 ເຊິ່ງສາວງາມທີ່ເຂົ້າປະກວດໃນຄັ້ງນີ້ມີເຖິງ 90ກວ່າປະເທດທົ່ວໂລກກັນເລີຍ ແລະ ໜຶ່ງໃນນັ້ນກໍມີ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ທີ່ເດີນທາງໄປເປັນຕົວແທນສາວງາມຈາກລາວຢ່າງເປັນທາງການ ແລະ ຖືເປັນປີທີສອງຂອງປະເທດລາວທີ່ສົ່ງສາວງາມໄປປະກວດໃນເວທີ ນາງງາມຈັກກະວານ (Miss Universe) ອີກດ້ວຍ. ອອນອະນົງ ຫອມສົມບັດ Miss Universe Laos 2018  ສາວງາມດີກຼີນັກຮຽນນອກ ຜູ້ມີຄວາມໝັ້ນໃຈ ແລະ ທັກສະຄວາມຮູູ້ຄວາມສາມາດ ໄດ້ເຮັດໜ້າທີ່ເປັນຕົວແທນສາວງາມຈາກລາວໃນຊ່ວງເກັບຕົວປະກວດໄດ້ເປັນຢ່າງດີ ບໍ່ວ່າຈະເປັນການຍ່າງໂຊໃນຮອບຕ່າງໆ ເຮັດເອົາເປັນກະແສຮືຮາຂອງແຟນໆນາງງາມມາແລ້ວ ແຖມຍັງເປັນໜຶ່ງໃນ Top ອັນດັບຕົ້ນໆທີ່ຢູ່ໃນລິດລາຍຊື່ຮອບ “ຊຸດປະຈຳຊາດ” (ຂໍບອກວ່າການປະກວດເທື່ອນີ້ປະເທດລາວເຮົາມີລຸ້ນເດີ້…ສຸດຍອດ) ດັ່ງນັ້ນ, ໃນວັນທີ 17 ທັນວາ 2018 ນີ້ ເລີ່ມເວລາ 7ໂມງເຊົ້າ (ຕາມເວລາທ້ອງຖິ່ນ) ຢາກຂໍພະລັງຄົນລາວມາຮ່ວມສົ່ງກຳລັງໃຈໃຫ້ ອອນອະນົງ …

Read More »