Breaking News

Uncategorized

ໂສມໜ້າ!!! 20 ນາງສາວ ເວທີ Miss World Laos 2019

ໂສມໜ້າຜູ້ເຂົ້າປະກວດ Miss World Laos 2019 ຮອບ 20 ຄົນສຸດທ້າຍ, ບອກໄດ້ເລີຍວ່າ ປີນີ້ ມີແຕ່ຜູ້ງາມໆ ທີ່ມີພ້ອມບຸກຄະລິກ ໜ້າຕາ ແລະ ຄວາມຮູ້ຄວາມສາມາດລ້ວນໆ. ປັດຈຸບັນ, ທັງ 20 ນາງສາວງາມ ແມ່ນໄດ້ເກັບຕົວ ແລະ ເຮັດກິດຈະກຳ ຢູ່ທີ່ວັງວຽງ ເພື່ອເກັບຄະແນນຕ່າງໆ ແລະ ເຝິກແອບທັກສະດ້ານການຄວາມພ້ອມຄວາມສາມາດ ເພື່ອຊິງມຸງກຸດ ອັນມີຄຸນຄ່າ ທີ່ສາວໆຫຼາຍຄົນໃນປະເທດລາວໃຝ່ຝັນຢາກເປັນເຈົ້າຂອງ, ມັກໃຜ ເຊຍໃຜ ຝາກຕິດຕາມ ແລະ ເປັນກຳລັງໃຈໃຫ້ນ້ອງໆທັງ 20 ໝາຍເລກແດ່ເດີ, ແລະ ໃນຄໍ່າຄືນຂອງ ວັນທີ 19 ກັນຍາ ນີ້ ເຮົາກໍຈະຮູ້ໄປພ້ອມໆກັນວ່າ ສາວງາມໝາຍເລກໃດຈະໄດ້ຮັບມົງກຸດອັນຊົງກຽດນີ້ໄປຄອງ ພ້ອມເປັນຕົວແທນຂອງສາວລາວໄປປະກວດຢູ່ໃນເວທີ Miss world 2019 ຢູ່ທີ ລອນດອນ …

Read More »

ມາຮຸ້ຈັກ!! ວິຈິດຕາ ພອນວິໄລ ສາວປາກຊັນ Miss Universe Laos 2019

ໃນຄໍ່າຄືນຂອງວັນທີ 24 ສິງຫາ 2019 ທີ່ຜ່ານມາ, ເປັນມື້ທີຫຼາຍຄົນຄອງຄອຍ ແລະ ຕິດຕາມເຊຍສາວງາມ 30 ຄົນທີ່ເຂົ້າຮ່ວມປະກວດໃນເວທີ Miss Universe Laos 2019 ແລະ ຜົນຂອງການຕັດສິນ ກໍຄື ໝາຍເລກ MUL 29 ນາງສາວ ວິຈິດຕາ ພອນວິໄລ (ເມ) ອາຍຸ 23 ປີ ສູງ 176 ຊັງຕີແມັດ ສາວງາມທີ່ມີຄວາມໂດດເດັ່ນທັງຮູບຮ່າງ ໜ້າຕາອິນເຕີ້ໆແນ່ ແຕ່ເປັນລາວຮ້ອຍສ່ວນຮ້ອຍຄົນນີ້ເປັນຜູ້ທີ່ມີຄຸນສົມບັດຫຼາຍທີ່ສຸດ ບໍ່ວ່າຈະເປັນຄວາມຮູ້ຄວາມສາມາດ, ພິບໄຫວໃນການຕອບຄຳຖາມ ແລະ ເວົ້າພາສາອັງກິດໄດ້ຢ່າງຄ່ອງແຄ່ວ  ໄດ້ຄອງມຸງກຸດ Miss Universe Laos ປະຈຳປີນີ້ໄປ ແລະ ເມ ຍັງເປັນໜຶ່ງໃນຜູ້ເຂົ້າປະກວດທີ່ໄດ້ຮັບແຮງເຊຍຈາກແຟນໆຫຼາຍຄົນທີ່ຕິດຕາມເປັນຈຳນວນຫຼາຍທີ່ຢາກໃຫ້ມົງລົງ ເຊິ່ງກໍເປັນໄປຕາມຄາດ. ສາວເມ ວິຈິດຕາ ພື້ນຖານພໍ່ແມ່ ແລະ ເກີດຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ …

Read More »

ຄະແນນ 10/10 ໄປເລີຍ!!! ຄວາມງາມຂອງສາວ ຄຣິສຕີນ່າ ລາດສະສິມມາ Miss Laos 2012… ເບິ່ງຈັກເທື່ອ ມົງກໍຍັງລົງ!

ຖືວ່າເປັນນາງງາມອີກຄົນໜຶ່ງທີ່ເປັນດາວປະດັບວົງການບັນເທິງລາວມາດົນນາ່ນ ແລະ ບໍ່ເຄີຍມີຂ່າວເສຍຫາຍໃດໆເລີຍ ສໍາລັບສາວງາມຄົນນີ້ ຄຣິສຕີນ່າ ລາດສະສິມມາ Miss Laos 2012 ຈາກມື້ທີ່ໄດ້ຮັບຕໍາແໜ່ງມາຮອດປັດຈຸບັນນີ້ກໍເປັນເວລາ 7 ປີແລ້ວ ແຕ່ຄວາມງາມຂອງຄຣິສຕີນ່ານັ້ນ ນັບມື້ນັບເພີ່ມຂຶ້ນຄືກັບຄວາມສາມາດຂອງນາງເລີຍ… ນອກຈາກຄວາມສາມາດໃນການເຮັດວຽກໃນວົງການບັນເທີງແລ້ວ ວຽກງານຊ່ວຍເຫຼືອສັງຄົມ ນາງກໍມີສ່ວນຮ່ວມເກືອບຈະທຸກງານເລີຍແຫຼະ! ເພາະໄລຍະນີ້ທາງວາລະສານຂວັນໃຈກໍາລັງຈັດກິດຈະກໍາລົນນນະລົງຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເພື່ອຕ້ອນຮັບ 16 ວັນຕໍ່ຕ້ານການໃຊ້ຄວາມຮຸນແຮງສາກົນ Run for Her ຄຣິສຕີນ່າ ກໍບໍ່ພາດທີ່ຈະເຂົ້າມາຮ່ວມເປັນສ່ວນໜຶ່ງ ແລະ້ໄດ້ມາລົງທະບຽນເປັນທີ່ຮຽບຮ້ອຍແລ້ວ ເພື່ອເປັນຕົວຢ່າງໃຫ້ກັບສັງຄົມ ແລະ ເຊີນຊວນໃຫ້ທຸກຄົນ ພ້ອມດ້ວຍແຟນຄຣັບ ມາຮ່ວມໃນງານດັ່ງກ່າວ. ເຊິ່ງງານດັ່ງກ່າວແມ່ນຈະຈັດຂຶ້ນໃນວັນທີ 27 ຕຸລາ 2019 ນີ້ ແລະ ປັດຈຸບັນກໍເປີດໃຫ້ລົງທະບຽນທຸກມື້. ຕິດຕາມໄດ້ທາງເພຈ Run for Her. #ຢ່າລືມມາຮ່ວມນໍາກັນຫຼາຍໆເດີ່!!! ໂອ່ຍ!!!​ ທັງງາມ, ທັງເກັ່ງ ແລະ ໃຈດີຂະໜາດນີ້ ຖ້າໃຫ້ຄະແນນເຕັມ …

Read More »

ເປັນຫຍັງ? Nissan TERRA SUV ຈື່ງໄດ້ຮັບຄວາມນິຍົມຫຼາຍໃນປັດຈຸບັນ ມາຫາຄຳຕອບນຳກັນເລີຍ…

ນັບຕັ້ງແຕ່ເປີດໂຕລົດຄອບຄົວ  Nissan TERRA ແບບ (SUV), ອອບຊັ່ນເຕັມທີ່ມາພອ້ມ 7 ບອ່ນນັ່ງ ໂດຍບໍລິສັດຕັນຈອງມໍເຕີລາວ ຈຳກັດ ພຽງຜູດຽວ, ຊື່ງເປັນບໍລິສັດໃນເຄືອຂອງ ບໍລິສັດ ຕັນຈອງ ມໍເຕີ ຈຳກັດຂອງປະເທດມາເລເຊຍ ແລະ ເປັນຜູ້ຈຳໜ່າຍລົດ ຍີ່ຫໍ້ ນິສສັນ ພຽງຜູ້ດຽວໃນ ສປປ ລາວ Ep1:  ປັດຈຸບັນໄດ້ເຮັດຍອດຂາຍໄດ້ສູງຫຼາຍ ແລະ ພວກເຮົາຈະພາມາເບີ່ງຈຸດ ຂາຍຂອງນິສສັນເທີລາ ທາງດ້ານໜ້າຂອງ Nissan Terra ສັນຍາລັກອັນໂດດເດັ່ນຂອງນິສສັນເຊິ່ງສະແດງອອກເປັນຮູບໂຕ V ຂະໜາດໃຫ່ຍ ໄຟໜ້າແບບ LED ແລະ ເປັນຫຼອດ PROJECTOR ແລະ ໄຟເຍືອງທາງຕອນກາງເວັນ ໄຟໜ້າແບບ LED ແລະເປັນຫຼອດ PROJECTOR ແຈ້ງດີ,  ຮຸ່ງສີ ແລະ ເຖິງວ່າຈະແມ່ນຕອນຝົນຕົກ, ທ່ານກໍສາມາດເຫັນໄດ້ຢ່າງຊັດເຈນ, …

Read More »

ສ່ອງ!!! ຄວາມງາມ 30 ນາງສາວ Miss Universe Laos 2019

ໃນວັນທີ 3 ສິງຫາ 2019, ທີ່ນະຄອນຫຼວງວຽງຈັນ ໄດ້ຈັດງານຖະແຫຼງຂ່າວ ເປີດຕົວໂສມໜ້ານາງສາວຜູ້ເຂົ້າຮອບ 30 ຄົນສຸດທ້າຍ ໃນເວທີ Miss Universe Laos 2019. ຈາກການເປີດຮັບສະໝັກຕັ້ງແຕ່ເດືອນມິຖຸນາ ແລະ ມີການຄັດເລືອກຜູ້ເຂົ້າຮອບ 30 ຄົນສຸດທ້າຍໃວັນທີ 29-30 ກໍລະກົດ 2019 ທີ່ຜ່ານມາ. ຫ​ຈາກ​ນີ້​ສາວ​ງາມ​ 30 ຄົນຈະ​ໄດ້ເກັບໂຕ​ເຝິກຝົນຮຽນ​ຮູ້​ທັກສະຕ່າງໆ​ເພື່ອ​ເພີ່ມ​ຄວາມໝັ້ນໃຈ ເອົາສິ່ງທີ່ຕົນເອງມີອອກສະແດງໃຫ້ຄະນະກຳມະການໄດ້ຮູ້ໄດ້ເຫັນ ແລະ ເປັນນາງງາມກໍຕ້ອງໃຫ້ງາມ ແລະ ເກັ່ງ​ຮອບ​ດ້ານ​ທີ່​ນາງ​ງາມ​ຍຸກ​ນີ້​ຕ້ອງ​ມີ. ເຊິ່ງທັງ 30 ນາງສາວ ຈະໄດ້ເຂົ້າ​ຮ່ວມ​ກິດຈະກຳ​ເກັບ​ຕົວ​ກັບ​ກອງ​ປະ​ກວດຈົນຮອດວັນທີ 17 ສິງຫາ 2019 ນີ້,  ກ່ອນທີ່ຈະປະກວດຮອບ​ຕັດ​ສິນ (Final) ເຊິ່ງ​ຈະ​ມີ​ຂຶ້ນ​ໃນ​ຄ່ຳ​ຄືນ​ວັນທີ 24 ສິງຫາ 2019 ທີ່ ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ. ມາຊົມຄວາມງາມທັງ 30 …

Read More »