Breaking News

Uncategorized

ສະແດງຄວາມຍິນດີນໍາ! ເນັດໄອດໍ້ສາຍຮາ ສຸດາ ວັນທອງທິບ ວ່າທີ່ເຈົ້າສາວປ້າຍແດງ… ພ້ອມສ່ອງ! Pre Wedding ສຸດຫວານ…

ສະແດງຄວາມຍິນດີນໍາ! ເນັດໄອດໍ້ສາຍຮາ ສຸດາ ວັນທອງທິບ ວ່າທີ່ເຈົ້າສາວປ້າຍແດງ… ພ້ອມສ່ອງ! Pre Wedding ສຸດຫວານ… ໄລຍະນີ້ຖືວ່າເປັນລະດູການຂອງການກະກຽມງານແຕ່ງຂອງຄູ່ບ່າວສາວທັງຫຼາຍ ແລະ ເປັນລະດູການທີ່ທໍາຮ້າຍຄົນໂສດຢ່າງຮຸນແຮງ (ໂດຍສະເພາະແອັດມີ້ນ) ທີ່ບໍ່ວ່າຈະເຂົ້າເຟສບຸກຊອກເບິ່ງຫຍັງ ກໍຈະເປັນແຕ່ Promotion ຂອງຮ້ານຖ່າຍຮູບສໍາລັບຄູ່ບ່າວສາວເຕັມເຟສບຸກໄປໝົດ ຊໍ້າບໍ່ໜໍາຍັງເຫັນແຕ່ຄົນໂພສຮູບຄູ່ຖ່າຍ Pre Wedding ແລະ ຮູບກາສຊອງບັດເຊີນພ້ອມແຄັບຊັ່ນເຊີນໃຫ້ທຸກຄົນໄປຮ່ວມງານ… ແລະ ຊໍ້າບໍ່ໜໍາອີກ ຍັງໄດ້ຮັບບັດເຊີນຈາກໝູ່ຄູ່, ອ້າຍເອຶ້ອຍນ້ອງທີ່ກໍາລັງຈະແຕ່ງງານເຊີນໃຫ້ໄປຮ່ວມງານນໍາ ໂອ່ຍຍຍຍ… ຖ້າບໍ່ເອີ້ນວ່າ ລະດູການຂ້າຄົນໂສດຈະເອີ້ນວ່າລະດູການໃດອີກນໍ້??? ແຕ່ຈັ່ງເດີກະຕາມແຕ່ ເອົາເປັນວ່າແອັດຈະພະຍາມຄິດວ່າ ມັນຍັງບໍ່ຮອດທີຂອງເຮົາກະແລ້ວກັນ ແລະ ສະແດງຄວາມຍິນດີກັບຄົນທີ່ກໍາລັງຈະມີຂ່າວດີໃນໄວໆນີ້ນໍາ!!! ລວມທັງເນັດໄອດໍ້ສາວຊື່ດັງ ສາຍຮາ ຄົນນີ້ “ສຸດາ ວັນທອງທິບ” ທີ່ໄດ້ຕັດສິນໃຈສະຫຼະຄວາມໂສດ ກັບແຟນໜຸ່ມ ໂບນັດ (ບ່າວໄທ) ທີ່ຄອງໃຈສາວສຸດາ ຄົບຫາກັນໃນຖານະຄົນຮູ້ໃຈມາດົນເຖິງ 8 ປີ ນັ້ນເອງ… ເຊິ່ງທັງສອງກໍໄດ້ອອກມາປະກາດຕໍ່ໜ້າສື່ມວນຊົນກ່ອນໜ້ານີ້ແລ້ວວ່າ ທັງສອງໄດ້ຜ່ານຮ້ອນຜ່ານໜາວ, …

Read More »

ເປີດເຜີຍ! ຊີວິດຈິງຂອງແມ່ລ້ຽງດ່ຽວສຸດ Strong!!! “ເຖິງເວລາແລ້ວທີ່ສັງຄົມຕ້ອງຍອມຮັບ Single Mom”

 “ຟ້າອຸ້ມລູກຕິດເອິກ ມືໜຶ່ງຂັບລົດ ໄປເຮັດວຽກ ໄປລົມລູກຄ້າ ໄປທຸກໆບ່ອນ ເອີ້ນໄດ້ວ່າ ບ່ອນໃດມີແມ່ຟ້າ ບ່ອນນັ້ນຕ້ອງເຫັນນ້ອງເອກ” ແມ່ລ້ຽງດ່ຽວຄົນຕໍ່ໄປ ທີ່ທີມງານ ຂວັນໃຈ ນຳເອົາເລື່ອງລາວມາແນະນຳ ຊື່ວ່າ ຟ້າລຸ້ງທິບ ໄຊສະຫວັດ (ຟ້າ) ອາຍຸ 32 ປີ ນາງບອກວ່າ ການມີລູກ (ນ້ອງ ເອກ) ເຮັດໃຫ້ ຟ້າ ຮູ້ຈັກຕົນເອງຫຼາຍຂຶ້ນ ມີຄວາມສຸກຂຶ້ນ ຮູ້ສຶກວ່າຊີວິດມີຄຸນຄ່າຂຶ້ນ ເຖິງວ່າຈະບໍ່ໄດ້ຜ່ານການແຕ່ງງານກໍຕາມ ເລື່ອງລາວຄວາມຮັກຂອງ ຟ້າ ກໍອາດຄ້າຍໆກັບແມ່ຍິງຫຼາຍຄົນໃນສັງຄົມ ເລີ່ມຕົ້ນດ້ວຍຄວາມຮັກທີ່ແສນຫວານ ແຕ່ເມື່ອມາຮອດຈຸດທີ່ນາງຖືພາ ກໍມີເຫດໃຫ້ຕ້ອງຈົບຄວາມສຳພັນກັບຄົນຮັກໄປ ເຫຼືອໄວ້ແຕ່ລູກໃນທ້ອງ ເຊິ່ງຕອນນັ້ນ ໃນຖານະແມ່ຍິງລາວ ຍອມຮັບວ່າ ຟ້າ ເຈັບປວດ ແລະສັບສົນທີ່ສຸດ ຄອບຄົວພໍ່ແມ່ກໍເສຍໃຈ ແຕ່ແທນທີ່ ຟ້າ ຈະຈົມຢູ່ກັບຄວາມໂສກເສົ້າ ນາງພັັດລຸກຂຶ້ນ ປະກາດຕົນວ່າ ນາງຂໍລ້ຽງລູກຜູ້ນີ້ໃຫ້ດີທີ່ສຸດ ເມື່ອຈຳເປັນຕ້ອງເປັນ “ແມ່” …

Read More »

ບົວໄລ!!! ພຣີເຊັນເຕີ້ “ອິຊິຕັນ” ຄົນທຳອິດໃນລາວ ຕັ້ງເປົ້າຍອດຂາຍເພີ່ມ 50% ໃນປີ 2020 ຢ່າງແນ່ນອນ.

ສີໄຄ ການຄ້າ ຮ່ວມກັບ ເຄື່ອງດື່ມອິຊິຕັນ ເປີດຕົວ ບົວໄລ ເນັດໄອດໍ ຊື່ດັງຂອງລາວ ທີ່ມີຜູ້ຄົນຕິດຕາມທາງເຟສບຸກເຖິງ 1 ລ້ານກວ່າຄົນ ແລະ ມີຍອດຕິດຕາມ youtube ເຖິງ 5 ແສນກວ່າຄົນ ໄດ້ມາເປັນພຣີເຊັນເຕີ້ຄົນທຳອິດໃນລາວ ໃຫ້ກັບເຄື່ອງດື່ມ ອິຊິຕັນ ຢ່າງເປັນທາງການ ໃນວັນທີ 19 ກັນຍາ 2019 ທີ່ໂຮງແຮງລັດສະໝີ. ຍອດຂາຍອິຊິຕັນໃນລາວເຕີບໂຕຂຶ້ນທຸກປີ ໂດຍໃນປີ 2019 ຄາດວ່າຈະມີຍອດຈຳໜ່າຍທັງໝົດ 3. 000. 000 ຕຸກ ຖືວ່າເປັນການຕອບຮັບທີ່ດີຫຼາຍສໍາລັບຕະຫຼາດໃນປະເທດລາວ ແລະ ປີໜ້າ 2020 ອິຊິຕັນຄາດວ່າຈະມີຍອດຈຳໜ່າຍເພີ່ມຂຶ້ນ 50% ຫຼື ປະມານ 4,500,000 ຕຸກນັ້ນເອງ,  ໂດຍສະເພາະເຄື່ອງດື່ມ “ເຢັນ ເຢັນ” ເຊິ່ງເປັນນໍ້າສະໝຸນໄພ ມີປະໂຫຍດຕໍ່ຮ່າງກາຍ. ເປັນຫຍັງ …

Read More »

ສະແດງຄວາມຍິນດີ!!! ວົງ LAO JAZZANOVA ຕົວແທນປະເທດລາວວົງທໍາອິດ ໄປສະແດງໃນງານເທສະການດົນຕຣີແຈ໊ສນານາຊາດ ທີ່ປະເທດ ມົງໂກລ…

ສະແດງຄວາມຍິນດີ!!! ວົງ LAO JAZZANOVA ຕົວແທນປະເທດລາວວົງທໍາອິດ ໄປສະແດງໃນງານເທສະການດົນຕຣີແຈ໊ສນານາຊາດ ທີ່ປະເທດ ມົງໂກລ… ເຖິງວ່າປະເທດລາວຈະເປັນປະເທດນ້ອຍໆໃນອາຊີຕາເວັນອອກສຽງໃຕ້ ທີ່ຖືວ່າເປັນປະເທດທີ່ກໍາລັງພັດທະນາ ແຕ່ຍັງຄົງເຊື່ອສະເໝີວ່າ ຄົນລາວເຮົາເກັ່ງບໍ່ແພ້ຊາດໃດໃນໂລກ ເພາະສັງເກດໄດ້ຈາກວ່າ ງານເທສະການ, ການແຂ່ງຂັນທີ່ຖືກຈັດຂຶ້ນໃນລະດັບຊາດ ຫຼືລະດັບສາກົນຫຼາຍໆງານ ເຮົາກໍຈະເຫັນໄວໜຸ່ມລາວເຮົາເຂົ້າຮ່ວມຢ່າງບໍ່ຂາດສາຍ!!! ແລະ ເມື່ອບໍ່ດົນມານີ້ ໃນເທສະການດົນຕຣີແຈ໊ສນານາຊາດ ທີ່ຈັດຂຶ້ນຢູ່ທີ່ປະເທດມົງໂກລ ໃນວັນທີ 23-31 ສິງຫາທີ່ຜ່ານມາ ກໍເຫັນມີວົງດົນຕຣີ Lao Jazzanova ເຊິ່ງເປັນວົງຂອງຄົນລາວຂຶ້ນຮ່ວມສະແດງເທິງເວທີນໍາ ແລະ ຖືເປັນຄັ້ງທໍາອິດທີ່ນັກຮ້ອງລາວ, ວົງດົນຕຣີລາວໄດ້ເຂົ້າຮ່ວມສະແດງໃນງານເທສະການດົນຕຣີແຈ໊ສນີ້!!! ວົງດົນຕຣີ Lao Jazzanova ຖືເປັນອີກວົງໜຶ່ງທີ່ມີຄວາມສາມາດໃນການຫຼິ້ນດົນຕຣີແນວແຈ໊ສ ໂດຍລວມມີ 1 ສາວ ແລະ 3 ໜຸ່ມ ເຊິ່ງມີຜົນງານເພງທີ່ຫຼາກຫຼາຍຢູ່ໃນ You Tube, ຕາມງານເທສະການດົນຕຣີແຈ໊ສຕ່າງໆ…  ສໍາລັບດົນຕຣີແຈ໊ສນັ້ນຈະມີຄວາມພິເສດຈາກດົນຕຣີແນວອື່ນໆຈັກເລັກໜ້ອຍ ດ້ວຍທ່ວງທ່າ ແລະ ທໍານອງທີ່ມີເອກະລັກຄື ຄວາມຄລາສສິກ ແຕ່ສາມາດເຮັດຜູ້ຊົມທີ່ມັກຮັກນັ້ນອິນ …

Read More »

ຮັກໃຜ? ມັກໃຜ? ໂຫວດເລີຍ 20 ນາງສາວຈຳປາລາວ 2019

VOTE NOW! ຮັກໃຜເຊຍໃຜ ໂຫວດເລີຍຈະ!✨ ?1 ສາວງາມເທົ່ານັ້ນ ທີ່ຈະໄດ້ເປັນ “ນາງງາມຂວັນໃຈມະຫາຊົນ” ໂດຍ ນ້ຳຫອມ MK & Darling Perfume Laos Miss Popular Vote ແລະ ຈະໄດ້ຜ່ານເຂົ້າຮອບ 11 ຄົນສຸດທ້າຍ ແບບອັດຕະໂນມັດ, ປິດໂຫວດ 10 ນາທີ ກ່ອນການປະກາດຜົນ 11 ຄົນສຸດທ້າຍໃນມື້ຕັດສິນ ໃນວັນອາທິດທີ 8 ກັນຍາ 2019 ເວລາ 15 ໂມງ ທີ່ສູນການຄ້າລາວໄອເຕັກ ຕຶກເກົ່າ? ໂດຍການກົດໄລ້ ແລະ ແຊ! ຕາມລິ້ງລຸ່ມນີ້ເລີຍ, ✨VOTE NOW! ຮັກໃຜເຊຍໃຜ ໂຫວດເລີຍຈະ!✨…….?1ສາວງາມເທົ່ານັ້ນ ທີ່ຈະໄດ້ເປັນ "ນາງງາມຂວັນໃຈມະຫາຊົນ" ໂດຍ ນ້ຳຫອມ MK & Darling… …

Read More »