Breaking News

Uncategorized

ຊົມເຊີຍເກັ່ງຫຼາຍ!! ເດັກນ້ອຍລາວຍາດໄດ້ 4 ລາງວັນຈາກການແຂ່ງຂັນຮູບເງົາ ວີດີໂອເດັກນ້ອຍ-ຊາວໜຸ່ມ ອາຊຽນ ທີ່ກໍາປູເຈຍ…

ຊົມເຊີຍເກັ່ງຫຼາຍ!! ເດັກນ້ອຍລາວຍາດໄດ້ 4 ລາງວັນຈາກການແຂ່ງຂັນຮູບເງົາ ວີດີໂອເດັກນ້ອຍ-ຊາວໜຸ່ມ ອາຊຽນ ທີ່ກໍາປູເຈຍ… ສະບາຍດີ! ຕ້ອນສູ່ເດືອນທັນວາ ເດືອນສຸດທ້າຍຂອງປີ 2019 ຂໍໃຫ້ເປັນເດືອນແຫ່ງຄວາມສຸກ ສົມຫວັງ ຂອງຄົນລາວທຸກຄົນເດີ້!!! ແລະ ມື້ນີ້ຂວັນໃຈເອງກໍມີຂ່າວດີ ຂ່າວແຫ່ງຄວາມສຸກສົມຫວັງຂອງຄົນລາວມາຕ້ອນເພື່ອເອົາໂຊກເອົາໄຊໃຫ້ກັບເດືອນສຸດທ້າຍຂອງປີກັນກ່ອນ ຂ່າວດີທີ່ຈະມາຕ້ອນແຟນໆໃນມື້ນີ້ກໍຄືຂ່າວຈາກເວທີ ການແຂ່ງຂັນຮູບເງົາ ວີດີໂອ ເດັກນ້ອຍ-ຊາວໜຸ່ມ ອາຊຽນຄັ້ງທີ່ 3 ທີ່ປະເທດ ກໍາປູເຈຍ ເປັນເຈົ້າພາບ ແລະ ໄດ້ປະກາດຜົນລາງວັນໄປເມື່ອວັນທີ 30 ພະຈິກ ທີ່ຜ່ານມານີ້ ເຊິ່ງຜົນການຕັດສິນອອກມາກໍປາກົດວ່າ ເດັກນ້ອຍຕົວແທນຈາກປະເທດລາວເຮົາສາມາດຍາດໄດ້ເຖິງ 4 ລາງວັນດ້ວຍກັນ ເຊິ່ງປະກອບດ້ວຍ: 1.​​ ຮູບເງົາສັ້ນເລື່ອງ “ເພື່ອນຮັກ” ​ໄດ້ຮັບລາງວັນຄະນະກຳມະການເດັກນ້ອຍ(Kids’ choice AWARD)​ ປະເພດຮູບເງົາເດັກນ້ອຍ 2.​ ຮູບເງົາສັ້ນເລື່ອງ​” ໂຮງຮຽນຄືຮັກເປັນໜຶ່ງດຽວຂອງຂ້ອຍ…​’ ໄດ້ຮັບລາງວັນຍອດນິຍົມ( Heart AWARD)​ປະເພດຮູບເງົາເດັກນ້ອຍ 3. …

Read More »

SINGHA Next Gen ມ່ວນມັນ!!! ເລີ່ມຕົ້ນໃນທຸກຄໍ່າຄືນໄປກັບສິງ

ໃນຄໍ່າຄືນຂອງມື້ວານນີ້ ຢູ່ທີ່ຮ້ານ Hi-Five Restaurant and Bar, ນະຄອນຫຼວງວຽງຈັນ, ບໍລິສັດ Singha Asia ຈຳກັດ ໄດ້ຈັດງານລ້ຽງ Singha Next Gen ສະເຫຼີມສະຫຼອງເປີດໂຕຮູບໂສມໃໝ່ (Packaging)  ຂອງເບຍສິງ ທີ່ມີຄວາມລຽບຫຼູທັນສະໄໝມີລະດັບຍິ່ງຂຶ້ນ ແລະ ກໍເພື່ອຂອບໃຈລູກຄ້າ, ເພື່ອນຮ່ວມງານ ແລະ ຕົວແທນຈຳໜ່າຍໃນປະເທດລາວ. ບັນຍາກາດໃນການສະເຫຼີມສະຫຼອງດຳເນີນໄປດ້ວຍຄວາມອົບອຸ່ນ ແລະ ມ່ວນຊື່ນ ໂດຍ ທ່ານ ເທບ ນີລະນາດພູລີ ຜູ້ຈັດການພະແນກການຂາຍ ແລະ ການຕະຫຼາດ ປະຈຳປະເທດລາວ ໄດ້ເຊີນແຂກຜູ້ມີກຽດ ແລະ ສື່ມວນຊົນຍົກຈອກເພື່ອເປັນການເປີດໂຕຮູບໂສມໃໝ່ຂອງເບຍສິງຢ່າງເປັນທາງການ. ການປ່ຽນຮູບໂສມໃໝ່ຄັ້ງນີ້ ບໍ່ພຽງແຕ່ສ້າງສິ່ງໃໝ່ໃຫ້ກັບເບຍສິງໃນຕະຫຼາດເທົ່ານັ້ນ, ແຕ່ເປັນການບອກໃຫ້ທຸກຄົນຮູ້ວ່າ ການກ້າທີ່ຈະເລີ່ມເຮັດຫຍັງກ່ອນໃຜ ສິ່ງດີໆມັນຈະເກີດຂຶ້ນກັບຄົນນັ້ນສະເໝີ. ພາຍໃນງານໄດ້ມີແຂກຮັບເຊີນພິເສດ ເຊິ່ງເປັນຄົນລຸ້ນໃໝ່ຈາກຫຼາຍໆທຸລະກິດ ທີ່ມີຄວາມກ້າທີ່ຈະເລີ່ມເຮັດສິ່ງໃໝ່ໆເພື່ອຕົວເອງ ເປັນ New Generation ໃນຫຼາຍໆທຸລະກິດ …

Read More »

ເຊຍລາວ!!! ຮ່ວມສົ່ງກໍາລັງໃຈໃຫ້ ປຸກກີ່ ຕົວແທນນັກກິລາປັນສີລັກທີມຊາດລາວ ໃນຊີເກມ ຄັ້ງທີ 30 (ປະເທດ ຟີລິບປິນ)

ເຊຍລາວ!!! ຮ່ວມສົ່ງກໍາລັງໃຈໃຫ້ ປຸກກີ່ ຕົວແທນນັກກິລາປັນສີລັກທີມຊາດລາວ ໃນຊີເກມ ຄັ້ງທີ 30 (ປະເທດ ຟີລິບປິນ) ໄລຍະນີ້ຖືເປັນໄລຍະສໍາຄັນຂອງນັກກິລາລະດັບຊາດຂອງບັນດາປະເທດໃນອາຊຽນ ເພື່ອກະກຽມໃນການລົງຊິງຂັນໃນ ມະຫາກໍາກິລາຊີເກມ ຄັ້ງທີ່ 30 ທີ່ຈະຈັດຂຶ້ນໃນວັນທີ 30 ພະຈິກ ຫາ 12 ທັນວາ 2019 ໂດຍເຈົ້າພາບ ປະເທດ ຟີລິບປິນ… ສະນັ້ນ ມື້ນີ້ແອັດມີ້ນກໍເລີຍຈະມາຊວນແຟນໆ ຂວັນໃຈ ແລະ ແຟນຄຣັບນັກກິລາມາຮ່ວມສົ່ງກໍາລັງໃຈໄປເຖິງນັກກິລາທີມຊາດທຸກໆຄົນ. ແລະ ຢາກຈະມາແນະນໍາໃຫ້ຮູ້ຈັກກັບ ນັກກິລາສາວປັນຈັກສີລັດ ສາວງາມຄົນນີ້ ນັ້ນກໍຄື ນ້ອງ ປຸກກີ່ ສະເຫຼີມບຸນຕາ ທີ່ເປັນຕົວແທນນັກກິລາໄປຮ່ວມແຂ່ງຂັນໃນງານ ມະຫາກໍາກິລາຊີເກມໃນຄັ້ງນີ້ ໃນປະເພດຟ້ອນດ່ຽວຍິງ ຫຼືລາຍການ tuggal ເຊິ່ງມີຄວາມໝັ້ນໃຈຢ່າງເຕັມຮ້ອຍເປີເຊັນ ຫຼັງໄດ້ຝຶກຊ້ອມໜັກໃນໄລຍະ 1 ເດືອນເຕັມກັບຄູຝຶກທີ່ປະສົບການລະດັບຂັ້ນສູງ ທີ່ສສ ຫວຽດນາມ ພ້ອມຈະນໍາເອົາທ່າຟ້ອນ 100 ທ່າ …

Read More »

ສາຍລຸຍ-ສາຍສ່ຽງຫ້າມພາດ!!! ຈຸດຊົມວິວ “ພູຜາມ່ານ” ບ່ອນເຊັກອິນແຫ່ງໃໝ່ໃນປະເທດລາວ…

ສາຍລຸຍ-ສາຍສ່ຽງຫ້າມພາດ!!! ຈຸດຊົມວິວ “ພູຜາມ່ານ” ບ່ອນເຊັກອິນແຫ່ງໃໝ່ໃນປະເທດລາວ… ສະບາຍດີໜຸ່ມໆສາວໆນັກທ່ຽວສາຍລຸຍທັງຫຼາຍ ດົນມາແລ້ວທີ່ບໍ່ໄດ້ມາໂອ້ລົມກັນເລື່ອງທ່ອງທ່ຽວນີ້ (ແຕ່ໄປຕະຫຼອດຢູ່ 555) ມື້ນີ້ແອັດມິ້ນຈະມາຊວນນັກທ່ຽວສາຍລຸຍ-ສາຍສ່ຽງທັງຫຼາຍມາຮ່ວມທ້າທາຍ ກັບສະຖານທີ່ທ່ອງທ່ຽວຈຸດເຊັກອິນແຫ່ງໃໝ່ໃນປະເທດລາວ ທີ່ກໍາລັງຈະເປີດໃຫ້ບໍລິການໃນໄວໆນີ້!!! ນັ້ນກໍຄື ສະຖານທີ່ ຈຸດຊົມວິວ “ພູຜາມ່ານ” ທີ່ປັດຈຸບັນກໍາລັງກຽມພ້ອມເປີດໃຫ້ນັກທ່ອງທ່ຽວເຂົ້າໄປສໍາພັດກັບຄວາມສຽວກັນແລ້ວ… ສໍາລັບສະຖານທີ່ທ່ ຈຸດຊົມວິວ ພູຜາມ່ານ ແມ່ນມີທີ່ຕັ້ງຢູ່ທີ່ ປ່າສະຫງວນແຫ່ງຊາດ ຫິນໜາມໜໍ່ ບ້ານ ນໍ້າສະນາມ ເມືອງ ຄຸນຄໍາ ແຂວງ ຄໍາມ່ວນ ຫ່າງຈາກນະຄອນຫຼວງ ວຽງຈັນ ບໍ່ໃກ້ ລະກະບໍ່ໄກ ເຊິ່ງປະກອບໄປດ້ວຍກິດຈະກໍາຕ່າງໆທີ່ທ້າທາຍ ບໍ່ວ່າຈະເປັນການປີນຜາ, ການເດີນປ່າ, ຂີ່ສະລິງ, ພ້ອມກັບການເຊລຟີ່ສຸດຫວາດສຽວເທິງຈອມພູ ແລະ ອື່ນໆ… ເຊິ່ງແອັດມິ້ນບໍ່ສາມາດບັນລະຍາຍໄດ້ໝົດ. ມື້ນີ້ເລີຍຈະນໍາເອົາຮູບພາບບັນຍາກາດທີ່ຖ່າຍໂດຍຜູ້ບຸກເບີກສະຖານທີ່ທ່ອງທ່ຽວແຫ່ງນີ້ ນັ້ນກໍຄື ອ້າຍ ອິນທີ ເດືອນສະຫວັນ ນັກທຸລະກິດ ຜູ້ຮັກມັກໃນການເດີນທາງ ແລະ ການພະຈົນໄພ ຈົນກາຍເປັນຜູ້ບຸກເບີກພູຜາແຫ່ງນີ້ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈທີ່ສຸດໃນຕອນນີ້! …

Read More »

ETL ເປີດໂຕເຄື່ອງໝາຍການຄ້າໃໝ່, ເຄືອຂ່າຍໃໝ່, ບໍລິການໃໝ່

ໃນຕອນຄໍ່າວັນທີ 15 ພະຈິກ 2019 ທີ່ຜ່ານມາ, ທີ່ ໂຮງແຮມ ແລນມາກ,  ບໍລິສັດ ETL  ຈຳກັດ, ໄດ້ຈັດງານເປີດໂຕເຄື່ອງໝາຍການຄ້າໃໝ່, ເຄືອຂ່າຍໃໝ່, ບໍລິການໃໝ່ ແລະ ເປີດໃຫ້ບໍລິການ 4,5G ຢ່າງເປັນທາງການ. ພາຍໃຕ້ການເປັນປະທານຂອງ ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີ ກະຊວງ ໄປສະນີຄົມມະນາຄົມ ແລະ ການສື່ສານ, ໂດຍເປັນກຽດເຂົ້າຮ່ວມມີ ທ່ານ ປອ ທັນສະໄໝ ກົມມະສິດລັດຖະມົນຕີ ກະຊວງ ໄປສະນີຄົມມະນາຄົມ ແລະ ການສື່ສານ, ທ່ານ ຮວງ ສູຢຸນ (Huang SHUYUN) ຜູ້ອຳນວຍການໃຫຍ່ ບໍລິສັດ ອີທີແອລ ຈໍາກັດ ພ້ອມດ້ວຍຄະນະ ແລະ ແຂກຜູ້ມີກຽດຈາກພາກລັດ ແລະ ເອກະຊົນ, …

Read More »