Breaking News

Uncategorized

ວ້າວວວ!! ແມ່ຕູ້ອາຍຸ 107 ປີ ຊາວເນເທີແລນ ຜູ້ລອດຊີວິດຈາກໂຄວິດ-19… ທີ່ສ້າງສະຖິຕິ “ຜູ້ລອດຊີວິດທີ່ອາຍຸຫຼາຍທີ່ສຸດໃນໂລກ”

ຫຼ້າສຸດວັນທີ 10 ເມາສາ 2020 ສໍານັກຂ່າວຕ່າງປະເທດ Daily mail  ລາຍງານວ່າ ນາງຄຣໍເນເລີຍ ຣັສ ເປັນແມ່ຍິງຊາວເນເທີແລນອາຍຸ 107 ປີ ເປັນຜູ້ລອດຊີວິດຈາກພະຍາດລະບາດ COVID-19 ທີ່ມີອາຍຸຫຼາຍທີ່ສຸດໃນໂລກ ພາຍຫຼັງຕິດເຊື້ອ ໄວຣັສໂຄໂຣນາສາຍພັນໃໝ່ ທີ່ກໍ່ໃຫ້ເກີດໂລກ COVID-19 ແລະ ພັກຮັກສາຕົວໃຊ້ເວລາຫຼາຍກວ່າ 20 ມື້ກ່ອນທີ່ຈະຫາຍເປັນປົກກະຕິ ຖືໄດ້ວ່າເປັນຂ່າວທີ່ນ່າຍິນດີທ່າມກາງສະຖານະການແຜ່ລະບາດຂອງໄວຣັສໃນເນເທີແລນຍັງວິກິດ ມີຈໍານວນຜູ້ຕິດເຊື້ອສະສົມສູງຂຶ້ນເລື້ອຍໆເປັນອັນດັບທີ 12 ຂອງໂລກ ຢູ່ທີ່ 21,903 ຄົນ ແລະ ເສຍຊີວິດແລ້ວ  2,403 ຄົນ ແຕ່ແມ່ຍິງສູງອາຍຸຄົນນີ້ຍັງສາມາດຮັກສາດີໄດ້… ໜັງສືພິມເອດີຂອງເນເທີແລນລາຍງານວ່າ ນາງຄຣໍເນເລີຍ ຣັສ ອາໄສຢູ່ບ້ານພັກຜູ້ສູງອາຍຸທີ່ຢູ່ເທິງເກາະຄູຣີ ໂອເຟີຟລັກເກທາງຕາເວັນຕົກສ່ຽງໃຕ້ ແລະ ເລີ່ມມີອາການໄຂ້ເມື່ອວັນທີ 17 ມີນາ 2020 ທີຜ່ານມາຫຼັງຈາກສະຫຼອງວັນຄ້າຍວັນເກີດຄົບຮອບ 107 ປີ ຈາກການກວດຮ່າງກາຍຂອງຍິງໄວສູງອາຍຸຄົນນີ້ ລວມທັງເພື່ອນຜູ້ສູງອາຍຸນໍາກັນ ແລະ ເຈົ້າໜ້າທີ່ຮ່ວມສະຫຼອງວັນເກີດກວ່າ …

Read More »

ຊົມເຊີຍ! ນັກສຶກສາລາວປະຈໍາລາຊາອະນາຈັກອັງກິດ ບໍລິຈາກເງິນ ແລະ ເຄື່ອງໃຊ້ມູນຄ່າ 35 ລ້ານກີບ ຊຸກຍູ້ໂຮງຫມໍມິດຕະພາບເພື່ອຕ້ານໂຄວິດ-19…

ຢູ່ໃນສະພາວະບ້ານເມືອງກຳລັງສູ້ກັບວິກິດໂຄວິດ_19 ຍັງມີຫຼາຍພາກສ່ວນໄດ້ຍື່ນມືເຂົ້າມາຊ່ວຍເຫລືອສັງຄົມລາວເຮົາທີ່ຜ່ານມາ…ຫຼ້າສຸດຕອນເຊົ້າມື້ນີ້ ວັນສຸກ 10/04/2020 ສະມາຄົມ ນັກສຶກສາລາວປະຈໍາລາຊາອະນາຈັກອັງກິດ ?? (Laos Student Association in United Kingdom (LSAU) ໄດ້ປະກອບສ່ວນຊຸກຍູ້ໂຮງຫມໍມິດຕະພາບເພື່ອຕອບໂຕ້ພະຍາດລະບາດ covid-19 ປະກອບມີ: ເງິນສົດ 11.200.000ກີບ ຜ້າອັດປາກ3ແກັດເປັນເງິນ22.000.000ກີບ ນໍ້າດື່ມ20ແກັດ(40ແພັກ) ລວມມູນຄ່າເປັນເງິນທັງຫມົດ 35.000.000ກີບ ຂວັນໃຈຂໍຊົມເຊີຍ! ໃນຍາມທີ່ບ້ານເມືອງເຮົາພົບວິກິດແບບນີ້ຄົນລາວເຮົາກໍຍັງເປັນຈິດໜື່ງໃຈດຽວຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເຊື່ອວ່າອີກບໍ່ດົນພວກເຮົາຈະຜ່ານວິກິດນີ້ໄປນາກັນໃຫ້ໄດ້…  

Read More »

ມີເຄັດລັບມາຝາກ!! Work from Home “ເຮັດວຽກຢູ່ບ້ານ” ໃນໄລຍະກັກຕົວຕ້ານ COVID-19 ແນວໃດໃຫ້ໄດ້ວຽກ ແລະ ມີຄວາມສຸກໄປນໍາ…

ປະຕິເສດບໍ່ໄດ້ເລີຍວ່າສະພາບການແຜ່ລະບາດຂອງ  COVID-19  ສົ່ງຜົນກະທົບຕໍ່ຊີວິດປະຈໍາວັນຂອງເຮົາຫຼາຍໆຄົນ ເຖິງຢ່າງໃດກໍຕາມ ຊີວິດເຮົາກໍຕ້ອງດຳເນີນຕໍ່ໄປ ເຮັດທີ່ບໍ່ສໍາເລັດກໍຕ້ອງເປັນເຮົາທີ່ເປັນຜູ້ເຮັດໃຫ້ສໍາເລັດ ແລະ ເພື່ອຫຼຸດຜົນກະທົບຈາກສະພາວະດັ່ງກ່າວ ຫຼາຍໆບໍລິສັດ ຫຼາຍໆອົງກອນ ຈື່ງມີນະໂຍບາຍ Work from home  ແນ່ນອນວ່ານະໂຍບາຍດັ່ງກ່າວນີ້ຊ່ວຍຫຼຸດຜົນກະທົບໂຄວິດໄດ້ ແຕ່ຖ້າກຽມຕົວບໍ່ດີກໍຈະກາຍເປັນພາລະຂອງຄົນເຮັດວຽກ ເຮັດໃຫ້ບໍລິສັດບໍ່ໄດ້ວຽກຕາມຈຸດປະສົງ ສະນັ້ນ ມື້ນີ້ຂວັນໃຈຈື່ງຂໍາສະເໜີ ຂໍ້ຄວນຮູ້ ສໍາຫຼັບຄົນທີ່ຕ້ອງຫັນມາເຮັດວຽກຢູ່ບ້ານເພື່ອໃຫ້ມີຄວາມສຸກ ແລະ ວຽກໄດ້ປະສິດທິພາບແກ່ ພະນັກງານທຸກລະດັບ, ທຸກພະແນກສາມາດນໍາມາປັບລອງໃຊ້ກັນໄດ້!!! 1. ຕົກແຕ່ງຕໍາແໜ່ງບ່ອນເຮັດວຽກໃຫ້ເປັນບ່ອນທີ່ຢາກນັ່ງເຮັດວຽກແບບຍາວໆ ຫຼາຍຄົນຄິດວ່າການນັ່ງເຮັດວຽດຢູ່ບ້ານຄືການເຮັດວຽກຢູ່ບ່ອນໃດຂອງບ້ານກໍໄດ້ທີ່ເຮົາຮູ້ສຶກສະບາຍ ແຕ່ອັນທີ່ຈິງແລ້ວ ບ່ອນທີ່ເຮັດໃຫ້ເຮົາສະບາຍທີ່ສຸດ ມັກຈະເປັນທີ່ທີ່ບັ່ນທອນຄວາມຂະຫຍັນຂອງເຮົາຫຼາຍທີ່ສຸດ ວິທີທີ່ດີສໍາຫຼັບການເຮັດວຽກຢູ່ບ້ານກໍຄືການຈັດບ່ອນນັ່ງເຮັດວຽກໃຫ້ກາຍເປັນບ່ອນເຮັດວຽກຢ່າງຈິງຈັງ ແລະ ແຍກອອກຈາກພື້ນທີ່ຢ່ອນໃຈພາຍໃນບ້ານ ການແຍກພື້ນທີ່ຈະຊ່ວຍໃຫ້ເຮົາມີສະມາທິຢູ່ກັບສິ່ງທີ່ເຮັດຫຼາຍຂຶ້ນ. ການແຍກພື້ນທີ່ບໍ່ຈໍາເປັນຕ້ອງແຍກຫ້ອງໃໝ່ ເຮົາອາດຈະປ່ຽນບັນຍາກາດໄດ້ແບບງ່າຍໆ ເຊັ່ນ ປັບຕັ້ງນັ່ງຂອງເຮົາໃຫ້ສູງກວ່າປົກກະຕິ ເອົາໜັງສືທີ່ກ່ຽວຂ້ອງກັບວຽກວາງໄວ້ເທິງໂຕະ 2. ກຳນົດຕາຕະລາງຂອງວັນໃຫ້ຊັດເຈນ ແລະ ຢ່າລືມຊ່ວງພັກຜ່ອນ ຫຼາຍໆຄົນຄິດວ່າການເຮັດວຽກຢູ່ບ້ານຄົນດຽວ ອາດຈະເຮັດໃຫ້ມີອິດສະຫຼະທີ່ຈະເຮັດວຽກຕອນໃດກໍໄດ້ ແຕ່ອັນທີ່ຈິງແລ້ວ ເຮົາຈໍາເປັນຕ້ອງກຳນົດຕາຕະລາງເວລາຂອງການເຮັດວຽກໃຫ້ຊັດເຈນກວ່າເກົ່າ ເພາະບັນຍາກາດຂອງການເຮັດວຽກຢູ່ບ້ານຈະນິ່ງກວ່າການເຮັດວຽກຮ່ວມກັນໃນຫ້ອງການ ເຮັດໃຫ້ຫຼາຍຄົນຫຼົງລືມກຳນັດເວລາທີ່ເໝາະສົມ …

Read More »

ໂຈໂຈ້ ມີຣາໂຄຣ ຝາກເຕືອນ!! ການປ້ອງກັນພະຍາດໂຄວິດ–19 ແມ່ນຕ້ອງເລີ່ມຈາກຕົວເອງ… ເພາະເລື່ອງສຸຂະພາບເປັນສິ່ງທີ່ທຸກຄົນຕ້ອງໃຫ້ຄວາມສໍາຄັນ

ເລື່ອງສຸຂະພາບເປັນສິ່ງທີ່ທຸກຄົນຕ້ອງໃຫ້ຄວາມສໍາຄັນ ຍິ່ງເປັນໄລຍະທີ່ຕ້ອງສູ້ກັບພະຍາດໂຄວິດ – 19 ກໍຕ້ອງເພີ່ມການເບິ່ງແຍງສຸຂະພາບໃຫ້ແຂງແຮງ ພ້ອມທັງປະຕິບັດຕາມກະຊວງສາທາລະນະສຸກ ເພິ່ນແນະນຳເພື່ອປ້ອງກັນຕົວເອງ ແລະ ຄົນອື່ນ… ມື້ນີ້ຂວັນໃຈຈະພາໄປຕິດຕາມ ຄໍາຄິດເຫັນຂອງນັກຮ້ອງໜຸ່ມສຸດຮ໋ອດ ໂຈໂຈ້ miracle… ໂຈໂຈ້ ນັກຮ້ອງຄົນດັງລາວ ແລະ ຜູ້ກຳກັບ ໄດ້ໃຫ້ສໍາພາດວ່າ: ສຳລັບຕົນເອງພະຍາດໂຄວິດ – 19 ຖືວ່າເປັນພະຍາດໃໝ່ ແລະ ການແຜ່ລະບາດແມ່ນວ່ອງໄວກວ່າທີ່ເຮົາຄິດ, ຖ້າຈະໃຫ້ເວົ້າເຖິງການປ້ອງກັນຈາກພະຍາດຊະນິດນີ້ຄິດວ່າເຮົາຄວນເລີ່ມຈາກຕົວເຮົາເອງໃນການຮັກສາຄວາມສະອາດ, ໝັ່ນລ້າງມື ຫຼື ຂ້າເຊື້ອດ້ວຍແອລກໍຮໍ ແລະ ສິ່ງສຳຄັນໃນສະຖານະການສຸ່ມສ່ຽງແບບນີ້ທຸກຄົນຄວນຫຼີກລຽງການພົບປະຜູ້ຄົນຢູ່ໃນສະຖານທີ່ຊຸມຊົນ ຫຼື ມີຈຳນວນຄົນຫຼາຍໆ ເພາະພະຍາດນີ້ມັນສາມາດແຜ່ເຊື້ອຜ່ານການໄອ, ການຈາມ ແລະ ການສຳຜັດຂອງຄົນຕໍ່ຄົນໄດ້. ນອກຈາກການປ້ອງກັນຕົນເອງແລ້ວໃນຖານະທີ່ຕົນເອງເປັນປະຊາຊົນຄົນໜຶ່ງ ແລະ ຕອນນີ້ຂ່າວຂອງພະຍາດກໍລະບາດໃນຫຼາຍປະເທດ. ສະນັ້ນ, ກໍບໍ່ຢາກໃຫ້ທຸກຄົນຖືເບົາ, ເສບຂ່າວຢ່າງມີສະຕິ ແລະ ຕ້ອງເລີ່ມຈາກຕົວເຮົາເອງທີ່ຕ້ອງລະມັດລະວັງໃຫ້ຫຼາຍຂຶ້ນ. ຕົນເອງກໍບໍ່ຮູ້ລາຍລະອຽດຢ່າງຈະແຈ້ງແຕ່ສິ່ງທີ່ເຮົາເຮັດໄດ້ເພື່ອຫຼີກລຽງພະຍາດນີ້ເຮົາສາມາດຫາຂໍ້ມູນໃນອິນເຕີເນັດທີ່ໜ້າເຊື່ອຖື ເພື່ອກວດເບິ່ງວິທີປ້ອງກັນ ແລະ ວິທີເບິ່ງແຍງຮ່າງກາຍ ລວມທັງການເບິ່ງແຍງສຸຂະພາບ, ພະຍາຍາມບໍ່ອອກໄປໃນສະຖານທີ່ແອອັດ …

Read More »

ອັບເດດຕົວເລກຫຼ້າສຸດ! ສປປ ລາວ ມີຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ… (ມື້ນີ້ ວັນທີ 26 ມີນາ ເພີ່ມຂຶ້ນອີກ 3 ຄົນ)

ຈາກສະຖານະການລະບາດຂອງພະຍາດ Covid-19 ທີ່ຜ່ານມາ ປະເທດລາວເຮົາຍັງຄົງມີຍອດຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ ຫຼ້າສຸດໃນຕອນບ່າຍຂອງວັນທີ 26 ມີນາ 2020 ຖະແຫຼງການຈາກ ກະຊວງສາທາລະນະສຸກ  ສ ປປ ລາວເຮົາມີຜູ້ຕິດເຊື້ອເພີ່ມຂຶ້ນ ອີກ 3 ກໍລະນີ ປັດຈຸບັນລວມມີ 6 ຄົນທີ່ຕິດເຊື້ອພະຍາດດັ່ງກ່າວ… ຈາກການກວດວິເຄາະ ຫາເຊື້ອ 33 ກໍລະນີ ແລະ ພົບວ່າຕິດເຊື້ອ 3 ກໍລະນີ : 2 ກໍລະນີ ແມ່ນມາຈາກ ແຂວງຫຼວງພະບາງ ແລະ ສໍາພັດໃຫກ້ຊິດ ກັບ ກໍລະນີຜູ້ນໍາທ່ຽວ ກໍລະນີທີ 1 ເພດຊາຍ ອາຍຸ 42 ປີ ຢູ່ບ້ານ ປ່ອງຄໍາ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເປັນຄົນຂັບລົດໃຫ້ແກ່ ກຸ່ມທົວ ກໍລະນີທີ  2 …

Read More »