Breaking News

Uncategorized

ດວງປະຈຳວັນທີ 2 ກັນຍາ 2020

ມື້ນີ້ແອັດມິນ ນຳເອົາດວງທາງດ້ານວຽກງານ, ການເງິນ ແລະ ຄວາມຮັກ ມາໃຫ້ທຸກຄົນເບິ່ງ ມີຄົບທຸກວັນເກີດຕັ້ງແຕ່ ວັນຈັນ-ວັນອາທິດ ມາເບິ່ງນຳກັນວ່າດວງຂອງວັນທີ 2 ກັນຍາ ປີ 2020 ດວງແຕ່ລະຄົນຈະເປັນແນວໃດ ດວງສຳລັບຄົນເກີດວັນອາທິດ ວຽກງານ: ຈະພົບອຸປະສັກ ຫຼືມີບັນຫາທາງດ້ານ ທຸລະກິດ ການເງິນ:​ ຢູ່ໃນເກນໝັ້ນຄົງ ບໍ່ມີຄວວາມກັງວົນໃຈເລື່ອງເງິນ ຄວາມຮັກ: ຈະພົບກັບຄົນລັກສະນະໃຈດີ ແລະ ມີສະເໜ່ທີ່ສຸດ ດວງສຳລັບຄົນເກີດວັນຈັນ ວຽກງານ: ມີຂໍ້ຕົກລົງທີ່ດີຮ່ວມກັນໃນການເຮັດທຸລະກິດ ການເງິນ:​ ບໍ່ທັນມີຄວາມເດືອດຮ້ອນ,​ ເງິນທີ່ທ້ອນສະສົມມາມີພຽງພໍສຳລັບການໃຊ້ຈ່າຍ ຄວາມຮັກ: ເກີດມີບັນຫາດ້ານຄວາມສຳພັນລະຫວ່າວທ່ານກັບລາວ ເນື່ອງຈາກຄວາມໃຈຮ້ອນ,​ ງຸດຫງິດງ່າຍ ດວງສຳລັບຄົນເກີດວັນອັງຄານ ວຽກງານ: ອາດເກີດການປ່ຽນແປງທາງດ້ານວຽກງານເຊັ່ນ: ການຍ້າຍໜ້າທີ່ຕຳແໜ່ງ ຫຼືໜ້າທີ່ວຽກງານ ການເງິນ:​ ຕ້ອງລະວັງເພາະອາດຈະມີເລື່ອງທີ່ເຮັດໃຫ້ທ່ານເສຍເງິນແບບບໍ່ຄາດຄິດ ຄວາມຮັກ: ຫາກມີການເດີນທາງໄກ ມີໂອກາດທີ່ທ່ານຈະໄດ້ພົບກັບຄົນຮັກໃໝ່ ດວງສຳລັບຄົນເກີດວັນພຸດ ວຽກງານ: ການເຮັດທຸລະກິດຈະປະສົບຜົນສົມເລັດ ແລະ ໄດ້ກຳໄລດີ ບໍ່ວ່າຈະດ້ານໃດ ການເງິນ:​ ຈະໄດ້ເງິນເຂົ້າມາຈຳນວນຫຼາຍດ້ວຍຄວາມສາມາດຂອງຕົນເອງ ຄວາມຮັກ: ໃຫ້ລະວັງການໃຊ້ຄຳເວົ້າທີ່ຮຸນແຮງ ຫຼືຄຳເວົ້າສຽດສີ ເພາະອາດຈະເຮັດໃຫ້ຄວາມສຳພັນຂອງທ່ານມີບັນຫາ. ດວງສຳລັບຄົນເກີດວັນພະຫັດ ວຽກງານ: ການເຮັດທຸລະກິດ ດ້ານການຄ້າຈະໄດ້ຮັບຜົນກຳໄລດີ ການເງິນ:​ ຄອບຄົວຈະອຸປະຖໍາດ້ານການເງິນ …

Read More »

ສຸດອາໄລ!!! ອ້ອຍ ການຈະນາ ອະດີດນາງເອກ ແລະ ດາຣາຊື່ດັງປະເທດໄທ ຈາກໄປຢ່າງກະທັນຫັນດ້ວຍໄວ 61 ປີ…

ຜູ້ສື່ຂາວ ປະເທດໄທ ອອກຂ່າວວ່າໄດ້ຮັບແຈ້ງການຈາກຄົນໃກ້ຊິດ ແມ່ອ້ອຍ ຫຼື ການຈະນາ ຈິນດາວັດ ອະດີດນາງເອກຊື່ດັງ ເສຍຊີວິດລົງຢ່າງກະທັນຫັນໃນໄວ 61 ປີ (ວັນທີ 27 ສິງຫາ 2020) ທີ່ໂຮງໝໍ ດ້ວຍພະຍາດ ຫົວໃຈ… ທາງດ້ານລູກສາວ ນ້ອງເພງ ຫຼື ກະວິດາ ຈິນດາວັດ ແລະ ຄອບຄົວແມ່ນຍັງບໍ່ພ້ອມເປີດເຜີຍເຖິງຂໍູ້ນໃດໆ ຕໍ່ສື່ມວນຊົນເຖິງກໍລະນີການຈາກໄປຂອງແມ່ ທັງນີ້ ຈະແຈ້ງລາຍລະອຽດພິທີການທາງສາລະໜາໃຫ້ຮູ້ພາຍຫຼັງ… ສໍາລັບ ແມ່ອ້ອຍ ການຈະນາ ອະດີດນາງເອກຊື່ດັງມີຜົນງານການສະແດງເລີ່ມຕົ້ນຕັ້ງແຕ່ປິ 1981 ໂດຍສະແດງຮູບເງົາມາແລ້ວຫຼາກຫຼາຍ ລວມທັງປັດຈຸບັນເຮົາກໍຍັງຄົງເຫັນຜົນງານຂອງແມ່ອ້ອຍຜ່ານໜ້າຈໍຢູ່ສະເໝີ!!! ແນວໃດ ແອັດມິ້ນ ຂວັນໃຈ ແລະ ແຟນຄຣັບຊາວລາວ ກໍຂໍສະແດງຄວາມເສຍໃຈກັບທາງຄອບຄົວ ແລະ ວົງການບັນເທີງໄທ ທີ່ໄດ້ສູນເສຍບຸກຄົນສໍາຄັນ ແລະ ມີຄວາມສາມາດໄປ!!! ຮຽບຮຽງໂດຍ: Kuanjai Magazine ສົນໃຈລົງໂຄສະນາ …

Read More »

ແຟນຄຣັບລຸ້ນ!! ພີເຈ ນຸຖາ ຫວນຄືນສູ່ວົງານອີກຄັ້ງ ຫຼັງຫ່າງຫາຍໄປດົນເປັນປີ…

ໃນວົງການ MC ພິທີກອນ ຄົງບໍ່ມີໃຜບໍ່ຮູ້ຈັກ PJ ນຸຖາ ພິທີກອນສາວງາມທີ່ຫຼາກຫຼາຍຄວາມສາມາດ ແລະ ຢູ່ຄູ່ວົງການບັນເທີງລາວມາດົນ!! ແຕ່ຊ່ວງ 2 ປີກ່ອນ ສາວນຸຖາ ໄດ້ອອກມາປະກາດວ່າ ຕົນໄດ້ຜັນຕົວເອງອອກຈາກວົງການບັນເທີງແລ້ວ ພ້ອມມາກັບກະແສດຣາມ່າທີ່ຄ້ອນຂ້າງເປັນກະແສ ເຊິ່ງເປັນທີ່ເວົ້າເຖິງຫຼາຍທີ່ສຸດໃນຊ່ວງນັ້ນ ພ້ອມທັງຫາຍໜ້າຫາຍຕາໄປຈາກວົງການໄປ… ແຕ່ເມື່ອບໍ່ດົນມານີ້ ນຸຖາ ກໍໄດ້ອອກມາເຄື່ອນໄຫວໃນເຟສບຸກອີກຄັ້ງ ຈົນແຟນຄຣັບຫຼາຍຄົນລຸ້ນວ່າ ພິທີກອນສາວຄົນນີ້ຈະຫວນຄືນມາສູ່ວົງການອີກຄັ້ງ ຫຼືບໍ່? ແນວໃດກໍລຸ້ນກັນຕໍ່ໄປເນາະ!!! ຮຽບຮຽງໂດຍ: Kuanjai Magazine ຮູບພາບຈາກ: Pj Nutha ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ທັນວາເຮັດແບບນີ້ຂໍແຕ່ງງານ ຫຼືບໍ່!!! ທັນວາ-ກຣີນ ນັກສະແດງຊື່ດັງປະເທດໄທ….

ສຶກສາເບິ່ງໃຈກັນມາເກືອບ 5 ປີແລ້ວ ສໍາລັບຄວາມຮັກຂອງຄູ່ຫວານຂອງພະເອກໜຸ່ມ ທັນວາ ສຸລິຍະຈັກ (ໜຸ່ມສັນຊາດລາວ ເຊື້ອສາຍໄທ-ຫວຽດນາມ-ຈີນ ແລະ ຟຣັ່ງ ແຕ່ໄປໂດງດັງຢູ່ທີ່ປະເທດໄທ) ແລະ ນາງເອກສາວໄທ ກຣີນ ອັດສະຖາພອນ ທີ່ຈັບມືກັນຜ່ານເລື່ອງລາວຕ່າງໆ ທັງສຸກ ແລະ ທຸກ ລວມເຖິງການລົງທຶນຮ່ວມຫຸ້ນເປີດຮ້ານອາຫານຍີ່ປຸ່ນທີ່ ຈັງຫວັດຊຽງໃໝ່ ປະເທດໄທ ແລະ ອີກຫຼາຍທຸລະກິດ… ເຊິ່ງກ່ອນໜ້ານີ້ພະເອກໜຸ່ມຂອງເຮົາກໍເຄີຍເວົ້າວ່າ ຄິດເຖິງເລື່ອງແຕ່ງງານແດ່ແລ້ວ ແຕ່ຂໍເກັບເງິນສ້າງຮາກຖານໃຫ້ແນ່ນອນກ່ອນ!!! ຫຼາສຸດ (ວັນທີ 9​ ສິງຫາທີ່ຜ່ານມາ) ໃນ IG ຂອງສາວກຣີນ ໄດ້ລົງຮູບທີ່ຕົວເອງກັບແຟນໜຸ່ມຄວງກັນໄປດິນເນີ່ ແຕ່ງານນີ້ພັດພົບເຊີໄພຣ້ດ້ວຍການທີ່ ໜຸ່ມທັນວາກອບດອກໄມ້ຊໍ້ໃຫຍ່ມາມອບໃຫ້ ພ້ອມແຄັບຊັ່ນລຸ້ນອີກວ່າ ກຣີ໊ດ!! ມາແບບບໍ່ທັນຕັ້ງຕົວ ຂອບໃຈເດີ້ ໃນຂະນະທີ່ທາງຝ່າຍຊາຍກໍໄດ້ລົງຮູບທີ່ຕົວເອງກໍາລັງຄຸກເຄົ່າມອບຊໍ່ດອກໄມ້ພ້ອມລະບຸວ່າ Thank you for everything ເຫັນແບບນີ້ແລ້ວເຮັດໃຫ້ໝູ່ເພື່ອນໃນວົງການແຫ່ເຂົ້າມາຄອມເມັ້ນຮ່ວມນຍິນດີກັນຢ່າງລົ້ນຫຼາມ ແລະ ຍັງຖາມອີກວ່າ ໄດ້ເລິກງາມຍາມດີແຕ່ງມື້ໃດ? …

Read More »

ຄໍາຄິດເຫັນຈາກທາງບ້ານ!!! ປະເດັນຮ້ອນ ຄຣິບປະຈານຄົນຂີ້ລັກ “ມະນຸດທຸກຄົນລ້ວນແລ້ວແຕ່ມີໂອກາດເດີນທາງຜິດ ຄວນໃຫ້ໂອກາດແກ້ໄຂ ບໍ່ສົມຄວນປະຈານ” ພ້ອມຟັງຄໍາຊີ້ແຈງຈາກເຈົ້າຂອງຕະຫຼາດ…

ຈາກກໍລະນີຄລິບທີ່ເຈົ້າໜ້າທີ່ຕະຫຼາດອົດຊີນຳຕົວຍິງໄວກາງຄົນພ້ອມຫ້ອຍປ້າຍຄ້ອງຄໍ “ຄົນຂີ້ລັກ” ແຫ່ອ້ອມຕະຫຼາດ ໄດ້ກາຍເປັນຄລິບທີ່ໂດ່ງດັງ ແລະ ສ້າງຄວາມຮືຮາຕໍ່ຜູ້ທີ່ໄດ້ເບິ່ງຄລິບດັ່ງກ່າວໃນເວລານີ້ ສັງຄົມໄດ້ຕັ້ງຄຳຖາມຕໍ່ການກະທຳດັ່ງກ່າວວ່າເປັນການກະທຳທີ່ສົມຄວນແລ້ວບໍ່? ເຊິ່ງຄົນສ່ວນໃຫຍ່ກໍ່ເບິ່ງວ່າການກະທຳຂອງເຈົ້າໜ້າທີ່ຕະຫຼາດມັນເປັນການກະທໍາເກີນກວ່າເຫດ ຜູ້ກະທຳຜິດຄວນສົ່ງຕົວໃຫ້ເຈົ້າໜ້າທີ່ຕໍາຫຼວດຈັດຕາມດໍາເນີນການຕາມກົດໝາຍ ບໍ່ຄວນນຳຕົວຜູ້ກໍ່ເຫດແຫ່ປະຈານຕໍ່ສາທາລະນະ ເພື່ອສ້າງຄວາມອັບອາຍ. ໃນຂະນະທີ່ສັງຄົມກໍາລັງຕັ້ງຄໍາຖາມກັບເຫດການທີ່ເກີດຂຶ້ນນັ້ນ ທາງເພຈ ຂວັນໃຈ ຂອງພວກເຮົາກໍໄດ້ຮັບບົດຄວາມຈາກທາງບ້ານ ຂໍໃຫ້ແອັດມິ້ນເປັນກະບອກສຽງໃນເລື່ອງດັ່ງວ່າ: ເອື້ອຍຕິດຕາມ ອ່ານ ວາລະສານ ທາງອອນລາຍ ເຫັນວ່າ ມີເນື້ອໃນດີ ເປັນກາງ ແລະ ບໍ່ແຕະຕ້ອງໃຜ ມີຊື່ສງງດີ ແລະ ມີຄົນຕິດຕາມຫລາຍ. ເອື້ອຍ ຢາກຂໍຄວາມຊ່ວຍເຫລືອທາງພວກນ້ອງ ຊ່ວຍເປັນກະບອກສງງ ອອກພາດຫົວຂໍ້ ແມ່ຍິງທີ່ລັກເງິນ ແລະ ຖືກປ້າຫ້ອຍຄໍ ປະຈານ ຕໍ່ຫນ້າມະຫາຊົນ ແລະ ທາງສັງຄົມອອນລາຍ. ເຊິ່ງການກິນທໍາດັ່ງກ່າວ ແມ່ນບໍ່ເຫມາະສົມ… ເພາະວ່າມະນຸດເຮົາທຸກຄົນລ້ວນມີໂອກາດເດີນຜິດເສັ້ນທາງ ແຕ່ກໍມີໂອກາດກັບຕົວກັບໃຈ ກັບມາແກ້ໄຂສິ່ງທີ່ຜິດພາດໃນອາດີດໄດ້ ຫາກພວກເຂົາເຫຼົ່ານັ້ນໄດ້ຮັບໂອກາດຈາກສັງຄົມ ແລະ ບໍ່ຖືກກະທຳໃຫ້ເກີດຄວາມອັບອາຍຈາກສັງຄົມ ຈົນສົ່ງຜົນກະທົບສະພາບຈິດໃຈ ລວມເຖິງກະທົບຕໍ່ການດຳລົງຊີວິດ ແລະ …

Read More »