Breaking News

Uncategorized

ບໍ່ໄດ້ທ້າແຕ່ຢາກໃຫ້ລອງ!! 5 ວິທີປ່ຽນຕົວເອງໃຫ້ກາຍເປັນ “ແມ່ຍິງຄິດບວກ”

ເພາະຊີວິດບໍ່ແມ່ນເລື່ອງງ່າຍ ໃນແຕ່ລະມື້ມີບັນຫາຫຼາຍຢ່າງເຂົ້າມາໃຫ້ແກ້ໄຂ ຄວາມຄຽດສະສົມຈາກຫຼາຍໆເລື່ອງ ເຮັດໃຫ້ເຮົາອາດຈະເປັນຄົນຄິດຫຼາຍ ກັງວົນ ແລະ ສ້າງກໍາແພງໃຫ້ຕົວເອງ ຈົນກາຍເປັນຄົນເບິ່ງໂລກໃນແງ່ລົບໄປໂດຍບໍ່ຮູ້ຕົວ ໃນເມື່ອຮູ້ແບບນີ້ແລ້ວ ວ່າບັນຫາບາງຢ່າງ ເຮົາກໍບໍ່ສາມາດຄວບຄຸມໄດ້ ຊັ້ນລອງປ່ຽນມາເປັນ ແມ່ຍິງຄິດບວກ ເບິ່ງໂລກໃນແງ່ດີກັນດີກວ່າ!!! ເຊິ່ງວ່າຈະເຮັດໄດ້ແນວໃດນັ້ນ ຂວັນໃຈ ມີເຄັດບໍ່ລັບມາຕ້ອນ… 1. ຢ່າມົວແຕ່ໂທດໂຊກສະຕາ ຈື່ໄວວ່າ ທຸກສິ່ງຢ່າງທີ່ເກີດຂຶ້ນ ລ້ວນແຕ່ມີທີ່ໄປທີ່ມາ ມີເຫດ ແລະ ຜົນຢູ່ສະເໝີ ຖ້າມົວແຕ່ໂທດໂຊກສະຕາ ເຈົ້າຈະບໍ່ມີວັນເຫັນທາງແກ້ໄຂໄດ້ ແຕ່ຖ້າເຈົ້າເບິ່ງວ່າບັນຫາ ຫຼືອຸປະສັກທີ່ພົບນັ້ນ ເປັນເລື່ອງທີ່ເກີດຈາກຄວາມບໍ່ຮອບຄອບຂອງເຈົ້າເອງ ຫຼືເກີດຈາກຄົນອື່ນ ເຈົ້າມີເຫດຜົນ ແລະ ຄິດຊອກຫາທາງແກ້ໄຂໄວ້ປັບໃຊ້ໃນຄັ້ງໜ້າ… 2. ຢູ່ກັບປັດຈຸບັນ ຢ່າັງວົນກັບເລື່ອງທີ່ຍັງບໍ່ເກີດ ຫຼາຍຄັ້ງທີ່ເຈົ້າມັກຈະມາຄິດຫຼາຍກັບເລື່ອງທີ່ຍັງບໍ່ເກີດ ຄິດວົນໄປວົນມາວ່າ ສິ່ງທີ່ກໍາລັງຈະເກີດຕ້ອງມີແຕ່ເລື່ອງບໍ່ດີ ທັ້ງໆທີ່ຍັງບໍ່ມີເຫດການໃດໆເກີດຂື້ນເລີຍ ການຢູ່ກັບປັດຈຸບັນຈຶ່ງຈໍາເປັນຫຼາຍ ເຮັດປັດຈຸບັນໃຫ້ດີ ໃຫ້ເຕັມທີ່ ແລ້ວຜົນທີ່ຕາມມາຈະດີເອງ ແລະ ທີ່ສໍາຄັນ ຄວນມີແຜນສໍາຮອງຢູ່ທຸກຄັ້ງ ຈະໄດ້ອຸ່ນໃຈວ່າ ຖ້າເກີດບັນຫາຂຶ້ນມາຈະແກ້ໄຂແນວໃດແດ່… …

Read More »

ທໍາມະຊາດສຸດຟີນ ນາງແບບໜ້າຮັກ!!! ຂໍຈິ້ນໄດ້ບໍ່? ມີ່ມີ່ ສຸດທິດາ-ບາບີ່ ປິຍາມາດ ເຄມີເຂົ້າກັນຈົນຢາກຈິ້ນ…

ກໍາລັງໄດ້ຮັບຄວາມສົນໃຈຫຼາຍສໍາລັບສະຖານທີ່ທ່ອງທ່ຽວທໍາມະຊາດແຫ່ງໃໝ່ໃນລາວຄື ນໍ້າປຽນຢໍລະປາ ທີ່ຫາກໍປ່ອຍທີເຊີໂປຣໂມດອອກມາ (ຍັງບໍໄດ້ເປີດຢ່າງເປັນທາງການ) ກໍເຫັນວ່າປະຊາຊົນຕ່າງໃຫ້ຄວາມສົນໃຈ ສາເຫດໜຶ່ງກໍຍ້ອນກະແສການທ່ອງທ່ຽວທໍາມະຊາດກໍາລັງມາແຮງ ບວກກັບສະແສສົ່ງເສີມການທ່ອງທ່ຽວພາຍໃນປະເທດກໍາລັງໄດ້ຮັບຄວາມນິຍົມ ບວກກັບສະຖານທີ່ດັ່ງກ່າວຢູ່ບໍ່ໄກຈາກຕົວເມືອງ ພໍໄປພໍມາຮອດ (ເມືອງ ປາກງຶ່ມ ນະຄອນຫຼວງ) ແຕ່ທີ່ແອັດເອົາມາເວົ້າໃນມື້ນີ້ບໍ່ແມ່ນຈະມາໂປຣໂມດສະຖານທີ່ທ່ອງທ່ຽວແຕ່ຢ່າງໃດ ເພາະເຖິງບໍ່ໂປຣໂມດເຂົາກໍຮູ້ກັນທົ່ວບ້ານທົ່ວເມືອງແລ້ວ… ແຕ່ມື້ນີ້ຈະມາພາທຸກຄົນຈີ້ນໃນຄວາມໜ້າຮັກຂອງສອງສາວ ມີ່ມີ່ ສຸດທິດາ Miss Laos 2018 ແລະ ບາບີ່ ປິຍາມາດ Miss International Laos 2018 ກັບແຊັດຖ່າຍແບບທີ່ ນໍ້າປຽນຢໍລະປາ ທີ່ເຫັນແລ້ວຮູ້ສຶກວ່າເຄມີເຂົ້າກັນແຮງ ຈົນຢາກຈິ້ນນນພຸ້ນລະ ເຊິ່ງວ່າຈະຈິ້ນຈະຟີນຂະໜາດໃດນັ້ນລອງໄປເບິ່ງນໍາກັນເລີຍ… ແຖມຮູບພາບທໍາມະຊາດງາມໆມາໃຫ້ເບິ່ງພ້ອມ!!! ຮູບພາບຈາກ: Nampienyorlapa B’Bie Piyamarth Soutthida Anousinh 

Read More »

ງາມທັງກາຍ-ໃຈ!! ກາລະແມ ພິທີກອນຊື່ດັງ (ປະເທດໄທ) ເຮັດບຸນໃຫຍ່ບໍລິຈາກຄໍາ 53 ກິໂລ ມູນຄ່າ 94 ລ້ານບາດ ໃຫ້ກັບວັດພຣະທາດພະນົມ…

ເປັນອີກດາຣາ-ນັກສະແດງ-ພິທີກອນທີ່ຫຼາກຫຼາຍຄວາມສາມາດຄົນໜຶ່ງຂອງປະເທດໄທສໍາລັບສາວ ກາລະແມ ພັດສະຣະສິ ເບັນຈະມາດ ພິທີກອນຊື່ດັງປະຈໍາລາຍການ Take Me Out Thailand ແລະ ຜົນງານສະແດງອື່ນໆອີກທີ່ຄົນລາວເຮົາກໍຄົງຈະໄດ້ເຫັນຈົນຄຸ້ນໜ້າຄຸ້ນຕາກັນເປັນຢ່າງດີ… ແຕ່ນອກຈາກວຽກໃນວົງການບັນເທີງລາວ ກາລະແມ ຍັງມີທຸລະກິດສ່ວນຕົວຄື ທຸລະກິດອາຫານເສີມ ທີ່ປັດຈຸບັນກໍາລັງໄປໄດ້ດີ ຂາຍດີແບບຖະຫຼົ່ມຖະລາຍກັນເລີຍກໍວ່າໄດ້!!! ແລະ ເນື່ອງຈາກທຸລະກິດມີຄວາມປະສົບຜົນສໍາເລັດຕາມຄາດການ ນາງກໍເລີຍຖືໂອກາດນີ້ຊວນໝູ່ເພື່ອນ ແລະຍາດພີ່ນ້ອງມາຮ່ວມເຮັດບຸນໃຫຍ່ ໂດຍການບໍລິຈາກ ທອງຄໍາໜັກ 53 ກິໂລ ຕົກເປັນເງິນປະມານ 94 ລ້ານບາດ ຫຼືປະມານ 29.140.000.000 ກີບ… ຈົນເປັນຂ່າວດັງທີ່ຮືຮາກັນຫຼາຍໃນປະເທດໄທ ແຟນຄັບຕ່າງຮ່ວມສະແດງຄວາມຍິນດີ ແລະ ອະນຸໂມທະນາບຸນນໍາ ລວມທັງແຟນຄັບຊາວລາວກໍຂໍຮ່ວມອະນຸໂມທະນາບຸນນໍາ ສາວກາລະແມ ນໍາຫຼາຍເດີ້!!! ຮຽບຮຽງໂດຍ: Kuanjai Magazine

Read More »

ຮ່ວມສົ່ງໃຈເຊຍ!! ແຮນນ່າ ໂຣເຊັ້ນບູມ ສາວລາວ 1 ດຽວເທິງເວທີແຂ່ງຂັນ Girls Group ທີ່ປະເທດໄທ…

ມາຮ່ວມເປັນອີກ 1 ກໍາລັງໃນສົ່ງໄປເຊຍ ສາວນ້ອຍຄົນເກັ່ງ ແຮນນ້າ ໂຣເຊັ້ນບູມ ໄພວັນ ທີ່ເປັນຕົວແທນປະເທດລາວເຂົ້າຮ່ວມແຂ່ງຂັນ ເພື່ອເປັນ Girls Group 4EVE ທີ່ອອກອາກາດທາງສະທີໂທລະພາບຊື່ດັງ Workpoint ປະເທດໄທ… ສໍາລັບ ແຮນນ່າ ໂຣເຊັນບຣູມ ແມ່ນມີຕໍາແໜ່ງເປັນ ຮອງອັນດັບ 2 Miss Teen Laos 2019 ແລະ ເປັນຕົວແທນປະເທດລາວໄປປະກວດເທິງເວທີລະດັບສາກົນຄື Miss Asia Global 2019 ທີ່ຈັດຂຶ້ນຢູ່ທີ່ປະເທດອິນເດຍ ລະໄດ້ຮັບລາງວັນຄື ນາງງາມ ຂວັນໃຈ Social Media ມາຄອງເປັນຄັ້ງປະຫວັດສາດຂອງປະເທດລາວເຮົາ… ນອກຈານັ້ນ ແຮນນ້າ ຍັງມີຄວາມສາມາດດ້ານການຮ້ອງເພງ ເພາະເລີ່ມເຂົ້າວົງການມາດ້ວຍການປະກວດຮ້ອງເພງນັ້ນເອງ; ດ້ານວຽກການສະແດງກໍບໍ່ໄດ້ໜ້ອຍໜ້າເພາະຈະເຫັນຜົນງານຂອງນາງຢ່າງຫຼວງຫຼາຍ… ຖືວ່າເປັນເດັກນ້ອຍລຸ້ນໃໝ່ທີ່ມີຄຸນນະພາບທາງດ້ານຄວາມສາມາດ ແລະ ໜ້າຕາອີ່ຫຼີສໍາລັບສາວນ້ອຍຄົນນີ້… ແນວໃດກໍຂໍເປັນກໍາລັງໃຈໃຫ້ນ້ອງຈົ່ງໄປໃຫ້ເຖິງຝັນເດີ້!!! MV ທຳອິດຂອງສາວໆທັງ 20 …

Read More »

ຈີນປະກາດເຕືອນໄພ!! ເຝົ້າລະວັງກາລະໂລກ ພະຍາດດໍາ ທີ່ເຄີຍຂ້າຊີວິດມະນຸດມາແລ້ວ 25 ລ້ານຄົນໃນອະດີດ…

ສໍານັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫຼວງປັກກິ່ງ ຂອງຈີນ ໃນວັນທີ 06/07/2020 ນີ້ວ່າ ຄະນະກໍາມາທິການ ປະຈໍາເມືອງ ບາຍັນ ໃນເຂດປົກຄອງ Inner Mongolia ຂອງ ສປ ຈີນ ປະກາດເຕືອນໄພດ້ານສາທາລະນະສຸກ ຂຶ້ນເປັນລະດັບ 3 ກ່ຽວກັບເຊື້ອໂລກ ກາລະໂລກ (ພະຍາດດໍາ) Bubonic Plague ຊຶ່ງເກີດຈາກ ສັດຊະນິດມີແຂ້ວ ໂດຍແນະນໍາ ໃຫ້ປະຊາຊົນຜູ້ມີອາການໄຂ້ ແບບບໍ່ຮູ້ສາເຫດ ໃຫ້ຟ້າວແຈ້ງຕໍ່ສາທາລະນະສຸກ ປະຈໍາຊຸມຊົນ ໂດຍດ່ວນ. ນັບຕັ້ງແຕ່ເດືອນພະຈິກ 2019 ຈົນເຖິງປະຈຸບັນ ມີຜູ້ປ່ວຍຈາກໂລກນີ້ ຢູ່ເຂດນີ້ ທັງໝົດ 4 ຄົນແລ້ວ. ພະຍາດດໍາ ເປັນໂລກຕິດເຊື້ອແບັກທີເຣຍ ທີ່ແຜ່ຈາກສັດສູ່ຄົນ ຜ່ານລະອອງຝອຍ ຂະໜາດນ້ອຍ ເຊັ່ນ: ໄອ ຈາມ ແລະ ການສໍາຜັດ. ສາມາດເກີດຂຶ້ນໄດ້ກັບ …

Read More »