Breaking News

Uncategorized

ຊິບປີ້ ສິຣິນທອນ ຖືກບູລີ່ໜັກ!!!

ຖືກບູລີ່ໜັກ ສຳຫຼັບ ສາວ ຊິບປີ້ ສິຣິນທອນ ນັກສະແດງ-ດາລາ ໄທ ທີ່ເຄີຍມີຜົນງານສະແດງລະຄອນຫຼາຍເລື່ອງ ໂດຍຊິບປີ້ ໄດ້ຮັບບົດເປັນນາງເອກອອກອາກາດທາງໂທລະພາບຊ່ອງ 3. ຫຼ້າສຸດ ຊິບປີ້ ໄດ້ອອກລາຍການຕີທ້າຍຄົວ ທີ່ເປັນລາຍການໃຫ້ແຟນຄຣັບໄດ້ສ່ອງເບິ່ງເຮືອນຂອງດາລາທຸກມຸມ,​ ກໍເຮັດໃຫ້ຫຼາຍຄົນຕົກໃຈເມື່ອເຫັນວ່ານັກສະແດງສາວມີຮູບຮ່າງຕຸ້ຍຂຶ້ນ ແລະ ພາກັນຄອມເມັ້ນວ່າ ຕຸ້ຍຂຶ້ນບໍ?, ເບິ່ງມີນໍ້າມີນວນຂຶ້ນ, ບາງຄົນກໍເວົ້າແຮງວ່າຄືຄົນກຳລັງຖືພາ. ແຕ່ກໍມີແຟນຄຣັບອີກກຸ່ມມາຕອບກັບດ້ວຍຄຳເວົ້າປະມານວ່າ: ບໍ່ຄວນບູລີ່ຫຸ່ນ,​ ຮູບຮ່າງ ແລະ ໜ້າຕາ ຂອງຄົນອື່ນ ບໍ່ວ່າເຂົາຈະເປັນໃຜກໍຕາມ ແລະ ກໍມີຄົນທີ່ເປີິດເຜີຍອີກວ່າ ການທີ່ນັກສະແດງສາວມີຮູບຮ່າງຕຸ້ຍຂຶ້ນນັ້ນ ອາດຈະເປັນຍ້ອນຜົນຈາກການກິນຢາໂຣກຊຶມເສົ້າ ທີ່ເຈົ້າໂຕກຳລັງເປັນຢູ່ໃນຕອນນີ້. ຂໍ້ມູນ: https://www.posttoday.com/ent/news/632551 ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ກຳລັງມາແຮງ! ຜົນງານເພງໃໝ່ “ພໍ່ແມ່ອ້າຍຖາມຫາ”

ຜົນງານເພງ “ພໍ່ແມ່ອ້າຍຖາມຫາ” ທີ່ໄດ້ລວມເອົາສິລະປິນທີ່ມີຜົນງານເພງດັງຜ່ານມາ ເຊັ່ນ: “ຢາກເປັນລູກເຂີຍ” ແລະ “ໃສ່ໃຈໄດ້ແຕ່ມອງ”. ການຮວມໂຕຂອງນັກຮ້ອງ, ໂສພະນາ, ກູດ, ເຈມ Uno ແລະ ບິກໃຫຍ່ (ແບກຶ) ທີ່ຫຼາຍຄົນລຸ້ນກັນວ່າເພງດັ່ງກ່າວຈະຮອດ 100 ລ້ານວິວ ຫຼືບໍ? ເຊິ່ງເພງ “ພໍ່ແມ່ອ້າຍຖາມຫາ” ເວົ້າເຖິງ MV ເພງແມ່ນໄດ້ນາງເອກມາຈາກເພງ ຢາກເປັນລູກເຂີຍ ນັ້ນກໍຄືສາວວົງ ເຊິ່ງມາພ້ອມກັບຄວາມງາມແບບໄທບ້ານ, ໜຸ່ມໆທັງ 4 ຄົນ ໂສພະນາ, ກູດ, ເຈມ Uno ແລະ ບິກໃຫຍ່ (ແບກຶ) ກໍຈັດໜັກຈັກເຕັມທັງທ່າທາງ, ນໍ້າສຽງ ປະກອບກັບພາບທຳມະຊາດອັນງົດງາມ ເຮັດໃຫ້ MV ເພງນີ້ໂດດເດັ່ນຂຶ້ນ, ສ່ວນເນື້ອໃນ MV ກໍຖືກໃຈໄວລຸ້ນໄປເຕັມໆ ພ້ອມທັງມີຈັງຫວະໃຫ້ໄດ້ລຸກເຕັ້ນນຳອີກ. ປັດຈຸບັນ, ຍອດວິວຂອງເພງ “ພໍ່ແມ່ອ້າຍຖາມຫາ” …

Read More »

ແມ່ຍິງຍຸກໃໝ່ຕ້ອງຮູ້!!! ການສ້າງທັກສະ ສື່ສານແບບ SMALL TALK

ການສື່ສານເປັນສິ່ງສຳຄັນຫຼາຍ ບໍ່ວ່າຈະຢູ່ໃນສະຖານະການໃດ ຫຼືວຽກໃດຂະແໜງໃດກໍຕາມ ເພາະສິ່ງດັ່ງກ່າວ ເປັນການເຊື່ອມໂຍງຄວາມເຂົ້າໃຈ ແລະ ສ້າງຄວາມສຳພັນອັນດີຕໍ່ເພື່ອນຮ່ວມງານ. ການໂອ້ລົມສົນທະນາມີການນໍາໃຊ້ທັງຍິງ-ຊາຍ ແຕ່ປັດຈຸບັນແມ່ຍິງຍຸກໃໝ່ສ່ວນຫຼາຍເປັນພະນັກງານຫ້ອງການ ສະນັ້ນ, ຕ້ອງຮູ້ຈັກປະສານວຽກງານໃຫ້ຄ່ອງແຄ້ວເປັນຕົ້ນ. ວິທີການສື່ສານແບບ SMALL TALK ເປັນການສົນທະນາສັ້ນໆ ຫຼືການສື່ສານເບື້ອງຕົ້ນ ທີ່ສາມາດສ້າງສາຍພົວພັນໄດ້ດີ ເຊິ່ງມີຕົວຢ່າງທີ່ງ່າຍ ແລະ ໃກ້ຕົວທີ່ສຸດ 5 ຂໍ້ດັ່ງນີ້: 1 ຊວນສົນທະນາເລື່ອງກິດຈະກຳຍາມວ່າງທົ່ວໄປ ການຊວນອີກຝ່າຍສົນທະນາເລື່ອງ ກິດຈະກຳຍາມວ່າງ ເປັນເລື່ອງທີ່ງ່າຍ ແລະ ສຳຄັນທີ່ສຸດເຊັ່ນ: ການຖາມໃນຫົວຂໍ້ກ່ຽວກັບໄປອອກກຳລັງກາຍ, ເບິ່ງໜັງ, ຟັງເພງ ຫຼືໄປຊື້ເຄື່ອງ ເພາະເປັນສິ່ງທີ່ຄົນທົ່ວໄປມັກເຮັດຢູ່ແລ້ວ. ສິ່ງເຫຼົ່ານີ້,​ ເປັນການເພີ່ມທັກສະການສື່ສານ ແລະ ສ້າງມິດຕະພາບໄດ້ຢ່າງ່າຍໆ. 2 ການຊວນລົມເລື່ອງການລົງທຶນ ການລົງທຶນເປັນອີກສິ່ງໜຶ່ງທີ່ພະນັກງານຫ້ອງການນິຍົມຫຼາຍທີ່ສຸດ ໂດຍໝາຍເຖິງ ການຊື້ ຫຼືການຜ່ອນ ປະເພດດິນ, ເຮືອນ ແລະ ລົດ… ໂດຍຈະຕ້ອງເລີ່ມຕົ້ນເຝິກທັກສະການສື່ສານດ້ວຍການຂໍຄວາມຮູ້ ຫຼືຄຳແນະນຳໃນດ້ານການລົງທຶນ,​ …

Read More »

ຄອບຄົວ ພະເອກຊື່ດັງ Hollywood ຕິດໂຄວິດ-19 Mr Dwayne johnson

ເປັນທີ່ຮູ້ກັນດີຢູ່ແລ້ວວ່າ ໂຄວິດ-19 ກຳລັງລະບາດຢ່າງຮຸນແຮງໃນທົ່ວໂລກ ຫຼ້າສຸດ ເດວິດ ດັກລາສ ຈອນສັນ ອາຊີບ ດາລາ ແລະ ນັກສະແດງດັງ Hollywood ພ້ອມທັງເປັນນັກມວຍປໍ້າຂອງ WWE ມີເຊື້ອສາຍຊາມົວ ເຊິ່ງເປັນທີ່ຮູ້ຈັກດີໃນນາມ The Rock ສາຍາຫີນຍ່າງໄດ້. ເດວິດ ໄດ້ແຕ່ງງານກັບ ແດນນີ ກາເຊຍ(Dany Garcia) ແລະ ມີລູກ 2 ຄົນ. ແຕ່ສິ່ງທີ່ໜ້າຕົກໃຈກໍຄື ເຈົ້າຕົວໄດ້ເຜີຍແຜ່ຄຣິບວິດີໂອ ຜ່ານ IG ຂອງຕົວເອງວ່າເຄີຍຕິດເຊື້ອ ໂຄວິດ-19 ປັດຈຸບັນ ແມ່ນດີຂຶ້ນແລ້ວ, ແຕ່ວ່າພັນລະຍາ ແລະ ລູກສາວ 2 ຄົນ ໄດ້ຕິດເຊື້ອນັ້ນອີກຄັ້ງ ຕອນນີ້ພວກເຂົາກຳລັງຢູ່ໃນການປິ່ນປົວ ແລະ ເຮັດຕາມລະບຽບການວາງອອກຂອງເຈົ້າໜ້າທີ່ ແລະ ຂໍຂອບໃຈທຸກແຮງກຳລັງໃຈທີ່ສົ່ງກັນເຂົ້າມາ ຫວັງວ່າພວກເຮົາຈະຜ່ານພົ້ນວິກິດນີ້ໄປໂດຍໄວ. ແຟນຄຣັບແຫ່ກັນສະແດງຄວາມຄິດເຫັນຕໍ່ເລື່ອງດັ່ງກ່າວ ເພາະເປັນທີ່ຕົກໃຈຂອງຫຼາຍຄົນ, …

Read More »

ລອງຊຸດເຈົ້າສາວແລ້ວ ກ້ອຍ ລັດສະວິນ ກຽມໂຕເປັນເຈົ້າສາວປ້າຍແດງ

ກ້ອຍ ລັດຊະວິນ ອາຊີບນັກສະແດງ-ດາລາ ໂດຍມີຜົນງານຫຼາກຫຼາຍໃນວົງການບັນເທີງ ບໍ່ວ່າຈະເປັນການສະແດງລະຄອນ, ຮູບເງົາ, ສະແດງ MV ເພງ ແລະ ອື່ນໆ ເຊິ່ງເປັນແຟນສາວຂອງ ຕູນ ບໍດີສະແລັມ ອາຊີບນັກຮ້ອງ ທີ່ປ່ອຍຜົນງານເພງດັງຫຼາຍເພງ ເຊື່ອວ່າຫຼາຍຄົນຄົງຮູ້ຈັກ ເຊິ່ງກ່ອນໜ້ານີ້ ຕູນ ບໍດີສະແລັມ ໄດ້ມີການ surprise ຂໍກ້ອຍແຕ່ງງານ ເຊິ່ງໄດ້ມີການຖ່າຍຄຣິບວີດີໂອລົງ Social ເຮັດໃຫ້ແຟນຄຣັບ ຂອງທັງສອງຕ່າງກໍຮ່ວມສະແດງຄວາມຍິນດີ ຈົນເປັນກະແສດັງ ເພາະທັງຄູ່ຄົບຫາກັນເປັນເວລາ 10 ປີແລ້ວ ແລະ ເມື່ອບໍ່ດົນມານີ້ພວກເຂົາໄດ້ສະຫຼອງວັນຄົບຮອບ 10 ປີ ທີ່ຄົບກັນ ໃນວັນທີ 1 ກັນຍາ. ຫຼ້າສຸດ ມີຜູ້ໃຊ້ IG Polpatasava ຫຼືເປັນທີ່ຮູ້ຈັກກັນດີຄື ໝູ ວິຊາວາ ເປັນເຖິງ ນັກອອກແບບຊື່ດັງຂອງປະເທດໄທ ຜູ້ທີ່ມີຜົນງານຫຼາກຫຼາຍເຊັ່ນ: ການອອກແບບຊຸດປະຈຳຊາດໃຫ້ແກ່ການປະກວດເວທີນາງງາມ …

Read More »