ໃນປັດຈຸບັນນີ້ແມ່ຍິງເຮົາແມ່ນມີຄວາມຮູ້-ຄວາມສາມາດທີ່ຫຼາກຫຼາຍ ແລະ ຮອບດ້ານທີ່ແຕກຕ່າງກັນໄປ ເຊິ່ງເຮົາຈະສັງເກດເຫັນໄດ້ຈາກຜົນງານ ຫຼືບົດບາດຕ່າງໆທີ່ເກີດຂຶ້ນໃນສັງຄົມ ແລະ ມື້ນີ້ຂວັນໃຈຈະພາແຟນໆມາຮູ້ຈັກກັບແມ່ຍິງຄົນໜຶ່ງທີ່ບໍ່ມີດີພຽງໜ້າຕາແຕ່ເຕັມໄປດ້ວຍຄວາມສາມາດຮອບດ້ານນັ້ນກໍຄື Gal Gadot ດາລາ-ນັກສະແດງ, ນັກສະແດງສາວງາມຈາກ Israel ອາຍຸ 35 ປີ ນັກສະແດງຮູບເງົາເລື່ອງ Wonder Woman ເຊິ່ງໄດ້ຮັບກະແສຕອບຮັບເປັນຢ່າງດີ ເຊື່ອຫຼາຍຄົນອາດຈະຄຸ້ນໜ້າຄຸ້ນຕາສາວງາມຄົນນີ້ ຈາກເລື່ອງ Fast & Furious ໃນຊ່ວງອາຍຸພຽງ 18 ປີ Gal Gadot ສາມາດຍາດຕໍາແຫນ່ງນາງງາມ Israel 2004 ໄປຄອງ ແລະ ໄດ້ເຂົ້າປະກວດເວທີລະດັບໂລກ Miss Universe ປີ 2004 ທີ່ປະເທດເອກົວດໍ ຫລັງຈາກທີ່ຈົບມັດທະຍົມຕອນປາຍ Gal Gadot ໄດ້ຮັບໃຊ້ຊາດໂດຍເປັນທະຫານ 2 ປີ ຢູ່ທີ່ Israel Defense Forces. …
Read More »Uncategorized
ໜ້າຕາຄົນສະແດງ ແລະ ປະຫວັດ ກະຕູນ ເທເລທັບບີສ ມະນຸດຕ່າງດາວໜ້າຮັກ ຂວັນໃຈເດັກນ້ອຍຍຸກ 90
ກາຕູນເລື່ອງ: “ເທເລທັບບີສ” ຄືຊີຣີສຳຫຼັບເດັກນ້ອຍ ເປັນມະນຸດຕ່າງດາວ ມີເປົ້າໝາຍຜູ້ເບິ່ງຢູ່ທີ່ເກນອາຍຸກ່ອນເຂົ້າໂຮງຮຽນ ອອກອາກາດຕັ້ງແຕ່ວັນທີ 31 ມີນາ 1997 ເຖິງ 16 ກຸມພາ 2001. ຜະລິດລາຍການໂດຍຜູ້ອຳນວຍການຝ່າຍສ້າງສັນຂອງ ແຣ໊ກດອລ ໂປດັກຊັ່ນ ແອນ ວູດ ແລະ ແອນດຣູ ດາເວນພອດ ເຊິ່ງເປັນຄົນຂຽນບົນໃຫ້ເທເລທັບບີສທັງໝົດ 365 ຕອນ. ເທເລທັບບີສ ອອກອາກາດໃນໂທລະພາບ ຕັ້ງແຕ່ວັນທີ 6 ເມສາ 1998 ເຖິງ ວັນທີື 15 ມິຖຸນາ 2005 ແລະ ສາຍຊໍ້າອີກຈົນຮອດວັນທີ 29 ສິງຫາ 2008 ຫຼັງຈາກນັ້ນ ຖືກດຶງອອກຈາກຕາຕະລາງການອອກອາກາດ ໂດຍເທເລທັບບີມີຕົວລະຄອນທັງໝົດ 4 ໂຕ ຄື: ທິງກີ້-ວີ້ງກີ່ (ສີມ່ວງ), ດິ໊ບຊີ່ (ສີຂຽວ), …
Read More »14 ຂໍ້ຫ້າມ ບຸນຊ່ວງເຮືອທ່າວັດຈັນ
ເປັນເລື່ອງທີ່ຫຼາຍຄົນໃຫ້ຄວາມສົນໃຈຫຼາຍໃນການຈັດງານບຸນຊ່ວງເຮືອ ເພື່ອສະເຫຼີມສະຫຼອງວັນອອກພັນສາປະວໍລະນາ ເຊິ່ງອຳນາດການປົກຄອງເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ເຊິ່ງເປັນເຈົ້າພາບໃນການຈັດງານ ບຸນຊ່ວງເຮືອ ໄດ້ອອກຂໍ້ຫ້າມ 14 ຂໍ້ໃນງານບຸນຊ່ວງເຮືອ ທີ່ທ່າວັດຈັນ ເນື່ອງໃນໂອກາດບຸນອອກພັນສາ ປະວໍລະນາ ປະຈຳປີ 2020 ຈະຈັດຂຶ້ນລະຫວ່າງວັນທີ 1-3 ຕຸລາ ນີ້. ສຳຫຼັບ 14 ຂໍ້ຫ້າມມີດັ່ງນີ້: 1 ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບ ທີ່ຜິດກົດໝາຍຂອງ ສປປ ລາວ2 ຫ້າມຂາຍ ຫຼື ນໍາເອົາອາວຸດທຸກປະເພດ ລວມທັງ ພ້າ ມີດ ງ້າວ ໜ້າເກັກ ກະກູນສະໜັບມື ໂຄມໄຟລອຍ ແລະ ປະເພດມີຄົມຕ່າງໆ ເຂົ້າໄປໃນງານເດັດຂາດ3 ຫ້າມນຳເອົາຢາເສບຕິດ ທາດເບື່ອ ສານເຄມີທີ່ອອກລິດທາງປະສາດທຸກຊະນິດ ເຂົ້າມາງານເດັດຂາດ, ຫ້າມເອົາສິ່ງທີ່ພາໃຫ້ເກີດສຽງດັງເກີນຂອບເຂດ ບັ້ງກະໂພກເຂົ້າມາຈຸດ ແລະ ວາງຂາຍໃນງານເດັດຂາດ. 4 ຫ້າມນຳເອົາຜະລິດຕະພັນທີ່ລອກແບບສິ້ນລາວ ຫຼື …
Read More »ແນວຄວາມຄິດ ການເປັນແມ່ລ້ຽງດ່ຽວ ຂອງ ແອັບ ທັກສະອອນ
ແອັບ ທັກສະອອນ ດາລາ-ນັກສະແດງ ຂອງໄທ ຜູ້ງາມທັງຮູບຮ່າງໜ້າຕາ ແລະ ກິລິຍາມາລະຍາດ ເຊິ່ງແມ່ແອັບ ຖືກຍົກໃຫ້ເປັນແມ່ລ້ຽງດ່ຽວສຸດ Strong ທີ່ປະຕິບັດໜ້າທີ່ໄດ້ດີຫຼາຍ. ເນື່ອງຈາກວ່າ ແມ່ແອັບ ທັກສະອອນ ເຄີຍແຕ່ງງານ ກັບ ສົງການ ເຕຊະນະຣົງ ຖານະຕະກູນເຈົ້າຂອງກິດຈະການພັນລ້ານ ເຂົາໃຫຍ່ໂບນັນຊ່າ ທັງສອງມີລູກສາວຄົນໜຶ່ງ ຊື່ນ້ອງປີໃໝ່ ແຕ່ເມື່ອປີຜ່ານມາຄວາມຮັກຢຸດສະງັກ ເນື່ອງຈາກຫຼາຍສາເຫດ ທັງສອງເລີຍຕັດສິນໃຈແຍກທາງກັນ ຈຶ່່ງເຮັດໃຫ້ແມ່ແອັບຕັັດສິນໃຈເປັນແມ່ລ້ຽງດ່ຽວ. ແມ່ແອັບ ໄດ້ເວົ້າເຖິງການເປັນລ້ຽງດ່ຽວໃນລາຍການໜຶ່ງວ່າ: ແມ່ລ້ຽງດ່ຽວໝາຍເຖິງຄົນທີ່ລ້ຽງລູກຄົນດຽວ ໂດຍທີ່ບໍ່ມີຄູ່ຄິດ ບໍ່ວ່າຈະຊ່ວຍຄິດ, ຊ່ວຍລ້ຽງ ຫຼືຊ່ວຍເລື່ອງການເງິນ, ການລ້ຽງລູກປະກອບດ້ວຍຫຼາຍຢ່າງບໍ່ສະເພາະແຕ່ເງິນທອງ ແຕ່ເປັນກາງວາງແຜນໃຫ້ລູກນຳອີກ ທັງກາຍທັງຈິດໃຈທັງການເງິນປະກອບນຳກັນ ລູກຕ້ອງຢູ່ໃນຄວາມຮັບຜິດຊອບຂອງເຮົາຄົນດຽວ”. ແມ່ແອັບຍັງເວົ້າອີກວ່າ: “ການເປັນແມ່ລ້ຽງດ່ຽວມັນເປັນຄວາມສຸກທີ່ຢູ່ພາຍໃຕ້ຄວາມກົດດັນເຊັ່ນດຽວກັນ ສິ່ງໃດທີ່ເປັນປະໂຫຍດກັບລູກກໍຈະເຮັດ, ສິ່ງໃດທີ່ລູກມີຄວາມສຸກກໍຈະເຮັດ ແມ່ນຫຍັງທີ່ບໍ່ເປັນປະໂຫຍດ ເສຍເວລາ ເສຍສຸຂະພາບຈິດກໍບໍ່ເຮັດ” ເຊິ່ງນອກຈາກນັ້ນ, ແມ່ແອັບຍັງໄດ້ເວົ້າອີກປະໂຫຍກທີ່ສະແດງເຖິງແມ່ລ້ຽງດ່ຽວທີ່ແທ້ຈິງ ຈົນຫຼາຍຄົນແຫ່ສະແດງຄວາມຄິດເຫັນຄື: “ລູກອາດຈະບໍ່ແມ່ນທັງໝົດໃນຊີວິດແມ່ ແຕ່ຄືສ່ວນທີ່ສຳຄັນທີ່ສຸດມາເປັນອັນດັບໜຶ່ງ”. ຂໍ້ມູນ: …
Read More »ອາລິສ ຫລຸຍ ວອລຕັນ (Alice Louise Walton) ແມ່ຍິງທີ່ຕິດອັນດັບມະຫາເສດຖີທີ່ລວຍສຸດໃນໂລກ
ອາລິສ ຫລຸຍ ວອລຕັນ ເປັນເຈົ້າຂອງຫຸ້ນ Walmart ໂດຍມີຊັບສິນຫຼາຍກວ່າ 11 ພັນລ້ານໂດລາສະຫະລັດ ໃນປີ 2016, ຫຼ້າສຸດ ໃນເດືອນ ກັນຍາ 2020 ວອລຕັນ ມີມູນຄ່າຊັບສິນທັງໝົດ 68,8 ພັນລ້ານໂດລາສະຫະລັດ ທີ່ເຮັດໃຫ້ລາວຕິດອັນດັບທີ ອັນດັບທີ 9 ບຸກຄົນທີ່ລວຍທີ່ສຸດໃນໂລກ ແລະ ກາຍເປັນຜູ້ຍິງລວຍທີ່ສຸດໃນໂລກ. ວອລຕັນ ເປັນຄົນສະຫະລັດອາເມລິກາ ເກີດວັນທີ 7 ພະຈິກ 1949 ປັດຈຸບັນ ອາຍຸ 70 ປີ, ຈົບຈາກມະຫາວິທະຍາໄລ Trinity ໃນ San Antonio, Texas, ໃນຄະນະວິຊາເສດຖະສາດ. ວອລຕັນແມ່ນຄົນທຳອິດ ທີ່ເປັນປະທານສະພາ ເຂດຕາເວັນຕົກສຽງເໜືອຂອງ Arkansas ແລະ ມີບົດບາດ ສຳຄັນໃນການພັດທະນາສະໜາມບິນຂອງພາກພື້ນ ຕາເວັນຕົກສຽງເໜືອ Arkansas. …
Read More »