ສືບທອດຕາມຮອຍປູ່ຍ່າຕາຍາຍ ແລະ ຮ່ວມຮັກສາວັດທະນະທໍາລາວ ມື້ນີ້ຂວັນໃຈຈະພາທຸກຄົນໄປເບິ່ງພາບບັນຍາກາດການເດີນແບບຂອງສະມາຄົມນັກທຸລະກິດແມ່ຍິງ (ສທຍ) ໂດຍຈັດຂຶ້ນທີ່ງານມະຫາກຳສີມື ຫັດຖະກຳລາວ ທີ່ສູນການຄ້າລາວ-ໄອເຕັກ ໃນວັນທີ 13 ຕຸລາ 2020 ທີ່ຜ່ານມາ. ໂດຍການເປັນປະທານຂອງທ່ານ ຈັນທະຈອນ ວົງໄຊ ປະທານ ສທຍ, ມີບັນດາສະມາຊິກນັກທຸລະກິດແມ່ຍິງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ການຈັດງານໃນຄັ້ງນີ້ ເພື່ອເປັນການສົ່ງເສີມວັດທະນະທໍາ, ສີມືຫັດຖະກຳລາວ ທີ່ສືບທອດກັນມາແຕ່ດົນນານ ພ້ອມທັງສົ່ງເສີມຜະລິດຕະພັນລາວເພື່ອຮັກສາພູມປັນຍາຂອງຄົນລາວໃຫ້ຍືນຍົງຕະຫຼອດໄປ. ເຊິ່ງພາຍໃນງານມີຜູ້ຮ່ວມເດີນແບບມາຈາກຫຼາຍພາກສ່ວນ ໂດຍແຕ່ລະຄົນຈະສວມໃສ່ຊຸດແຕ່ລະຊົນເຜົ່າທີ່ແຕກຕ່າງກັນ ທີ່ສະແດງໃຫ້ເຫັນເຖິງເອກະລັກ, ວັດທະນະທໍາຂອງຄວາມເປັນລາວ. ເຮົາມາເບິ່ງນໍາກັນວ່າແຕ່ລະຊຸດຈະໂດດເດັ່ນ ແລະ ງົດງາມຫຼາຍປານໃດ !!! ເຮົາໄປເບິ່ງນໍາກັນເລີຍ… ເວົ້າໄດ້ເລີຍວ່າ ແຕ່ລະຊຸດແມ່ນມີຄວາມງາມ ແລະ ຄວາມໂດດເດັ່ນທີ່ເປັນເອກະລັກຂອງແຕ່ລະຊົນເຜົ່າທີ່ແຕກຕ່າງກັນ.
Read More »Uncategorized
ເສດຖີອາຍຸນ້ອຍທີ່ສຸດໃນໂລກ ສາວນ້ອຍຜູ້ສ້າງລາຍຮັບກວ່າ 50 ຕື້ກີບ ຈາກTikTok
ໃນຍຸກ 5 ຈີ ເປັນຍຸກແຫ່ງເຕັກໂນໂລຊີທີ່ບໍ່ມີພົມແດນທຸກໆຄົນສາມາດເຂົ້າເຖິງກັນໄດ້ ພຽງແຕ່ມີອິນເຕີເນັດທຸກຢ່າງກໍສາມາດເກີດຂຶ້ນໄດ້ ຈາກໂລກໜ່ວຍບັກໃຫຍ່ໆກໍກາຍເປັນນ້ອຍລົງ ບໍ່ວ່າເຮົາຢູ່ມຸມໃດຂອງໂລກກໍຫຼຽວເຫັນກັນໄດ້ ຈາກຄົນບໍ່ເຄີຍຮູ້ຈັກກໍກາຍເປັນຮູ້ຈັກ. ເອີ້ນໄດ້ວ່າເປັນການພັດທະນາໃຫມ່ທີ່ດີ ລວມໄປເຖິງການສັ່ງເຄື່ອງທາງໂລກອອນລາຍ ພຽງແຕ່ໃຊ້ປາຍນີ້ວຈີ້ມທີ່ຈໍກໍໄດ້ໃນສິ່ງທີ່ຕ້ອງການແລ້ວ ເຮັດໃຫ້ແມ່ຄ້າ-ພໍ່ຄ້າທັງຫຼາຍພາກັນຫັນມາສ້າງການຄ້າທາງອອນລາຍຫຼາຍຂຶ້ນທຸກມື້ ເຊິ່ງມັນສາມາດສ້າງລາຍໄດ້ ແລະ ຫຼາຍຄົນກໍກາຍເປັນເສດຖີໄປແລ້ວ!! ມື້ນີ້ຂວັນໃຈຈະພາມາຮູ້ຈັກສາວນ້ອຍຄົນໜຶ່ງທີ່ຫລີ້ນTikTok ຈົນລວຍ! ແມ່ນແລ້ວອ່ານບໍ່ຜິດ TikTok ຈົນລວຍ ເຊິ່ງລາວເຮັດແນວໃດນັ້ນ ໄປອ່ານນໍາກັນເລີຍ!! Addison Rae Easterling ເປັນຄົນ American ເກີດປີ 2000 ປັດຈຸບັນອາຍຸ 20 ປີ ເປັນເຊເລບທີ່ມີຜູ້ຕິດຕາມເຖິງ 63 ລ້ານຄົນ ໃນຄະນະທີ່ເປັນນັກສຶກສາຢູ່ປີ 1 ທີ່ມະຫາວິທະຍາໄລຫຼຸຍເຊຍນ່າ. Rae ເປັນສາວນ້ອຍທີ່ເຕີບໃຫຍ່ມາກັບການເຕັ້ນ ແລະ ເປັນອີກຄົນໜຶ່ງທີ່ມັກຫຼີ້ນແອັບ TikTok ເປັນຊີວິດຈິດໃຈ ແລະ ມີຄົນຕິດຕາມຫຼາຍເປັນອັນດັບຕົ້ນໆຂອງໂລກ ປັດຈຸບັນນີ້ Rae ມີລາຍໄດ້ຈາກຊ່ອງທາງຕ່າງສູງເຖິງປີລະກວ່າ 5 …
Read More »7 ອາຫານບໍາລຸງສະໝອງ ຮັກສາອາການຫຼົງໆລືມໆ
ປັດຈຸບັນນີ້ໄພຮ້າຍຕໍ່ຮ່າງກາຍຄົນເຮົາກໍມີມາໃນຫຼາກຫຼາຍຮູບແບບ ໂດຍສະເພາະແມ່ນໄວໝຸ່ມທີ່ຮຽນໜັກ ຫຼືເຮັດວຽກຫຼາຍທີ່ພັກຜ່ອນບໍ່ພຽງພໍ ເຮັດໃຫ້ຮ່າງການຊຸດໂຊມ, ສະໝອງອ່ອນເພຍ ເຊິ່ງເປັນສາເຫດຂອງອາການຄວາມຈໍາສັ້ນຂີ້ຫຼົງຂີ້ລືມ, ປໍ້າໆເປີະໆ, ເຮັດອັນນັ້ນເສຍຊອກອັນນີ້ບໍ່ເຫັນ, ວາງເຄື່ງໄວບ່ອນໜຶ່ງພັດໄປຊອກຢູ່ບ່ອນໜຶ່ງ, ບາງເທື່ອລືມຮອດກະແຈເຂົ້າຫ້ອງເດືອດຮ້ອນໄດ້ທັບແລ້ວຊື້ໃຫມ່ ໃຜທີ່ກໍາລັງເມື່ອຍເບື່ອໜ່າຍກັບບັນຫາຫຼົງໆລືມໆເຫຼົ່ານີ້ ຂວັນໃຈມີວິທີງ່າຍໆມາແນະນໍາ ນັ້ນຄື ການກິນ 7 ພືດອາຫານ ທີ່ມີສ່ວນຊ່ວຍໃນເລື່ອງຄວາມຈໍາ,ບໍາລຸງສະໝອງໃຫ້ເຮັດວຽກໄດ້ເຕັມທີ່ ບໍ່ຫຼົງບໍ່ລືມອີກຕໍ່ໄປ ໄປອ່ານນໍາກັນເລີຍ!! ໝາກເລັ່ນ ເປັນໜຶ່ງໃນໝາກໄມ້ທີ່ໄດ້ຮັບຄວາມນິຍົມ ທີ່ມີຄົນກິນຫຼາຍທີ່ສຸດໃນໂລກ ນອກຈາກລົດຊາດດີແລ້ວຍັງອຸດົມໄປດ້ວຍປະໂຫຍດຫຼາກຫຼາຍຢ່າງ ບໍ່ວ່າຈະເປັນ ວິຕາມິນຊີ, ວິຕາມິນເອ, ວິຕາມິນເຄ, ທາດແຄວຊຽມ, ທາດຟອສຟໍຣັສ, ທາດເຫຼັກ ແລະ ອື່ນໆ….ເຊິ່ງໝາກເລັ່ນຍັງອັດແໜ້ນດ້ວຍສານໄລໂຄປີນເຊິງມີສ່ວນຊ່ວຍປັບອະນຸມູນອິດສະຫຼະໃນລອດເລືອດ ຊ່ວຍໃຫ້ເລືອດສະອາດ ເມື່ອສະໝອງໄດ້ຮັບອາຫານທີ່ມີຄຸນນະພາບດີ ສະໝອງກໍສາມາດເຮັດວຽກໄດ້ຢ່າງເຕັມທີ່ຫຼາຍຂຶ້ນ. ແກ່ນໝາກອຶ ການກິນແກ່ນໝາກອຶມື້ລະ 1 ກໍາມື ແມ່ນຈະຊ່ວຍໃຫ້ຄວາມຈຳດີຂຶ້ນ ຍ້ອນວ່າແກ່ນໝາກອຶອຸດົມໄປດ້ວຍທາດສັງກະສີທີ່ຊ່ວຍເລື່ອງຄວາມຈໍາຂອງມະນຸດ, ຊ່ວຍບໍາລຸງສະໝອງໃຫ້ເຮັດວຽກໄດ້ດີຂຶ້ນ ນອກຈາກນີ້ແກ່ນໝາກອຶຍັງມີສານອາຫານທີ່ຈໍາເປັນຕໍ່ຮ່າງກາຍຫຼາຍຢ່າງ ເຊັ່ນວ່າ ຟອສຟໍຣັສ, ແມງການີສ, ທາດທອງແດງ, ທາດສັງກະສີ, ທາດແມກນີຊຽມ, ທາດເຫຼັກ, …
Read More »ນາຍົກເຢຍລະມັນໃຊ້ຊີວິດງ່າຍໆແບບປະຊາຊົນຄົນທົ່ວໄປ
ແອັງເຈີລາ ດໍຣາເທຍ ແມເຄີລ (Angela Dorothea Merkel) ນາຍົກລັດຖະມົນຕີເຢຍລະມັນ ແລະ ເປັນຜູ້ຍິງທີ່ມີອິດທິພົນສູງສຸດຂອງໂລກ ຫຼືທີ່ຮູ້ຈັກກັນໃນນາມ “ຜູ້ນໍາແຫ່ງໂລກເສລີ” ເປັນກະແສທີ່ໂດ່ງດັງໃນໂລກອອນລາຍ ໃນເອີຣົບ ເມື່ອມີຄົນຖ່າຍຮູບ ທ່ານນາຍົກຍິງແຫ່ງປະເທດເຢຍລະມັນ ທ່ານ ນາງ Angela Dorothea Merke ອອກໄປຊື້ອາຫານການກິນແບບປະຊາຊົນຄົນທໍາມະດາທົ່ວໄປ ໂດຍທີ່ບໍ່ມີເຈົ້າໜ້າທີ່ປ້ອງກັນຮັກສາ ແລະ ຜູ້ທີ່ພາໄປກໍເປັນພຽງຍາມຄົນທໍາມະດາເທົ່ານັ້ນເອງ. ເປັນພາບທີ່ເຫັນແລ້ວກໍໜ້າປະທັບໃຈແທ້ໆ ສົມເປັນແມ່ຍິງຂວັນໃຈຂອງຊາວໂລກອີ່ຫລີ!! ຂອບໃຈຂໍ້ມູນຈາກ: Lao Youth Radio Lao Youth Radio FM 90.0 Mhz
Read More »ແນະ 5 ກົນລະຍຸດທາງລັດລົງ “ຄານ” ໃຜຢາກຖີ້ມຄວາມໂສດ ລອງໄດ້!!
ໂສດມາດົນຢາກມີຄວາມຮັກເຮັດແນວໃດດີ? ຫຼາຍໆຄົນອາດມີສາເຫດຂອງການບໍ່ຍ້ອມມີແຟນທີ່ທີ່ແຕກຕ່ງກັນໄປ ເຊິງມັນອາດຈະມາຈາກຫຼາກຫຼາຍປັດໃຈ ເຊັ່ນວ່າ ຍັງບໍ່ພ້ອມມີຄວາມຮັກ, ຍັງເຂັດຫຼາບຈາກຄວາມຮັກເກົ່າໃນອາດິດ, ຍັງບໍ່ທັນມີໃຜທີ່ເຂົ້າຕາ ຫຼືມີແລ້ວແຕ່ເຂົາຄົນນັ້ນພັດວ່າມີແຟນປະແລ້ວ ລວມໄປເຖິງບາງຄົນກໍຢາກມີຄວາມຮັກແຕ່ບໍ່ກ້າ….ເລີຍເປັນສາເຫດເຮັດໃຫ້ຫຼາຍຄົນບໍ່ມີໂອກາດແກວ່ງຄວາມໂສດຖີ້ມຈັກເທື່ອ!! ບັນດາໜຸ່ມໆສາວໆທີ່ຍັງບໍ່ທັນມີແຟນທັງຫຼາຍຢ່າຟ້າວນ້ອຍໃຈເດີ!! ມື້ນີ້ ຂວັນໃຈຂໍເອົາໃຈໄວໂສດໂດຍການມາເວົ້າເຖິງເລື່ອງແນວທາງໄອເດຍດີໆທີ່ຈະເຮັດໃຫ້ຄົນໂສດທັງຫຼາຍນັ້ນສົມຫວັງໃນເລື່ອງຄວາມຮັກ ລວມມີ 5 ຂໍ້ ກົນລະຍຸດນໍາກັນ ເຊິ່ງຈະມີຫຍັງແດ່ນັ້ນໄປອ່ານນໍາກັນເລີຍ!! ເບິ່ງແຍງຕົນເອງກ່ອນເປັນອັນດັບທໍາອິດ ກົດແຮງດຶງດູດມັກດຶງດູດຄົນທີ່ຄືກັນເຂົ້າມາພົບກັນ ສະນັ້ນ ຖ້າເຮົາຕັ້ງເປົ້າໝາຍວ່າຢາກໄດ້ຄົນແນວໃດ ເຮົາກໍຕ້ອງສ້າງຕົນເອງໃຫ້ເປັນແບບນັ້ນຄືກັນ ແລະ ທີ່ສໍາຄັນແຫ່ງເຮົາຮູ້ຮັກຮູ້ເບິ່ງແຍງດູແລຕົນເອງໄດ້ດີເທົ່າໃດ ກໍແຫ່ງມີແນວໂນ້ມຈະພົບຄົນທີ່ກົງກັນເຮົາຫຼາຍຂຶ້ນ. ຕັດຄວາມຜູກພັນຈາກຄົນໃນອາດິດ ພະຍາຍາມຈິດຕະນານການຄວາມສໍາພັນໃນແບບທີ່ເຮົາຕ້ອງການ ຈາກນັ້ນກໍໃຫ້ຄືດເຖິງຄົນທີ່ມີຄວາມຜູກພັນໃນອາດິດວ່າ ພວກເຂົາສາມາດໃຫ້ຄວາມສໍາພັນແບບທີ່ເຮົາຕ້ອງການໄດ້ ຫຼືບໍ່ໄດ້ ຖ້າຄໍາຕອບຄື “ບໍ່ໄດ້” ກໍຢ່າໄປຢ້ານທີ່ຈະຕັດຄວາມສໍາພັນ ເພາະເຂົາເຈົ້າຈະເຮັດໃນສິ່ງທີ່ເຮົາຕ້ອງການບໍ່ໄດ້ ເຊິງມັນເປັນການເຮັດໃຫ້ເຮົາເສຍເວລາໃນການເປິດໂອກາດໃຫ້ຄົນໃຫມ່ເຂົ້າມາຫາເຮົານັ້ນເອງ. ເປິດໃຈເວົ້າວ່າ “ແມ່ນ” ໃຫ້ຫຼາຍຂຶ້ນ ໝາຍເຖິງການເປິດໃຈບໍ່ປະຕິເສດຄົນທີ່ເຂົ້າມາລົມ ຫຼື ການໄດ້ພົບກັບຄົນໃຫມ່ໆ ເພາະມັນເປັນການຊ່ວຍເປິດໂອກາດໃຫ້ຮູ້ໄດ້ຮູ້ຈັກກັນຫຼາຍຂຶ້ນ ເພາະເຮົາຈະບໍ່ມີທາງຮູ້ໄດ້ທັນທີວ່າໃຜຄືຄົນແມ່ນ, ຈະພົບຢູ່ໃສ ແລະ ຕອນໃດ ຖ້າເຮົາບໍ່ລອງເປິດໃຈເຮົາກໍຈະບໍ່ຮູ້ໄປເລື້ອຍໆ. ພະຍາຍາມອອກໄປເຮັດກິດຈະກໍາໃຫມ່ໆ ພົບຄົນໃຫມ່ໆ ຈາກທີ່ເມົາມົວຢູ່ແຕ່ກັບສິ່ງເກົ່າໆເດີມໆ …
Read More »