Breaking News

Uncategorized

ແນະ 5 ກົນລະຍຸດທາງລັດລົງ “ຄານ” ໃຜຢາກຖີ້ມຄວາມໂສດ ລອງໄດ້!!

ໂສດມາດົນຢາກມີຄວາມຮັກເຮັດແນວໃດດີ? ຫຼາຍໆຄົນອາດມີສາເຫດຂອງການບໍ່ຍ້ອມມີແຟນທີ່ທີ່ແຕກຕ່ງກັນໄປ ເຊິງມັນອາດຈະມາຈາກຫຼາກຫຼາຍປັດໃຈ ເຊັ່ນວ່າ ຍັງບໍ່ພ້ອມມີຄວາມຮັກ, ຍັງເຂັດຫຼາບຈາກຄວາມຮັກເກົ່າໃນອາດິດ, ຍັງບໍ່ທັນມີໃຜທີ່ເຂົ້າຕາ ຫຼືມີແລ້ວແຕ່ເຂົາຄົນນັ້ນພັດວ່າມີແຟນປະແລ້ວ ລວມໄປເຖິງບາງຄົນກໍຢາກມີຄວາມຮັກແຕ່ບໍ່ກ້າ….ເລີຍເປັນສາເຫດເຮັດໃຫ້ຫຼາຍຄົນບໍ່ມີໂອກາດແກວ່ງຄວາມໂສດຖີ້ມຈັກເທື່ອ!! ບັນດາໜຸ່ມໆສາວໆທີ່ຍັງບໍ່ທັນມີແຟນທັງຫຼາຍຢ່າຟ້າວນ້ອຍໃຈເດີ!! ມື້ນີ້ ຂວັນໃຈຂໍເອົາໃຈໄວໂສດໂດຍການມາເວົ້າເຖິງເລື່ອງແນວທາງໄອເດຍດີໆທີ່ຈະເຮັດໃຫ້ຄົນໂສດທັງຫຼາຍນັ້ນສົມຫວັງໃນເລື່ອງຄວາມຮັກ ລວມມີ 5 ຂໍ້ ກົນລະຍຸດນໍາກັນ ເຊິ່ງຈະມີຫຍັງແດ່ນັ້ນໄປອ່ານນໍາກັນເລີຍ!! ເບິ່ງແຍງຕົນເອງກ່ອນເປັນອັນດັບທໍາອິດ ກົດແຮງດຶງດູດມັກດຶງດູດຄົນທີ່ຄືກັນເຂົ້າມາພົບກັນ ສະນັ້ນ ຖ້າເຮົາຕັ້ງເປົ້າໝາຍວ່າຢາກໄດ້ຄົນແນວໃດ ເຮົາກໍຕ້ອງສ້າງຕົນເອງໃຫ້ເປັນແບບນັ້ນຄືກັນ ແລະ ທີ່ສໍາຄັນແຫ່ງເຮົາຮູ້ຮັກຮູ້ເບິ່ງແຍງດູແລຕົນເອງໄດ້ດີເທົ່າໃດ ກໍແຫ່ງມີແນວໂນ້ມຈະພົບຄົນທີ່ກົງກັນເຮົາຫຼາຍຂຶ້ນ. ຕັດຄວາມຜູກພັນຈາກຄົນໃນອາດິດ ພະຍາຍາມຈິດຕະນານການຄວາມສໍາພັນໃນແບບທີ່ເຮົາຕ້ອງການ ຈາກນັ້ນກໍໃຫ້ຄືດເຖິງຄົນທີ່ມີຄວາມຜູກພັນໃນອາດິດວ່າ ພວກເຂົາສາມາດໃຫ້ຄວາມສໍາພັນແບບທີ່ເຮົາຕ້ອງການໄດ້ ຫຼືບໍ່ໄດ້ ຖ້າຄໍາຕອບຄື “ບໍ່ໄດ້” ກໍຢ່າໄປຢ້ານທີ່ຈະຕັດຄວາມສໍາພັນ ເພາະເຂົາເຈົ້າຈະເຮັດໃນສິ່ງທີ່ເຮົາຕ້ອງການບໍ່ໄດ້ ເຊິງມັນເປັນການເຮັດໃຫ້ເຮົາເສຍເວລາໃນການເປິດໂອກາດໃຫ້ຄົນໃຫມ່ເຂົ້າມາຫາເຮົານັ້ນເອງ. ເປິດໃຈເວົ້າວ່າ “ແມ່ນ” ໃຫ້ຫຼາຍຂຶ້ນ ໝາຍເຖິງການເປິດໃຈບໍ່ປະຕິເສດຄົນທີ່ເຂົ້າມາລົມ ຫຼື ການໄດ້ພົບກັບຄົນໃຫມ່ໆ ເພາະມັນເປັນການຊ່ວຍເປິດໂອກາດໃຫ້ຮູ້ໄດ້ຮູ້ຈັກກັນຫຼາຍຂຶ້ນ ເພາະເຮົາຈະບໍ່ມີທາງຮູ້ໄດ້ທັນທີວ່າໃຜຄືຄົນແມ່ນ, ຈະພົບຢູ່ໃສ ແລະ ຕອນໃດ ຖ້າເຮົາບໍ່ລອງເປິດໃຈເຮົາກໍຈະບໍ່ຮູ້ໄປເລື້ອຍໆ. ພະຍາຍາມອອກໄປເຮັດກິດຈະກໍາໃຫມ່ໆ ພົບຄົນໃຫມ່ໆ ຈາກທີ່ເມົາມົວຢູ່ແຕ່ກັບສິ່ງເກົ່າໆເດີມໆ …

Read More »

ມາຮູ້ຈັກກັບ 8 ເລື່ອງລາວຂອງ ອະແມນດ້າ Miss Universe Thailand 2020

ໃນປັດຈຸບັນວົງການປະກວດນາງງາມໄດ້ເກີດຂຶ້ນຫຼາຍເວທີບໍ່ວ່າຈະເປັນລະດັບພາກພື້ນ ແລະ ສາກົນ!!! ເຊິ່ງເປັນເວທີທີ່ເປີດໂອກາດໃຫ້ແມ່ຍິງເຮົາໄດ້ສະແດງຄວາມຮູ້ຄວາມສາມາດລວມໄປເຖິງເຜີຍແຜ່ເລື່ອງລາວວັດທະນະທໍາໃຫ້ທຸກຄົນທົ່ວໂລກໄດ້ຮັບຮູ້ເຖິງ ວັດທະນະທໍາອັນເປັນເອກະລັກຂອງຊາດກໍຄືປະເທດຂອງຕົນເອງ ເຊິ່ງເມື່ອບໍ່ດົນມານີ້ປະເທດເພື່ອນບ້ານຂອງເຮົານັ້ນກໍຄືປະເທດໄທກໍໄດ້ຈັດການປະກວດ Miss Universe Thailand 2020 ແລະ ໄດ້ປະກາດຜົນໄປເມື່ອວັນທີ 10 ຕຸລາ 2020 ທີ່ຜ່ານມາ. ຄົນທີ່ຊະນະເລີດຄວ້າມົງໄປຄອງໄດ້ແກ່ ອະແມນດ້າ ເຊິ່ງສາວຄົນນີ້ນອກຈາກຈະມີຮູບຮ່າງໜ້າຕາທີ່ງົດງາມແລ້ວຍັງເປັນແມ່ຍິງອີກຄົນທີ່ເຕັມໄປດ້ວຍຄວາມຮູ້ຄວາມສາມາດ ລວມໄປເຖິງການຕອບຄໍາຖາມທີ່ຖືກໃຈບັນດາແຟນນາງງາມ ແລະ ຄະນະກໍາມະການ ຈົນສາມາດຄວ້າຕໍາແໜ່ງ Miss Universe Thailand 2020 ໄປຄອງ… ມື້ນີ້ຂວັນໃຈຈະພາແຟນໆໄປຮູ້ຈັກກັບອະແມນດ້າ ຊາລິສາ ສາວງາມພູເກັດ ທີ່ສາມາດຄວ້າລາງວັນ Miss Universe Thailand 2020 ໄປຄອງສົດໆຮ້ອນໆ ວ່າຈະເປັນແນວໃດ!!! ໄປເບິ່ງນໍາກັນເລີຍ. ສາວ ອະແມນດ້າ ຊາລິສາ ອອບດໍາ ມີຊື່ເຕັມວ່າ ອາແມນດ້າ ຊາລີນ ອອບດໍາ ຊື່ຫລີ້ນ ດ້າ, ເກີດວັນທີ …

Read More »

ເຄັດລັບສູ່ຄວາມສໍາເລັດກ່ອນອາຍຸ 30 ປີ!!

ສັງຄົມທຸກມື້ນີ້ແມ່ນມີການເຕີບໃຫຍ່ຂະຫຍາຍຕົວຢ່າງໄວວາ ການແຂ່ງຂັນໃນສັງຄົມກໍສູງ ນັ້ນສະແດງໃຫ້ເຫັນເຖິງສິ່ງທີ່ປ່ຽນແປງໃນກຸ່ມຄົນກໍາລັງເກີດຂຶ້ນ ທຸກຄົນລ້ວນແຕ່ມີແນວທາງ ແລະ ມີເປົ້າໝາຍເປັນຂອງຕົວເອງ ໂດຍສະເພາະໄວໜຸ່ມໄວສ້າງຕົວທັງຫຼາຍ ທີ່ກໍາລັງທີ່ກໍາລັງຄົ້ນຄືດຊອກຫາທຸກວິທີທາງເພື່ອໃຫ້ຕົວເອງປະສົບຜົນສໍາເລັດໃນໄວອາຍຸຍັງນ້ອຍ!!. ມື້ນີ້ ຂວັນໃຈຈະມາແນະນໍາ 5 ເຄັດລັບແນວທາງໃນການພິຊິດເປົ້າໝາຍໃຫ້ໄດ້ໄວ້ຂຶ້ນ ເຊິ່ງຈະມີອີ່ຫຍັງແດ່ນັ້ນໄປອ່ານນຳກັນເລີຍ!!!! ມີຄວາມຄືດສ້າງສັນ!! ຕ້ອງຕັ້ງຄໍາຖາມກັບຕົວເອງວ່າ ຈະເຮັດແນວໃດໃຫ້ສິ່ງທີ່ເຮົາເຮັດຢູ່ນັ້ນເປັນທີ່ໜ້າສົນໃຈ, ໂດດເດັ່ນ, ຈັບຕ້ອງໄດ້ ແລະ ມີ Style ທີ່ຊັດເຈນກວ່າຄົນອື່ນ. ຈັດການກັບສະຖານະການທຸກຮູບແບບໄດ້!! ຮຽນຮູ້ຮັບມື, ແກ້ໄຂບັນຫາທຸກເຫດການທີ່ເກີດຂຶ້ນກັບຊີວິດ ແລະ ໜ້າທີ່ວຽກງານ ຕ້ອງຄືດສະເຫມີວ່າ “ໃນວິກິດມັນມີໂອກາດ ໃນໂອກາດຈະມີຫົນທາງ ໃນຫົນທາງຈະມີຄວາມຝັນ ແລະ ໃນຄວາມຝັນຕ້ອງເປັນຄວາມຈິງ”. ມີຄວາມກ້າ ແລະ ໝັ້ນໃຈໃນສິ່ງທີ່ຕົວເອງເຮັດ!! ໝັ້ນໃຈວ່າສິ່ງທີ່ຕົວເອງເຮັດນັ້ນມັນຖືກຕ້ອງ ແລະ ກ້າທີ່ຈະລົງມືປະຕິບັດ ທີ່ສໍາຄັນຕ້ອງຄືດວ່າບໍ່ມີຫຍັງທີ່ເຮົາເຮັດບໍ່ໄດ້ ແຕ່ຄວາມໝັ້ນໃຈນັ້ນຕ້ອງເປັນສິ່ງທີ່ດີຕໍ່ເຮົາ ແລະ ຄົນອື່ນ ບໍ່ແມ່ນວ່າໝັ້ນໃຈໃນເລື່ອງບໍ່ດີ ແລ້ວມາບອກວ່າຕົວເອງມີຄວາມໝັ້ນໃຈອັນນັ້ນກໍບໍ່ເປັນຕາເອົາເດີ!! ບໍ່ຕ້ອງເຮັດໃນສິ່ງທີ່ຮັກ ແຕ່ຮັກໃນສິ່ງທີ່ເຮັດ ບໍ່ຕ້ອງໄປເສຍເວລາຊອກວຽກທີ່ເຮົາຮັກ ແຕ່ໃຫ້ຮັກວຽກທີ່ເຮົາເຮັດໃຫ້ຫຼາຍໆ ແລ້ວເຮົາຈະເຫັນສັກກາຍະພາບໃນຕົວເອງ …

Read More »

ສຸດພາກພູມໃຈ ແຮນນ້າ ສາວລາວ ໄດ້ເປັນ 4EVE Girl Group ໃຫມ່ໃນໄທ

ແຮນນ້າ ໂຣຊັ້ນບູ້ມ ສາວນ້ອຍຜູ້ສົດໃສ ທັງງາມທັງເກັ່ງ ແລະ ປັງທີ່ສຸດໃນຕອນນີ້ເລີຍກໍວ່າໄດ້ ຄວາມສາມາດຂອງນ້ອງບໍ່ທໍາມະດາເລີຍເດີ!! ຝັນທີ່ເປັນຈິງ ນ້ອງຜ່ານເຂົ້າຮອບ ແລະ ໄດ້ DEBUT ເປັນສິນລະປິນ 4EVE Girl Group (ກຸ່ມໄວໜຸ່ມຍິງໃນວົງການບັນເທີງ) ກຸ່ມໃຫມ່ຂອງໄທ ເຊິ່ງສັງກັດຢູ່ XOXO Entertainment ຫຼັງຈາກທີ່ເຂົ້າແຂ່ງຂັນ ແລະ ຜ່ານເຂົ້າຮອບຊະນະເລີດໃນຮອບສຸດທ້າຍ. ເອົາໃຈໄປເລີຍກັບສາວນ້ອຍຄົນນີ້! ຕັ້ງແຕ່ມື້ທຳອິດຈົນຮອດມື້ນີ້ ນ້ອງບໍ່ເຄີຍເຮັດໃຫ້ແຟນໆຊາວລາວຜິດຫວັງໃນໂຕນ້ອງເລີຍ. ຂໍ້ມູນຈາກ: Hannah Rosenbloom

Read More »

ດອກຫຍ້າ ຖິ່ນລຳພອນ ສາວນ້ອຍຜູ້ຫຼາກຫຼາຍຄວາມສາມາດ

ດອກຫຍ້າ ຖິ່ນລໍາພອນ ສາວນ້ອຍຜູ້ມີພອນສະແຫວງ+ພອນສະຫວັນ ແລະ ຄວາມສາມາດ ເຈົ້າຂອງຜົນງານເພງ “ນ້ອງຕາຍຊິໄຫ້ນໍາບໍ່” ແລະ ອີກຫຼາຍໆຜົນງານເພງ ດອກຫຍ້າເປັນຄົນຕ່າງແຂວງທີ່ຍ້າຍມາຢູ່ນະຄອນຫຼວງວຽງຈັນ ປັດຈຸບັນ ອາຍຸ 23 ປີ ກໍາລັງສຶກສາຢູ່ທີ່ ສປ. ຈີນ ເຊິ່ງຈຸດເລີ່ມຕົ້ນໃນການເຂົ້າວົງການຂອງສາວຄົນນີ້ແມ່ນ ດອກຫຍ້າໄດ້ໄປຮຽນ ຮ້ອງເພງ, ຂັບ-ລໍາ ແລະ ຟ້ອນ ຢູ່ທີ່ໂຮງຮຽນສິນລະປະແຫ່ງຊາດ ແລະ ເລີ່ມເຝິກຝົນມາເລື້ອຍໆຈົນມີຜົນງານອອກມາໃຫ້ແຟນໆໄດ້ເບິ່ງໄດ້ຟັງຫຼາຍໆຜົນງານເພລງ. ສາວດອກຫຍ້າເປັນອິກໜຶ່ງຄົນທີ່ມີຄວາມຮູ້ຄວາມສາມດທີ່ຫຼາກຫຼາຍ ແລະ ໄດ້ເດີນສາຍປະກວດ ຜ່ານມາແລ້ວຫຼາຍເວທີ ບໍ່ວ່າຈະເປັນທັງພາຍໃນ ແລະ ຕ່າງປະເທດ ເຊິ່ງ ໄດ້ຮັບກະແສຕອບຮັບທີ່ດີຈາກຜູ້ຊົມ ແລະ ຄະນະກໍາມະການຕະຫຼອດມາ ກາລັນຕີດ້ວຍລາງວັນທີ 1 ການປະກວດຮ້ອງເພລງຈາກເວທີ ສ້າງສາຍສໍາພັນ-ລາວຈີນ ,ລາງວັນທີ 2 ຈາກການປະກວດຮ້ອງເພລງ International Music Festival HALOMUS 2020 Vietnam …

Read More »